ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ທ່ານ ບັນ​ດິດ ກອງ​ມະ​ນີ​ເພັດ ນັກ​ທຸ​ລະ​ກິດ​ຮ້ານ​ອາ​ຫານ


​ຮ້ານ​ອາ​ຫານ ໄທ ລາ​ວ ຣີ​ເວີ ກຳ​ລັງ​ຈະ​ເປີດ​ທ້າຍ​ປີ 2022
​ຮ້ານ​ອາ​ຫານ ໄທ ລາ​ວ ຣີ​ເວີ ກຳ​ລັງ​ຈະ​ເປີດ​ທ້າຍ​ປີ 2022

ທ່ານ​ຜູ່​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການຊິ​ວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ຂອງວີ​ໂອ​ເອ ​ສຳ​ລັບ​ວັນ​ພະ​ຫັດ​ມື້​ອື່ນ​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ໂອ້​ລົມ ກັບ​ ທ່ານ​ບັນ​ດິດ ກອງ​ມະ​ນີ​ເພັດ ນັກ​ທຸ​ລະ​ກິດ​ ​ທີ່ກໍ​າ​ລັງ​ຈະ​ເປີດ​ຮ້ານ​ອາ​ຫານ River Thai Lao ຢູ່​ເມືອງ Clark ລັດ​ວໍ​ຊິງ​ຕັນ ຊຶ່ງກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ. ​

ທ່ານ​ບັນ​ດິດ ກອງ​ມະ​ນີ​ເພັດ
ທ່ານ​ບັນ​ດິດ ກອງ​ມະ​ນີ​ເພັດ

​ທ່ານ​ບັນ​ດິດ ກອງ​ມະ​ນີ​ເພັດ ແມ່ນ​ນັກ​ທຸ​ລະ​ກິດ​ລາວ​ອາ​ເມ​ຣິ​ກັນ ທີ່​ຮູ້​ຈັກຫລັກການ ແລະ​ກົດ​ລະ​ບຽບ​ເປັນ​ພິ​ເສດ. ​ທ່ານ​ສຳ​ເລັດ​ປະ​ລິນ​ຍາ​ຕີ​ຝ່າຍ Ministry ທີ່​ພົວ​ພັນ​ກັບ​ສາດ​ສະ​ໜາ​ຕາ​ໂຕ​ລິກ ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ Mulnomah ​ທີ່ນະ​ຄອນ​ພອດ​ແລນ ລັດ​ອໍ​ເຣ​ກັນ. ທ່ານບັນ​ດິດ ເກີດ​ຢູ່​ໃນ​ຄອບ​ຄົວ​ນັກຄ້າຂາຍ​ທີ່​ມີ​ອິດ​ທິ​ພົນ​ຢູ່​ໃນ​ແນວ​ຄິດ​ມາ​ແຕ່​ນ້ອຍ. ທ່ານ​ບັນ​ດິດ ​ເຄີຍ​ເປັນ​ອາ​ຈານ​ສອນ​ການ​ຄົວ​ກິນ​ອາ​ຫານ​ໄທ ລາວ ແລະ​ເອ​ເຊຍ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Clark College ໃນ​ລັດ​ວໍຊິງ​ຕັນ.

ກ່ອນ​ໜ້າ​ການ​ລະ​ບາດ​ໂຄວິດ-19 ​ທ່ານມີ​ຮ້ານ​ກາ​ເຟ ແລະ​ເຄື່ອງ​ດື່ມມາເປັນ​ເວ​ລາກວ່າ​ສິບ​ປີ ຊຶ່ງ​ເປັນ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະສ້າງ​ລາຍ​ໄດ້​ເປັນ​ພິ​ເສດ. ​ ​ຜົນ​ກະ​ທົບການລະ​ບາດ​ໂຄວິດ-19​ ເມື່ອ​ສອງ​ປີ​ກ່ອນໄດ້​ເຮັດ​ໃຫ້ທຸ​ລະ​ກິດ​ຕ່າງໆ​ ແລະ​ການ​ດຳ​ລົງຊີ​ວິດ​ຫັນ​ປ່ຽນມາ​ຈົນ​ເຖິງ​ເທົ້າ​ປັດ​ຈຸ​ບັນນີ້. ​ເຖິງ​ແມ່ນ​ທຸ​ລະ​ກິດ​ຂອງ​ທ່ານ​ບັນ​ດິດ ໄດ້ປິດ​ລົງ​ມາ​ເປັນ​ເວ​ລາກວ່າ​ສອງ​ປີແລ້ວ​ກໍ​ຕາມ ແຕ່ທ່ານຍັງ​ສາ​ມາດດຳ​ລົງຊີ​ວິດ​ຢູ່​ໄດ້​ຢ່າງ​ສະ​ບາຍ. ​ດ້ວຍຄວາ​ມ​ສະ​ຫລາດ ​ມີສະ​ຕິ​ປັນ​ຍາ ແລະ​ພິກ​ໄຫວ ບັດ​ນີ້​ທ່ານ​ບັນ​ດິດ ກຳ​ລັງ​ຈະ​ເປີດ​ຮ້ານ​ອາ​ຫານໃໝ່ຊື່​ວ່າ ຣີ​ເວີ​ໄທລາວ​ (River Thai Lao Restaurant) ຢູ່​ເມືອງ Clark ໃນ​ລັດ​ວໍ​ຊິງ​ຕັນ ຕັ້ງ​ຢູ່ແຈ ເໜືອສຸດ​ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ.

