ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຄົ​ມ​ຈຳ​ປາ​ລາວ ໄດ້​ຮັບ​ການ​ຮ່ວ​ມ​ມື ເພື່ອ​ຫາ​ລາຍ​ໄດ້​ ຈາກປະ​ຊາ​ຄົມ​ໄທ ໃນ​ເມືອງ​ສ​ຕ​ຣາ​ສບວກ ປະ​ເທດ​ຝ​ຣັ່ງ


​ກ​ານ​ປະ​ສານງ​ານ​ເພື່ອຫາ​ລາຍ​ໄດ້​ ຂອງ​ຊຸມ​ຊົນລາວ​ ແລະໄທ ທີ່​ເມືອງ​ສ​ະຕ​ຣາ​ສບວກ ປະ​ເທດຝ​ຣັ່ງ
​ກ​ານ​ປະ​ສານງ​ານ​ເພື່ອຫາ​ລາຍ​ໄດ້​ ຂອງ​ຊຸມ​ຊົນລາວ​ ແລະໄທ ທີ່​ເມືອງ​ສ​ະຕ​ຣາ​ສບວກ ປະ​ເທດຝ​ຣັ່ງ

ເ​ທົ່າ​ທີ່​ຜ່ານມ​າ​ຈົນ​ເຖິງ​ປັດ​ຈຸ​ບັ​ນ ສະ​ມາຄົ​ມຈຳ​ປາ​ລາວ​ແລະ​ປະ​ຊາ​ຄົມ​ໄທ ຢູ່​ເມືອງ ສ​ຕ​ຣ​າ​ສບວກ ຕັ້ງ​ຢູ່​ທາງ​ທິດ​ຕາ​ເວັນອອກ​ສຽງ​ເໜືອ​ ຂອງປະ​ເທດ​ຝ​ຣັ່ງ ​ຕິດ​ກັບ ​ຊ​າຍ​ແດນຂອງປະ​ເທດ​ເຢຍຣະ​ມັນ ໄດ້​ມີ​ການປະ​ສານງ​ານ​ແລກ​ປ່ຽນ​ມິດ​ຕະ​ພາບ ໂດຍຈັດ​ງານ​ຫາ​ລາຍ​ໄດ້ຂາຍ​ອາ​ຫານ​ການ​ກິນແລະ​ສະ​ແດງ​ສິນ​ລະ​ປະ​ພຶ້ນ​ເມືອງນຳ​ກັນ ຊຶ່ງ​ທ່ານ​ບຸນ​ມາກ ອາ​ເລັກ ສີ​ສຸ​ວັນ ປະ​ທານ​ສະ​ມາ​ຄົມ​ຈຳ​ປາ​ລາວ ​ກ່າວ​ເຖິງການ​ປະ​ສານ​ງາ​ນ ແລະ​ຄວາມ​ສຳ​ພັນລະ​ຫວ່າງສອງ​ປະ​ຊາ​ຄົມ​ ລາວ ແລະ​ໄທ ສູ່​ວີ​ໂອ​ເອ ຟັງ​ດັ່ງ​ນີ້:

​ການ​ປະ​ສານ​ງານ​ກໍ​ເພື່ອ​ນຳ​ເງີນ​ມາຊ່ວຍໃຊ້​ຈ່າຍບໍ​ລິ​ຫານກິດ​ຈະ​ກຳວັດ​ທະ​ນາ​ທຳ ໃຫ້​ແກ່​ພວກເຍົາ​ວະ​ຊົນຝ​ຣັ່ງ ເຊື້​ອ​ສາຍ​ລາວ. ໃນ​ຂະ​ນະດຽວ​ກັນປະ​ຊາ​ຄົມ​ລາວ​ກໍໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ ແກ່​ປະ​ຊ​າ​ຄົມ​ໄທ ​ເຊັ່ນກັນ ​ໃນ​ເວ​ລາ​ຕ້ອງ​ການ​. ​ຢູ່​ທີ່ເມືອງ​ສ​ຕ​ຣາ​ສ​ບວກ​ແຫ່ງ​ນີ້ ມີ​ປະ​ຊາ​ຊົນ​ຝ​ຣັ່ງ ​ເຊື້ອ​ສາຍ​ລາວ​ຫລ​າຍ​ພັນ​ຄົນທີ່ໄດ້ເຂົ້າ​ໄປຕັ້ງ​ຖິ່ນ​ຖານ ເມື່ອ​ສີ່​ທົດ​ສະ​ວັດ​ກ່ອນ. ເຂົາ​ເຈົ້າ​ພາ​ກັນທຳ​ມາ​ຫາ​ກິນ​ຢູ່​ຕາມ​ໂຮງ​ຈັກ​ໂຮງງ​ານ. ສ່ວນພວກ​ຊາວ​ໜຸ່ມ​ເຊື້ອ​ສາຍ​ລາວ​ລຸ້ນ​ໃໝ່ ຈຳ​ນວນ​ນຶ່ງ​ໄດ້ພາ​ກັນສ້າງ​ຄວາມ​ກ້າວ​ໜ້າ ຄືເປັນ​ທະ​ນາຍ​ຄວາມ ນາຍ​ແພດ ແລະ ນັກ​ວິ​ຊາ​ການ​ຕ່າ​ງ​ໆ. ສ່ວນ​ໃຫຍ່​ຂອງ​ສະ​ມາ​ຊິກ​ສັງ​ຄົມ​ໄທ ເດີນ​ທາງ​ມາ​ຈາກ​ພາກ​ອີ່​ສານ. ເຂົາ​ເຈົ້າກໍ​ເຊັ່ນດຽວ​ກັນ ປະ​ກອບ​ອາ​ຊີບ ​ຢູ່​ຕາມ​ໂຮງ​ຈັກ​ໂຮງ​ງານ ແລະ​ຮ້ານ​ອາ​ຫານຕ່າງໆ​.

XS
SM
MD
LG