ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນ​ເຊື້ອ​ສາຍ​ລາວ ຢູ່​ທົ່ວ​ໂລກ​ຕຽມ​ສະ​ຫລອງ​ຕ້ອນ​ຮັບ​ປີ​ໃໝ່​ສາ​ກົນ ປີ 2023


ພາບບັນຍາກາດຂອງວັນຂນປີໃໝ 1.1.12 ທ ​ຈະ​ຕຸ​ລັດ "Time Square," ນະ​ຄອນ​ນິວຢອກ
ພາບບັນຍາກາດຂອງວັນຂນປີໃໝ 1.1.12 ທ ​ຈະ​ຕຸ​ລັດ "Time Square," ນະ​ຄອນ​ນິວຢອກ

ທ່​ານ​ຜູ້​ຟັງ​ທີ່​ເຄົາ​ລົບອີກບໍ່​ເທົ່າ​ໃດ​ວັນ​ກໍ​ຈະ​ຮອດ​ປີ​ໃໝ່​ແລ້ວ, ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ໃນ​ຕ່າງ​ແດນຂອງວີ​ໂອ​ເອສຳ​ລັບ​ມື້ນີ້ ​ເຮົາຈະ​ນຳ​ເອົາ​ການ​ໂອ້​ລົມ​ກັບ​ບັນ​ດາ​ພີ່​ນ້ອງ​ເຊື້ອ​ສາຍ​ລາວ​ຢູ່​ປະ​ເທດຝ​ຣັ່ງ, ແບ​ລ​ຢ້ຽມ, ໂປ​ແລນ, ກາ​ນາ​ດາ ແລະ​ສະ​ຫະ​ລັດ ມາ​ສະ​ເໜີ​ທ່ານ​ວ່າ ພວກ​ເພີ່ນ​ກະ​ກຽມ​ການສະ​ຫລອງຕ້ອນ​ຮັບບຸນ​ປີໃໝ່​ສາກົນ 2023 ກັນ​ຢ່າງ​ໃດ. ຊຶ່ງກິ່ງ​ສະ​ຫວັນ ຈຳ​ນຳ​ມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ການ​ສະ​ຫລອງ​ບຸນ​ປີ​ໃໝ່​ສາ​ກົນເປັນງານ​ທີ່​ສຳ​ຄັນ​ທີ່​ປະ​ຊາ​ຊົນ​ທົ່ວໂລກ​ພາ​ກັນສະ​ເຫຼີມ​ສະຫຼອງ​ຢ່າງ​ອຶກ​ກະ​ທຶກ​ຄຶກ​ຄື້ນ, ເຊິ່ງ​ເຮົາ​ມັກ​ຈະ​ເຫັນ​ບັນ​ດາ​ເມືອງ​ໃຫຍ່​ຂອງ​ແຕ່​ລະ​ປະ​ເທດ​ມັກ​ຈະ​ຈູດດອກ​ໄມ້​ໄຟ​ຢ່າງ​ອາ​ລັງ​ການ​ທຸກໆ​ປີເພື່ອ​ຕອນ​ຮັບ​ປີ​ໃໝ່. ໃນ​ຕອນ​ແລງ​ຂອງວັນ​ເສົາວັນ​ທີ 31 ຜູ້​ຄົນ​ຈະ​ພາກັນ​ເຕົ້າ​ໂຮມ​ກັນ​ເປັນ​ໝູ່​ຄະ​ນະ​ຢູ່​ຕາມ​ບ້ານ​ເຮືອນ, ຮ້ານ​ອາ​ຫານ ແລະ​ໂຮງ​ແຮມ ​ຊຸມ​ແຊວ​ກິນ​ດື່ມ, ​ຮ້ອງລຳ​ທຳ​ເພງຢ່າ​ງ​ສະ​ໜຸກ​ສະ​ໜານ​. ຢູ່​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຕາມ​ປົກ​ກະ​ຕິ​ແລ້ວບ່ອນ​ເຕົ້າ​ໂຮມ​ກັນ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ນັ້ນ​ກໍ​ຄື ຈະ​ຕຸ​ລັດ Time Square ທີ່​ນະ​ຄອນ​ນິວຢອກ. ​ກ່ອນ​ການ​ລະ​ບາດ​ໂຄວິດ-19 ທ່າມ​ກາງ​ອາ​ກາດທີ່​ໜາວ​ຈັດ ​ຝູງ​ຊົນ​ຫລາຍ​ຮ້ອຍ​ພັນ​ຄົນພາ​ກັນລໍຖ້າ​ຈົນ​ຮອດ​ທ່ຽງ​ຄືນ ຊົມ​ການ​ສະ​ແດງ​ຂອງ​ພວກ​ດາ​ຣາ​ນັກ​ຮ້ອງ ແລະ​ຢືນລໍ​ຖ້ານັບເວ​ລາ​ຖອຍ​ຫລັງ ໃນ​ຂະ​ນະ​ທີ່​ໝາກ​ບານໃຫຍ່ຄ່ອຍໆ ເລື່ອນລົງ​ມາຈາກ​ກົກ​ເສົາສູງໃນ​ລະ​ຫວ່າງ 10 ວິນ​າ​ທີ​ສຸດ​ທ້າຍ​ຂອງ​ປີ ເຊິ່ງເປັນ ສັນ​ຍາ​ລັກ​ຕອນ​ເຊົ້າຂອງ​ປີ​ໃໝ່. ເປັນ​ເວ​ລາ​ກວ່າສອງ​ປີ​ທີ່​ຜ່ານ​ມາທາງ​ການ​ໄດ້ມີ​ກຳ​ໜົດໃຫ້​ມີ​ຝູງ​ຊົນ​ເຕົ້າ​ໂຮມ​ກັນ​ໜ້ອຍ​ລົງ​ເນື່ອງ​ຈາກ​ການ​ລະ​ບາດ​ໂຄວິດ-19​. ສຳ​ລັບ​ປີ 2022 ​ນີ້ອະ​ນຸ​ຍາດ​ໃຫ້​ມີ​ພຽງ​ແຕ່ 15,000 ຄົນ​ເທົ່າ​ນັ້ນທີ່​ສາ​ມາດ​ເຕົ້າ​ໂຮມ​ກັນ​ຢູ່​ຕະ​ຕຸ​ລັດ Time Square ​ໄດ້​.

