ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພານະຄອນຫຼວງ ວໍຊິງຕັນ ຮັບຜ່ານຮ່າງກົດໝາຍ ເພື່ອອະນຸຍາດໃຫ້ຄົນທີ່ບໍ່ຖືສັນຊາດ ແລະ ຄົນເຂົ້າເມືອງຜິດກົດໝາຍ ລົງຄະແນນສຽງໃນການເລືອກຕັ້ງທ້ອງຖິ່ນ


ຜູ້ຊາຍຄົນນຶ່ງຍ່າງຜ່ານຫໍໍລັດຖະສະພາ ສະຫະລັດ, 27 ຕຸລາ 2021.
ຜູ້ຊາຍຄົນນຶ່ງຍ່າງຜ່ານຫໍໍລັດຖະສະພາ ສະຫະລັດ, 27 ຕຸລາ 2021.

ສະ​ພາ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ ໄດ້​ສົ່ງ​ຮ່າງ​ກົດ​ໝາຍສະ​ບັບ​ນຶ່ງ​ເພື່ອ​ອະ​ນຸ​ຍາດ​ໃຫ້​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ແລະ ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ​ມີ​ສິດ​ລົງ​ຄະ​ແນນ​ສຽງ​ ໃນ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນເມື່ອ​ວັນ​ອັງ​ຄານ​ທີ 18 ຕຸ​ລາ​ທີ່​ຜ່ານ​ມາ. ຮ່າງ​ກົດ​ໝາຍ​ໄດ້​ກ່າວ​ວ່າ​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ 30 ວັນ​ຂຶ້ນ​ໄປ​ແມ່ນ​ສາ​ມາດ​ລົງ​ຄະ​ແນນ​ສຽງ​ໄດ້.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ມີ​ປະ​ຊາ​ຊົນ​ຍິນ​ດີ ແລະ ບໍ່​ຍິນ​ດີ​ນຳ. ວີ​ໂອ​ເອ​ໄດ້​ຂໍ​ຄຳ​ເຫັນ​ຈາກ​ຄົນ​ລາວ​ທ່ານ​ນຶ່ງ ​ທີ່​ອາ​ໄສ​ຢູ່​ນະ​ຄອນຫຼວງ​ວໍ​ຊິ​ງ​ຕັນ, ລາວ​ໄດ້​ກ່າວ​ວ່າ “ມັນ​ຕ້ອງມີ​ແຕ່​ຄົນ​ສັນ​ຊາດ​ອາ​ເມ​ກັນ​ເທົ່າ​ນັ້ນ ​ທີ່​ເລືອກ​ຕັ້ງ​ໄດ້. ຖ້າ​ເອົາ​ຄົນຕ່າງ​ປະ​ເທດ ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ມາ​ເລືອກ​ຕັ້ງ​ເຂົາ​ກໍ​ຈະ​ເລືອກ​ເອົາ​ຄົນ​ທີ່​ຫາ​ປະ​ໂຫຍດ​ມາ​ໃຫ້​ເຂົາ​ເຈົ້າ ບໍ່​ແມ່ນ​ເອົາ​ມາ​ໃຫ້​ຄົນ​ອາ​ເມ​ຣິ​ກັນ. ມັນບໍ່​ຖືກ​ຕ້ອງ​ ແລະ ບໍ່​ຍຸ​ຕິ​ທຳ​ສຳ​ລັບ​ຄົນ​ອາ​ເມ​ຣິ​ກັນ.”

ລັດ​ຖະ​ທຳ​ມະ​ນູນ ສະ​ຫະ​ລັດ ບໍ່​ໄດ້​ຫ້າມ​ສິ່ງ​ທີ່​ຮ່າງ​ກົດ​ໝາຍ​ຂອງ​ນະ​ຄອນຫຼວງ ວໍ​ຊິງ​ຕັນ​ ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ຢ່າງ​ຈະ​ແຈ້ງ, ແຕ່​ກົດ​ໝາຍ​ທີ່​ຖືກ​ເຊັນ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ບິ​ລ ຄ​ລິນ​ຕັນ ໃນ​ປີ 1996 ໄດ້​ຫ້າມບໍ່​ໃຫ້​ຄົນ​ທີ່ບໍ່​ຖື​ສັນ​ຊາດ​ ສະ​ຫະ​ລັດ ລົງ​ຄະ​ແນນ​ສຽງ ​ໃນ​ການ​ເລືອກ​ຕັ້ງ​ລັດ​ຖະ​ບານ​ກາງ.

ແມ່​ຍິງ​ລາວ​ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ພວກ​ເຮົາ​ວ່າ ລາວ​ເຫັນ​ດີ​ທີ່​ຈະ​ໃຫ້​ຄົນ​ທີ່ບໍ່​ຖື​ສັນ​ຊາດ​ລົງ​ຄະ​ແນນ​ສຽງ ເພາະ​ລາວ​ເວົ້າ​ວ່າ​ ເຂົາ​ເຈົ້າ​ມີ​ສິດ​ທີ່​ຈະ​ອອກ​ສຽງ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຂົາ​ເຈົ້າ ​ຄື​ຄົນ​ອື່ນໆ​ທີ່​ເສຍ​ພາ​ສີ​ໃນ​ເມືອງ​ດັ່ງ​ກ່າວ.

XS
SM
MD
LG