ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ້າວ​ເກັ່ງ ກ​ື້ ພໍ່​ຄ້າ​ຂາ​ຍ​ນ້ຳ​ອ້ອ​ຍສົດ ທີ່​ລັດ​ຟ​ລ​ໍຣິ​ດາ


ທ້າວ​ເກັ່ງ ກື້ ແລະ​ລູກ​ຊາຍ ທ້າວ​ມົວ ກື້ ກຳ​ລັງ​ປັ່ນ​ນ້ຳ​ອ້ອຍ​ຂາຍ
ທ້າວ​ເກັ່ງ ກື້ ແລະ​ລູກ​ຊາຍ ທ້າວ​ມົວ ກື້ ກຳ​ລັງ​ປັ່ນ​ນ້ຳ​ອ້ອຍ​ຂາຍ

ທ້າວເກັ່ງ ກື້ ອາ​ຍຸ 67 ປີ ​ມາຈາກ​ເມືອ​ງ​ລ່ອງ​ແຈ້ງ ປະ​ເທດ​ລາວ ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະ​ຫະ​ລັດ​ໃນ​ຊຸມ​ປີ 1980 ຫລັງ​ຈາກ​ນັ້ນ​ໄດ້ຍ້າຍ​ຖິ່ນ​ຖານໄປ​ຢູ່​ຫລາຍ​ລັດ ​ກ່ອນ​ທີ່​ລາວ ແລະ​ຄອບ​ຄົວໄດ້​ຕັດ​ສິນ​ໃຈຢູ່​ລັດ​ຟ​ລໍ​ຣິ​ດາ ບ່ອນ​ທີ່​ມີ​ອາ​ກາດ​ອົບ​ອຸ່ນ ​ແລະສາ​ມາດ​ປູກຝັງໄດ້​ຢ່າງສະ​ບາຍ ຊຶ່ງ​ທ້າວເກັ່ງ ພໍ່​ຄ້າ​ຂາຍ​ນ້ຳ​ອ້ອຍ​ສົດ ໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ຮ້ານ​ຂອງ​ທ້າວ​ເກັ່ງ ມີອ້ອຍເປັນ​ລຳ​ທີ່​ນຳ​ມາ​ຈາກ​ສວນ​ຂອງ​ລາວ ​ວາງກອງກັນໄວ້. ລູກ​ຊາຍ​ຂອງ​ລາວ ​ຊື່ທ້າວ​ມົວ ກື້ ຈັບ​ເອົາອ້ອຍແຕ່​ລະ​ທ່ອນ​ມາໃສ່​ເຄື່ອ​ງ​ປັ່ນ ແລ້​ວ ໂຕ່ງ​ເອົາ​ນ້ຳ​ອ້ອຍ​ສົດທີ່​ໄຫລ​ອອກ​ມາ​ນັ້ນ​ໃສ່​ຈອກ ​ຕາມ​ຄວາມ​ຕ້ອງ​ການ​ຂອງຜູ້​ສັ່ງ ທີ່ມີ​ຂາຍ​ຢູ່​ສາມ​ລາ​ຄ່າ​ຄື​ ຈອກ​ນ້ອຍ 3 ໂດ​ລາ, ຈອກ​ກາງ 5 ໂດ​ລາ ແລະ​ຈອກ​ໃຫຍ່ 8 ໂດ​ລາ. ຖ້າ​ໃສ່​ນ້ຳ​ກ້ອນ​ລາ​ຄາ​ຈະ​ຖືກ​ລົງ​ນຶ່​ງ​ໂດ​ລາ ຊຶ່ງ​ມີ​ຄົນ​ພາ​ກັນ​ຢືນ​ລຽນ​ແຖວ​ຊື້​ຢ່າງ​ບໍ່​ຂາດສາຍ. ຮ້ານ​ຂາຍ​ນ້ຳ​ອ້ອຍ​ຂອງ​ທ້າວ​ເກັ່ງ ຮວມ​ຢູ່​ໃນ​ບັນ​ດາຊາວ​ສວນ ຊຶ່ງ​ສ່ວນ​ໃຫ​ຍ່​ເປັນ​ຄົນ​ເອ​ເຊຍ​ທີ​ມາ​ຈາກ ລາວ ກຳ​ປູ​ເຈຍ ຫວຽດ​ນາມ ແລະ​ອາ​ເມ​ຣິ​ກາ​ໃຕ້ ທີ່​ນຳ​ເອົາ​ເຄື່ອງ​ປູກ​ຕ່າງໆມາ​ວາງ​ຂາຍ​ທຸກໆ​ວັນ​ເສົາ ແລະ​ອາ​ທິດ​ຢູ່​ຕະ​ຫລາດ​ຊາວ​ສວນ ຫລື Farmer’s Market.

ຢູ່​ໃນ​ລັດ​ຟລໍ​ຣິ​ດາມີ​ປະ​ຊາ​ຊົນ​ມົ້ງ​ອາ​ເມ​ຣິ​ກັນ​ ເຂົ້າ​ມາຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ນີ້​ປະ​ມານ 4,000 ຄົ​ນ​. ເຂົາ​ເຈົ້າທຳ​ມາ​ຫາ​ກິນ​ໃນ​ໜ້າ​ທີ່ວຽກ​ງານ​ຫລາຍຢ່າງ​ ແລະ​ສ່ວນ​ນຶ່ງ​ເປັນ​ຊາວ​ສວນ ອັນ​ເປັນ​ພື້ນ​ຖານ​ການ​ທຳ​ມາ​ຫາ​ກິດ​ທີ່​ລຶ້ງ​ເຄີຍ​ມາ​ແຕ່​ປະ​ເທດ​ລາ​ວ

XS
SM
MD
LG