ລັດຖະບານໄທຮຽກຮ້ອງປະເທດເພື່ອນບ້ານ ເພື່ອໃຫ້ການຮ່ວມມືໃນການປາບປາມບັນດາແກັ່ງອາດຊະຍາກຳຈີນທີ່ເຄື່ອນໄຫວຢູ່ເຂດລຸ່ມແມ່ນ້ຳຂອງ ໂດຍສະເພາະແມ່ນໃນລາວ ມຽນມາ ກຳປູເຈຍ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານໄຊວຸດ ທະນາຄະມານຸສອນ ລັດຖະມົນຕີກະຊວງດີຈີຕອນ ເພື່ອເສດຖະກິດແລະສັງຄົມ ຖະແຫລງວ່າ ບັນດາແກັ່ງອາດຊະຍາກຳຈີນທີ່ເຄື່ອນໄຫວຢູ່ໃນເຂດລຸ່ມແມ່ນ້ຳຂອງ ໄດ້ສ້າງຄວາມເສຍຫາຍທາງເສດຖະກິດຢ່າງຫລວງຫລາຍໃຫ້ກັບປະຊາຊົນໄທ ໃນປັດຈຸບັນ ໂດຍສະເພາະແມ່ນແກັ່ງອາດຊະຍາກອນຈີນ ທີ່ດຳເນີນທຸລະກິດດ້ວຍລະບົບ Internet ທັງບ່ອນ Casino Online ແລະການຫລອກລວງໃຫ້ລົງທຶນ ແລ້ວສໍ້ໂກງເອົາເງິນລົງທຶນໄປທັງໝົດ
ຫລືລະບົບ Call Center ນັ້ນ ກໍຄືແກັ່ງອາດຊະຍາກຳຈີນ ທີ່ມີການນຳໃຊ້ເທັກໂນໂລຈີ ດ້ານການສື່ສານທັນສະໄໝທີ່ສຸດ ຈຶ່ງເຮັດໃຫ້ເປັນການຍາກທີ່ຈະຕິດຕາມຈັບກຸມ ແຕ່ຖ້າຫາກວ່າໄດ້ມີການຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງປະເທດໃນລຸ່ມແມ່ນ້ຳຂອງດ້ວຍກັນກໍເຊື່ອໝັ້ນວ່າ ຈະສາມາດປາບປາມໄດ້ຢ່າງມີປະສິດທິພາບສູງຂຶ້ນ ຊຶ່ງລັດຖະບານໄທໄດ້ເລີ້ມຈັດຕັ້ງປະຕິບັດມາດຕະການຄວບຄຸມການຊົມໃຊ້ ເທັກໂນໂລຈີດ້ານການສື່ສານຢ່າງເຂັ້ມງວດແລ້ວໃນ
ປັດຈຸບັນ ໂດຍຈຳກັດຈຳນວນ SIM ໂທລະສັບມືຖືເພື່ອປ້ອງກັນບໍ່ໃຫ້ມີການຮັບຈ້າງເປີດບັນຊີທະນາຄານ ຫລືທີ່ເອີ້ນວ່າການເປີດບັນຊີມ້າ ໃຫ້ກັບແກັ່ງອາດຊະຍາກອນນັ້ນ ດັ່ງທີທ່ານໄຊວຸດ ໃດ້ໃຫ້ການຢືນຢັນວ່າ:
“ໃຫ້ຈຳກັດຈຳນວນ SIM ທີ່ໃຊ້ຕໍ່ຄົນດ້ວຍ ເພາະນອກຈາກເປີດບັນຊີມ້າ ແລ້ວມັນກໍຍັງມີຮັບຈ້າງເປີດມືຖືດ້ວຍເພາະມືຖືນີ້ ທີ່ໃຊ້ຫລອກລວງໃຫ້ເຮັດເພາະ Call Center ໂທມາຫລອກ ແຕ່ກໍໃຊ້ມືຖືນັ້ນ ຊຶ່ງຈະເປັນ SIM ເຕີມເງິນແລ້ວກໍຄົນມີເປັນ 100-SIM ເລີຍ ຊຶ່ງມື້ນີ້ເຮົາກໍຈຳກັດແລ້ວວ່າ ຈະບໍ່ໃຫ້ເກີນ 5-SIM.”
ທາງດ້ານທ່ານສຸວິດ ກຳມົນວິສິດ ນັກທຸລະກິດໄທໃນພາກບໍລິການ ແລະສະຖານບັນເທີງຄົບວົງຈອນໃຫ້ການຢືນຢັນວ່າ ບັນດາແກັ່ງອາດຊະຍາກຳຈີນ ໄດ້ພາກັນເຂົ້າມາລົງຫລັກປັກຖານຢູ່ໃນເຂດລຸ່ມແມ່ນ້ຳຂອງເພີ້ມຂຶ້ນຢ່າງຕໍ່ເນຶ່ອງ ນັບເປັນເວລາທີ່ຍາວນານກວ່າ 10 ແລ້ວ ໂດຍສະເພາະແມ່ນປະເທດທີ່ລັດຖະບານມີນະໂຍບາຍສົ່ງເສີມໃຫ້ຕັ້ງເຂດເສດຖະກິດພິເສດ ເພື່ອຮອງຮັບການລົງທຶນຈາກຕ່າງປະເທດຢ່າງກວ້າງຂວາງນັ້ນກໍຄື ເປົ້າໝາຍສຳຄັນຂອງກຸ່ມແກັ່ງ ອາດຊະຍາກອນຈີນ ໂດຍເຫັນໄດ້ຈາກການຕັ້ງບ່ອນ Casino ທັງ Online ແລະບໍ່ Online ຈຳນວນຫລາຍໃນກຳປູເຈຍ ມຽນມາ ແລະລາວນັ້ນ ຫາກແຕ່ວ່າເມື່ອມີການປາບປາມກໍເຮັດໃຫ້ບັນດາແກັ່ງອາດຊະຍາກຳຈີນ ພາກັນຫລົບໜີເຂົ້າມາໃນປະເທດໄທ.
