ລັດຖະບານລາວ ຕ້ອງດຳເນີນການປະຕິຮູບວິສາຫະກິດ 178 ແຫ່ງ ຢ່າງຮີບດ່ວນ ເພາະກຳລັງປະເຊີນກັບສະພາວະການຂາດທຶນຢ່າງໜັກໜ່ວງ ແລະສ້າງໜີ້ສາທາລະນະ ໃຫ້ກັບລັດຖະບານຢ່າງຫລວງຫລາຍ.
ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຖະແຫລງວ່າ ລັດຖະບານລາວມີວິສາຫະກິດທັງໝົດ 178 ຫົວໜ່ວຍ ມີຊັບສິນລວມກັນ 184,765 ຕື້ກີບ ເທົ່າກັບ 96 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ ຫລື (GDP) ແຕ່ກໍມີໜີ້ສິນລວມກັນເຖິງ 147,451 ຕື້ກີບ ເທົ່າກັບ 76 ເປີເຊັນ ຂອງ GDP ທັງຍັງປະເຊີນກັບສະພາວະຂາດທຶນຢ່າງຫລວງຫລາຍ ທີ່ເກີດຈາກການບໍລິຫານ ທີ່ມີປະສິດທິພາບຕ່ຳ ຍ້ອນວ່າມີການຫລິ້ນພັກຫລິ້ນພວກ ແລະສະແຫວງຫາຜົນປະໂຫຍດສ່ວນໂຕເປັນດ້ານຫລັກ ຈຶ່ງເຮັດໃຫ້ຈະຕ້ອງດຳເນີນການປະຕິຮູບຢ່າງຮີບດ່ວນທີ່ສຸດ ດ້ວຍການເປີດໃຫ້ເອກກະຊົນເຂົ້າມາຮ່ວມລົງທຶນເພີ້ມຂຶ້ນ ດັ່ງທີ່ທ່ານພັນຄຳ ໃຫ້ການຢືນຢັນວ່າ:
“ໄລຍະທີ່ຜ່ານມາ ລັດຖະບານໄດ້ລົງທຶນຈຳນວນຫລາຍ ໃຫ້ບັນດາລັດວິສາຫະກິດ ແນ່ໃສ່ໃຫ້
ເປັນເຈົ້າພາທາງໃຫ້ແກ່ການພັດທະນາເສດຖະກິດ ຂອງປະເທດ ແລະສ້າງຖານລາຍຮັບທີ່ສຳ
ຄັນໃຫ້ແກ່ລັດຖະບານ ແຕ່ໃນໂຕຈິງບັນດາລັດວິສາຫະກິດເກືອບທັງໝົດ ດຳເນີນທຸລະກິດ ມີ
ປະສິດທິຜົນຕ່ຳ ແລະຈຳນວນໜຶ່ງສ້າງໜີ້ສິນມະຫາສານ ແລະຕົກເປັນພາລະຂອງລັດຖະບານ
ດັ່ງນັ້ນ ການປັບປຸງລັດວິສາຫະກິດຕາມທິດປະຕິຮູບ ຈຶ່ງມິຄວາມສຳຄັນ ແລະເລັ່ງດ່ວນ.”
ສ່ວນເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດລາວ ເປີດເຜີຍວ່າເງິນກູ້ຢືມໃນລະບົບສິນເຊື່ອທະນາຄານໃນລາວ
ໃນປັດຈຸບັນ ມີມູນຄ່າລວມເຖິງ 95,000 ຕື້ກີບ ໃນນີ້ເປັນສິນເຊື່ອໃນການຄຸ້ມຄອງຂອງທະນາຄານແຫ່ງຊາດ
48,45 ເປີເຊັນ ທະນາຄານຮ່ວມທຶນລັດ ເອກກະຊົນ 10.15 ເປີເຊັນ ແລະ 41.4 ເປີເຊັນ ເປັນສິນເຊື່ອຂອງທະນາຄານເອກກະຊົນ ແຕ່ດ້ວຍການລະບາດພະຍາດໄວຣັສໂຄວິດ-19 ນັບຈາກປີ 2020 ກໍໄດ້ເຮັດໃຫ້ໜ່ວຍທຸລະກິດ
ບໍ່ສາມາດຊຳລະໜີ້ໃຫ້ທະນາຄານໄດ້ເລີຍ ຊຶ່ງເຮັດໃຫ້ມີໜີ້ເສຍ ຫລື (NPL) ໃນລະບົບທະນາຄານເພີ້ມຂຶ້ນເກີນ
ກວ່າ 7 ເປີເຊັນ ທັງມີໜີ້ທີ່ມີຄວາມສ່ຽງສູງທີ່ຈະເກັບຄືນບໍ່ໄດ້ອີກ 17.48 ເປີເຊັນ ຂອງມູນຄ່າສິນເຊື່ອທັງໝົດ
ໂດຍສະເພາະແມ່ນໜີ້ໃນລະບົບທະນາຄານຂອງລັດຖະບານນັ້ນ ຍັງຖືເປັນພາກສ່ວນທີ່ມີ NPL ຫລາຍທີ່ສຸດ
ດັ່ງທີ່ທ່ານອະລຸນໄຊ ສູນນະລາດ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ:
“ຜ່ານການປັບປຸງດ້ວຍລະບຽບການ ຂັ້ນຕອນ ແລະວິທີການຢ່າງລະອຽດທີ່ຖ້ວນ ເຫັນວ່າສະພາບຖານະຂອງທະ
ນາຄານດັ່ງກ່າວ ໃນເບຶ້ອງຕົ້ນກ່ອນມີການປັບປຸງໄດ້ມີໜີ້ສິນ ຫລືວ່າ NPL ຈຳນວນຫລວງຫລາຍ ອັນນີ້ກະແມ່ນ
ຍ້ອນການຂາດສະພາບຄອງ ກໍຄືການບໍລິຫານຂອງທະນາຄານໃນເມື່ອກ່ອນ ສະນັ້ນທາງລັດຖະບານພວກເຮົາ
ຈຶ່ງໄດ້ມີຄາວາມຕັດສິນໃຈສູງໃນການປັບປຸງທະນາຄານ ດ້ວຍຮູບແບບ ເຄື່ອງມືຂອງທະນາຄານ ແລະເຄື່ອງມື
ທາງດ້ານເສດຖະກິດຫລາຍອັນ.”
