ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ຮ້ານ​ອາ​ຫານລາວ "ເຂົ້າ​ໜຽວ" ໃນ​ລັດ​ເທັກ​ຊັ​ສ


ນາງຄຣິສຕີ ຄຳຜຸຍມະນີພອນ ແມ່ຄົວໃຫຍ່ປະຈຳຮ້ານເຂົ້າໜຽວ ຢູ່​ລັດ​ເທັກ​ຊັ​ສ
ນາງຄຣິສຕີ ຄຳຜຸຍມະນີພອນ ແມ່ຄົວໃຫຍ່ປະຈຳຮ້ານເຂົ້າໜຽວ ຢູ່​ລັດ​ເທັກ​ຊັ​ສ

ປັດ​ຈຸ​ບັນ​ນີ້​ເຮົາ​ຈະ​ສັງ​ເກດ​ເຫັນການ​ເຮັດ​ທຸ​ລະ​ກິດຮ້ານ​ອາ​ຫານ​ລາວ​ເພີ້​ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ ຢູ່​ຕາມ​ຫົວເມືອງນ້ອຍ ແລະໃຫຍ່​ໃນສະ​ຫະ​ລັດ ຢ່າງ​ບໍ່​ມີຄວາມ​ເປັນຫ່ວງຢ້ານ​ກົວ​ວ່າ ພວກ​ລູກ​ຄ້າ​ຈະ​ບໍ່​ມາ​ຊື້​ກິນ ດັ່ງ​ທີ່ໄດ້ເຫັນ​ມາ​ເມື່ອ​ສອ​ງ​ສາ​ມ​ທົດ​ສະ​ວັດ​ກ່ອນ. ກາ​ນ​ໃສ່​ຊື່​ຮ້ານ​ອາ​ຫານ​ລາວ ຫລື​ສັນ​ຍາ​ລັກ​ຄ​ວາມ​ເປັນ​ລາວ​ນັ້ນ ໄດ້​ເປັນ​ທີ່​ໜ້າ​ພູ​ມ​ໃຈເຊັ່​ນ​ວ່າ​ຮ້ານ​ເຂົ້າ​ໜຽວ ຫລື “Sticky Rice” ຢູ່​ເມືອງຮິດ​ເຈີດສັນ ໃນ​ລັດ​ເທັກ​ຊັ​ສ. ນາງ​ຄ​ຣິ​ສ​ຕີ ຄຳ​ຜຸຍ​ມະ​ນີ​ພອນ ແມ່​ຄົວ​ໃຫຍ່​ປະ​ຈຳ​ຮ້​ານ​ເຂົ້າ​ໜຽວ ກ່າວ​ສູ່ ວີ​ໂອ​ເອ ຟັງ​ເຖິງຄ່າ​ແຮງ​ງານ ແລະ​ການບໍ​ລິ​ການ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

/

ຮ້ານ​ເຂົ້າ​ໜຽວແມ່ນ​ຮ້ານ​ອາ​ຫານ​ລາວ​ໄທ ແລະ ​ຄົນ​ລາວ​ເປັນ​ເຈົ້າ​ຂອງ. ​ຮ້ານ​ອາ​ຫານ​ນີ້​ບໍ່​ແມ່ນ​ສຳ​ລັບ​ນັ່ງ​ບໍ​ລິ​ການ ແຕ່​ເປັນ​ຮ້ານ​ອາ​ຫານ​ທີ່​ສັ່ງ​ແລ້ວນຳ​ເອົາ​ໄປ​ກິນຢູ່​ບ້ານ ແລະ​ແຫ່ງ​ອື່ນໆ. ເປີດ​ບໍ​ລິ​ການ​ເຈັດ​ມື້ ລາ​ຄາ​ອາ​ຫານ​ເລີ້ມ​ຈາກ​ເຈັດ​ໂດ​ລາ​ ຂຶ້ນ​ໄປ​ຮອດ​ສິບກວ່າ​ໂດ​ລາ. ​ອາ​ຫານ​ເປັນ​ທີ່​ນິ​ຍົມ​ແກ່​ພວກ​ລູກ​ຄ້າ​ໂດຍ​ທົ່ວ​ໄປ​ນັ້ນ ຄື ຕຳ​ໝາກ​ຮຸ່ງ ເຂົ້າ​ໜຽວ ແລະໃສ້​ອົ່ວລາວ​ເຫລົ່າ​ນີ້​ເປັນ​ຕົ້ນ.

ບັດ​ນີ້ ໄດ້​ເປັນ​ທີ່​ພິ​ສູດ​ໃຫ້​ເຫັນ​ໄດ້​ວ່າ ອາ​ຫານ​ລາວ ແມ່ນ​ຕົກ​ຢູ່​ໃນ​ລະດັບ​ສາ​ກົນ ແລະ​ໄດ້​ຖືກ​ຮັ​ບ​ຮູ້​ຍ້ອງ​ຍໍ​ຈາກບັນ​ດາ​ພໍ່​ຄົວ ແມ່​ຄົວສາ​ກົນທີ​ມີ​ຊື່​ສຽງ. ​ຮ້ານ​ອາ​ຫານ​ລາວຫລາຍ​ຮ້ານ ​ຢູ່​ໃນ​ໂຕ​ເມືອງ​ໃຫ​ຍ່ໆ ເຊັ່ນ​ວໍ​ຊິງ​ຕັນ ແລະ​ນິວຢອກ​ໄດ້​ສ້າງ​ຊື່​ ສຽງ ແລະ​ຮັບ​ຄ​ະ​ແນນ​ສູງ ໂດຍ​ສະ​ເພາະ​ເລື້ອງ​ລົດ​ຊາດເປັນ​ພິ​ເສດ.

XS
SM
MD
LG