ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ອະ​ດີດ​ວຸດ​ທິ​ສະ​ມາ​ຊິກ​ໄທ: ນັກ​ທຸ​ລະ​ກິດ​ຈີນ ທີ່​ລົງ​ທຶນ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ ​ສາມ​ຫຼ່ຽມ​ຄຳ ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ


ທ່ານຈ້າວ ເຫວີ້ຍ ນັກທຸລະກິດຈີນ ເປັນຜູ້ທີ່ເປັນຫົວໜ້າ ທີ່ກ່ຽວຂ້ອງກັບອາດຊະຍາກຳຂ້າມຊາດ
ທ່ານຈ້າວ ເຫວີ້ຍ ນັກທຸລະກິດຈີນ ເປັນຜູ້ທີ່ເປັນຫົວໜ້າ ທີ່ກ່ຽວຂ້ອງກັບອາດຊະຍາກຳຂ້າມຊາດ

ອະ​ດີດ​ວຸດ​ທິ​ສະ​ມາ​ຊິກ​ໄທ ​ກ່າວ​ວ່າ ນັກ​ທຸ​ລະ​ກິດ​ຈີນ ທີ່​ລົງ​ທຶນ​ພັດ​ທະ​ນາ​ເ​ຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫລ່ຽມ​ຄຳ ຢູ່​ເມືອງ​ຕົ້ນ​ເຜິ້ງ ແຂວງ​ບໍ່​ແກ້ວ​ໃນ​ລາວ​ກໍ​ຄື​ຫົວ​ໜ້າ​ແ​ກັ່ງ ທີ່​ກ່ຽວ​ຂ້ອງ​ກັບ​ອາດ​ຊະ​ຍາ​ກຳ​ຂ້າມຊາດ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີລາຍ​ຈາກ​ບາງ​ກອກ.

​ທ່ານ​ຊູ​ວິດ ກະ​ມົນ​ວິ​ສິດ ນັກ​ທຸ​ລະ​ກິດ​ດ້ານ​ສະ​ຖານ​ບັນ​ເທີງ ແລະ​ອະ​ດີດ​ວຸດ​ທິ​ສະ​ມາ​ຊິກ​ໄທ ຖະ​ແຫລງວ່າ​ການ​ທີ່​ມີ​ກາ​ຊິ​ໂນ King Roman ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫລ່ຽມ​ຄຳ ​ທີ່ເມືອງ​ຕົ້ນ​ເຜີ້ງ ແຂວງ​ບໍ່​ແກ້ວ ໃນ​ລາວ​ນັ້ນ​ນອກ​ຈາກ​ຈະ​ເປັນ​ບ່ອນ​ທີ່​ຮອງ​ຮັບບັນ​ດາ​ນັກ​ຫລິ້ນ​ການ​ພະ​ນັນ​ຈາກ​ຈີນ ເປັນສ່ວນ​ໃຫຍ່​ແລ້ວ ກໍ​ຍັງ​ມີ​ບັນ​ດາ​ນັ​ກ​ພະ​ນັນ ​ທີ່​ເປັນ​ຊົນ​ຊາດ​ວ້າ ຈ​າກ​ເຂດ​ປົກ​ຄອງ​ຕົນ​ເອງ ທາງ​ພາກ​ເໜືອ​ຂອງ​ເຂດ​ລັດ​ສານ​ໃນ​ມຽນ​ມາ​ດ້ວຍ ທີ່​ພາ​ກັນ​ເດີນ​ທາງ​ມາ​ຫລິ້ນ​ການ​ພະ​ນັນ​ຢູ່​ທີ່​ບ່ອນ​ກາ​ຊິ​ໂນ King Roman ດັ່ງ​ກ່າ​ວ ແລະ​ກໍ​ເປັນ​ທີ່​ຮັບ​ຮູ້​ກັນ​ເປັນ​ການ​ພາຍ​ໃນ​ວ່າ ສິ່ງ​ທີ່​ນັກ​ພະ​ນັນ​ຊົນ​ຊາດ​ວ້າ​ໄດ້​ນຳ​ມາ​ແລກ​ປ່ຽນ​ເປັນ​ທຶນ​ສຳ​ລັບ​ຫລິ້ນ​ການ​ພະ​ນັນ​ກໍ​ຄື​ຢາ​ບ້າ ແລະ​ຢາ​ໄອ​ສ໌ ທີ່​ມີ​ການ​ຜະ​ລິດ​ຢ່າງ​ຫລວງ​ຫລາຍ ຢູ່​ໃນ​ເຂດ​ຍຶດ​ຄອງ​ຂອງກອງ​ກຳ​ລັງ​ວ້າໃນ​ມຽນ​ມາ ສະ​ນັ້ນ​ຈຶ່ງ​ເປັນ​ໄປ​ບໍ່​ໄດ້​ທີ່​ຜູ້​ລົງ​ທຶນ​ພັດ​ທະ​ນາ ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫລ່ຽມ​ຄຳ​ໃນ​ລາວ ກໍ​ຄື​ທ່ານ​ຈ້າວ ເຫວີ້ຍ ນັກ​ທຸ​ລະ​ກິດ​ຈີນ​ນັ້ນ​ຈະ​ບໍ່​ຮູ້​ເລື້ອງ​ດັ່ງ​ກ່າວນີ້ ຫາກ​ແຕ່​ຍັງ​ເປັນ​ຜູ້​ທີ່​ເປັນ​ຫົວ​ໜ້າ ທີ່​ກ່ຽວ​ຂ້ອງ​ກັ​ບອ​າດ​ຊະ​ຍາ​ກຳ​ຂ້າມ​ຊາດໂດຍກົງ​ດ້ວຍ​ ດັ່ງ​ທີ່​ທ່ານ​ຊູ​ວິດ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ​:

