ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນາງ​ຄ​ຣິ​ສ​ຕີ ອິນ​ນຸ​ວົງ ທອນ​ຕັນ ​ອາ​ສາ​ສະ​ໝັກ​ຊ່ວຍ​ເຫລືອ​ອົບ​ພະ​ຍົບ ໃນ​ປະ​ເທດ​ໄທ


ນາງ​ຄ​ຣິ​ສ​ຕິ​ນາ ອິນ​ນຸ​ວົງ ທອນ​ຕັນ ກຳ​ລັງ​ສິດ​ສອນ ແລະ​ເສີບ​ອາ​ຫານ​ໃຫ້​ເດັກ​ນ້ອຍ ຢູ່​ໃນ​ປະ​ເທດ​ໄທ
ນາງ​ຄ​ຣິ​ສ​ຕິ​ນາ ອິນ​ນຸ​ວົງ ທອນ​ຕັນ ກຳ​ລັງ​ສິດ​ສອນ ແລະ​ເສີບ​ອາ​ຫານ​ໃຫ້​ເດັກ​ນ້ອຍ ຢູ່​ໃນ​ປະ​ເທດ​ໄທ

ນາງ​ຄ​ຣິ​ສ​ຕີ ອິ​ນ​ນຸ​ວົງ ທອນ​ເຕີນ ອາຍຸ 37 ປີ ຄົນອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວເກີດ ​ຢູ່​ນະ​ຄອນ​ຊິ​ອາ​ເຕີນ ລັດ​ວໍ​ຊິງ​ຕັນ ທາງ​ພາກຕາ​ເວັນ​ຕົກ​ສຽງເໜືອສຸດ​ຂອງ​ສະ​ຫະ​ລັດ​. ນອກ​ຈາກ​ມີ​ໜ້າ​ທີ່ ເຮັດ​ວຽກ​ການ​ເຕັມ​ເວ​ລາ​ແລ້ວ ຄ​ຣິ​ສ​ຕີ ຍັງ​ເປັນ​ອາ​ສາ​ສະ​ໝັກ​ຜູ້​ບໍ​ລິ​ຫານ​ອົງ​ການ ທີ່ບໍ່​ຫາ​ຜົນ​ກຳ​ໄລ​ນ້ອຍໆ ​ຊື່​ວ່າ Courageous Kitchen ຫລື “​ເຮືອນ​ຄົວກ້າ​ຫານ” ເພື່ອຊ່ວຍ​ເຫ​ລືອ​ອາ​ຫານ​ການ​ກິນ ແລະບ່ອນທີ່​ມີ​ອາ​ສາ​ສະ​ໝັກ​ຊ່ວຍສອນ​ຄົວ​ກິນຢູ່ທີ່​ບາງກອກ ປະ​ເທດ​ໄທ ຊຶ່ງ​ຢູ່​ທີ່ນັ້ນມີ​ຊາວ​ອົບ​ພະ​ຍົ​ບ​ຈາກ​ທົ່ວ​ໂລກເຂົ້າ​ໄປ​ຂໍ​ລີ້​ໄພ​ ​ຊຶ່ງ​ຄ​ຣິ​ສ​ຕີໄດ້​ກ່າວ​ເຖິ​ງ​ສາ​ເຫດແລະ​ຈິດ​ໃຈ​ຂອງ​ການ​ເປັນອາ​ສາ​ສະ​ໝັກ ກ່າວ​ສູ່ ວີ​ໂອ​ເອ ຟັງ​ດັ່ງນີ້:

“ເພາະ​ວ່າ​ຄອບ​ຄົວ​ຂ້າ​ນ້ອຍ​ເອງ​ເຄີຍ​ເປັນ​ອົບ​ພະ​ຍົບ ໜີ​ອອກ​ຈາກ​ປະ​ເທດ​ລາວ​ຄື​ດັ່ງ​ຫ​ລາຍໆ​ຄອ​ບ​ຄົວ ໃນ​ຊຸມ​ປີ 1980 ເຂົາ​ເຈົ້າ​ໄດ້​ຮັບ​ຄວ​າມ​ທຸກ​ທໍ​ລະ​ມານແລະ​ຜູ້ຄົນ​ທີ່​ມາ​ຈາກ​ໂບດ ​ໄດ້​ຊ່ວຍ​ເຫລືອພໍ່​ແມ່​ຂອງ​ຂ້າ​ນ້ອຍ. ​ເພາະ​ສະ​ນັ້ນ ຂ້າ​ນ້ອຍ​ໄດ້​ເຕີບ​ໃຫຍ່​ເຫັນ​ການ​ຊ່ວຍ​ເຫລືອ​ແກ່​ຄົນ ແລະຢາກ​ຮັບ​ໃຊ້​ຄົນ. ຂ້າ​ນ້ອຍ​ເຊື່ອ​ວ່າ​ນັ້ນ​ແມ່ນ​ການ​ປະ​ຕິ​ບັດງານ ​ທີ່​ພວກ​ເຮົາຕ້ອງ​ໄດ້​ເຮັດ​ຢູ່​ໃນ​ໂລກ. ​ການ​ເຕີບ​ໃຫຍ່​ຢູ່​ໃນ​ບັນ​ຍາ​ກາດ​ຂອງ​ໂບດ ໄດ້​ມີ​ອິດ​ທິ​ພົນ ແລະ​ເຫັນ​ຄົນຢູ່​ອ້ອມ​ແອ້ມ​ຂ້ານ້ອຍ​ເຊັ່ນພໍ່​ຕູ້​ແມ່​ຕູ້ ພໍ່​ແລະ​ແມ່​ ໄດ້ໃຫ້​ການ​ຊ່ວຍ​ ​ອົບ​ພະ​ຍົບ​ລາວ​ດ້ວຍ​ກັນ.”

ນາງ​ຄ​ຣິສ​ຕີ ແລະ​ໝູ່​ເພື່ອນ​ພາ​ກັນຫາ​ທຶນໂດຍ​ການ​ຂາຍ​ເຄື່ອງກິນ​ຜ່ານທາງ Air B&B ແລ​ະ​ໄດ້ຮັບຈາກ​ຜູ້​ບໍ​ລິ​ຈາກ​ປີ​ນຶ່ງ​ປະ​ມານ 50,000 ໂດ​ລາ ແລ້ວ​ກໍ​ສົ່ງໄປປະ​ກອບ​ສ່ວນ ເພື່ອ​ໃຫ້​ການຊ່ວຍເຫຼືອພວກ​ອົບ​ພະ​ຍົບ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ ທີ່ອາໄສ​ຢູ່ໃນປະ​ເທດ​ໄທ.

XS
SM
MD
LG