ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ໃນຕ່າງແດນ ຂອງວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບຍານາງນ້ອຍ ເຈີມຈັນ ຜູ້ຊ່ວຍຈິດຕະແພດຢູ່ມະຫາວິທະຍາໄລຊິຄາໂກທີ່ກຳລັງທຳການ ຄົ້ນຄວ້າ ກ່ຽວກັບປະສົບການອົບພະຍົບອິນດູຈີນ ທີ່ໄດ້ຫລົບໜີຈາກໄພສົງຄາມຫວຽດນາມ ເມື່ອສີ່ທົດສະວັດກ່ອນ ແລະການສຳຫລວດ ເພື່ອເກັບກຳຂໍ້ມູນຈາກບັນດາພໍ່ແມ່ ຕິດຕາມດ້ວຍລູກ ແລະຫລານ ທີ່ໄດ້ມາເຕີບໃຫຍ່ ແລະເກີດຢູ່ໃນສະຫະລັດ ເພື່ອຢາກຮູ້ວ່າເຂົາເຈົ້າມີປະສົບການ ແລະໄດ້ຖ່ອຍທອດບັນຫາດ້ານຈິດໃຈນີ້ຢ່າງໃດ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ມະຫາວິທະຍາໄລຊິຄາໂກ (University of Chicago) ຕັ້ງຢູ່ທາງພາກເໜືອຕອນກາງຂອງສະຫະລັດ ກຳລັງດຳເນີນໂຄງການສຳພາດອະດີດອົບພະຍົບອິນດູຈີນ ທີ່ໄດ້ເດີນທາງມາຈາກລາວ ກຳປູເຈຍ ແລະ ຫວຽດນາມ ເມື່ອສີ່ທົດສະວັດກ່ອນ. ຈຸດປະສົງກໍເພື່ອເກັບກຳຂໍ້ມູນ ແລະຢາກຮູ້ວ່າ ລູກຫລານ ຂອງອະດີດຊາວອົບພະຍົບເຫລົ່ານີ້ ໄດ້ຮັບຜົນກະທົບຈາກໄພສົງຄາມອິນດູຈີນ ທີ່ພໍ່ແມ່ນຂອງເຂົາເຈົ້າໄດ້ມີປະສົບການ ແລະໄດ້ຖືກຖ່າຍທອດມາສູ່ເຂົາ ເຈົ້າຢ່າງໃດໃນໄລຍະສີ່ທົດສະວັດທີ່ຜ່ານມາ.
ໂຣກຈິດ ຫລືໂຣກປະສາດ ພາສາອັງກິດຮ້ອງວ່າ mental illness ນາຍແພດປິ່ນປົວໂຣກຈິດຮ້ອງວ່າ Psychiatrist. ໂຣກຈິດເກີດມາຈາກຫຼາຍບັນຫາທີ່ສະຫລັບຊັບຊ້ອນໃນສັງຄົມຊີວິດ ເຊັ່ນວ່າ ກັງວົນໃຈ ອຸກໃຈ ຜິດຫວັງ ແລະເສຍໃຈຍ້ອນສາເຫດຕ່າງໆ ທີ່ເຮັດໃຫ້ເກີດຄວາມຫງອຍເຫງົາແລະບາງຄັ້ງສະແດງ ປະຕິກິລິຍາອອກມາແບບບໍ່ປົກກະຕິ. ໂຣກຈິດຍັງເກີດມາຈາກກຳມະພັນທີ່ມີຢູ່ໃນຄອບຄົວ. ຢູ່ໃນປະເທດອຸດສາຫະກຳເຂົາເຈົ້າມີນາຍແພດ ທີ່ສຳເລັດຫລັກສູດຮຽນຝ່າຍໂຣກຈິດ ມີຄລິນິກປິ່ນປົວ ແລະໃຫ້ຄຳແນະນຳກ່ຽວກັບເລື້ອງນີ້.