“ຄິງໂຣ​ມັນ ນີ້​ມີ​ຄົນ​ຈີນ​ຫລ​າຍ ແລ້ວ​ກໍ​ຄົນ​ວ້າ​ຫລ​າຍ ແຕ່​ຄົນ​ວ້າ​ນີ້​ໄປ​ຫລິ້ນ​ນີ້​ມັນ​ເລື້ອງ​ຢາ ທ່ານ​ຮູ້​ບໍ່? ​ຫລິ້ນ​ເສຍ​ນີ້​ເຂົາ​ຈ່າຍ​ເປັນ​ຢາ​ແທນ ກໍ​ເລີຍບອກວ່າ ນາຍ​ເຈົ້າ​ ເຫ​ວີ້ຍ ​ນີ້​ເປັນ​ຜູ້​ບໍ​ລິ​ຫານ​ສູງ​ສຸດ ທັງ​ໝົດ​ນີ້​ຄື​ ເປັນ​ອົງ​ກອນ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ ຊຶ່ງ​ອາ​ໄສຢາ​ເສບ​ຕິດ​ເອົາ​ມາ​ຂົນ​ຖ່າຍ​ໄວ້​ທີ່​ຄິງໂຣ​ມັນ ຮຽບ​ຮ້ອຍ​ແລ້ວ​ເຮືອ​ກໍ​ເຂົ້າ​ມາ​ທີ່​ຊຽງ​ແສນ ຊຶ່ງ​ລົງ​ຜົນລະໄມ້​ຈາກ​ຈີນ ເພາະ​ສະ​ນັ້ນ ເຈົ້າ ເຫວ່ຍ ​ໄດ້​ສອງ​ຕໍ່​ຢາ​ເສບ​ຕິດ​ກໍ​ລົງ​ທີ່​ຄິງໂຣ​ມັນ ສ່ວນ​ຜົນ​ລະ​ໄມ້​ກໍ​ລົງ​ທີ່​ໄທ ໄທ​ພໍ​ມາ​ກວດ ກໍ​ບໍ່​ມີ​ຢາ​ເສບ​ຕິດ​ ເພາະ​ຢາ​ເສຍ​ຕິດ ​ມັນ​ລົງ​ໄປ​ກ່ອນ​ແລ້ວ​ ທີ່​ບໍ່​ແກ້ວ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ຈ້າວ ເຫວ່ຍ ກໍ​ໄດ້​ຖະ​ແຫລງ​ຕອບ​ໂຕ້​ການ​ກ່າວ​ຫາ​ຂອງ ທ່ານ​ຊູ​ວິດ ໃນ​ຄັ້ງ​ນີ້​ວ່າ ​ບໍ່​ມີ​ມູນ​ຄວາມ​ຈິງ ເພາະ​ໂຕ​ທ່ານ​ເອງ​ ບໍ່​ເຄີຍ​ພົວ​ພັນ​ກັບ​ການ​ຄ້າ​ຢາ​ເສບ​ຕິດ ແຕ່​ໄດ້​ດຳ​ເນີນ​ທຸ​ລະ​ກິດ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫຼ່ຽມ ​ຄຳ ພາຍ​ໃຕ້​ລະ​ບຽບ​ກົດ​ໝາຍ​ໃນ​ລາວ​ຢ່າງ​ຄົບ​ຖ້ວນ ຈຶ່ງ​ບໍ​ມີ​ສ່ວນ​ກ່ຽວ​ຂ້ອງ ​ກັບ​ຂະ​ບວນ​ການ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ​ແຕ່​ຢ່າງ​ໃດ ດັ່ງ​ທີ່​ທ່ານຈ້າວ ເຫວີ້ຍ ໄດ້​ຢືນ​ຢັນ​ວ່າ:

