ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ມືີ້​ນີ້ ຊາວ​ອາ​ເມ​ຣິ​ກັນ ກຳ​ລັງ​ພາ​ກັນ​ປ່ອນ​ບັດ​ເລືອກ​ຕັ້ງ​ກາງ​ສະ​ໄໝ ​ຢູ່​ທົ່ວ​ປະ​ເທ​ດ


ບັນ​ດາ​ຜູ້​​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ກາງ​ສະ​ໄໝ ກຳ​ລັງລ່ຽນ​ແຖວປ່ອນ​ບັດ ຢູ່​ເມືອງ Brooklyn borough ໃນ​ລັດ​ນິວຢອກ ວັນ​ທີ 6 ເດືອນ​ພະ​ຈິກ 2018
ບັນ​ດາ​ຜູ້​​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ກາງ​ສະ​ໄໝ ກຳ​ລັງລ່ຽນ​ແຖວປ່ອນ​ບັດ ຢູ່​ເມືອງ Brooklyn borough ໃນ​ລັດ​ນິວຢອກ ວັນ​ທີ 6 ເດືອນ​ພະ​ຈິກ 2018

ນີ້ວັນ​ອັງ​ຄານ ວັນ​ທີ 8 ພະ​ຈິກ ຊາວ​ອາ​ເມ​ຣິ​ກັນ​ກຳ​ລັງພາ​ກັນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກາງ​ສະ​ໄໝຢູ່​ທົ່ວສະ​ຫະ​ລັດ ພາຍ​ໃຕ້ຄວາມຫຍຸ້ງ​ຍາກດ້ານ​ເສດ​ຖະ​ກິດ ແລະບັນ​ຫາ​ເງິນ​ເຟິ້ ​ທີ່​ເປັນສອງຫົວ​ເລື້ອງໃຫຍ່ສຳ​ຄັນ​ສຸດ ທີ່ບັນ​ດາ​ຜູ້​ສະ​ໝັກສັງ​ກັດ​ພັກເດ​ໂມ​ແຄ​ຣັດ ແລະ​ຣີ​ພັບ​ບ​ລິກ​ກັນ ຕ້ອງ​ໄດ້ພາ​ກັນ​ແກ້​ໄຂ.

ຍາ​ນາງ​ມະ​ນີ​ວັນ ປະ​ທຸມ​ພອນ ອາ​ຍຸ 72 ປີ ຄົນ​ອ​າ​ເມ​ຣິ​ກັນ​ເຊື້​ອ​ສາຍ​ລາວ ຢູ່​ລັດ​ເດ​ລາ​ແວ ທີ່​ເປັນບ້ານ​ພັກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ ໄບ​ເດນ. ​ຍາ​ນາງ​ມະ​ນີ​ວັນ​ໄດ້ປະ​ກາດ​ຕົນ​ເອງມາ​ຕະ​ຫລອດວ່​າ ເປັນ​ຜູ້​ປ່ອນ​ບັດ​ອິດ​ສະ​ຫລະ ແລະ​ມັກ​ຕັດ​ສິນ​ໃຈ​ນາ​ທີ​ສຸດ​ທ້າຍວ່າ​ຈະ​ປ່ອນ​ບັດ​ເອົາ​ຜູ້​ສະ​ໝັກ​ຄົນ​ໃດ. ວີ​ໂອ​ເອ ໄດ້​ຖາມ​ວ່າ ​ຫລັງ​ຈາກການ​ເລືອກ​ຕັ້ງ​ກາງ​ສະ​ໄໝແລ້ວ ​ຍາ​ນາງ​ຈະ​ປ່ອນ​ບັດ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຜູ້​ໃດ ຊຶ່ງ​ຍາ​ນາງ​ໄດ້​ໃຫ້ຄວາມຄິດ​ເຫັນດັ່ງ​ນີ້:

ບ່ອນ​ໂຄ​ສະ​ນາ​ຫາ​ສຽງທີ່​ຝົດ​ເດືອດ​ກໍ​ຄື ລັດ​ເພັນ​ຊິ​ລ​ເ​ວ​ເນຍ ​ລັດ​ເກີດ​ຂອງ​ປະ​ທາ​ນາ​ທິບໍ​ດີ​ໂຈ ໄບ​ເດັນ ທີ່​ມີຜູ້​ສະ​ໝັກ​ແຂ່ງ​ຂັນ​ເອົາ​ບ່ອນ​ນັ່ງສະ​ມາ​ຊິກ​ສະ​ພາ​ສູງ ​ລະ​ຫວ່າງ​ທ່ານ ​ຈ​ອນ ແຟ​ດ​ເຕີ​ແມນ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ແລະ​ ດຣ. ເມ​ເມດ ອັອດສ໌ ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ. ​ໃນການ​ໂຄ​ສະ​ໜາ​ຫາ​ສຽງມີ ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ ໄບ​ເດັນ ແລະ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ ໄດ້​ມາຊ່ວຍໂຄ​ສະ​ນາ​ຫາ​ສຽງ​ໃຫ້​ແກ່​ຜູ້​ສະ​ໝັກ​ພັກ​ເດ​ໂມ​ແຄ​ຣັດ. ​ກ່​ອນ​ທ່ຽງ​ຄືນ​ມື້​ນີ້ ສະ​ຫະ​ລັດ​ຈະ​ຮູ້​ວ່າ ພັກ​ໃດ​ຈະ​ຄວບ​ຄຸມ​ສະ​ພາ​ຕ່ຳ ແລະ​ສະ​ພາ​ສູງ ເພື່ອ​ພິ​ສູດ​ເຖິງ​ປະ​ຊາ​ທິ​ປະ​ໄຕ ກ່ອນ​ການເລີ້ມ​ໂຄ​ສະ​ນາ​ຫາ​ສຽງເລືອກ​ຕັ້ງເອົາ​ປະ​ທາ​ນາ​ທິບໍ​ດີ​ສະ​ຫະ​ລັດ ປີ 2024 ໃນບໍ່​ຊ້ານີ້.

XS
SM
MD
LG