ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ມີລາຍໄດ້ບໍ່ພຽງພໍ ເພື່ອຂຶ້ນເງິນເດືອນໃຫ້ພະນັກງານລັດໃນທົ່ວປະເທດ ທີ່ກຳລັງປະເຊີນກັບອັດຕາເງິນເຟີ້ ແລະຄ່າຄອງຊີບສູງຂຶ້ນ


ທະນະບັດເງິນກີບຂອງ ສປປ ລາວ.
ທະນະບັດເງິນກີບຂອງ ສປປ ລາວ.

ລັດຖະບານລາວຍັງມີລາຍໄດ້ບໍ່ພຽງພໍສຳລັບການປັບຂຶ້ນອັດຕາເງິນເດືອນໃຫ້ແກ່ພະນັກງານລັດໃນທົ່ວປະເທດທີ່ກຳລັງປະເຊີນກັບຄວາມຍາກລຳບາກຈາກອັດຕາເງິນເຟີ້ ແລະ ຄ່າຄອງຊີບສູງຂຶ້ນນັບມື້.

ນັກຊ່ຽວຊານດ້ານການເງິນຂອງທະນາຄານພັດທະນາເອເຊຍ ADB ໃຫ້ທັດສະນະວ່າການທີ່ລັດຖະບານລາວເກັບລາຍຮັບໃນແຜນການປະຈຳປີ 2022 ໄດ້ມູນຄ່າລວມ 33,500 ກວ່າຕື້ກີບຊຶ່ງຄິດເປັນ 15.8 ເປີເຊັນຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນຕະຫຼອດປີ 2022 ນັ້ນຖືເປັນລາຍຮັບທີ່ຍັງບໍ່ພຽງພໍສຳລັບການທີ່ຈະປັບຂຶ້ນເງິນເດືອນໃຫ້ແກ່ພະນັກງານລັດໃນທົ່ວປະເທດແຕ່ຢ່າງໃດ ເພາະວ່າການປັບຂຶ້ນເງິນເດືອນຂອງພະນັກງານລັດເພື່ອໃຫ້ສອດຄ່ອງກັບສະພາວະຄ່າຄອງຊີບທີ່ເປັນຈິງນັ້ນລັດຖະບານລາວຈະຕ້ອງເກັບລາຍຮັບໃຫ້ໄດ້ເພີ່ມຂຶ້ນເປັນ 19 ເປີເຊັນຂອງ GDP ຈຶ່ງຈະມີທຶນພຽງພໍສຳລັບການປັບຂຶ້ນເງິນເດືອນ ແລະ ເຮັດໃຫ້ພະນັກງານລັດສາມາດຄອງຊີບຢູ່ໄດ້ນັ້ນເອງ.

ທັງນີ້ສູນສະຖິຕິແຫ່ງຊາດລາວລາຍງານວ່າອັດຕາເງິນເຟີ້ໄດ້ປັບຕົວສູງຂຶ້ນ 38.46 ເປີເຊັນສ່ວນດັດສະນີລາຄາການຊົມໃຊ້ເພີ່ມຂຶ້ນ 166.8 ເປີເຊັນໃນເດືອນພະຈິກ 2022 ທຽບໃສ່ເດືອນພະຈິກ 2021 ຊຶ່ງຖືເປັນອັດຕາເງິນເຟີ້ ແລະ ດັດຊະນີລາຄາການຊົມໃຊ້ທີ່ເພີ່ມຂຶ້ນສູງທີ່ສຸດໃນກຸ່ມອາຊຽນ ໂດຍມີສາເຫດສຳຄັນມາຈາກການຂາດດຸນການຄ້າຕ່າງປພະເທດຢ່າງຕໍ່ເນື່ອງທີ່ເຮັດໃຫ້ລາວປະເຊີນກັບການຂາດແຄນທຶນສຳຮອງເງິນຕາຕ່າງປະເທດ ແລະ ເງິນກີບກໍຕົກຕໍ່າລົງຢ່າງຮຸນແຮງ ຈຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ໃນລາວຢ່າງກວ້າງຂວາງ ດັ່ງທີ່ທ່ານນາງ ເກດມະນີ ບັນດາສັກ ສະມາຊິກສະພາແຫ່ງຊາດໄດ້ໃຫ້ທັດສະນະວ່າ

“ເລື່ອງຄ່າຄອງຊີບຖີບຕົວຂຶ້ນສູງຊຶ່ງວ່າພະນັກງານພວກເຮົາບໍ່ສາມາດດຳລົງຊີວິດໄປໄດ້ຄືພວກເຮົາຮູ້ນຳກັນຫັ້ນແຫຼະວ່າເງິນເດືອນຊໍ່ານີ້ແຕ່ກີ້ເຄີຍກຸ້ມ ແຕ່ດຽວນີ້ບໍ່ກຸ້ມແລ້ວໃດ ພວກເຮົາສິມີມາດຕະການລໍ່ວ່າລັດຖະບານສິມີວິທີການວ່າກົນໄກແນວໃດໃນການແກ່ໄຂບັນຫາດັ່ງກ່າວ ຄັນຊັ້ນແລ້ວບໍ່ລອດແທ້ໆເນາະ ຄືພວກເຮົາເວົ້າວ່ານະ ໂຍບາຍນໍ້າມັນ 50,000 ກີບນີ້ນະ ແຕ່ຜ່ານມາແຕ່ກີ້ເຄີຍກຸ້ມ ດຽວນີ້ 2 ມື້ບໍ່ກຸ້ມ ຫຼືວ່າອາດທິດນຶ່ງບໍ່ໄດ້ກຸ້ມໃດ ອັນນີ້ມັນຕິດພັນກັບການດຳເນີນຊີວິດຂອງພໍ່ແມ່ປະຊາຊົນຫຼືວ່າຂອງພະນັກງານພວກເຮົາໂດຍພື້ນຖານ.”