​ເຮົາ​ບໍ່​ເຄີຍ​ຕິດ​ຕໍ່​ກັນ​ມາ​ກ່ອນ​ເລີຍ ຈຶ່ງ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ພົວ​ພັນ​ກັນ ທັງ​ຍັງ​ບໍ່​ໄດ້​ປາກ​ເວົ້າ​ຄົ​ນ​ລະພາ​ສາ​ອີກ​ດ້ວຍ ດັ່ງ​ນັ້ນຈຶ່ງ​ບໍ່​ມີ​ສີ່ງ​ທີ່​ຕ້ອງ​ກັງວົນ​ໃຈ ​ຕໍ່​ກ​ານ​ກ່າວ​ຫາ​ດັ່ງ​ກ່າວ ແຕ່​ເຮົາ​ກໍ​ຮູ້ກວ່າ​ພວກ​ເຂົາ​ເຈົ້າ​ນັ້ນ​ໜ້າ​ເບື່ອ​ຫລາຍ​ທີ່​ມາ​ກ່າວ​ຫາ​ເຮົາ​ແນວ​ນີ້.”

ສ່ວນ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ ໃນ​ແຂວງ​ບໍ່​ແກ້ວ​ຢືນ​ຢັນ​ວ່າ ບັນ​ຫາ​ອາດ​ຊະ​ຍາ​ກຳ ​ທັງ​ການ​ຄ້າ​ຢາ​ເສບ​ຕິດ ການ​ຄ້າ​ຂອງ​ເຖື່ອນໜີ​ພາ​ສີ ການ​ຄ້າ​ປະ​ເວ​ນີ ແລະ​ການ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍຢູ່​ໃນ​ເຂດ​ແຂວງ​ບໍ່​ແກ້ວ​ໄດ້​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ​ເພາະແມ່ນ​ໃນ​ເຂດ 39 ບ້ານ ​ທີ່ຕັ້ງ​ຢູ່​ຕໍ່​ເນື່ອງ​ກັ​ບ​ເຂດ​ເສດ​ຖະ​ກິດ​ພິ​ເສດ ສາມ​ຫລ່ຽມ​ຄຳ​ນັ້ນໄດ້​ເພີ້ມ​ຂຶ້ນ​ຫລາຍ​ທີ່​ສຸດ ໂດຍໃນ​ຊ່ວງຂອງ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວລາວ​-ຈີນ​ນັ້ນ ຕຳ​ຫລວດ​ລາວ​ໄດ້​ຈັບ​ກຸມ​ອາດຊະ​ຍາ​ກຳ​ຊ​າວຈີນ ທີ່​ໄດ້​ກະ​ທຳ​ຄວາມ​ຜິດ​ໃນ​ລ​າວ ແລະ​ໄດ້​ສົ່ງ​ໂຕ​ໄປ​ໃຫ້​ກັບ​ທາງ​ການຕຳ​ຫລວດ​ຈີນກວ່າ​ 1.500 ຄົນ ທີ່​ໄດ້​ສໍ້​ໂກງ​ຊາວ​ຈີນ​ດ້ວຍ​ກັນ ຜ່ານ​ລະ​ບົບ Internet ຈຳ​ນວນ 2,500 ກວ່າ​ກໍ​ລະ​ນີ ຄິດ​ເປັນ​ມູນ​ຄ່າ​ໃນ​ການ​ສໍ້​ໂກງ​ຫ​ລ​າຍ ກວ່າ 2,000 ລ້ານ ຢວນແລະຫ​ລ້າ​ສຸດ​ທາງ​ການ​ແຂວງ​ບໍ່​ແກ້ວ​ກໍ​ໄດ້​ສົ່ງ​ໂຕ​ຜູ້​ຕ້ອງ​ຫາ​ຊາວ​ຈີນ​ໃຫ້​ກັບ​ຕຳ​ຫລວດ​ຈີນ​ອີກ 127 ຄົນ ສ່ວນ​ສະ​ຫະ​ພັນ​ແມ່​ຍິງ​ລາວ ກໍ​ສາ​ມາດ​ຊ່ວຍ​ເຫລືອ​ແມ່​ຍິງ​ລາວ ທີ່​ຕົກ​ເປັນ​ເຫ​ຍື່ອ​ການ​ຄ້າ​ມະ​ນຸດ ​ໃນ​ຈີນ​ໄດ້​ເຖິງ 250 ກວ່າ​ຄົນ.