ໃນ​ໄລ​ຍະ​ສາມ​ປີ​ທີ່​ຜ່ານ​ມານີ້ ການ​ແຜ່ລະ​ບາດ​ຂອງ​ໂຄວິດ-19 ​ໄດ້​ຫັນ​ປ່ຽນ​ແນວ​ຄິດ ເຮັດ​ໃຫ້​ການ​ພົບປະກັນສັງ​ສັນ​ກັນເປັນ​ກຸ່ມ​ນ້ອຍລົງ ​ໃນ​ຂະ​ນະ​ດຽວ​ກັນອາ​ຍຸ​ສັງ​ຂານຂອງ​ຜູ້​ທີ່​ມີ​ຄວາມຕື່ນ​ເຕັ້ນມາ​ກ່ອນ​ນັ້ນ​ກໍ​ໄດ້​ຖອຍ​ລົງ ດັ່ງ​ທີ່​ທ່ານ​ໄກ​ແກ້ວ ແລະ​ຍາ​ນາງ​ນິຣາ​ວັນ ຈັນ​ທະ​ຄຳ ຢູ່​ນະ​ຄອນ​ຫລວງ​ປາ​ຣີ ກ່າວ​ສູ່​ຟັງ​ວ່າ:

ເຈົ້າ​ຄຳ​ຜາຍ ກຸນ​ລະ​ວຸດ ສະ​ມາ​ຊິກ​ສັງ​ຄົມ​ລາວອີກ​ຄົນ​ນຶ່ງ​ຢູ່​ປະ​ເທດ​ແບ​ລຈ້ຽມ ກໍ​ເຊັ່ນ​ດຽວ​ກັນທີ່​ການ​ສະ​ຫລອງ​ບຸນ​ຕ້ອນ​ຮັບ​ປີ​ໃໝ່​ສາ​ກົນ​ປີ​ນີ້ ແມ່ນ​ສະ​ຫຼອງ​ສະ​ເພາະ​ສະ​ມາ​ຊິກ​ພາຍ​ໃນ​ຄອບ​ຄົວ​ເທົ່າ​ນັ້ນ ດັ່ງ​ທີ່​ເຈົ້າ​ຄຳ​ຜາຍ ກ່າວ​ສູ່ ວີ​ໂອ​ເອ ​ດັ່ງ​ນີ້:

ທ່ານ​ອະ​ນຸ​ລິດ ຈາ​ຊາ ແມ່ນ​ຜູ້ນຶ່ງ​ໃນ​ຈຳ​ນວນ​ຄົນ​ເຊື້ອ​ສາຍ​ລາວປະ​ມານ​ສາມ​ຄົນ ທີ່​ໄດ້​ສ້າງ​ຄອບ​ຄົວ​ຢູ່​ໃນ​ປະ​ເທດ​ໂປ​ແລນ. ທ່ານ​ໄດ້​ກ່າວກ່ຽວ​ກັບ​ສະ​ພາບ​ການ​ສູ່ ​ຕໍ່ ວີ​ໂອ​ເອ ​ຟັງ​ດັ່ງ​ນີ້:

ລິງໂດຍກົງ

ຢູ່​ທີ່​ນະ​ຄອນ​ໂຕ​ຣອນ​ໂຕ ປະ​ເທດ​ກາ​ນາ​ດາ ທ່ານ​ທອງ​ສຸກ ວົງ​ພັກ​ດີ ປະ​ທານ​ສະ​ມາ​ຄົມ​ໂຕ​ຣອນ​ໂຕ ໄດ້​ອະ​ທິ​ບາຍ​ການກະ​ກຽມສະ​ຫລອງ​ບຸນ​ປີໃໝ່​ສາ​ກົນ 2023 ​ສູ່​ຟັງດັ່ງ​ນີ້:

ທ້າ​ຍ​ສຸດ​ນີ້​ກໍ​ແມ່ນ ​ ທ່ານ​ຈິມ​ມີ ເຂ​ຣ ຢູ່​ລັດອາ​ແຄນ​ຊໍ ​ ຢູ່​ທາງ​ພາກກາງ​ໄປ​ທາງ​ມິດ​ຕາ​ເວັນ​ຕົກ​ຂອງ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ກ່າວ​ເຖິງ​ການ​ກະ​ກ​ຽມສະ​ຫລອງ​ບຸນ​ຕ້ອນ​ຮັບ​ປີ​ໃໝ່ 2023 ດັ່ງ​ນີ້:

ລິງໂດຍກົງ

​ນັ້ນ​ແມ່ນ​ການຖາມ​ຂ່າວ​ພີ່​ນ້ອງ​ເຊື້ອ​ສາຍ​ລາວ​ຢູ່ ປະ​ເທດ​ຝ​ຣັ່ງ ແບ​ລ​ຈ້ຽມ ໂປ​ແລນ ກາ​ນາ​ດາ ແລະ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກ່ຽວ​ກັບ​ການ​ກະ​ກຽມ​ສະ​ຫລອງບຸນສົ່ງ​ທ້າຍ​ປີ​ເກົ່າ 2022 ແລະ​ຕ້ອນ​ຮັບ​ປີ​ໃໝ່ 2023. ​ພ້ອ​ມ​ດຽວ​ກັນ​ນີ້ ພວກ​ຂ້າ​ພະ​ເຈົ້າ​ຜູ້​ຈັດ​ທຳ​ລາຍກ​ານ ວິ​ທະ​ຍຸ ວີ​ໂອ​ເອ ພາກ​ພາ​ສາ​ລາວ ຂໍ​ຖື​ໂອ​ກາດ​ນີ້ສະ​ແດງ​ຄວາມ​ຂອບ​ໃຈມາ​ຍັງ​ທ່ານຜູ້​ຕິດ​ຕາມຟັງ​ລາຍການ ວີ​ໂອ​ເອ ຂອງ​ພວກ​ເຮົາ. ຂໍ​ອວຍ​ພອນ​ໃຫ້ປີ​ໃໝ່ 2023 ນີ້​ເປັ​ນ​ປີ​ທີ່​ນຳ​ເອົາ​ຜົນ​ສຳ​ເລັດທຸກ​ສິ່ງ​ທຸກ​ປະ​ການ ແລະ​ປາດ​ສະ​ຈາກພະ​ຍາດ​ໂລ​ຄາ​ມ​າ​ສູ່​ທ່ານຜູ້​ຟັງ​ທຸກ​ທ່ານພ້ອ​ມ​ດ້ວຍ​ຄວຍ​ຄົວດ້ວຍ​ເຖີດ.

XS
SM
MD
LG