ແຕ່ຢ່າງໃດກໍຕາມທາງການໄທກໍໄດ້ເພີ້ມມາດຕະການເຂັ້ມງວດໃນການກວດກາບັນດາຄົນຈີນທີ່ເດີນທາງເຂົ້າອອກປະເທດໄທນັບແຕ່ເດືອນພຶດສະພາ ປີ 2022 ເປັນຕົ້ນມາ ຊຶ່ງສາມາດຈັບກຸມຜູ້ຕ້ອງຫາທີ່ທາງການຕຳຫລວດຈີນໄດ້ອອກໝາຍຈັບ ໃນຖານະທີ່ເປັນອາດຊະຍາກອນອັນຕະລາຍ ໄດ້ພຽງແຕ່ລາຍດຽວເທົ່ານັ້ນ ຫາກແຕ່ກໍສາມາດຕິດຕາມຍຶດເອົາຊັບສິນທີ່ຜູ້ຕ້ອງຫາໄດ້ມາດ້ວຍການຟອກເງິນຜິດກົດໝາຍ ຄິດເປັນມູນຄ່າເກີນກວ່າ 2,500 ລ້ານບາດ ແລະຍັງຈະສືບຄົ້ນເພື່ອຍຶດຊັບສິນເພີ້ມຂຶ້ນອີກ ຮວມທັງຈະຂະຫຍາຍຜົນທີ່ໄດ້ຈາກການສືບສວນເພື່ອຕິດຕາມຈັບກຸມສະມາຊິກຄົນອື່ນໆຕໍ່ໄປ ແຕ່ກໍເຊື່ອວ່າສະມາຊິກສ່ວນໃຫຍ່ຂອງແກັ່ງຈີນໄດ້ຫລົບໜີໄປໃນປະເທດເພື່ອນບ້ານແລ້ວ ຊຶ່ງທາງການໄທກໍໄດ້ຂໍການຮ່ວມມືໄປແລ້ວດັ່ງທີ່ ພົນເອກຕໍ່ສັກ ສຸພິມົນ ຮອງຜູ້ບັນຊາການຕຳຫລວດແຫ່ງຊາດໄທ ຢືນຢັນວ່າ:
“ເຮົາກໍໄດ້ເປົ້າໝາຍຈັບໄປໃຫ້ເຂົາ ແລ້ວກໍໄດ້ຊີ້ພິກັດໃຫ້ເຂົາດ້ວຍວ່າໜ້າຈະຢູ່ບໍລິເວນນີ້ລະ ເຮົາກໍໄດ້ຄວາມຮ່ວມມື ແລະກໍໃນໄລຍະວັນໃກ້ນີ້ ເຮົາໜ້າຈະໄດ້ໂຕຜູ້ຕ້ອງຫາມາເພີ້ມ ຕອນ
ນີ້ຢູ່ໃນລະຫວ່າງການປະສານງານ ກໍນັບ 100 ໝາຍ ຊຶ່ງເຊື່ອວ່າຄົງຈະໄດ້ໂຕໃນໄວໆນີ້ລະ”
ສ່ວນອາດຊະຍາກຳທັງປັນຫາຢາເສບຕິດ ການຄ້າເຖື່ອນ ໜີພາສີ ການຄ້າປະເວນີ ແລະການເຂົ້າເມືອງຜິດກົດໝາຍຢູ່ເຂດ 39 ບ້ານ ທີ່ຕັ້ງຢູ່ຕໍ່ເນື່ອງກັບເຂດເສດຖະກິດພິເສດສາມຫລ່ຽມຄຳ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ກໍເພີ້ມຂຶ້ນເຊັ່ນດຽວກັນ ໂດຍໃນຊວງຂອງການສົ່ງເສີມການທ່ອງທ່ຽວລາວ-ຈີນນັ້ນທາງການລາວໄດ້ຈັບອາດຊະຍາກອນຊາວຈີນ ທີ່ກະທຳຄວາມຜິດໃນລາວ ແລະໄດ້ສົ່ງໂຕໄປໃຫ້ກັບທາງການຈີນຫລາຍກວ່າ 1,500 ຄົນ ທີ່ສໍ້ໂກງຊາວຈີນດ້ວຍກັນ ຜ່ານລະບົບ Internet ຈຳນວນ 2,500 ກວ່າກໍລະນີ ຄິດເປັນມູນຄ່າການສໍ້ໂກງເກີນກວ່າ 2,000 ລ້ານຢວນ ສ່ວນສະຫະພັນແມ່ຍິງລາວ ກໍໄດ້ໃຫ້ການຊ່ວຍເຫລືອຜູ້ຍິງລາວຈຳນວນ 356 ຄົນ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໃນຈີນ ໃນໄລຍະດຽວກັນ.