ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາ​ວ​ອາ​ເມ​ຣິ​ກັນ​ ເຊື້ອ​ສາຍ​ລາວບາງ​ຄົນ ໃນ​ລັດ​ຄາ​ລີ​ຟໍ​ເນຍ ໄດ້​ປ່ອນ​ບັດ​ກາງ​ສະ​ໄໝ ຮຽບ​ຮ້ອຍ​ແລ້ວ


ຜູ້ຄົນ​ພາ​ກັນ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ ກ່ອນ​ວັນ​ເລ​ືອກ​ຕັ້ງກາງ​ສະ​ໄໝ ທີ່​ເມືອງ Sylmar ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 3 ພະ​ຈິກ 2018
ຜູ້ຄົນ​ພາ​ກັນ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ ກ່ອນ​ວັນ​ເລ​ືອກ​ຕັ້ງກາງ​ສະ​ໄໝ ທີ່​ເມືອງ Sylmar ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 3 ພະ​ຈິກ 2018

ການເລືອກ​ຕັ້ງ​ກາງ​ສະ​ໄໝ ຢູ່​ທົ່ວ​ ​50 ລັດ ໃນສະ​ຫະ​ລັດອາ​ເມ​ຣິ​ກາ ຈະ​ຈັດ​ຂຶ້ນ​ໃນວັນອັງ​ຄານ ​ທີ 8 ພະ​ຈິກ​ ຈະ​ມາ​ເຖິງ​ນີ້​ ແລະ ​ລັດ​ຄາ​ລິ​ຟໍ​ເນຍ ​ຊຶ່ງຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ ເປັນ​ລັດໃຫຍ່​ອັນ​ດັບ​ສ​າມຫລັງ​ຈາກ​ລັດ​ອາ​ລາ​ສ​ກາ ແລະລັດ​ເທັກ​ຊັສ ແລະປະ​ຊາ​ຊົນ​ໃນລັດ​ຄາ​ລິ​ຟໍ​ເນຍ ກໍ​ແມ່ນ​ລັດ​ນຶ່ງ​ທີ່ກ​ະ​ກຽມ​ໃນ​ການ​ປ່ອນ​ບັດ​ດັ່ງ​ກ່າວ.

ທ່ານ​ແສງ ຈິດ​ດາ​ໄລ ​ຄົນ​ອາເມ​ຣິ​ກັນ​ເຊື້ອ​ສາຍ​ລາວທີ່​ມີ​ສິດ​ປ່ອນ​ບັດ​ລົງ​ຄະ​ແນ​ນ​ສຽງ​ຢູ່​ໃນ​ລັດ​ຄາ​ລີ​ຟໍ​ເນຍ ກ່າວ​ວ່າ ທ່ານໄດ້ປ່ອນ​ບັດ​ກ່ອນ​ລ່ວງໜ້າ ​ທາງ​ໄປສະ​ນີ ເປັນ​ທີ່​ຮຽບ​ຮ້ອຍແລ້ວ ຊຶ່ງ​ທ່ານ​ແສງ ໄດ້​ກ່າວ​ຕໍ່ວີ​ໂອ​ເອດັ່ງ​ນີ້:

​ລັດ​ຄາ​ລິ​ຟໍ​ເນຍ​ ນອກ​ຈາກຈະປ່ອນ​ບັດເລືອກ​ຕັ້ງ​ເອົາຜູ້​ປົກ​ຄອງ​ລັດ​ແລ້ວ ຍັງ​ຈະ​ມີ​ການ​ປ່ອນ​ບັດ​ເອົາ​ຕຳແໜ່ງ​ອື່ນໆ​ອີກ ຊຶ່ງ​ມີ​ຜູ້​ສະ​ໝັກທັງຈາກ​ພັກເດ​ໂມ​ແຄ​ຣັດ ແລະ​ຣີ​ພັບ​ບ​ລິກ​ກັນ.​ ເລື້ອງທີ່ສຳ​ຄັນຂອງການ​ເລືອກຕັ້ງກ​າງ​ສະ​ໄໝ​ຄັ້ງ​ນີ້ກໍຄື​ແກ້​ໄຂບັນຫາເສດ​ຖະ​ກິດ ແລະ​ເງິນ​ເຟິ້ ທີ່​ເປັນ​ບູ​ລິ​ມະ​ສິດ ສຳ​ຄັນ​ສຸດຂອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ.

XS
SM
MD
LG