ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ລວມເອົາປະຕິບັດການຕ້ານການຄ້າຢາເສບຕິດ ເຂົ້າກັບການຈັດຕັ້ງປະຕິບັດແຜນການກໍ່ສ້າງຮາກຖານການເມືອງ


​ພວກ​ນັກ​ໂທດ​ຢູ່​ສູນ​ອົບ​ຮົມ ໃນ ສ​ປ​ປ ລາວ
​ພວກ​ນັກ​ໂທດ​ຢູ່​ສູນ​ອົບ​ຮົມ ໃນ ສ​ປ​ປ ລາວ

ລັດ​ຖະ​ບານ​ລາວ​ລວມ​ເອົາ​ປະ​ຕິ​ບັດການຕ້ານການ​ຄ້າ​ຢາ​ເສບ​ຕິດ ເຂົ້າ​ກັບ​ກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງ ຍ້ອນ​ການ​ຄ້າ ແລະ​ການ​ຊົມໃຊ້ຢາ​ເສບ​ຕິດ​ໄດ້​ແຜ່​ຂະ​ຫຍາຍ​ໄປ​ໃນ​ຊຸມ​ຊົນ​ທົ່ວ​ປະ​ເທດ​ແລ້ວ ຊຶ່ງ​ຊົງ​ລິດ ​ໂພນ​ເງິນ ມີ​ລາຍງ​ານ​ຈາກ​ບາງກອກ

Mr. Jeramy Douglas ທ່ານເຈີຣາມີ ດັກກລາສ ຜູ້​ຕາງ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາ​ດ​ເພື່ອ​ການ​ຄວ​ບ​ຄຸ​ມ ອາຊະ​ຍາ​ກຳ ແລະ​ຢາ​ເສບ​ຕິດ (UNODC) ໃນພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ​ປາ​ຊີ​ຟິກ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ​ ການ​ດຳ​ເນີນ​ມາດ​ຕະ​ການ​ປາບປາມ​ການ​ຄ້າ​ຢາ​ເສບ​ຕິດ​ຢ່າງ​ເຂັ້ມ​ງວດ​ຂອງ​ທາງ​ການ​ໄທ ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ນັກ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ ໄດ້​ເຂົ້າ​ໄປ​ນຳ​ໃຊ້​ປະ​ເທດ​ລາວ​ ເປັນ​ເສັ້ນ​ທາງ​ຜ່ານ​ຂອງ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ ​ຈາກ​ເຂດ​ສາມ​ຫລ່ຽມ​ຄຳ​ໄປ​ປະ​ເທດ​ໃນ​ເຂດ​ລຸ່ມ​ນ້ຳ​ຂອງດ້ວຍ​ກັນ ເພື່ອ​ສົ່ງ​ຕໍ່​ໄປ​ຕ່າງ​ປະ​ເທດ​ເພີ້ມ​ຂຶ້ນ​ນັບ​ມື້ ທັງ​ຍັງ​ເປັນ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ ທີ່​ມີ​ຈຳ​ນວນ​ຫລາຍ​ຂຶ້ນອີກ​ດ້ວຍ ຊຶ່ງ​ສາ​ເຫດ​ທີ່​ສ​າ​ມາດ​ຈັດ​ຕັ້ງ​ໄດ້​ດັ່ງ​ກ່າວ ກໍ​ຍ້ອນ​ວ່າ ​ແກັ່ງ​ຄ້າ​ຢາ​ເສບ​ຕິດ​ໃນ​ລາວ​ໄດ້​ກາຍ​ເປັນ​ເຂື່ອ​ຂ່າຍດຽວ​ກັນ​ໃນ​ມຽນ​ມາ​ແລ້ວ ໂດຍ​ສະ​ເພາະ​ແມ່ນ​ແຂວງ​ບໍ່​ແກ້ວ​ນັ້ນ ​ກໍ​ຄື​ເຂດ​ເຊື່ອມ​ຕໍ່​ກັບ​ມຽນ​ມາ ທີ່​ສຳ​ຄັນ​ທີ່​ສຸດ ຊຶ່ງ​ຈາກ​ການ​ຮ່​ວມ​ລາດ​ຕະ​ເວນ​ໃນ​ແນວ​ນ້ຳ​ຂອງ ລະ​ຫວ່າຕຳ​ຫລວດ​ຈີນ ມຽນ​ມາ ລາວ ໄທ ໃນ​ປີ​ທີ່​ຜ່ານ​ມາ​ສາ​ມາດ​ປາບ​ປາ​ມ​ໄດ້ 8,325 ກໍລະ​ນີ ​ຈັບ​ກຸມ​ໄດ້ 8,043 ຄົນ ຍຶດ​ຢາ​ເສບ​ຕິດກວ່າ 171 ​ໂ​ຕນ ​ອາ​ວຸດ ອຸ​ບ​ປະ​ກອນ​ສື່​ສານ​ທີ່​ທັນ​ສະ​ໄໝກວ່າ 20,000 ລາຍກາ​ນ ໃນ​ນີ້ກວ່າ 90 ເປີ​ເຊັນ​ ເປັນ​ການ​ຈັບ​ໃນ​ເຂດ​ສາມ​ຫລ່ຽມ​ຄຳ ໃນ​ແມ່​ນ້ຳ​ຂອງ​ ລະ​ຫວ່າງ ມ​ຽນ​ມາ ລາວ ໄທ​ນັ້ນ.

