ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫໍ​ກຽດ​ຕິ​ຍົດ ນັກ​ກິ​ລາ​ລາວ​ອາ​ເມ​ຣິ​ກັນ ຫຼື Lao American Sports Hall of Fame


ທ່ານ​ໂກ້ ຈັນ​ທະ​ດວງ​ສີ ນັກ​ຫລິ້ນ​ກ້​າມ ຄູ​ສອນ​ຍົກ​ນ້ຳ​ໜັກ ແລະ​ຜູ້​ກໍ່​ຕັ້ງ "Lao American Sports Hall of Fame" ຫລື​ຫໍ​ກຽດ​ຕິ​ຍົດ ນັກ​ກິ​ລາ​ລາວ​ອາ​ເມ​ຣິ​ກັນ
ທ່ານ​ໂກ້ ຈັນ​ທະ​ດວງ​ສີ ນັກ​ຫລິ້ນ​ກ້​າມ ຄູ​ສອນ​ຍົກ​ນ້ຳ​ໜັກ ແລະ​ຜູ້​ກໍ່​ຕັ້ງ "Lao American Sports Hall of Fame" ຫລື​ຫໍ​ກຽດ​ຕິ​ຍົດ ນັກ​ກິ​ລາ​ລາວ​ອາ​ເມ​ຣິ​ກັນ

ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວຂອງວີ​ໂອ​ເອ ​ປະ​ຈຳແລງ​ວັນ​ພະ​ຫັດມື້​ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ຮູ້​ຈັກກັບທ່ານໂກ້ ຈັນ​ທະ​ດວງ​ສີ ແລະ​ທ່ານ​ຈອນ ແມັ​ສ​ຊິ​ນາ ຜູ້​ກໍ່​ຕັ້ງສະ​ມາ​ຄົມ Lao American Sports Hall of Fame” ​ຫຼື ​ຫໍ​ກຽດ​ຕິ​ຍົດ​ນັກ​ກິ​ລາ​ລາວ​ອາ​ເມ​ຣິ​ກັນ. ສະ​ມາ​ຄົມນີ້​ເປັນອົງ​ການອາ​ສາ​ສະ​ໝັກ ຕັ້ງ​ຂຶ້ນ​ມາໄດ້​ນຶ່ງ​ປີ​ແລ້ວເພື່ອພິ​ສູດ ແລະ​ໃຫ້​ກຽດ​ແກ່​ບັນ​ດາ​ນັກ​ກິ​ລາລາວ​ອາ​ເມ​ຣິ​ກັ​ນ ​ຢູ່​ໃນ​ລະ​ດັບລັດ ແລະລະ​ດັບຊາດ. ກິ່ງ​ສະ​ຫວັນຈະ​ນຳ​ເອົາ​ການ​ສຳ​ພາດ ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

​ນາງ​ແຈັ​ສ​ຊີ ອາ​ນຸ​ສິນ ນັກ​ຫລິ້ນ​ກິ​ລາ​ບາ​ສ​ເກັດ​ບອນ
​ນາງ​ແຈັ​ສ​ຊີ ອາ​ນຸ​ສິນ ນັກ​ຫລິ້ນ​ກິ​ລາ​ບາ​ສ​ເກັດ​ບອນ

