ທະນາຄານໂລກຄາດວ່າ ເສດຖະກິດລາວຂະຫຍາຍໂຕໃນອັດຕາສະເລ່ຍ 2.5 ເປີເຊັນ ໃນປີ 2022 ໃນຂະນະທີ່ລັດຖະບານລາວຄາດວ່າ ເສດຖະກິດລາວຈະຂະຫຍາຍໂຕ 4.4 ເປີເຊັນ ເຖິງແມ່ນວ່າອັດຕາເງິນເຟິ້ສູງ ແລະເງິນກີບຕົກຕ່ຳລົງກໍຕາມ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.
ທະນາຄານໂລກໄດ້ປັບລົດຄາດໝາຍການເຕີບໂຕທາງເສດຖະກິດ ໃນພາກພື້ນ ເອເຊຍຕາເວັນອອກ ແລະປາຊິຟິກຈາກອັດຕາສະເລ່ຍ 5 ເປີເຊັນ ລົງມາເປັນ 3.2 ເປີເຊັນ ໃນຊ່ວງເດືອນເມສາ ຫາ ເດືອນຕຸລາ 2022 ຊຶ່ງເປັນຜົນກະທົບຈາກລາຄານ້ຳມັນທີ່ສູງຂຶ້ນ ອັນໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ເກີດບັນຫາອັດຕາເງິນເຟີ້ສູງ ແລະອັດຕາແລກປ່ຽນເງິນຕາທີ່ປັ່ນປ່ວນຢ່າງໜັກ ໂດຍສະເພາະ ແມ່ນປະເທດທີ່ຂາດດຸນການຄ້າຕ່າງປະເທດນັ້ນກໍຍັງປະເຊີນກັບບັນຫາຂາດແຄນເງິນຕາຕ່າງປະເທດ ແລະຄ່າເງິນຕົກຕ່ຳລົງຢ່າງຮຸນແຮງອີກດ້ວຍ ແລະພາຍໃຕ້ສະພາບການດັ່ງກ່າວ ຍັງໄດ້ສົ່ງຜົນກະທົບຕໍ່ລະດັບການເຕີບໂຕທາງເສດຖະກິດ ຫລື (GDP) ຢ່າງຫລີກຫລ່ຽງບໍ່ໄດ້ດ້ວຍເຊັ່ນກັນ ໂດຍສຳລັບ ສປປ. ລາວ ນັ້ນ ທະນາຄານໂລກ ຄາດໝາຍວ່າ GDP ໃນຕະຫລອດປີ 2022 ຈະຂະຫຍາຍໂຕພຽງ 2.5 ເປີເຊັນ ໂດຍລົດລົງຈາກເດີມທີ່ຄາດໝາຍໄວ້ ທີ່ອັດຕາສະເລ່ຍ 3.8 ເປີເຊັນ ເມື່ອເດືອນເມສາ ປີ 2022 ທີ່ຜ່ານມາ.
ແຕ່ຢ່າງໃດກໍຕາມ ການທີ່ລັດຖະບານລາວໄດ້ເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດຢ່າງກວ້າງຂວາງ ໃນທົ່ວປະເທດນັບຈາກເດືອນພຶດສະພາ 2022 ເປັນຕົ້ນມານັ້ນ ກໍເຮັດໃຫ້ທຸລະກິດໃນພາກບໍລິການແລະທ່ອງທ່ຽວໃນລາວ ເລີ້ມຟື້ນໂຕ ແລະມີລາຍຮັບເປັນເງິນຕາຕ່າງປະເທດອີກຄັ້ງ ຫລັງຈາກທີ່ຂາດລາຍໄດ້ ນັບເປັນເວລາກວ່າ 2 ປີ ເພາະຜົນກະທົບຈາກການລະບາດພະຍາດໄວຣັສ ໂຄວິດ-19 ນັ້ນ ໃນຂະນະທີ່ພາກກະສິກຳ ແລະພາກອຸດສາຫະກຳກໍກັບຄືນສູ່ສະພາວະທີ່ມີການຂະຫຍາຍໂຕເພີ້ມຂຶ້ນເຊັ່ນດຽວກັນ ຈຶ່ງເຮັດໃຫ້ທາງການລາວໝັ້ນໃຈວ່າ ເສດຖະກິດລາວໃນປີ 2022 ຈະຂະຫຍາຍໂຕເພີ້ມຂຶ້ນເຖິງ 4.4 ເປີເຊັນ ຢ່າງແນ່ນອນ ດັ່ງທີ່ທ່ານຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນໄດ້ໃຫ້ການຢືນຢັນວ່າ:
“9 ເດືອນ GDP ບັນລຸໄດ້ 4.2 ເປີເຊັນ ແລະໝົດປີຄາດວ່າ ຈະບັນລຸ 4.4 ເປີເຊັນ ແຜນການແມ່ນ 4.5 ເປີເຊັນ ໃນນີ້ ຂະແໜງກະສິກຳຂະຫຍາຍໂຕ 2.9 ເປີເຊັນ ກວມ 17.5 ເປີເຊັນ ຂອງ GDP ອຸດສາຫະກຳຂະຫຍາຍໂຕ 4.4 ເປີເຊັນ ກວມ 34.1 ເປີເຊັນ ຂອງ GDP ການບໍລິການຂະຫຍານໂຕ 4.9 ເປີເຊັນ ກວມເອົາ 37.1 ເປີເຊັນ ຂອງ GDP ແລະ ພາສີອາກອນຂະຫຍາຍໂຕ 4.2 ເປີເຊັນ ກວມເອົາ 11.3 ເປີເຊັນ ຂອງ GDP ແລະ GDP ຕໍ່ຫົວຄົນບັນລຸ 1,841 ໂດລາ ແຜນການແມ່ນ 2,530 ໂດລາ.”
