ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາ​ວ​ສວນ​ມົ້ງ ​​​ໃນເຂ​ດ​ເ​ມ​ືອງເຊນ​ປີ​ເຕີ​ສ​ເບີກ ລັດ​ຟລໍ​ລິ​ດາ​


ທ່ານ​ມາ ແລະ​ພັນ​ລະ​ຍາ ນາງ​ປາ ຟົວ
ທ່ານ​ມາ ແລະ​ພັນ​ລະ​ຍາ ນາງ​ປາ ຟົວ

ເມືອງ​ເຊນ​ປີ​ເຕີ​ສະ​ເບີກ ລັດ​ຟ​ຣໍ​ລິ​ດາ ຕັ້ງ​ຢູ່​ປາກ​ອ່າວ​ແທມ​ປາ ມີ​ອາ​ກາດ​ອົບ​ອຸ່ນ​ໃນ​ຍາມ​ໜາວ ແຕ່​ວ່າ​ລະ​ດູ​ຮ້ອນມີ​ຄວາມຮ້ອ​ນ​ເອົ້​າ​ກາຍ​ຮ້ອຍ​ອົງ​ສາ​. ເພາະ​ສະ​ນັ້ນ ທຳ​ມະ​ຊາດ ແລະບັນ​ຍາ​ກາດ​ຢູ່​ໃນ​ເຂດນີ້​ແມ່ນຄື​ກັນ​ກັບ​ຢູ່​ເມືອງ​ລາວ ມີ​ຕົ້ນ​ໄມ້​ສູງ ໂດຍ ​ສະ​ເພາະ​ຕົ້ນ​ປາ​ລ​ມ໌ ​ທີ່​ເປັນ​ສັນ​ຍາ​ລັກ ແລະ​ຕົ້ນ​ໄມ້​ຊະ​ນິດ​ຕ່າງໆ ຊື່ງ​ເປັນ​ອ​າ​ກາດ​ທີ່ ເໝາະ​ສົມ​ສຳ​ລັບ​ຜູ້​ມັກ​ປູກ​ຝັງ.

ທ່ານ​ມາ ຢັງ​ ອາຍຸ 64 ປີ ແລະ​ພັນ​ລະ​ຍາ ນາງ​ປາຟົວ ​ຢູ່​ໃນຈຳ​ນວນຄອບ​ຄົວຊາວ​ມົ້ງຫລາຍສິບຄອບ​ຄົວ ທີ່​ໄດ້​ພາ​ກັນ​ມາ ຊື້​ດິນ​ປູກພືດ​ຜັກ​ຕ່າງໆ​ຂາຍຢູ່​ຕະ​ຫລາດ​ຊາວ​ສວນ ຫລື Famer’s Market ທຸກໆ​ວັນ​ເສົາ ແລະ​ອາທິດ ​ໃນເມືອງ​ເຊນ​ພິດ ​ຊຶ່ງ ທ່ານ​ມາ ​ກ່າ​ວສູ່ ວີ​ໂອ​ເອ ດັ່ງ​ນີ້:

ຕະ​ຫລາດ​ຊາວ​ສວນ​ແຫ່ງ​ນີ້ ​ສ່ວນ​ໃຫຍ່​ແມ່​ນພວກຊາວ​ເອ​ເຊຍ ເຊັ່ນ​ວ່າມົ້ງ ກຳ​ປູ​ເຈຍ ຫວ​ຽດ​ນາມ ແລະ​ສະ​ແປ​ນິ​ສ ​ທີ່ພາ​ກັນ​ນຳ​ເອົາເຄື່ອງ​ປູກ​ຂອງ​ຝັງເຂົາ​ເຈົ້າ​ມາ​ວາງ​ຂາຍ​ໃນ​ວັນ​ເສົາ ​ແລະວັນອາ​ທິດ ​ແຕ່ຕອນ​ເຊົ້າ​ຫາ​ທ່ຽງ​ວັນ. ​ບັນ​ດາ​ພຶດ​ຜັກ​ມີໝາກ​ໝາກກອກ ໝາມອນ​ໄຂ່ ດອກສົ້ມ​ພໍ​ດີ ໝາກ​ສີ​ດາ ໝາກ​ຂຽບ ​ໜໍ່​ໄມ້ ໝາກ​ຂາມ​ອ່ອນ ແລະນ້ຳ​ອ້ອຍ​ສົດ ເຫລົ່າ​ນີ້​ເປັນ​ຕົ້ນ ຊຶ່ງ​ເປັນ​ອາຫາການ​ກິນ ທີ່​ຫາ​ກິນ​ໄດ້​ຍາກ​ຢູ່​ທາງ​ພາກ​ເໜືອ​ຂອງ​ສະ​ຫະ​ລັດ ເພາະເປັນເຂດ​ທີ່​ອາ​ກາດ​ບໍ່​ເອື້ອ​ອຳ​ນວຍ.

XS
SM
MD
LG