ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນເລີ່ມມີຄວາມເປັນຫ່ວງ ກ່ຽວກັບ ພາວະເສດຖະກິດຕົກຕໍ່າ ໃນປີ 2023


ຜູ້ຊາຍຄົນນຶ່ງຊື່ອາຫານຢູ່ຮ້ານຊຸບເປີມາເກັດໃນນະຄອນ ນິວຢອກ, 27 ກໍລະກົດ 2022.
ຜູ້ຊາຍຄົນນຶ່ງຊື່ອາຫານຢູ່ຮ້ານຊຸບເປີມາເກັດໃນນະຄອນ ນິວຢອກ, 27 ກໍລະກົດ 2022.

ມີການຄາດຄະເນຢ່າງຫຼວງຫຼາຍໂດຍບັນດານັກເສດຖະສາດວ່າ ພາວະເສດຖະ ກິດຕົກຕໍ່າຈະເລີ່ມຂຶ້ນ ໃນຕົ້ນປີ 2023. ເຂົາເຈົ້າເວົ້າວ່າເສດຖະກິດແມ່ນຄາດວ່າຈະເຕີບໂຕ້ຊ້າ ແຕ່ບັນດານັກລົງທຶນຍັງສາມາດ ສ້າງລາຍໄດ້ໃນລະຫວ່າງພາວະເສດຖະກິດ ແຕ່ມັນຈະຫຍຸ້ງຍາກຫຼາຍກວ່າເກົ່າ.

ແຕ່ສຳລັບປະຊາຊົນນັ້ນ, ມີການຄາດກັນວ່າ ຈະຖືກກະທົບດ້ວຍລາຄາສິນຄ້າອຸປະໂພກບໍລິໂພກທີ່ສູງຂຶ້ນ ແລະ ຄົນຈຳນວນນຶ່ງຈະສູນເສຍວຽກເຮັດງານທຳຍ້ອນຜູ້ຈ້າງງານບໍ່ມີທຶນພຽງພໍ ເພື່ອຈ້າງພະນັກງານ. ແມ່ຍິງລາວຄົນນຶ່ງຈາກລັດນິວຢອກ ທີ່ມີຄວາມເປັນຫ່ວງ ກ່ຽວກັບ ພາວະເສດຖະກິດຕົກຕໍ່າໄດ້ກ່າວຕໍ່ ວີໂອເອພາກພາສາລາວວ່າ “ເອື້ອຍຫາກໍປ່ຽນວຽກ, ໄດ້ວຽກໃໝ່ຕົ້ນເດືອນນີ້. ສາເຫດທີ່ປ່ຽນວຽກໃໝ່ ກະເພາະວ່າປີໜ້າຢ້ານ ເກີດພາວະເສດຖະກິດຕົກຕໍ່າ ແລະ ຢ້ານຖືກເຂົາປົດອອກວ່າຊັ້ນຊະ. ກະເລີຍ ປ່ຽນໄປເຮັດນຳອົງການຈັດຕັ້ງທີ່ໝັ້ນຄົງ ເພາະເອື້ອຍຮູ້ວ່າບໍລິສັດສ່ວນຫຼາຍຢູ່ອາເມການີ້ເຂົາຊິຕັດ ພະນັກງານລົງຫຼາຍແນ່ນອນ ຖ້າເກີດພາວະເສດຖະກິດຕົກຕໍ່າ. ເຮົາກະເລີຍປ້ອງກັນໂຕເອງໄວ້ກ່ອນ. ແລະກະໂຊກດີທີ່ໄດ້ວຽກໃໝ່.”

ອົງການກອງທຶນສາກົນຄາດວ່າການເຕີບໂຕທາງດ້ານເສດຖະກິດໂດຍລວມໃນ ສະຫະລັດ ຈະເພີ່ມຂຶ້ນ 2.3 ເປີ ເຊັນ ໃນປີ 2022 ແລະ 1 ເປີເຊັນໃນປີ 2023. ໃນຂະນະດຽວກັນອັດຕາເງິນເຟີ້ກໍຍັງຈະສູງ ຢູ່ຄືເກົ່າ ຍ້ອນຈຳນວນເງິນໝຸນວຽນທັງໝົດ ທີ່ເພີ່ມຂຶ້ນຢ່າງບໍ່ເຄີຍມີມາກ່ອນຢູ່ໃນ ສະຫະລັດ ອີງຕາມ ການກ່າວຂອງທ່ານ ສຕີຟ ແຮັ້ງ ອາຈານສອນເສດຖະສາດຢູ່ມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ໃນການໃຫ້ສຳພາດກັບໂທະລພາບ CNBC.

XS
SM
MD
LG