ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ລູກຫຼານລາວ ມີຫ້ອງ​ຮຽນ​ພາ​ສາ ແລະ​ວັດ​ທະ​ນາ​ທຳ​ລາວ ໃນ​ເມືອງແຟ​ຣ​ສ​ໂນ ລັດ​ຄາ​ລິ​ຟ​ໍ​ເນຍ


ພວກ​ນັກ​ຮຽນ ແລະ​ຄູ​ອາ​ຈານ​ສອນ​ພາ​ສາ​ ແລະ​ວັດ​ທະ​ນາ​ທຳ​ລາວ
ພວກ​ນັກ​ຮຽນ ແລະ​ຄູ​ອາ​ຈານ​ສອນ​ພາ​ສາ​ ແລະ​ວັດ​ທະ​ນາ​ທຳ​ລາວ

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວຂອງວີ​ໂອ​ເອ ​ປະ​ຈຳແລງ​ວັນ​ພະ​ຫັດມື້​ນີ້ ເຮົາ​ມີ​ການ​ໂອ້​ລົມ​ ກັບທ່ານ​ສິດ ຈັນ​ທະວິ​ໄຊ ອາ​ຈານ​ສອນ​ພາ​ສາ​ລາວ ສອນ​ຟ້ອນ​ພື້ນ​ເມືອງ​ລາວແລະຮຽນ​ຫລິ້ນ​ດົນ​ຕີ​ລາວ​ເດີມ ຢູ່​ວັດ​ທັ​ມ​ມະ​ສັດ​ຈະ​ ເມືອງ​ແຟ​ຣ​ສ​ໂນ ລັດ​ຄາ​ລິ​ຟໍ​ເນຍ ຊຶ່ງໂຄງ​ການ​ນີ້​ໄດ້​ຕັ້ງ​ຂຶ້ນ​ມາ​ແຕ່ປີ 2015 ແລະ​ໄດ້​ຖືກ​ປິດ​ລົງລະ​ຫ​ວ່າງ​ການ​ລະ​ບ​າດ​ຂອງ​ພະ​ຍາດ​ໂຄວິດ​-19 ​ເປັນ​ເວ​ລາກວ່າ​ສອງ​ປີ ແຕ່ບັດ​ນີ້​ການ​ສິດ​ສອນ​ວັດ​ທະ​ນາ​ທຳ​ລາວໄດ້​ເລີ້​ມ​ຂຶ້ນ​ອີກ​ແລ້ວ ​ກິ່ງ​ສະ​ຫວັນ ຈະ​ນຳມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ບັ​ນ​ດາ​ນັກ​ຮຽນ​ວັດ​ທະ​ນາ​ທຳ​ລ​າວ​ ທີ່​ເມືອງ​ແຟ​ຣ​ສ​ໂນ ລັດ​ຄາ​ລິ​ຟໍ​ເນຍ
ບັ​ນ​ດາ​ນັກ​ຮຽນ​ວັດ​ທະ​ນາ​ທຳ​ລ​າວ​ ທີ່​ເມືອງ​ແຟ​ຣ​ສ​ໂນ ລັດ​ຄາ​ລິ​ຟໍ​ເນຍ