“Lao American Sports Hall of Fame” ຫລື ຫໍ​ກຽດ​ຕິ​ຍົດ ນັກ​ກິ​ລາ​ລາວ​ອາ​ເມ​ຣິ​ກັນ ຕັ້ງ​ຂຶ້ນ​ມາໄດ້​ນຶ່ງ​ປີ​ແລ້ວ ຢູ່​ເມືອງ​ແອ​ລ​ຈິນ ລັດ​ອິ​ລ​ລິອນອຍ ຢູ່​ພາກ​ກາງ​ຂອງ​ສະ​ຫະ​ລັດ. ຈຸດ​ປະ​ສົງ​ກໍເພື່ອ​ພິ​ສູດ ແລະ​ໃຫ້​ກຽດ​ແກ່ນັກຫລິ້ນ​ກິ​ລາອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ຢູ່​ໃນ​ການ​ແຂ່ງ​ຂັນ​ລະ​ດັບ​ລັດ ແລະ​ລະ​ດັບ​ຊາດ​ ໃນ​ຫລາຍໆ​ຂະ​ແໜງ​ເຊັ່ນ​ວ່າ ຫລິ້ນ​ກ້າມ ເຕະ​ບານ ຟຸດບອນ​ອາ​ເມ​ຣິ​ກັ​ນ ບາ​ສ​ເກັດ​ບອນ ຕີ​ກັອ​ຟ ຕີ​ມວຍ ແລ່ນ​ສະ​ເກດບອດ ແລ່ນ​ສະ​ເກດ​ນ້ຳ​ກ້ອນ ແລະ​ນັກ​ຂີ່​ມ້າ​ຮ້າຍ ເຫລົ່າ​ນີ້​ເປັນ​ຕົ້ນ. ​ບັນ​ດາ​ນັກ​ກິ​ລາອາ​ເມ​ຣິ​ກັນເຊື້​ອສາຍ​ລາວເຫລົ່າ​ນີ້​ໄດ້​ມາ​ເຕີບ​ໃຫຍ່ ແລະ​ເກີດ​ຢູ່​ໃນ​ສະ​ຫະ​ລັດ. ​ເຂົາ​ເຈົ້າມີ​ໜ້າ​ທີ່​ວຽກ​ເຮັດ​ງານ​ທຳ ​ແລະ​ເປັນນັກ​ກິ​ລາມັກຫລິ້ນ ເປັນຊີ​ວິດ​ຈິດ​ໃ​ຈ​ທີ່ໄດ້​ເຂົ້າ​ແຂ່ງ​ຂັນ​ຢູ່​ໃນລະ​ດັບລັດ.​ເຂົາ​ເຈົ້າ​ພາ​ກັນ​ສ້າງ​ຊື່​ສຽງ ແລະກຽດ​ຕິ​ຍົດບໍ່​ພໍ​ພຽງ​ໃຫ້​ແກ່​ຕົນ​ເອງ ແຕ່​ໃຫ້​ປະ​ຊາ​ຄົມໂດຍທົ່ວ​ໄປ​ໄດ້ຮູ້ ເຖິງ​ທີ່​ມາ​ຂອງ​ເຂົາ​ເຈົ້າ ແລະ​ເປັນພົນ​ລະ​ເມືອງ​ດີ​ຂອງ​ຊາດ.

ທ່ານ​ໂກ້ ຈັນ​ທະ​ດວງ​ສີ ນັກ​ຍົກ​ນ້ຳ​ໜັກ​ ແລະ​ຄູ​ສອນ​ຍົກ​ນ້ຳ​ໜັກ​ຢູ່​ເມືອງ​ແອ​ລ​ຈີນ ລັດ​ອິ​ລ​ລິ​ນອຍ ແມ່ນ​ຜູ້ນຶ່ງ​ລິ​ເລີ້ມຕັ້ງ​ສະ​ມາ​ຄົມ “Lao American Sports Hall of Fame” ​ຊຶ່ງ​ທ່ານ​ໂກ້ ​ໄດ້​ອະ​ທິ​ບາຍ​ເຖິງ​ຈຸດ​ປະ​ສົງ ​ສູ່ວີ​ໂອ​ເອ ຟັງ​ດັ່ງ​ນີ້:

​ສຳ​ລັບ​ຫລາຍໆ​ຄົນ ການ​ຫລິ້ນ​ກິ​ລາບໍ່​ແມ່ນ​ການອອ​ກຳ​ລັງ​ກາຍ​ແບບ​ທຳ​ມະ​ດາ ​ສາ​ມັນ ແຕ່​ໄດ້​ກາຍ​ມາຢູ່​ໃນລະ​ດັ​ບສະ​ໝັກ​ຫລິ້ນທີ່​ເອົາ​ຈິງ​ເອົາ​ຈັງ ຈົນ​ຮອດ​ຂັ້ນ​ອາ​ຊີບ ​ຫລື​ວ່າ​ໂປ​ຣ (pro.) ປັດ​ຈຸ​ບັນ​ນີ້​ເຮົາ​ຈະ​ສັງ​ເກດ​ຫັນ​ແມ່​ຍິງພາ​ກັນ​ຫລິ້ນ​ກ້າມ ໂດຍ​ສະ​ເພາະ​ມີ​ແມ່​ຍິງ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ທີ່​ກຳ​ລັງ​ນິ​ຍົມ​ຫລິ້ນ​ເພື່ອ​ເຂົ້າ​ແຂ່ງ​ຂັນ ດັ່ງ​ທີ່​ທ່ານ​ໂກ້ ກ່າວ​ເຖິງ​ຕອນ​ນີ້​ວ່າ:

ທ່ານ​ຈອນ ແມັ​ສ​ຊີນາ ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສ​າຍ​ອີ​ຕາ​ລີ ເກີດ​ຢູ່​ນະ​ຄອນ​ແຊນ ​ແຟ​ຣນ​ຊິ​ສ​ໂກ ລັດ​ຄາ​ລິ​ຟໍ​ເນຍ. ທ່ານ​ຈອນ ແມ່ນ​ຜູ້​ນຶ່ງ​ທີ່ຮ່ວມກໍ່​ຕັ້ງສະ​ມາ​ຄົມ “Lao American Sports Hall of Fame” ທ່ານຈອນ ​ໄດ້ແຕ່ງ​ງານ​ກັບ​ຄົນ​ລາວຍາ​ນາງ​ລີ ໄຊ​ມະ​ຍາ​ວົງ ​ມີ​ລູກ​ດ້ວຍ​ກັ​ນສາມ​ຄົນ ທີ່​ພາ​ກັນ​ຫລິ້ນ​ກິ​ລາ​ໝົດ​ທຸກ​ຄົນ​. ລູກ​ສາວ​ກົກ​ທ່ານ​
ຈອນ ​ແລະ​ຍານງ​ລີ ແມ່ນນາງແອ​ນ​ເຈີລິ​ນາ ແມັ​ສ​ຊິ​ນາ ​ນັກ ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພິ​ສ​ເບີກ ​ລັດ​ເພນ​ຊີ​ລ​ເວ​ເນຍ ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ ນາງ​ມັກ​ລອຍ​ນ້ຳມາ​ແຕ່​ນ້ອຍ ປັດ​ຈຸ​ບັນອາ​ຍຸ 18 ປີ ກຳ​ລັງ​ສ້າງ​ສະຖິ​ຕິ​ຄວາມ​ໄວ​ເພື່ອ​ຕຽມ​ເຂົ້າ​ແຂ່ງ​ຂັນ​ໂອ​ລິມ​ປິກ​ໃນ​ອະ​ນາ​ຄົດ​ ຊຶ່ງ​ທ່ານ​ຈອນ ໄດ້​ກ່າວເຖິງ​ການ​ສະ​ໜັບ​ສະ​ໜູນ ແລະ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ພວກ​ລູກໆ​ສູ່ ວີ​ໂອ​ເອ ​ຟັງ​ດັ່ງ​ນີ້:

ຄອບ​ຄົວ​ທ່ານ​ຈອນ ແລະ​ຍາ​ນາງ​ລີ ແມັ​ສ​ຊິ​ນາ
ຄອບ​ຄົວ​ທ່ານ​ຈອນ ແລະ​ຍາ​ນາງ​ລີ ແມັ​ສ​ຊິ​ນາ

“ຂ້າ​ພະ​ເຈົ້າ ແລະ​ພັນ​ລ​ະ​ຍາ ໄດ້​ພາລູກ​ພົວ​ພັນ​ກັບ​ການ​ຫລິ້ນ​ກິ​ລາ​ມາ​ແຕ່​ນ້ອຍ ລູກ​ສາວ​ກົກ​ ນາງ​ແອນ​ເຈີ​ລິ​ນາ ແມັ​ສ​ຊິ​ນາ ເລີ້ມ​ລອຍ​ນ້ຳ​ມາ​ແຕ່​ນ້ອຍ ແລະ​ໄດ້​ສ້າງ​ຄວາມ​ກ້າວ​ໜ້າ​ຂຶ້ນ​ມາ​ເປັນ​ລຳ​ດັບ​ຈົນ​ຮອດລະ​ດັບເຂົ້າແຂ່ງ​ຂັນທົດ​ລອງ​ໂອ​ລິມ​ປິກ ​ເປັນເທື່ອ​ທຳ​ອິດ​ເວ​ລາ​ລາ​ວ​ມີ​ອາ​ຍຸ 15 ປີ. ລາວ​ຍັງ​ຈະ​ຕ້ອງພະ​ຍາ​ຍາມອີກ​ຫລາຍ​ປີ. ​ປັດ​ຈຸ​ບັນ​ນີ້​ແອນ​ເຈີ​ລີ​ນາ ກຳ​ລັງ​ເຝິກ​ຊ້ອມ​ຢູ່ມະ​ຫ​າ​ວິ​ທະ​ຍາ​ໄລພິ​ສ​ເບີກ. ໃນ​ນາມເປັນ​ພໍ່​ແມ່ ພວກ​ເຮົາ​ໄດ້ສະ​ໜັບ​ສະ​ໜູນ​ຢ່າງ​ເຕັມ​ທີ່ ເວ​ລາ​ນາງ​ຮຽນ​ຢູ່​ມັດ​ມະ​ຍົມ ພວກ​ເຮົາ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຂັບ​ລົດ​ພາໄປ​ສົ່ງ​ບ່ອນ​ເຝິກ​ຊ້ອມ ບາງ​ຄັ້ງ​ຕ້ອງ​ໄດ້​ຂີ່​ເຮືອ​ບິນ​ໄປແຂ່ງ​ຂັນ​ຢູ່ໃນຫລາຍໆ​ລັດ. ທັງ​ໝົດ​ນີ້​ແມ່ນ​ການ​ລົງ​ທຶນ​ເວ​ລາ ພ້ອ​ມ​ທັງເງິນ​ຄຳ ຈາກ​ການ​ແຂ່ງ​ຂັນລະ​ດັບທ້ອງ​ຖິ່ນ ລະ​ດັບ​ລັດ ລະ​ດັບ​ປະ​ເທດ ແລະ​ລະ​ດັບ​ສາ​ກົນ.”