ທັງນີ້ ບັນດາວິສາຫະກິດລັດຖະບານລາວມີໜີ້ຈາກການກູ້ໃນລະບົບສິນເຊື່ອ ຂອງທະນາຄານໃນລາວ ຄິດເປັນ
ມູນຄ່າລວມເກີນກວ່າ 55,670 ຕື້ກີບ ໃນນີ້ໄດ້ຕົກເປັນ NPL ໄປແລ້ວເກີນກວ່າ3,897 ຕື້ກີບ ແລະອີກເກີນກວ່າ
9,731 ຕື້ກີບ ກໍຖືກຈັດໃຫ້ເປັນເງິນສິນເຊື່ອ ທີ່ມີຄວາມສ່ຽງສູງ ທີ່ຈະບໍ່ສາມາດຈັດເກັບຄືນມາໄດ້ ເພາະຜົນກະທົບ
ຈາກການລະບາດພະຍາດໄວຣັສໂຄວິດ-19 ເຮັດໃຫ້ລັດວິສາຫະກິດ ສ່ວນຫລາຍບໍ່ມີລາຍໄດ້ ຫລືວ່າມີລາຍໄດ້ບໍ່
ພຽງພໍສຳລັບການຊຳລະໜີ້ເງິນກູ້ດັ່ງກ່າວ ຊຶ່ງກໍເຊັ່ນດຽວກັນກັບ ຫົວໜ່ວຍທຸລະກິດເອກກະຊົນກວ່າ 130,000
ລາຍທີ່ບໍ່ສາມາດຊຳລະໜີ້ໃຫ້ທະນາຄານໃນລາວໃນເວລານີ້.
ໃນປັດຈຸບັນລັດຖະບານລາວມີວິສາຫະກິດ ໃນການຄຸ້ມຄອງຈຳນວນທັງໝົດ 178 ຫົວໜ່ວຍ ມີທຶນຈົດທະບຽນ
ລວມກັນເຖິງກວ່າ 225,495 ຕື້ກີບ ແຕ່ມີພຽງ 34 ລັດວິສາຫະກິດເທົ່ານັ້ນທີ່ມີຜົນການດຳເນີນງານທຸລະກິດ
ໃນລະດັບທີ່ດີ ແລະລະດັບປານກາງ ສ່ວນທີ່ເຫລືອອີກ 144 ຫົວໜ່ວຍນັ້ນກໍຄືລັດວິສາຫະກິດທີ່ຂາດທຶນ ແລະ
ສ້າງພາລະໜີ້ສິນມະຫາສານໃຫ້ກັບລັດຖະບານລາວ ໂດຍສະເພາະລັດວິສາຫະກິດຂະໜາດໃຫຍ່ 9 ຫົວໜ່ວຍ
ກໍຄື ລັດວິສາຫະກິດການບິນລາວ ລັດວິສາຫະກິດໄຟຟ້າລາວ ລັດວິສາຫະກິດລ້ານຊ້າງພັດທະນາ ລັດວິສາຫະກິດການຄ້າສາກົນລາວບໍລິການ ບໍລິສັດ DAFIທີ່ຢູ່ໃນການຄຸ້ມຄອງຂອງກອງທັບປະຊາຊົນລາວ ລັດວິສາຫະກິດວິ
ສະວະກໍານ້ຳ ແລະສິ່ງແວດລ້ອມ ທະນາຄານພັດທະນາລາວ ແລະທະນາຄານສົ່ງເສີມກະສິກຳ ທັງນີ້ໂດຍພາກ
ສ່ວນທີ່ວ່າເຊີນກັບການຂາດທຶນ ແລະສ້າງກະລະໜີິ້ສິນໃຫ້ແກ່ລັດຖະບານລາວຫລາຍທີ່ສຸດກໍຄື ລັດວິສາຫະກິດ
ໄຟຟ້າລາວ (EDL) ທີ່ມີໜີ້ສິນຈາກການກູ້ຢືມ ທາງຈາກພາຍໃນ ແລະຕ່າງປະເທດຫລາຍກວ່າ 2,500 ລ້ານໂດລາ
ສະຫະລັດ ໃນປັດຈຸບັນ.