ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາວ​ອາ​ເມ​ຣິ​ກັນ ຮວມ​ທັງ​ຊາວ​ລາວ ຢູ່​ລັດ​ຟ​ລໍ​ຣິ​ດາ ກຽມ​ຮັບ​ມື​ກັບ​ພາ​ຍຸ​ອາຍ​ອັນ ທີ່​ຮ້າຍ​ແຮງ


ແຜນ​ທີ່ ສະ​ເໜີ​ໃຫ້​ເຫັນໂດຍ ສ​ູນ​ກາງ​ເຮີ​ຣິ​ເຄນ​ແຫ່ງ​ຊາດ ຂອງສະ​ຫະ​ລັດ ກ່ຽວ​ກັບເສັ້ນ​ທາງ​ຜ່ານ​ ຂອງເຮີ​ຣິ​ເຄນ​ອາຍ​ອັນ ວັນ​ທີ 26 ກັນ​ຍາ 2022
ແຜນ​ທີ່ ສະ​ເໜີ​ໃຫ້​ເຫັນໂດຍ ສ​ູນ​ກາງ​ເຮີ​ຣິ​ເຄນ​ແຫ່ງ​ຊາດ ຂອງສະ​ຫະ​ລັດ ກ່ຽວ​ກັບເສັ້ນ​ທາງ​ຜ່ານ​ ຂອງເຮີ​ຣິ​ເຄນ​ອາຍ​ອັນ ວັນ​ທີ 26 ກັນ​ຍາ 2022

ລະ​ດູເຮີ​ຣີ​ເຄນ ປີ 2022 ໄດ້​ເລີ້ມ​ແຕ່​ວັນ​ທີ 1 ເດືອນມິ​ຖຸ​ນາ ​ໄປຈົນ​ຮອດ ວັນ​ທີ 30 ເດືອນພະຈິກ. ອົງ​ການ​ຄຸ້ມ​ຄອງ​ມະ​ຫາ​ສະ​ໝຸດ ແລະ​ບັນ​ຍາກາດ​ແຫ່ງ​ຊາດ ​ຂອງ​ສະ​ຫະ​ລັດ (NOAA) ໄດ້​ທຳ​ນາຍ​ວ່າ​ ຄວາ​ມ​ຮ້າຍ​ແຮງ​ຂອງ ​ເຮີ​ຣີເຄ​ນ ໃນ​ປີ​ນີ້ຈະ​ເກີນກວ່າ​ທຳມະ​ດາ ແລະ​ຄາດ​ວ່າ​ຈະ​ມີ​ການຕັ້ງ​ຊື່​ເຮີ​ຣີ​ເຄນ ຈາກ 14 ຫາ 21 ຊື່. ​ນາງ​ສາວ​ຄ​ຣິ​ສໂຕ​ລ ບຸນ​ໄຊ​ຍະ​ວົງ ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ທີ່​ເປັນເຈົ້າ​ຂອງ​ຮ້ານ​ອາ​ຫານ​ຢູ່ເມືອງ​ແຊນ​ປີ​ເຕີ​ສ​ເບີກ ໃນ​ລັດ​ ຟ​ລໍຣິ​ດາ ໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງກ່ຽວ​ກັບການ​ກະ​ກຽມວ່າ:

​ໃນ​ຂະ​ນະ​ດຽວ​ກັນ ​ຜູ້​ປົກ​ຄອງ​ລັດ​ຟ​ລໍຣິ​ດາ ທ່ານ​ຣອ​ນ ເດີ​ແຊ​ນ​ຕິສ ແລະ​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ພາ​ກັນ​ກະ​ກຽມ ແລະ​ຍົກ​ຍ້າຍ​ໄປ​ຢູ່​ບ່ອນທີ່​ປອດ​ໄພ. ເຮີ​ຣີ​ເຄນ​ອາຍ​ອັນ (IAN) ​ອາດມີ​ຄວາມ​ແຮງເ​ຖິງ​ລະດັບ 4 ຫລືມີ​ລົມແຮງ​ແຕ່​ 130 ຫາ 156 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ໃນ​ວັນ​ອັງ​ຄານມື້​ນີ້ ແລະ​ວັນ​ພຸດ​ມື້​ອື່ນ. ອາ​ທິດ​ແລ້ວ​ນີ້ ພາ​ຍຸຟິໂອ​ນາ​ກໍໄດ້ພັດຖະ​ເຂົ້າ​ຫລົ່ມ ເກາະໂປ​ໂຕ​ຣິ​ໂກ ຊຶ່ງ​ໄດ້ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້​າຍ​ແຮງ ແລະ​ໄດ້ເຄື່ອນຍ້າຍ ​ໄປຕາມ​ຝັ່ງ​ມະ​ຫາ​ສະ​ໝຸດແ​ອັດແລນ​ຕິກ ເລາະ​ໄປ​ຕາມຝັ່ງ​ທະ​ເລພາກ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ​ຈົນເຖິງຝັ່ງ​ທ​ະ​ເລໂນ​ວາ ສະ​ກັອດ​ເຕຍ​ ປະ​ເທດ​ກາ​ນາ​ດາ ແລະ​ກໍໄດ້ສ້າງ​ຄວ​າມ​ເສຍ​ຫາຍຢ່າງ​ໜັກ​ຢູ່​ທີ່​ນັ້ນ​.

XS
SM
MD
LG