ກ່ອນໜ້ານີ້ລັດຖະບານລາວ ໄດ້ຄາດໝາຍການຂະຫຍາຍໂຕຂອງ GDP ໃນປີ 2022 ຈາກລະດັບ 4.2 ເປີເຊັນ ເປັນ 4.5 ເປີເຊັນ ຊຶ່ງຈະເຮັດໃຫ້ GDP ມີ ມູນຄ່າລວມ 205,285 ຕື້ກີບ ທີ່ຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນ ທີ່ລະດັບ 2,674 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ໂດຍລັດຖະບານລາວຈະເກັບລາຍຮັບໃຫ້ໄດ້ 16,44 ເປີເຊັນ ຂອງ GDP ແລະຈະຄຸມລາຍຈ່າຍໃຫ້ຢູ່ທີ່ລະດັບບໍ່ເກີນ 18,05 ເປີເຊັນ ຂອງ GDP ເພື່ອຈະຄຸມການຂາດດຸນດ້ານງົບປະມານໃຫ້ບໍ່ເກີນ 1,61 ເປີເຊັນ ຂອງ GDP ແລະໄດ້ວາງເປົ້າໝາຍການລົງທຶນໄວ້ໃນມູນຄ່າລວມ 43,950 ກວ່າຕື້ກີບ ໃນນີ້ເປັນການລົງທຶນຂອງລັດຖະບານໃນມູນຄ່າ 3,950 ຕື້ກີບ ຂໍຄວາມຊ່ວຍເຫລືອຈາກຕ່າງປະເທດ 6,750 ຕື້ກີບ ແລະສົ່ງເສີມການລົງທຶນຈາກຕ່າງປະເທດໃຫ້ໄດ້ 33,250 ຕື້ກີບ ຫາກແຕ່ວ່າປັດໄຈນຶ່ງທີ່ເຮັດໃຫ້ນັກທຸລະກິດຊາວຕ່າງຊາດ ບໍ່ເຊື່ອໝັ້ນທີ່ຈະເຂົ້າມາລົງທຶນໃນລາວ ກໍຄືຄ່າເງິນກີບທີ່ຕົກຕ່ຳລົງ ແລະສະພາບການຂາດແຄນເງິນຕາຕ່າງປະເທດຢ່າງໜັກໜ່ວງດັ່ງທີ່ ດຣ. ອັດ ພິສານວານິດ ຜູ້ອຳນວຍການສູນສຶກສາການຄ້າລະຫວ່າງປະເທດມະຫາວິທະຍາໄລຫໍການຄ້າໄທ ໄດ້ໃຫ້ການຢືນຢັນວ່າ:
“ຄ່າເງິນກີບຂອງ ສປປ.ລາວ ອ່ອນຫລາຍ ໃນຊ່ວງຫລາຍປີທີ່ຜ່ານມາ ຖ້າເຮົາທຽບປີ 2012 ປີ 2013 ປິ 2014 ເປັນຕົ້ນມາ ທຽບກັບໂດລາສະຫະລັດ ອ່ອນໄປເກືອບ 100 ເປີເຊັນ ຖ້າທຽບເງິນບາດ ປັດຈຸບັນ 400 ກວ່າກີບ ແລກໄດ້ 1 ບາດ ເພາະສະນັ້ນ ຄ່າເງິນກີບອ່ອນມາຫລາຍ ເຫດຜົນທີ່ສຳຄັນກໍຄື ພໍ້ທັງໂຄວິດ ຕໍ່ດ້ວຍສົງຄາມຣັດເຊຍ ຢູເຄຣນ ແລ້ວ ສປປ.ລາວ ກໍເປັນປະເທດທີ່ຕ້ອງເພີ່ງນ້ຳມັນ ປູຍ ອາຫານການກິນ 90 ເປີເຊັນ ນີ້ຈາກຈ່າງປະເທດ.”
ແຕ່ຢ່າງໃດກໍຕາມ ທາງການລາວຄາດຫວັງວ່າການສົ່ງອອກສິນຄ້າໄປຕ່າງປະເທດ ໄດ້ເພີ້ມຂຶ້ນຈະເຮັດໃຫ້ເສດຖະກິດ ແລະຄ່າເງິນກີບຂອງລາວ ກັບຄືນສູ່ສະພາວະປົກກະຕິໄດ້ໃນມໍ່ໆນີ້ ໂດຍສະເພາະແມ່ນການສົ່ງອອກພະລັງງານໄຟຟ້າທີ່ມີມູນຄ່າ ເຖິງ 1,760 ລ້ານໂດລາ ໃນປີ 2022 ແລະຄາດວ່າ ຈະເພີ້ມຂຶ້ນເປັນ 2,453 ລ້ານໂດລາ ໃນປີ 2023 ຊຶ່ງເພີ້ມຂຶ້ນເກີນກວ່າ 39 ເປີເຊັນ ທຽບໃສ່ປີ 2022 ແຕ່ບັນຫາຄື 70 ເປີເຊັນ ຂອງມູນຄ່າການສົ່ງອອກພະລັງງານໄຟຟ້າດັ່ງກ່າວນີ້ເປັນລາຍໄດ້ເງິນຕາ ທີ່ບໍ່ໄດ້ໂອນເຂົ້າມາລາວ ເພາະວ່າບັນດານັກລົງທຶນໃນໂຄງການເຂື່ອນຕ່າງໆໃນລາວ ຕ້ອງໃຊ້ຊຳລະໜີ້ຕ່າງປະເທດນັ້ນເອງ.