ສະ​ພາບ​ບັນ​ຫາ​ດັ່ງ​ກ່າວ​ນີ້ ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ບັນ​ລຸ​ເປົ້າ​ໝາຍ​ວາ​ລະ​ແຫ່ງ​ຊາດວ່າ​ດ້ວຍ​ການ​ປາບ​ປາມກ​ານຄ້າ​ຢາ​ເສບ​ຕິດ ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ​ໃນ​ປີ 2023 ດ້ວຍ ໂດຍ​ກົ​ມ​ໃຫຍ່​ຕຳ​ຫລວດກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ໄດ້​ຂຶ້ນ​ບັນ​ຊີ​ລາ​ຍ​ຊື່ ຂອງ​ນັກ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ເປົ້າ​ໝາຍ​ໃນ​ການ​ຕິດ​ຕາ​ມ​ຈັບ​ກຸມ 2,299 ຄົນ ໃນ​ນີ້ມີ​ເຖິງ 1,996 ຄົນ​ເປັນ​ເຂື່ອ​ຂ່າຍຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ ສ່ວນ 196 ​ຄົນ​ນັ້ນ​ ໄດ້​ພົ້ນ​ໂທດ​ໄປ​ແລ້ວ ແຕ່​ຍັງ​ສືບ​ຕໍ່​ການ​ຄ້າ​ຢາ​ເສບ​ຕິດ ແລະ 7 ຄົນ ເປັນ​ນັກ​ໂທດ​ທີ່ຫລົບໜີ​ຈາກ​ການ​ຄຸມ​ຂັງ ພ້ອມ​ກັນ​ນີ້​ກໍ​ໄດ້​ອອກ​ໝາຍ​ຈັບ​ຜູ້​ຕ້ອງ​ຫາ ໃນ​ຄະ​ດີ​ຄ້າ​ຢາ​ເສບ​ຕິດ​ເພີ້ມ​ຂຶ້ນ 100 ກວ່າ​ຄົນ ທັງ​ຍັງ​ໄດ້​ລວມ​ເອົາ​ປະ​ຕິ​ບັດ​ການ​ຕ້ານ​ຢາ​ເສບ​ຕິດ​ເຂົ້າ​ໃນ​ການ​ຈັດ​ຕັ້ງປະ​ຕິ​ບັດ​ແຜນ​ການ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງ ​ທົ່ວ​ປະ​ເທດ​ດ້ວຍ ດັ່ງ​ທີ່ພົນ​ເອກວິ​ໄລ ຫລ້າ​ຄຳ​ຟອງ ຮອງ​ນາ​ຍົກລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຢືນ​ຢັນ​ວ່າ

ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ຢາ​ເສບ​ຕິດ​ທີ່​ເປັນ​ຕົ້ນ​ເຫດ ກໍ່​ໃຫ້​ເກີດປ​າ​ກົດ​ການ​ຫຍໍ້​ທໍ້ໃນ​ສັງ​ຄົ​ມ ແລະ​ເພີ້ມ​ຄວາມ​ຮຸນ​ແຮງ​ຂຶ້ນ​ນັ້ນ ກະ​ຊວງ ອົງການ ແລະ​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆ ຈົ່ງ​ໄດ້​ໃຫ້​ຖື​ເອົາ​ວຽກ​ຄວບ​ຄຸມ​ສະ​ກັດ​ກັ້ນ ແລະ​ຕ້ານ​ຢາ​ເສບ​ຕິດ​ເປັນ​ພັນ​ທະ ເປັນໜ້າ​ທີ່​ຂອງ​ທຸກ​ພາກ​ສ່ວນ ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ພ້ອ​ມ​ທັງ​ກຳ​ນົດ​ເອົາ​ວຽກ​ງານ​ດັ່ງ​ກ່າວ ເຂົ້າ​ເປັນ​ວຽກ​ຈຸດ​ສຸມ​ນຶ່ງ ທີ່​ຕິດ​ພັນ​ກັບ​ວຽກ​ງານ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງ ແລະ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ.

