ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜັກ​ພື້ນ​ເມືອງ​ລາວ ນິ​ຍົມ​ປູກ​ກັນ ທີ່​ເມືອງ​ແຟ​ຣ​ສ​ໂນ ລັດ​ຄາ​ລິ​ຟໍ​ເນຍ


ຕົ້ນ​ໝາກ​ກະ​ຖີນ ແມ່ນ​ພືດ​ຊະ​ນິດ​ນຶ່ງ ທີ່​ຫາ​ກິນ​ໄດ້​ຍາກ ​ຢູ່​ໃນ​ສະ​ຫະ​ລັດ
ຕົ້ນ​ໝາກ​ກະ​ຖີນ ແມ່ນ​ພືດ​ຊະ​ນິດ​ນຶ່ງ ທີ່​ຫາ​ກິນ​ໄດ້​ຍາກ ​ຢູ່​ໃນ​ສະ​ຫະ​ລັດ

ຢູ່​ໃນ​ສະ​ຫະ​ລັດ ແລະ​ປະ​ເທດ​ອື່ນໆ ບ່ອນ​ໃດ​ມີ​ຄອບ​ຄົນ​ລາວ ບ່ອນ​ນັ້ນ​ເຮົາ​ຈະ​ສັງ​ເກດ​ເຫັນ​ຜັກ​ພື້ນ​ເມືອງ​ລາວ​ຊະ​ນິດ​ໃດ​ຊະ​ນິດ​ນຶ່ງ​ປູກ​ໃສ່​ກະ​ຖັງຢູ່​ຕາມ​ເດີ່ນ​ບ້ານ ປູກເລາະ​ຮົ້ວ ແລະ​ສວນ​ຄົວ ໂດຍ​ສະ​ເພາະ​ຕົ້ນ​ໝາກ​ຂີ້​ຫູດ. ​ຫລາຍໆ​ຄົນ​ພາ​ກັນ​ປູກ​ພໍ​ໄດ້ເ​ບິ່ງ​ໄດ້​ຊົມ ແຕ່​ຫລາຍໆ​ຄົນ​ພາ​ກັນ​ປູກ​ເປັນ​ການ​ຄ້າ​ເທົ່າ​ທີ່​ເຮັດ​ໄດ້ ດັ່ງ​ໂຕ​ຢ່າງ​ທ່ານ​ຮັກ ສີ​ຫາ​ຈັກ ຢູ່​ເມືອງ​ແຟ​ຣ​ສ​ໂນ ລັດ​ຄາ​ລິ​ຟໍ​ເນຍ ຊຶ່ງ​ກ່າວ​ສູ່ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ລິງໂດຍກົງ

ຕັ້ງ​ແຕ່ໃດໆ​ມາ ຄົນ​ລາວ​ມີຮິດ​ຄອງປະ​ເພ​ນີ​ ເປັນ​ຄົນ​ມັກ​ປູກ​ຝັງ​ພືດ​ຕ່າງໆທີ່​ບໍ່​ມີ​ຂາຍ​ຢູ່​ຕາມຕະ​ຫລາດໂດຍ​ທົ່ວ​ໄປ. ຕົກ​ມາ​ເຖິງ​ສະ​ໄໝການຍົກ​ຍ້າຍ​ອອກ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ ຢູ່ນອກ​ປະ​ເທດ ເຂົາ​ເຈົ້າ​ຍັງ​ບໍ່​ລົດ​ລະ ​ນຳ​ການ​ປູກ​ຜັກ ແລະ​ພືດ​ຕ່າງໆທີ່​ເຄີຍ​ໄດ້​ເຕີບໃຫຍ່ ແລະເຫັນຢູ່​ໃນ​ເມືອງ​ລາວ.

ທ່ານ​ຮັກ ສີ​ຫາ​ຈັກ ປັດ​ຈຸ​ບັນເປັນ​ຊ່າງ​ແປງ​ລົດ ​ທ່ານ​ໄດ້ໃຊ້​ເວ​ລາ​ຫວ່າງ​ປູກ​ພືດ​ທີ່​ເຄີຍ​ເຫັນ​ຢູ່​ບ້ານ​ເກີດໃນແຂວງ​ສະ​ຫວັນ​ນະ​ເຂດ. ຫລາຍໆ​ຊະ​ນິດ​ສາ​ມາດ​ທົນ​ກັບ​ດິນ​ຟ້າ​ອາ​ກາດ​ໄດ້ ແລະຫລາຍໆຊະ​ນິດທີ່​ທົນ​ກັບ​ການ​ປ່ຽນ​ແປງ​ອາ​ກາດ​ບໍ່​ໄດ້​ນັ້ນ ​ຕ້ອງ​ໄດ້​ຮັກ​ສາ​ເປັນ​ພິ​ເສດ ​ໄວ້​ຢູ່​ໃນ​ເຮືອນ​ປູກ​ຕົ້ນ​ໄມ້. ​ທ່ານ​ຮັກ ເປັນ​ທີ່​ຮູ້​ກັນ​ດີ​ວ່າ ທ່ານ​ມີ​ຜັກ​ນາໆ​ຊະ​ນິດ​ຂອງ​ເມືອງ​ລາວ ເຊັ່ນຕົ້ນ​ຜັກ​ກະ​ຖິນ ຕົ້ນໝາກ​ຍົມ ຜັກ​ສະ​ເມັກ ຜັກ​ຕີ້ວ ອັນ​ທີ່​ຫາ​ກິນ​ໄດ້​ຍາກເຫລົ່າ​ນີ້​ເປັນຕົ້ນ. ທ່ານກ່າວ​ວ່າ ຈຸດ​ປະ​ສົງ​ກໍ​ເພື່ອປູກໄວ້​ເບິ່ງ​ເປັນການ​ພັກ​ຜ່ອນ​ ກິນ​ສຳ​ລັບ​ຄອບ​ຄົວ ແບ່ງ​ປັນ ແລະ​ຂາຍ​ເລັກ​ນ້ອຍ ໃຫ້ແກ່​ຄົນແພງຢູ່​ໃນ​ຂົງ​ເຂດ.

XS
SM
MD
LG