ຍິ່ງໄປກວ່ານັ້ນລັດຖະບານກໍຍັງປະເຊີນກັບການມີໜີ້ສິນສາທາລະນະເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ມີລັກສະນະທີ່ກ້າວກະໂດດນັບແຕ່ປີ 2010 ເປັນຕົ້ນມາ ໂດຍມີສາເຫດທີ່ສຳຄັນມາຈາກການເກັບລາຍຮັບໄດ້ຕໍ່າກວ່າແຜນການທຸກປີຈຶ່ງເຮັດໃຫ້ຕ້ອງກູ້ຢືມເງິນຈາກຕ່າງປະເທດເພື່ອນຳມາໃຊ້ເພື່ອດຸ່ນດ່ຽງດ້ານລາຍຈ່າຍທີ່ສູງກວ່າລາຍຮັບມາໂດຍຕະຫຼອດ ຊຶ່ງຜົນທີ່ຕາມມາກໍຄືໜີ້ສິນທີ່ເພີ່ມຂຶ້ນດັ່ງກ່າວໄດ້ເຮັດໃຫ້ລັດຖະບານລາວມີພັນທະຕ້ອງຊໍາລະໜີ້ຄືນເພີ່ມຂຶ້ນທຸກປີດ້ວຍເຊັ່ນກັນ ໂດຍເຫັນໄດ້ຈາກການທີ່ລັດຖະບານມີພັນທະຕ້ອງຊໍາລະໜີ້ຕ່າງປະເທດພຽງ 160 ລ້ານໂດລາໃນປີ 2010 ແລະເພີ່ມຂຶ້ນເປັນ 1,400 ລ້ານໂດລາໃນປີ 2022 ແລະ ຫຼາຍກວ່າ 1,700 ລ້ານໂດລາໃນປີ 2023 ດັ່ງນັ້ນຈຶ່ງຄາດໝາຍວ່າລັດຖະບານລາວຈະສາມາດປັບຂຶ້ນເງິນເດືອນໃຫ້ກັບພະນັກງານລັດໄດ້ພຽງບາງສ່ວນເທົ່ານັ້ນ ດັ່ງທີ່ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນໄດ້ໃຫ້ການຍອມຮັບວ່າ

“ການແກ້ໄຂບັນຫາເລື່ອງເງິນເດືອນພະນັກງານນີ້ທາງກະຊວງການເງິນກັບກະຊວງພາຍໃນກຳລັງຄົ້ນຄວ້າພວກເຮົາກະພະຍາຍາມຈະເຮັດກົດໝາຍວ່າດ້ວຍພະລາກອນສຳລັບຄູ ແລະ ໝໍ ແຕ່ວ່າໄລຍະນີ້ກະແມ່ນເຮັດເປັນດຳ ລັດກ່ອນທົດລອງໄປເບິ່ງແລ້ວຈັ່ງສິອອກເປັນກົດໝາຍ ແລະ ມາເບິ່ງວ່າສິແກ້ໄຂການຂາດແຄນຄູ, ຂາດແຄນໝໍແນວໃດ ອັນນີ້ທາງກະຊວງການເງິນ ແລະ ທາງກະຊວງພາຍໃນກຳລັງສົມທົບກົມກຽວກັນລະອຽດເພື່ອສິຄົ້ນຄວ້າ ແລະ ສຳລັບຂັ້ນເງິນເດືອນຕ່າງໆ ພວກເຮົາຈະໄດ້ຄົ້ນຄວ້າປັບປຸງຄືນໃໝ່ໝົດ ພາຍຫຼັງທີ່ພວກເຮົາສາມາດປະຄັບປະຄອງເສດຖະກິດພວກເຮົາໄປໄດ້ໃນລະດັບທີ່ດີຂຶ້ນ ຄິດວ່າຫຼາຍອັນຈະຖືກແກ້ໄຂ.”

ໜີ້ສາທາລະນະຂອງລັດຖະບານລາວຍັງມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງເພາະລັດຖະບານລາວຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການໃນຂະນະທີ່ການທຸຈະລິດໃນວົງການພັກ-ລັດກໍຍັງເກີດຂຶ້ນຢ່າງກວ້າງຂວາງ ສ່ວນການປາບ ປາມກໍມີປະສິດທິພາບຕໍ່າ ຊຶ່ງເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມເງິນເພີ່ມຂຶ້ນທັງພາຍໃນ ແລະ ຕ່າງປະເທດໂດຍນັບເຖິງທ້າຍປີ 2022 ລັດຖະບານລາວມີໜີ້ສິນລວມກວ່າ 177,625 ຕື້ກີບເທົ່າກັບ 92.4 ເປີເຊັນຂອງ GDP ໃນປີ 2022 ໃນນີ້ແບ່ງເປັນໜີ້ຕ່າງປະເທດ 75 ເປີເຊັນ,​ ໜີ້ພາຍໃນປະເທດ 25 ເປີເຊັນ ສ່ວນບັນດາລັດວິສາຫະກິດກໍຄືພາກສ່ວນທີ່ສ້າງພາລະໜີ້ສິນໃຫ້ກັບລັດຖະບານລາວຫຼາຍທີ່ສຸດ.

XS
SM
MD
LG