ເມືອງ​ແຟ​ຣສໂນ ຕັ້ງ​ຢູ່​ເຄິ່ງ​ກາງ​ຂອງ​ລັດຄາ​ລິ​ຟໍ​ເນຍ ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ. ​ໃນປີ 1975 ເມືອງ ​ແຟ​ສ​ໂນ ໄດ້​ເລີ້ມມີຊາວ​ອົບ​ພະ​ຍົບ​ອິນ​ດູ​ຈີນ ເຊັ່ນ​ລາວ ຫວຽດ​ນາມ ແລະ​ກຳ​ປູ​ເຈຍ ເຂົ້າ​ໄປ​ຕັ້ງ​ຖິ່ນ​ຖານ ຢູ່​ໃນ​ເມືອງ​ດັ່ງກ່າວ ຊຶ່ງ​ປັດ​ຈຸ​ບັນ ​ມີປະ​ຊາ​ກອນ​ລາວ​ອາ​ເມ​ຣິ​ກັນ​ປະ​ມານ 600 ຄອບ​ຄົວແລະ ​ມີ​ວັດ​ວາ​ອາ​ຮາມ​ເຖິງຫ້າ ​ວັດດ້ວຍ​ກັນ. ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ພາ​ກັນ​ປະ​ກອບ​ອາ​ຊີບ​ຫລາຍໆ​ຢ່າງ ​ເຊັ່ນ​ເປັນ​ນັກ​ທຸ​ລະ​ກິດ ເປີດ​ຮ້ານ​ຄ້າ ຮ້ານ​ອາ​ຫານ ເຮັດ​ການ​ກັ​ບ​ລັດ​ຖະ​ບານ​ທ້ອງ​ຖິ່ນ ແລະ​ອື່ນໆ ໂດຍ​ສະ​ເພາະ​ເປັນ​ເຈົ້າຂອງທີ່​ດິນ ປູກຜັກທີ່​ຊາວ​ເອ​ເຊຍ​ມັກ ແລະ​ໝາກ​ໄມ້​ຕ່າງໆ​ສົ່ງ​ອອກ​ຂາຍ​.

​ວັດ​ທັມ​ມະ​ສັດຈະ​ ແມ່ນ​ວັດ​ນຶ່ງ​ທີ່​ສຳ​ຄັນ ທີ່​ເປັນສູນ​ກາງ​ຂອງ​ປະ​ຊາ​ຄົມ​ລາວ​ອາ​ເມ​ຣິ​ກັນ​ຢູ່​ໃນຂົງ​ເຂດ​ນີ້ ເພາະ​ມີໂຄງການ​ສິດ​ສອນ​ພາ​ສາ​ລາວ ສອນ​ຟ້ອນ​ພື້ນ​ເມືອ​ງລາວ ແລະສອນວັດ​ທະ​ນາ​ທຳ​ລາວ ໃຫ້​ແກ່​ເຍົາ​ວະ​ຊົນ​ລາວ​ອາ​ເມ​ຣິ​ກັນ​ທຸກໆ​ວັນ​ອາ​ທິດ ​ທີ່ໄດ້​ເລີ້ມ​ມາ​ແຕ່​ປີ 2015. ເຂົາ​ເຈົ້າ​ໄດ້​ຮັບ​ທຶນພິ​ເສດນ້ອຍໆ​ຈາກ​ລັດ​ຄາ​ລິ​ຟໍ​ເນຍ ເພື່ອຮັກ​ສາ​ປະ​ເພ​ນີ​ການຫລິ້ນ​ດົນ​ຕີ. ກິດ​ຈະ​ການໄດ້​ຢຸດ​ສະ​ງັກ​ລົງ​ມາ​ເປັນ​ເວ​ລ​າກວ່າ​ສອງ​ປີຍ້ອນ​ການ​ລະ​ບາດ​ພະ​ຍາດ​ໂຄວິດ-19 ແລະບັດ​ນີ້ໄດ້​ເລີ້ມເປີດຄືນໃໝ່​ອີກ ຊຶ່ງ​ທ່ານ​ສິດ ​ຈັນ​ທະ​ວິ​ໄຊ ປະ​ທານ​ຫ້ອງ​ຮຽນ​ວັດ​ທະ​ນາ​ທຳ​ລາວ​ແຟ​ຣ​ສ​ໂນ ໄດ້​ອະ​ທິ​ບາຍ​ສູ່ ​ວີ​ໂອ​ເອ ຟັງດັ່ງນີ້:

​ພວກ​ນັກ​ຮຽນ​ກຳ​ລັງ​ຮຽນ​ຟັ​ອນ​ພື້ນ​ເມືອງ​ລາວ
​ພວກ​ນັກ​ຮຽນ​ກຳ​ລັງ​ຮຽນ​ຟັ​ອນ​ພື້ນ​ເມືອງ​ລາວ