​ສ່ວ​ນທ່ານ​ສົມ​ສັກ ເທບ​ສຸ​ທິນ ລັດ​ຖະ​ມົນ​ຕີ ກະ​ຊວງ​ຍຸ​ຕິ​ທຳ​ຂອງໄທຖ​ະ​ແຫລງວ່າ​ການ​ລັກ​ລອບ​ຄ້າ​ຢາ​ເສບ​ຕິດ ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ທີ່​ເພີ້​ມ​ຂຶ້​ນຢ່າງ​ຕໍ່​ເນື່ອງ​ໂດຍ​ສະ​ເພາະແມ່ນ​ຢູ່​ໃນ​ເຂດ​ສາມ​ຫລ່ຽມ​ຄຳ ຊຶ່ງ​ເປັນ​ຊາຍ​ແດນ​ ໃນ​ແມ່​ນ້ຳ​ຂອງ​ລະ​ຫວ່າງມຽນ​ມາ ລາວ ໄທ ນັ້ນ ​ກໍຖື​ເປັນ​ເຂດ​ທີ່ມີ​ການ​ຜະ​ລິດຢາ​ເສບ​ຕິດ​ຫລາຍ​ທີ່​ສຸດ ຊຶ່ງ​ເຫັຍ​ໄດ້​ຈາກ​ການ​ປາງ​ປາມການ​ຄ້າ​ຢາ​ເສບ​ຕິດໄດ້​ເກີນ​ກວ່າ 100,000 ​ກໍ​ລະ​ນີ ແລະ​ຈັບ​ຜູ້​ຕ້ອງ​ຫາ​ສະ​ເພາະ​ໃນ​ໄທ ​ໄດ້​ຫລາຍກວ່າ 100,000 ຄົນ​ໃນ​ຮອບ​ນຶ່ງ​ປີ​ທີ່​ຜ່ານ​ມາ ທັງ​ປະ​ເມີນ​ວ່າ​ການ​ຜະ​ລິດ​ຢາ​ເສບ​ຕິດ ​ໃນ​ເຂດ​ສາມ​ຫລ່ຽມ​ຄຳ​ມີ​ມູນ​ຄ່າ​ເຖິງ 100,000 ​ລ້ານ​ໂດ​ລາສະ​ຫະ​ລັດ ຕໍ່ປີ ເພ​າະ​ວ່າ ​ມີ​ການ​ລັກ​ລອບ​ຂົນ​ສົ່ງ​ສານ​ເຄ​ມີ ໄປ​ໃຫ້​ໂຮງ​ງານຜະ​ລິດ​ຢາ​ເສບ​ຕິດຢ່າງ​ຫລວງ​ຫລາຍ​ກໍ​ຄື​ສານ​ໂຊ​ດຽມໄຊ​ຍານາຍ ໃຊ້​ເປັນ​ສ່ວນ​ຜະ​ສົມສຳ​ຄັນໃນ​ການ​ຜະ​ລິດ​ຢາ​ບ້າແລະ​ຢາ​ໄອ​ສ໌ນັ້ນ.

XS
SM
MD
LG