ນາງ​ແອນ​ເຈີ​ລິ​ນາ ແມັ​ສ​ຊິ​ນາ ອາ​ຍຸ 18 ປີ ນັກ​ສຶກ​ສາ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ພິ​ສ​ເບີກ ປີ​ທຳ​ອິດ ກຳ​ລັງຮຽນ​ຝ່າຍ​ຊີ​ວະ​ວິ​ທະ​ຍາ ແລະ​ສື່​ສານ ໃນ​ຂະ​ນ​ດຽວ​ກັນ​ກໍ​ກຳ​ລັງ​ເຝິກ​ຊ້ອມ​ລອຍ​ນ້ຳ​ຢ່າງ​ໜັກ​ຢູ່ທີ່ມະ​ຫາ​ວິ​ທະ​ຍາ​ໄລ. ​ນາງ​ແອນ​ເຈີ​ລິ​ນາ ໄດ້​ຖືກ​ທາບ​ທາ​ມ​ໃຫ້​ເປັນ​ນັກ​ກິ​ລ​າ​ລອຍ​ນ້ຳຕ​າ​ງ​ໜ້າ ລັດ​ຖະ​ບານ ສ​ປ​ປ ລາວ ຢູ່​ການ​ແຂ່ງ​ຂັນ​ກິ​ລາ​ 2023 SEA Games ທີ່​ກຳ​ປູ​ເຈຍ. ​ນາງ​ແອນ​ເຈີ​ລິ​ນາ ​ໄດ້ກ່າວເຖິ​ງ​ການ​ເຝິກ​ຊ້ອມ​ສູ່ ວີ​ໂອ​ເອ ຟັງດັ່ງ​ນີ້:

ນາງ​ແອນ​ເຈິ​ລິ​ນາ ແມັ​ສ​ຊິ​ນາ ນັກ​ສຶກ​ສາ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພິ​ສ​ເບີກ ກຳ​ລັງ​ເຝິກ​ຊ້ອມ​ລອຍ​ນ້ຳ
ນາງ​ແອນ​ເຈິ​ລິ​ນາ ແມັ​ສ​ຊິ​ນາ ນັກ​ສຶກ​ສາ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພິ​ສ​ເບີກ ກຳ​ລັງ​ເຝິກ​ຊ້ອມ​ລອຍ​ນ້ຳ

