ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ​ໄບ​ເດັນ​ ຈະ​ພົບ​ປະ​ກັບ​ຜູ້​ນຳ​ຂອງ​ອີ​ຈິບ ກຳ​ປູ​ເຈຍ ແລະ​ອິນ​ໂດ​ເນ​ເຊຍ


ແຟ້ມ - ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຄົນ​ນຶ່ງ ຍ່າງ​ຜ່ານ​ປ້າຍ​ ສະ​ມາ​ຄົມ​ອາ​ຊຽນ ຢູ່​ຂ້າງນອກ​ຕຶກ​ສຳ​ນັກ​ງານ​ໃຫຍ່​ ທີ່​ນະ​ຄອນ​ຫຼວງ​ຈາ​ກາ​ຕ້າ ເມື່ອ​ວັນ​ທີ 27 ຕຸ​ລາ 2022.
ແຟ້ມ - ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຄົນ​ນຶ່ງ ຍ່າງ​ຜ່ານ​ປ້າຍ​ ສະ​ມາ​ຄົມ​ອາ​ຊຽນ ຢູ່​ຂ້າງນອກ​ຕຶກ​ສຳ​ນັກ​ງານ​ໃຫຍ່​ ທີ່​ນະ​ຄອນ​ຫຼວງ​ຈາ​ກາ​ຕ້າ ເມື່ອ​ວັນ​ທີ 27 ຕຸ​ລາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຈະ​ພົບ​ປະ​ກັບ​ພວກ​ຜູ້​ນຳ​ຂອງ​ອີ​ຈິບ ກຳ​ປູ​ເຈຍ ແລະ​ອິນ​ໂດ​ເນ​ເຊຍ ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ທີ່​ຮວມ​ທັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ລະ​ຫວ່າງ​ປະ​ເທດ​ດ້ານ​ດິນ​ຟ້າ​ອາ​ກາດ ກອງ​ປະ​ຊຸ​ມ​ສຸດຍອດ​ຂອງ​ສະ​ມາ​ຄົມ​ອາ​ຊຽນ ແລະ​ກອງ​ປະ​ຊຸມ ແລະ​ກອງ​ປະ​ຊຸມ​ກຸ່ມ​ຈີ 20 ຫຼື​ 20 ປະ​ເທດ​ທີ່​ຈະ​ເລີນ​ທາງ​ດ້ານ​ອຸດ​ສາ​ຫະ​ກຳ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ວານນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ທັນ​ສາ​ມາດ​ໃຫ້​ການ​ຢືນ​ຢັນ​ໄດ້​ວ່າ ທ່ານ​ໄບ​ເດັນ​ຈະ​ພົບ​ປະ​ຕ່າງ​ຫາກ​ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ຫຼື​ບໍ່ ຜູ້​ຊຶ່ງ​ຄາດ​ວ່າ​ຈະ​ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ແລະ​ວາ​ລະ​ການ​ປະ​ຊຸມ​ຂອງ​ພວກ​ທ່ານ​ຈະ​ຮວມ​ມີ​ຫຍັງ​ແດ່. ລັດ​ຖ​ະ​ບານ​ຂອງ​ປະ​ເທດ​ທັງ​ສອງ​ໄດ້​ດຳ​ເນີນ​ງານ​ເພື່ອ​ທຳ​ການ​ກະ​ກຽມ​ໃນ​ອັນ​ທີ່​ອາດ​ຈະ​ເປັນ ການ​ພົບ​ປະ​ແບບ​ເຊິ່ງ​ໜ້າ​ລະ​ຫວ່າງ​ພວກ​ຜູ້​ນຳ​ທັງ​ສອງ​ເທື່ອ​ທຳ​ອິດ ນັບ​ແຕ່​ທ່ານ​ໄບ​ເດັນ ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງ​ເມື່ອ​ເດືອນ​ມັງ​ກອນ​ປີ 2021.

ທ່ານ​ໄບ​ເດັນ​ຈະ​ເລີ້ມ​ການ​ເດີນ​ທາງ​ຂອງ​ທ່ານ ​ດ້ວຍ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ COP27 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່ປະ​ເທດ​ອີ​ຈິບ ໃນ​ມື້​ວັນ​ສຸກ ບ່ອນ​ທີ່​ທ່ານ​ຈະ​ໄດ້​ເຈ​ລະ​ຈ​າ​ຫາ​ລື ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ຫະ​ລັດ ທີ່​ຈະ​ຫຼຸດ​ການ​ປ່ອຍ​ແກັ​ສ​ເຮືອນ​ແກ້ວ ​ພ້ອມ​ທັງ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຈິບ ທ່ານ​ອັບ​ແດ​ລ-ຟັດ​ຕາ ແອ​ລ-ຊີ​ສ​ຊີ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່.

ຫຼັງ​ຈາກນັ້ນ ທ່ານ​ກໍ​ຈະ​ເດີນ​ທາງ​ໄປ​ກຳ​ປູ​ເຈຍ ແຕ່​ວັນ​ເສົາ​ຫາ​ວັນ​ອາ​ທິດ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ປະ​ຈຳ​ປີ​ຂອງ​ສະ​ມ​າ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫຼື​ອາ​ຊຽນ. ນອກນັ້ນ ທ່ານ​ຍັງ​ຈະ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເອ​ເຊຍ​ຕາ​ເວັນ​ອອກ ບ່ອນ​ທີ່​ທ່ານ​ຈະ​ເພັ່ງ​ເລັງ​ໃສ່​ເຂດ​ອິນ​ໂດ​ປາ​ຊີ​ຟິກ ແລະ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຄວາມ​ໝັ້ນ​ໝາຍ​ຂອງ​ສະ​ຫະ​ລັດ ກ່ຽວ​ກັບ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ​ຂອງ​ລະ​ຫວ່າງ​ປະ​ເທດຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່.

ແຕ່​ວັນ​ອາ​ທິດ​ຫາ​ວັນ​ທີ 16 ພະ​ຈິກ, ທ່ານ​ໄບ​ເດັນ​ຈະ​ເດີນ​ທາງ​ໄປ​ອິນ​ໂດ​ເນ​ເຊຍ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຂອງ​ພວກ​ຜູ້​ນຳ​ກຸ່ມ​ 20 ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່ໆ​ຂອງ​ໂລກ. ​ທີ່​ນັ້ນ ທ່ານ​ຈະ​ກ່າວ​ປ້ອງ​ກັນ “ແບບ​ບໍ່​ຮູ້​ສຶກ​ເສຍ​ໃຈ” ກ່ຽວ​ກັບ​ເລື້ອງ​ຢູ​ເຄ​ຣນ ແລະ​ລະ​ບຸ​ຊື່​ຂອງ​ຣັດ​ເຊຍ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ດັ່ງ​ກ່າວ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG