ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຕຶກ​ເບັດ​ຫາ​ປາ ໃນ​ລະ​ດູ​ໜາ​ວ ຢູ່​ສະ​ຫະ​ລັດ


ຄວາມ​ມ່ວນ​ຊື່ນ​ກັບ​ການ​ຕຶກ​ເບັດ​ຫາ​ປາ​ລະ​ດູ​ໜາວ ​ຢູ່ໃນ​ສະ​ຫະ​ລັດ
ຄວາມ​ມ່ວນ​ຊື່ນ​ກັບ​ການ​ຕຶກ​ເບັດ​ຫາ​ປາ​ລະ​ດູ​ໜາວ ​ຢູ່ໃນ​ສະ​ຫະ​ລັດ

ຢູ່​ໃນ​ສະ​ຫະ​ລັດ ບັນ​ດາ​ຜູ້​ມັກ​ຕຶກ​ເບັດ​ຫາ​ປາ ສາ​ມາດ​ປະ​ຕິ​ບັດ​ໄດ້​ຕະ​ຫລອດ​ປີ ​ໃນ​ທຸກ​ລະ​ດູ​ການ ​ແລະ​ມີ​ປາ​ຢ່າງ​ຫລວງ​ຫລາຍ ແຕ່​ວ່າ​ຕ້ອງ​ມີ​ຂອບ​ເຂດ​ຈຳ​ກັດ​ໃນ​ການ​ຫາ​ປາຄື ມີ​ໃບ​ອະ​ນຸ​ຍາດແລະປະ​ຕິ​ບັດ​ຕາມ​ກົດ​ລະບຽບ. ​ຢູ່ຫລາຍ​ແຫ່ງ ໃນ​ແຕ່​ລະ​ເທື່ອ ​ມີ​ການຫ້​າມ​ບໍ່​ໃຫ້ເອົາ​ປາກາຍ 25 ໂຕ ຊຶ່ງ​ທ່ານ​ກັອກ ສັນ​ດາ​ຣາ ນັກ​ຫາ​ປາ ກ​ຣັບ​ປີ (Crappie) ​ໃນ​ລະ​ດູ​ໜາວ ​ຢູ່​ເມືອງວູດບ​ຣິ​ສ ພາກ​ເໜືອ​ຂອງ​ລັດ​ເວີ​ຈີ​ເນຍ​ອະ​ທິ​ບາຍ​ສູ່ ວີ​ໂອ​ເອ ຟັງ​ວ່າ

ການຕຶກ​ເບັດຫາ​ປາ​ແມ່ນ​ການ​ຜັກ​ຜ່ອນ​ຢ່ອນ​ອາ​ລົມ​ຢ່າງ​ນຶ່ງ ເຖິງ​ແມ່ນ​ບໍ່​ໄດ້​ປາ​ຫຼາຍ​ຕາມ​ກຳ​ນົດ ແຕ່​ກໍ​ເປັນ​ເວ​ລາ​ ທີ່​ເຂົາ​ເຈົ້າໃຊ້​ເວ​ລາກັບ​ຄວາມ​ງຽບ​ ເພື່ອ​ສຳ​ຫຼວດຕົນ​ເອງ​ຢູ່​ໃນ​ເຮືອ​ກາງ​ນ້ຳ​ຜູ້​ດຽວ ຫລືເປັນ​ການ​ຂ້າ​ເວ​ລາຊົ່ວ​ໄລ​ຍະ​ນຶ່ງ. ​ຊາວ​ອາ​ເມ​ຣິ​ກັນ​ພາ​ກັນ​ລົງ​ທຶນ ​ຊື້​ເຄື່ອງ​ມື​ຫາ​ປາ​ເຊັ່​ນວ່າ ​ເຮືອຈັກ ເຮືອ​ກາ​ຍັກ ​ທີ່​ພາຍ​ດ້ວຍ​ຕົນ​ເອງ​ ແບບ​ມິດໆ ຄັນ​ເບັດ ເຫ​ຍື່ອ ແລະ​ເຄື່ອງ​ນຸ່ງ​ຫົ່ມໂດຍ​ສະ​ເພາະ​ລະ​ດູ​ໜາວທີ່​ຈະ​ຕ້ອງ ນຸ່ງ​ເຄື່ອງໃຫ້​ອົບ​ອຸ່ນ​ທີ່​ສຸດ. ​ຊາວ​ລາວ​ມັກ​ນຳ​ເອົາ​ປາ​ມາ​ເຮັດ​ກ້ອຍ ​ລາບ ຈືນ ຫລື​ບໍ່​ດັ່ງ​ນັ້ນ​ກໍ​ພາ​ກັນເຮັດ​ສົ້ມ​ປາ.

ແຕ່ວ່າຄົນອາ​ເມ​ຣິ​ກັນ​ຜິວ​ຂາວ​ຫລາຍໆ​ຄົນ ມີ​ເຮືອ​ໃຫຍ່​ສ່ວນ​ໂຕ ມັກ​ພາ​ກັນຂີ່​ອອກ​ໄປ​ກາງ​ທະ​ເລ ເພື່ອ​ຕຶກ​ເບັດເອົາ​ປາ​ໃຫຍ່. ສ່ວນ​ຫລາຍ​ແລ້ວ​ເຂົາ​ເຈົ້າ​ບໍ່​ມັກ​ເອົາ​ມາ ຄົວ​ມາ​ກິນຄື​ດັ່ງ​ຊາວ​ເອ​ເຊຍ. ຫລັງ​ຈາກຕຶກ​ໄດ້​ແລ້ວ​ກໍ​ພາ​ກັນ​ດີ​ໃຈ ແລ້ວ​ປ່ອຍ​ປາ​ນັ້ນ​ໄປ. ​ຖ້າ​ຫາກວ່າ​ເຂົາ​ເຈົ້າ​ຢາກ​ກິນ​ປາ ເຂົາ​ເຈົ້າໄປ​ຊື້​ເອົາ​ຢູ່​ຕະ​ຫລາດ ​ຜະ​ແນກ​ ຂາຍປາ​ທີ່​ຄົວ​ໄວ້​ໃຫ້​ຢ່າງ​ສະ​ອາດ ໂດຍ​ທີ່ບໍ່​ຈຳ​ເປັນ​ຕ້ອງ​ມາ​ຄົວ ແລະ​ທຳ​ຄວາມ​ສະ​ອາດ. ນອກ​ຈາກ​ນັ້ນ​ອີກ​ແລ້ວກ​ານ​ປຸງ​ແຕ່ງ​ຂອງ​ເຂົາ​ເຈົ້າ​ກໍ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກັບ​ຊາວ​ເອ​ເຊຍ​ທີ່​ສຸດ.

XS
SM
MD
LG