ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ້າວ​ອະ​ນຸ​ລິດ ຊາ​ຈາ ​ຄົນ​ໂປ​ແລນເຊື້ອ​ສາຍ​ລາວ ນັກ​ອາ​ສາ​ສະ​ໝັກ​ຊ່ວຍ​ເຫລືອ ອົບ​ພະ​ຍົບ​ຢູ​ເຄ​ຣ​ນ


ອົບ​ພະ​ຍົບ​ຢູ​ເຄ​ຣນ ກຳ​ລັງ​ຍືນ​ໃບ​ຄຳ​ຮ້ອງຂໍ​ລັດ​ປະ​ຈຳ​ໂຕຟ​ໂປ​ແລນ ທີສະ​ໜາມ​ກິ​ລາແຫ່ງ​ຊາດ​ໃນ​ນະ​ຄອນວໍ​ຊໍ ປ​ະ​ເທດ​ຟໂປ​ແລນ ມັນ​ທີ 19 ມີ​ນາ 2022
ອົບ​ພະ​ຍົບ​ຢູ​ເຄ​ຣນ ກຳ​ລັງ​ຍືນ​ໃບ​ຄຳ​ຮ້ອງຂໍ​ລັດ​ປະ​ຈຳ​ໂຕຟ​ໂປ​ແລນ ທີສະ​ໜາມ​ກິ​ລາແຫ່ງ​ຊາດ​ໃນ​ນະ​ຄອນວໍ​ຊໍ ປ​ະ​ເທດ​ຟໂປ​ແລນ ມັນ​ທີ 19 ມີ​ນາ 2022

ທ້າວ​ອະ​ນຸ​ລິດ ຊາ​ຈາ ແມ່ນອ​ະ​ດີດ​ນັກ​ສຶກ​ສ​າຈາກ ສ​ປ​ປ ລາວ ທີ່​ບໍ່​ກັບ​ບ້ານ ລາວ​ໄດ້​ສິນ​ໃຈ​ຕັ້ງ​ຖິ່ນ​ຖານ​ສ້າງ​ຄອບ​ຄົວ​ກັບ​ຄົນ​ໂປ​ແລນ ແລະ​ເຮັດ​ທຸ​ກິດ​ຮ້ານ​ອາ​ຫານ​ຢູ່ນອກ​ນະ​ຄອນ​ຫລວງວໍ​ຊໍ. ນັບ​ແຕ່​ເດືອນ​ກຸ​ມ​ພາ​ ປີ 2022 ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນປະ​ຊາ​ຊົນຂອງປະ​ເທ​ດ​ເພື່ອນ​ບ້ານ​ຢູ​ເຄ​ຣນ ໄດ້​ພາ​ກັນອົບ​ພະ​ຍົບອອກ​ຈາກ​ປະ​ເທດ​ 7 ​ລ້ານ 4 ແສນ​ຄົນ ໄປ​ລີ້​ໄພ​ຢູ່​ທົ່ວຢູ​ໂຣບ ໂດຍ​ສະ​ເພາະ​ປະ​ເທດ​ໂປ​ແລນ 1 ລ້ານ 4 ແສນ​ຄົນ ຍ້ອນ​ສົງ​ຄາມ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ.

ທ້າວ​ອະນຸ​ລິດ ແມ່ນນັກອ​າ​ສາ​ສະ​ໝັກ​ຄົນ​ນຶ່ງ ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫລືອ​ໂດຍທົ່ວ​ໄປແກ່​ຊາວ​ອົບ​ພະ​ຍົບ​ຢູ​ເຄ​ຣນຊຶ່ງ​ ອະ​ນຸ​ລິດ ໄດ້​ອະ​ທິ​ບາຍ​ເຖິງ​ສະ​ພາບ​ການ​ເປັນ​ຢູ່​ຂອງ​ອົບ​ພະ​ຍົບ​ຢູ​ເຄ​ຣນ ສຸ່​ຟັງດັ່ງ​ນີ້”

ລິງໂດຍກົງ

ທ້າວ​ອະ​ນຸ​ລິດ ແມ່ນ​ຜູ້​ລີ້​ໄພການ​ເມືອງ​ຄົນ​ນຶ່ງ ທີ່​ເຫັນ​ອົກ​ເຫັນ​ໃຈ​ເພື່ອ​ມະ​ນຸດ​ດ້ວຍ​ກັນ. ທ້າວ​ອະ​ນຸ​ສິດ ​ກ່າວ​ວ່າ ປະ​ເທດ​ຢູ​ເຄ​ຣນ ແລ​ະ​ປະ​ເທດ​ໂປ​ແລນ ເປັນ​ບ້ານ​ພີ່​ເມືອງ​ນ້ອງ ເຂົາ​ເຈົ້າ​ຮັກ​ແພງກັ​ນ ແລະ​ໄດ້​ໃຫ້​ການ​ຊ່ວຍ​ເຫລືອ​ຊຶ່ງ​ກັນ​ມ​າ​ຕະ​ຫລອດ. ​ດ້ວຍ​ເຫດ​ນີ້​ປະ​ເທດ​ໂປ​ແລນ ຈຶ່ງເປີດ​ອ້ອ​ມ​ແຂນ​ຮັບ​ເອົາ​ອົບ​ພະ​ຍົບ​ຈາກ​ຢູ​ເຄ​ຣນ ຫ​ລາຍ​ກ​ວ່າ​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ​ໃນ​ຢູ​ໂຣບ.

XS
SM
MD
LG