ທຸກໆ​ວັນ​ອາ​ທິດ ​ຈາກ 10 ໂມງ​ເຊົ້າ ໄປ​ຈົນ​ຮອດ 2 ໂມງ​ແລງ ທ່ານ​ສິດ ແລະ​ຄະ​ນະ​ອາ​ສາ​ສະ​ໝັກ​ທີ່ ບໍ່​ໄດ້ຮັບ​ຄ່າ​ຈ້າງລາງວັນ​ໃດໆ ພາ​ກັນ​ສິດ​ສອນ​ພວກ​ນັກ​ຮຽນ​ອາ​ຍຸ​ແຕ່ 6 ປີ ຂຶ້ນ​ໄປ​ຈົນ​ຮອດ 10 ກວ່າ​ປີ ຊຶ່ງ​ທ່ານ​ສິດ ໄດ້​ອະ​ທິ​ບາຍ​ຕອນ​ນີ້​ວ່າ:

ທ່ານ​ສິດ ຈັນ​ທະ​ວິ​ໄຊ ກຳ​ລັງ​ສອນ​ນັກ​ຮຽນ​ ຫລິ້ນ​ດົນ​ຕີ​ພື້ນ​ເມືອງ​ລາວ
ທ່ານ​ສິດ ຈັນ​ທະ​ວິ​ໄຊ ກຳ​ລັງ​ສອນ​ນັກ​ຮຽນ​ ຫລິ້ນ​ດົນ​ຕີ​ພື້ນ​ເມືອງ​ລາວ

ພວກ​ເດັກ​ນ້ອຍ​ລາວ​ອາ​ເມ​ຣິ​ກັນ ທີ່ເກີດໃຫຍ່ຢູ່​ໃນ​ສະ​ຫລັດ​ ແນ່ນອນ​ສາ​ມາດ​ປາກ​ພາ​ສາ​ອັງ​ກິດ​ໄດ້​ໝົດ​ທຸກ​ຄົນ ເພາະ​ເປັນພາ​ສາ​ລາດ​ຊະ​ການ ທີ່ເຂົາ​ເຈົ້າຕ້ອງໄດ້​ເວົ້າ ໄດ້ຮຽນ​ຢູ່ໃນໂຮງ​ຮຽນ. ​ເພາະ​ສະ​ນັ້ນພາ​ສາ​ລາວ​ໄດ້​ກາຍ​ມາ​ເປັນ​ພາ​ສາ​ທີ​ສອງ ເຖິງ​ແມ່ນ​ວ່າພໍ່​ແມ່ພາ​ປາກເວົ້າພ​າ​ສາ​ລາວ​ຢູ່​ໃນ​ເຮືອນ​ກໍ​ຕາມ ແຕ່​ກໍ​ຍັງ​ບໍ່​ເປັນ​ທີ່​ພຽງ​ພໍ​ ຊຶ່ງ​ທ່ານ​ສິດ ໄດ້​ອະ​ທິ​ບາຍ​ເຖິງ​ການ​ຮຽນ​ຂອງ​ພວກ​ເດັກ​ ນ້ອຍ​ສູ່​ຟັງ​ດັ່ງ​ນີ້:

ນັກ​ຮຽນ​ຍິງ ແລະ​ຊາຍ ກຳ​ລັງ​ຮຽນ​ຫລິ້ນ​ດົນ​ຕີ​ລາວ​ເດີ​ມ
ນັກ​ຮຽນ​ຍິງ ແລະ​ຊາຍ ກຳ​ລັງ​ຮຽນ​ຫລິ້ນ​ດົນ​ຕີ​ລາວ​ເດີ​ມ

​ຍາ​ນາງວິກ​ກີ ວິນ​ສະ​ໂລ ກໍ​ແມ່​ນ​ອາ​ສາ​ສະ​ໝັກ​ຜູ້​ນຶ່ງ​ໃນ​ຈຳ​ນວນ​ພ​ວກ​ພໍ່​ແມ່​ນັກ​ຮຽນ​ທີ່​ພາ​ກັນມາຮ່ວມ​ຊ່ວຍ​ເບິ່ງ​ແຍງ​ພວກ​ເດັກ​ນ້ອຍ ຊຶ່ງ​ຍາ​ນາງ ໄດ້​ກ່າວ​ເຖິງກິດ​ຈະການ​ມາ​ເຕົ້າ​ໂຮມຂອງນັກ​ຮຽນ​ສູ່​ຟັງ​ດັ່ງ​ນີ້:

ຫ້ອງ​ຮຽນ​ພາ​ສາ​ລາວ
ຫ້ອງ​ຮຽນ​ພາ​ສາ​ລາວ

ຢູ່​ໃນ​ສະ​ຫະ​ລັດອາ​ເມ​ຣິ​ກາ ປັດ​ຈຸ​ບັນ​ນີ້​ປາ​ກົດໃຫ້​ເຫັນ​ວ່າ ມີ​ໂຄງ​ການ​ອາ​ສາ​ສະ​ໝັກສອນ​ວັດ​ທະ​ນາ​ທຳ​ລາວ ການ​ເສບ​ດົນ​ຕີ​ລາວ​ເດີມ ການ​ຟ້ອນພື້ນ​ເມືອງ ແລະສອນ​ພາ​ສາລາວ​ ໃຫ້​ພວກ​ເດັກ​ນ້ອຍ ເທົ່າ​ທີ​ພວກ​ເຮົາ​ຮູ້ ​ກໍ​ມີ​ຢູ່​ສອງ​ແຫ່ງຄື​ ອົງ​ການ​ມູນ​ນິ​ທິ​ມໍ​ລະ​ດົກ​ລາວ (LHF) ຢູ່​ພາກ​ເໜືອ ​ຂອງລັດເວີ​ຈີ​ເນຍ ເຂດ​ນະ​ຄອນ​ຫລວງ​ຊິ​ງ​ຕັນ ຢູ່​ທາງ​ພາກຕາ​ເວັນ​ອອກ ແລະຢູ່​ທີ່​ເມືອງ​ແຟ​ຣ​ສ​ໂນ ລັດ​ຄາ​ລິ​ຟໍ​ເນຍ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ ​ທ່ານ​ສິດ ໄດ້​ກ່າວ​ມ້ວນ​ທ້າຍ​ສູ່ວີ​ໂອ​ເອ ຟັງດັ່​ງ​ນີ້:

​ບັນ​ດາ​ພໍ່​ແມ່ ຄູ​ອາ​ຈານ
​ບັນ​ດາ​ພໍ່​ແມ່ ຄູ​ອາ​ຈານ

​ຫ້ອງ​ຮຽນ​ວັດ​ທະ​ນາ​ທຳ​ລາວ​ຢູ່ໃນ​ສະ​ຫະ​ລັດ ແມ່ນ​ໂຄງ​ການ​ອາ​ສາ​ສະ​ໝັກທີ່​ຕ້ອງ​ໄດ້​ອາ​ໄສການ​ປະ​ສານ​ງານ​ ຈາກບັນ​ດາ​ອາ​ສາ​ສະ​ໝັກ ທີ່​ເປັນ​ພໍ່​ແມ່ ​ຜູ້​ປົກ​ຄອງ ສະ​ລະ​ເວ​ລາ ແລະປັດ​ໄຈ ເພື່​ອ​ຊ່ວຍ​ສິດ​ສອນ​ໃຫ້​ລູກ​ເຕົ້າໄດ້​ມີ​ບ່ອນ​ຮຽນ​ຮູ້​ວັດ​ທະ​ນ​າ​ທຳ​ລາວ. ​

ຫ້ອງ​ຮຽນ​ພາ​ສາ ແລະ​ວັດ​ທະ​ນາ​ທຳ​ລາວ ເມືອງ​ແຟ​ຣ​ສ​ໂນ ລັດ​ຄາ​ລິ​ຟໍ​ເນຍ
ຫ້ອງ​ຮຽນ​ພາ​ສາ ແລະ​ວັດ​ທະ​ນາ​ທຳ​ລາວ ເມືອງ​ແຟ​ຣ​ສ​ໂນ ລັດ​ຄາ​ລິ​ຟໍ​ເນຍ

XS
SM
MD
LG