ທ່ານແອນໂທນີ ບລິງເກັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ໃນວັນທີ 2 ທັນວາມື້ນີ້ ໄດ້ສົ່ງສານອວຍພອນ ວັນຊາດ ມາຍັງປະຊາຊົນ ສປປ ລາວ.
ສານອວຍພອນ ກ່າວວ່າ ໃນນາມປະຊາຊົນ ແລະລັດຖະບານສະຫະລັດອາເມຣິກາ ຂ້າພະເຈົ້າຂໍສະແດງຄວາມນັບຖືດ້ວຍຄວາມອົບອຸ່ນທີ່ສຸດ ມາຍັງປະຊາຊົນຊາວລາວ ເນື່ອງໃນໂອກາດວັນຄົບຮອບ 47 ປີ ໃນການສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສານອວຍພອນ ກ່າວຕື່ມວ່າ ສະຫະລັດມີຄວາມພາກພູມໃຈ ຕໍ່ການມີສາຍພົວພັນອັນເຂັ້ມແຂງ ລະຫວ່າງປະຊາຊົນ ກັບ ປະຊາຊົນ ແລະວຽກງານທີ່ພວມດຳເນີນຢູ່ ໃນການໃຫ້ຄວາມສະໜັບສະໜຸນຕໍ່ເປົ້າໝາຍການພັດທະນາ ໃນດ້ານສາທາລະນະສຸກ ການສຶກສາ ການກະສິກຳ ແລະການເຕີບໂຕຂອງເສດຖະກິດ. ປະຊາຄົມລາວອາເມຣິກັນ ທີ່ມີຊີວິດຊີວາ ຢູ່ໃນສະຫະລັດ ຍັງສືບຕໍ່ໃຫ້ການສະໜັບສະໜຸນ ຕໍ່ຄວາມພະຍາຍາມເຫຼົ່ານີ້.
ສານອວຍພອນກ່າວສະຫລຸບວ່າ ຂ້າພະເຈົ້າຫວັງວ່າ ຈະມີການຂະຫຍາຍການຮ່ວມມື ໃນການເປັນພາຄີແບບກວມລວມ ລະຫວ່າງສະຫະລັດ ແລະ ສປປ ລາວ ແລະລົງເລິກການຮ່ວມມື ເພື່ອເສີມສ້າງສັນຕິພາບທີ່ຍືນຍົງ ຄວາມອຸດົມຮັ່ງມີ ແລະຄວາມໝັ້ນຄົງ ຢູ່ໃນເຂດອິນໂດ-ປາຊີຟິກ.
Antony J. Blinken, Secretary of State
On behalf of the people and Government of the United States of America, I extend my warmest regards to the people of Laos on the occasion of the 47th anniversary of the founding of the Lao People’s Democratic Republic.
The United States is proud of our strong people-to-people ties with Laos and our ongoing work to support Laos’s development goals in public health, education, agriculture, and economic growth. The vibrant Lao-American community in the United States continues to contribute to these efforts.
I look forward to expanding cooperation under the U.S.-Lao PDR Comprehensive Partnership and deepening our collaboration to build a lasting peaceful, prosperous, and secure Indo-Pacific region.