“ສະ​ບາຍ​ດີ ຂະ​ນ້ອຍ​ຊື່​ແອນ​ເຈີ​ລິ​ນາ ແມັ​ສ​ຊີ​ນາ ເປັນ​ນັກ​ກິ​ລາ​ລອຍ​ນ້ຳ​ຢູ່ມະ​ຫາ​ວິ​ທະ​ຍາ​ໄລ​ພິ​ສ​ເບີກ. ຂະ​ນ້ອຍ​ເລີ້ມ​ລອຍ​ນ້ຳ​ແຕ່​ອາ​ຍຸ 16 ເດືອນ ສຳ​ລັບ​ພວກ​ແອ​ນ້ອຍ ​ແລະ​ແຕ່​ນັ້ນ​ມາ​ກໍ​ບໍ່​ໄດ້​ຫລົດ​ລະ. ແມ່​ຂະ​ນ້ອຍ​ບໍ່​ເຄີຍຮຽນລອຍ​ນ້ຳ ເພາະ​ສະ​ນັ້ນ​ແມ່​ຢາກ​ໃຫ້​ພວກ​ລູກໆ​ລອຍ​ນ້ຳ​ເປັນ​ເພື່ອ​ໃຫ້​ຮູ້​ຈັກຊ່ວຍຕົນ​ເອງ. ປັດ​ຈຸ​ບັນ​ຂະ​ນ້ອຍ​ລອຍ​ນ້ຳ​ຫົກ​ມື້​ຕໍ່​ອາ​ທິດ ມື້​ນຶ່ງ​ສອງ​ສາມ​ຊົ່ວ​ໂມງ ຍົກ​ນ້ຳ​ໜັກ ແລ່ນ ອາ​ໂຣ​ບິກ ແລະ​ຕີ​ມວຍ ອັ​ນເປັນ​ພາກ​ສ່ວນເຝິກ​ຫັດ​ ຮວມ​ທັງ​ໝົດ​ແລ້ວ 20 ຊົ່ວ​ໂມງ. ​ນັ້ນ​ແມ່ນ​ເຫດ​ຜົນ​ນຶ່ງ​ທີ່​ຂະ​ນ້ອຍ​ເລືອກ​ເອົາການ​ມາ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພິ​ສ​ເບີກ. ເພາະ​ເຂົາ​ເຈົ້າ​ມີ​ລາຍ​ການ​ຮຽນ​ກິ​ລາ​ລອຍ​ນ້ຳ ຢູ່​ໃນ​ການ​ຮຽນ​ທົ່ວ​ໄປ. ຂະ​ນ້ອຍ​ມີ​ຄວາມ​ຫວັງ​ທີ່​ຈະ​ເອົາ​ປະ​ລິນ​ຍາ​ຝ່າຍ​ຊີ​ວະ​ວິ​ທະ​ຍາ ແລະ​ສື່​ສານ.”

ທ້າວ​ດໍ​ສັນ ສີ​ຫາ​ວົງ ນັກ​ຫລິ້ນ​ມວຍ​ປ້ຳ
ທ້າວ​ດໍ​ສັນ ສີ​ຫາ​ວົງ ນັກ​ຫລິ້ນ​ມວຍ​ປ້ຳ

​ພວກ​ເຍົາ​ວະ​ຊົນ​ອາ​ເມ​ຣິ​ກັນ ພາ​ກັນ​ຫລິ້ນ​ກິ​ລາຈາກ​ໂຮງ​ຮຽນ​ປະ​ຖົມ ​ຂຶ້ນ​ໄປ​ຈົນ​ຮອດຂັ້ນມະ​ຫາ​ວິ​ທະ​ຍາ​ໄລ. ​ຫລາຍໆ​ມະ​ຫາ​ວິ​ທະ​ຍາ​ໄລ ​ມີ​ໂຄງ​ການ​ຫລິ້ນ​ກິ​ລາ​ພິ​ເສດເພື່ອ​ດຶງ​ດູດເອົານັກສຶກ​ສາ. ​ນັກ​ສຶກ​ສາ​ທີ່ມີ​ພອນ​ສະຫວັນ ສາ​ມາດໄດ້​ຮັບ​ທຶນ​ການ​ຮຽນ ເພື່ອສ້າງຊື່​ສຽງ​ໃຫ້​ແກ່​ມະ​ຫາ​ວິ​ທະ​ຍາ​ໄລ ທີ່​ຈະເຂົ້າ​ແຂ່ງ​ຂັນ​ກັບ​ທີມກິ​ລາຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ອື່ນໆ. ​ໂດຍ​ສະ​ເພາະ ນັກກິ​ລາ​ອາ​ເມ​ຣິ​ກັນ​ຟຸດບອນ ແມ່ນພວກ​ນັກ​ສຶກ​ສາ​ທີ່​ຫລິ້ນ​ເກັ່ງ​ ແລະໄດ້​ຖືກ​ທາບທາມ ​ຊື້​ຄ່າ​ໂຕໃຫ້ໄປ​ຫລິ້ນ​ແກ່ທີ​ມຟຸດບອນ​ຕ່າງໆ ທີ່​ມີ​ສັນ​ຍາ​ຄ່າ​ໂຕ​ຫລາຍ​ລ້ານ​ໂດ​ລາ​ຕໍ່​ປີ.

XS
SM
MD
LG