ໂດຍ​ການ​ທີ່​ລ​າວ​ໄດ້​ຖືກ​ໃຊ້​ເປັນ​ທາງ​ຜ່ານ​ໃນ​ການ​ລັກ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດເພີ້ມ​ຂຶ້ນ​ດັ່ງ​ກ່າວ ກໍ​ຍັງ​ເຮັດ​ໃຫ້​ທາງ​ການ​ໄທ ​ມອງວ່າ ເປັນ​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ໄທ ຕ້ອງ​ຮອງ​ຮັບ​ຢ​າ​ເສບ​ຕິດ​ຈາກ​ເຂດ​ສາມ​ຫລ່ຽມ​ຄຳ​ເພີ້ມ​ຂຶ້ນ​ນັບ​ມື້ ຈຶ່ງ​ຈະ​ຕ້ອງ​ຂະ ​ຫຍ​າຍ ​ກາ​ນຮ່ວມ​ມື​ເຂົ້າ​ໃນ​ການ​ປາບ​ປາມ ແລະ​ໃຫ້​ການ​ຊ່ວຍ​ເຫລືອ​ຫລາຍ​ຂຶ້ນ​ແກ່​ທາງ​ການ​ລາວ ໂດຍ​ສະ​ເພາະ​ແມ່ນ​ການ​ສະ​ໜັ​ບສະໜູນ​ລາ​ວ ໃນ​ການ​ຂະ​ຫ​ຍາຍ​ຜົນ​ການ​ຈັບ​ກຸມ ດ້ວຍ​ການມອບ​ອຸບ​ປະ​ກອນ​ສືບ​ສວນ-ສອບ​ສວນ ແລະ​ອຸບ​ປະ​ກອນ​ສື່​ສານ​ທັນ​ສະ​ໄໝ​ໃຫ້​ກັບ​ທາງ​ການຕຳ​ຫລວດ​ລາວ ຊຶ່ງ​ກໍເຮັດ​ໃຫ້​ສາ​ມາດ​ສະ​ກັດ​ກັ້ນ ແລະ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ​ໄດ້​ຫລາຍ​ຂຶ້ນ ເຊັ່ນ​ຕຳຫລວດ​ແຂວງ​ຄຳ​ມ່ວນ​ສາ​ມາດ​ສະ​ກັດ​ກັ້ນ​ການ​ຄ້າ​ຢາ​ເສບ​ຕິດ​ໄດ້​ເຖິງ 727 ກໍ​ລະ​ນີ ​ໃນ​ນີ້​ກໍ​ມີ​ເຖິງ 60 ກໍ​ລະ​ນີ ທີ່​ເປັນ​ນັກ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່ ແລະ​ຍຶດ​ຢາ​ບ້າ​ໄດ້​ກວ່າ 16 ລ້ານ​ເມັດ ກັ​ນ​ຊາ 4,610 ກິ​ໂລກ​ຣາມ ອາ​ວຸດ ອຸບ​ປະ​ກອນ​ສື່​ສານ ແລະ​ຂຶ້ນ​ບັນ​ຊີຜູ້​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດໄດ້​ຈຳ​ນວນ​ຫລາຍ​ອີກ​ດ້ວຍ ດັ່ງ​ທີ່ ທ່ານ​ວັນ​ໄຊ ຟອງ​ຊະ​ນະ ເຈົ້າ​ແຂວງ​ຄຳ​ມ່ວນ​ຢືນ​ຢັນ​ວ່າ:

“​ກຳ​ລັງ​ປ້ອງ​ກັນ​ຊ​າດ ປ້ອງ​ກັນ​ຄວາມ​ສະ​ຫງົບ ຢູ່​ຂັ້ນ​ເມືອງ ກອງ​ຮ້ອ​ຍທະ​ຫານ ຊາຍ​ແດນ ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບສຸກ ກອງ​ຫລອນ​ບ້ານ ແລະ​ກຸ່ມ​ບ້ານ​ ໄດ້​ເປັນ​ເຈົ້າ​ການ​ເຄື່ອນ​ໄຫວ ສະ​ກັດ​ກັ້ນ ແລະ​ແກ້​ໄຂ​ການ​ລັກ​ລອບ​ ການ​ຄ້າ​ຂາຍ​ຢາ​ເສບ​ຕິດ ແມ່ນ​ນັບ​ແຕ່​ເດືອນ​ສິງ​ຫາ ປີ 2021 ໄດ້​ຂຶ້ນ​ບັນ​ຊີ​ເປົ້າ​ໝາຍ​ຜູ້​ເສບ​ຢາ​ເສບ​ຕິດ​ໃນ​ທົ່ວແຂວງທັງ​ໝົດ 8,636 ຄົນ ຈັດ​ຕັ້ງ​ການ​ສືກ​ສາ​ອົບໂຮມເປົ້າ​ໝາຍ​ຜູ້​ເສບ​ຢາ​ເສບ​ຕິດ​ໄດ້ 7,903 ຄົນ.”

ສ່ວນ​ທ່ານ​ວິ​ໄ​ຊ​ ໄຊ​ມົງ​ຄົນ ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ກາ​ນ​ປ້ອງ​ກັນ-​ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ໄທ ຖະ​ແຫລງວ່າ 6 ປະ​ເທດ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ນັ້ນ ຈະ​ຕ້ອງ ເສີມ​ສ້າງ​ກາ​ນ​ຮ່ວມ​ມື​ກັນ​ເຂົ້າ​ໃນ​ປະ​ຕິ​ບັດ​ການ​ປາບ​ປາມ ແລະ​ທໍທັນ​ກັບ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

XS
SM
MD
LG