ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປູກ​ຝັງ ແລະ​ລ້ຽງ​ສັດ ​ກໍ​ເປັນ​ວຽ​ກ​ງານ​ເສີມ ສຳ​ລັບ​ຄົນ​ລາວອາ​ເມ​ຣິ​ກັນ ໃນ​ລັດ​ໄອ​ໂອ​ວາ


​ທ່ານ​ແອ ພິ​ລາ​ວັນ ທີ່​ເມືອງ​ມິ​ໂລ ລັດ​ໄອ​ໂອ​ວາ
​ທ່ານ​ແອ ພິ​ລາ​ວັນ ທີ່​ເມືອງ​ມິ​ໂລ ລັດ​ໄອ​ໂອ​ວາ

ທ່ານແອ ພິ​ລາ​ວັນ ​ພະ​ນັກ​ງານ​ທະ​ນາ​ຄານ ຊິ​ຕິ​ແບັ້ງ ​(Citi Bank) ​ສະ​ມາ​ຊິກ​ສັງ​ຄົ​ມ​ລາວ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ​ຢູ່​ໃນ​ເຂດເມືອງເດ​ມອຍ ເມືອງ​ເອກ​ຂອງ​ລັດ​ໄອ​ໂອ​ວາ ຕັ້ງ​ຢູ່​ພາ​ກທາງ​ພາກ​ກາງ​ຂອງ​ສະ​ຫະ​ລັດ ແລະ​ຢູ່​ຂົງ​ເຂດ​ນີ້​ມີ ປະ​ຊາ​ຄົມ​ລາວ​ອາ​ເມ​ຣິ​ກັນ​ຈຳ​ນວນ​ນຶ່ງ ທີ່​ໄດ້​ພາ​ກັນ​ເຂົ້າ​ມາ​ຕັ້ງຖິ່ນະ​ຖານ​ຕັ້ງ​ແຕ່​ຊຸມ​ປີ 1980 ຊຶ່ງລັດ​ໄອ​ໂອ​ວາ​ ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ ເປັນ​ບ່ອນ​ປູກ​ຝັ​ງແລະ​ລ້​ຽງ​ສັດຢູ່​ໃນ​ສະ​ຫະ​ລັດ. ທ່ານ​ແອ ກ່າວ​ກ່ຽວ​ກັບ​ການລ້ຽງ​ສັດ ແລະ​ປູກ​ຝັງ ​ສູ່ ວີ​ໂອ​ຟັງ​ວ່າ:

ເຖິງ​ແມ່ນ​ມີ​ໜ້າ​ທີ່​ວຽກ​ກ​ານຢູ່​ທະ​ນາ​ຄານ ແຕ່​ມັກ​ຢູ່​ເຂດ​ຊົນ​ນະ​ບົດເພື່ອ​ປູກ​ຜັກ​ຫອ​ມ ຜັກ​ບົ່ວ ຫົວ​ສີ​ໃຄ ໝາກ​ເຜັດ ແລະ​ອື່ນໆ. ​ນອກ​ນັ້ນ​ກໍ​ລ້ຽງ​ສັດ ເຊັ່ນ​ວ່າ ລ້ຽງ​ງົວ ແບ້ ເປັດ ໄກ່ ແລະ​ໄກ່ຕັອກ ​ເປັນ​ການ​ພັກ​ຜ່ອນ ແລະ​ຂາຍ​ໃຫ້ພວກ​ລູ​ກ​ຄ້າ ທີ່​ເປັນ​ຊາວອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ອິນ​ເດຍ ເນ​ປານ ແລະອາ​ຟ​ຣິ​ກາ ເຫລົ່າ​ນີ້​ເປັນ​ຕົ້ນ. ​ເຂົາ​ເຈົ້າ​ພາ​ກັນທີ່​ຊື້​ໄປ​ເປັນ​ອາ​ຫານ ແລະ​ທຳ​ພິ​ທີ​ທາງ​ສາດ​ສະ​ໜາ​ຂອ​ງ​ຊາວ​ມຸ​ສ​ລິມ.

ທ່າ​ນ​ແອ ກ່າວ​ວ່າ ທ່ານ​ມີ​ຝູງ​ງົວ​ເກືອບ​ຮ້ອຍ​ໂຕ ແບ້​ເກືອບ​ສາມ​ສິບ​ໂຕ ໄກ່​ ແລະ​ເປັດ​ຫລາຍ​ສິບ​ໂຕ. ລາ​ຄາ​ເປັດ ແລະ​ໄກ່​ໂຕ​ນຶ່ງ 25 ​ໂດ​ລາ ລາ​ຄາ​ແບ້​ໂຕ​ນຶ່ງ 250 ໂດ​ລາ​. ບັນ​ດາ​ສັດ​ລ້ຽງ​ເຫລົ່າ​ນີ້ ​ປ່ອຍ​ໃຫ້​ກິນຫຍ້າ​ຢູ່​ຕາມ​ເດີ່ນ ແລະທົ່ງ​ຫຍ້າກວ້າງ​ຫ້າ​ເຮັກ​ຕາ ມີ​ຮົ້ວ​ອ້ອມໂດຍ​ທີ່​ບໍ່​ໄດ້​ຮັກ​ສາ​ຍາກ​. ທ່ານ​ແອ ໄດ້​ຊື້​ດິນ​ຕອນ​ນີ້ ​ພ້ອ​ມ​ດ້ວຍເຮືອນ​ຮ້າງ​ໃນ​ລາ​ຄາ 60,000 ໂດ​ລາ ​ເມື່ອຫ້າ​ປີ​ກ່ອນ ຫລັງ​ຈາກ​ນັ້ນ​ ໄດ້​ທຳ​ການ​ສ້ອມ​ແປງ ​ໃ​ຫ້​ເປັນ​ບ່ອນ​ຢູ່​ອາ​ໄສ​ທີ່​ສະ​ຫງົບ​ງຽບ ຢູ່​ຄົນ​ດຽວ ແລະລ້ຽງ​ສັດອັນ​ເປັນ​ຄວາມ​ຝັນ​ຂອງ​ທ່ານ ຢູ່​ຫ່າງ​ຈາກ​ໂຕ​ເມືອງ​ເດມອຍ​ ​ປະ​ມານ 40 ກວ່າ ກິ​ໂລ​ແມັດ.

XS
SM
MD
LG