ແຕ່ກົງກັນຂ້າມ ຢູ່ໃນບັນດາປະເທດທີ່ກຳລັງພັດທະນາ ປະຊາຄົມຍັງບໍ່ສາມາດເຂົ້າໃຈເຖິງບັນຫາໂຣກຈິດ ຊຶ່ງປະເພນີທີ່ເຫັນວ່າ ໂຣກຈິດເປັນເລື້ອງອັບອາຍແກ່ຕົນເອງ ແລະຄອບຄົວ. ເພາະສະນັ້ນບັນຫານີ້ໄດ້ຖືກປົກປິດ ແລະປ່ອຍໄວ້ຕາມລໍາພັງ. ນອກຈາກນັ້ນ ຍັງບໍ່ມີນາຍແພດໃຫ້ການປິ່ນປົວ ບໍ່ມີຄລິນິກ ແລະຫລັກສູດການສອນຢູ່ໃນສະຖາບັນການສຶກສາຊັ້ນສູງ.
ຍານາງນ້ອຍ ເຈີມຈັນ ປັດຈຸບັນກຳລັງຕຽມເອົາປະລິນຍາເອກຝ່າຍຢາພື້ນເມືອງ ແມ່ນຜູ້ນຶ່ງທີ່ໄດ້ຊ່ວຍສຳພາດ ເກັບກຳຂໍ້ມູນຈາກຊາວອາເມຣິກັນ ເຊື້ອສາຍລາວ ກ່ຽວກັບປະສົບການ ຫລົບໜີຈາກໄພສົງຄາມ ແລະຄວາມຍ້ານກົວຕ່າງໆ ທີ່ຍັງເກັບກຳເອົາໄວ້ໃນໃຈ ຊຶ່ງຍານາງນ້ອຍກ່າວສູ່ ວີໂອເອ ຟັງດັ່ງນີ້:
ເປັນເວລາສີ່ທົດສະວັດທີ່ຜ່ານມາ ບາດແຜດ້ານຈິດໃຈຫລາຍໆຢ່າງຂອງຊາວອົບພະຍົບ ທີ່ມີປະສົບການຈາກໄພສົງຄາມ ຍັງຖືກປົກປິດໄວ້ ມາຈົນເຖິງເທົ່າປັດຈຸບັນ ເຊັ່ນຄວາມຢ້ານກົວ ແລະຄວາມອັບອາຍຕ່າງໆ ໃນອັນທີ່ນັກວິຊາການເຫັນວ່າ ເປັນໂຣກຈິດທີ່ຜູ້ມີບັນຫາບໍ່ຮັບຮູ້ ຊຶ່ງຍານາງນ້ອຍ ກ່າວຕໍ່ໄປອີກວ່າ:
ຍານາງນ້ອຍກ່າວວ່າ ຊາວກຳປູເຈຍ ເປັນກຸ່ມທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ ຈາກການຂ້າລ້າງ ພາຍໃຕ້ລະບອບຂະເໝນແດງ. ເພາະສະນັ້ນການສຳພາດມີຄວາມຍາກລຳບາກເປັນພິເສດ ເພາະຊາວກຳປູເຈຍບໍ່ຢາກກ່າວເຖິງເລື້ອງນີ້ອີກ. ສຳລັບຄົນລາວແລ້ວ ຍັງມີບັນຫາຄວາມຢ້ານກົວຕ່າງໆນາໆ ແລະບໍ່ກ້າລະບາຍອອກມາ ຊຶ່ງຍານາງນ້ອຍກ່າວຕໍ່ໄປວ່າ:
ການສຳພາດເກັບກຳເອົາຂໍ້ມູນ ຈາກປະສົບການ ຂອງຊາວອົບພະຍົບອິນດູຈີນ ໄດ້ສິ້ນສຸດລົງໄປແລ້ວ ແລະຍານາງນ້ອຍ ໄດ້ກ່າວສະຫລຸບສູ່ ວີໂອເອ ຟັງດັ່ງນີ້:
ຊາວອົບພະຍົບອິນດູຈີນ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ແລະປະເທດຕ່າງໆມາເປັນເວລາກວ່າສີ່ທົດສະວັດແລ້ວ. ເຂົາເຈົ້າປະສົບຜົນສຳເລັດຫລາຍຢ່າງ ເຖິງແມ່ນວ່າບັນດາປະເທດເຫລົ່ານີ້ ມີເສລີພາບ ແລະຊາທິປະໄຕ ໃນການປາກເວົ້າ ແຕ່ປະສົບການຄວາມຊອກຊ້ຳຂອງຊີວິດ ອັນເກີດຈາກໄພສົງຄາມຍັງສືບຕໍ່ເກັບເປັນຄວາມລັບ ແລະຢ້ານກົວຢູ່ອີກຕໍ່ໄປ.