ທ່ານ​ບັນ​ດິດ ໄດ້​ອະ​ທິ​ບາຍ​ເຖິງ​ຂັ້ນ​ຕອນ​ກ່ອນ​ທີ່ຈະ​ເປີດ​ຮ້​ານອາ​ຫານ​ໃຫ້​ຖືກ​ຕ້ອງ​ຕາມ​ກົດ​ລະ​ບຽບ​ທ້ອງ​ຖິ່ນ ແລະ​ກົດ​ລະ​ບຽບລັດເປັນຂັ້ນ​ຕອນ. ແຕ່​ກ່ອນ​ອື່ນ ທ່ານ ຕ້ອງ​ໄດ້​ພິ​ສູດໃຫ້​ເຫັນ​ຄວາ​ມ​ໝັ້ນ​ຄົງ​ດ້ານ​ການ​ເງິນ ທີ່​ຈະ​ນຳ​ມາ​ລົງ​ທຶນ ສະ​ຖານ​ທີ່​ອັນເໝາະ​ສົມ​ ດັ່ງ​ທີ່​ທ່ານ​ບັນ​ດິດ ກ່າວເຖິງ​ແນວ​ຄິດ​ເບື້ອງ​ຕົ້ນ​ສູ່ ວີ​ໂອະ​ເອ ຟັງ​ດັ່ງ​ນີ້​:

ການເປີດ​ຮ້ານ​ຮ້ານ​ອາ​ຫານມີ​ກົດ​ລະ​ບຽບທີ່​ສະຫ​ລັບ​ຊັບ​ຊ້ອນ ຕ້ອງຜ່ານຂັ້ນຕ​ອນ​ຈາກ​ຫ້ອງ​ການ​ທີ່​ກ່ຽວ​ຂ້ອງ​ເຊັ່ນ​ເຄ​ຫະສະ​ຖານ ຂົງ​ເຂດ​ບ່ອນ​ຕັ້ງ​ຮ້ານທີ່​ຕ້ອງ​ພົວ​ພັນ​ກັບ ນ້ຳ ໄຟ ​ສຸ​ຂະ​ພາບອະ​ນາ​ໄມ ແລະ ຄວາມປອດ​ໄພ​ຕ່າງໆ ດັ່ງ​ທີ່​ທ່ານ​ບັນ​ດິດ ກ່າວ​ຕໍ່​ໄປ​ອີກວ່າ:

ການ​ມີ​ເງິນ​ລົງ​ທຶນ ແລະ​ການ​ມີ​ແນ​ວ​ຕິດ​ຢາກ​ເປີດ​ຮ້ານ​ອາ​ຫານ ບໍ່​ໄດ້​ເປັນ​ທີ່​ຮັບ​ຮູ້​ສະ​ເໜີ​ໄປ ຊຶ່ງ​ຈະ​ຂຶ້ນ​ກັບເຈົ້າ​ຂອງ​ສະ​ຖານ​ທີ່ ແລະການ​ບໍ​ລິ​ຫານ. ​ເພ​າ​ສະ​ນັ້ນຜູ້​ທີ່​ຈະ​ມາ​ລົງ​ທຶນ​ຕັ້ງ​ຮ້ານອ​າ​ຫານ ​ຕ້ອງ​ພິ​ສູດ​ໃຫ້​ເຫັນ​ເຖິງ ​ຄວາ​ມ​ສ​າ​ມາດ​ຫລາຍໆ​ຢ່າງ. ບ່ອນ​ຕັ້ງ​ຮ້ານ​ອາ​ຫານເປັນບ່ອນສຳ​ຄັນທີ່​ສຸດ ທີ່​ຈະ​ຕ້ອງ​ເຂົ້າ​ກັບ​ບັນ​ຍາກ​າດ​ສິ່ງ​ແວດ​ລ້ອມ​ຂອງ​ສັງ​ຄົມ ທີ່​ສະ​ຫ​ວາດ​ສະ​ເຫວີຍເພື່ອ​ໃຫ້​ພວກ​ລູກ​ຄ້າ​ໄດ້​ມີ​ໂອ​ກາດພັກ​ຜ່ອນ​ຢ່ອນ​ອາ​ລົມກັບ​ອາ​ຫານ​ການ​ກິນ ດັ່ງ​ທີ່​ທ່ານບັນ​ດິດ ໄດ້​ກ້າວ​ມ້ວນ​ທ້າຍ​ສູ່​ຟັງ​ດັ່ງ​ນີ້:

ທ່ານ​ບັນ​ດິດ ກອງ​ມະ​ນີ​ເພັດ ແມ່ນໂຕ​ຢ່າງນັກ​ທຸ​ລະ​ກິດ​ອາ​ເມ​ຣິ​ກັນ​ເຊື້​ອ​ສາວ​ລາວ​ຄົນ​ນຶ່ງ ທີ່​ປະ​ສົບ​ຜົນ​ສຳ​ເລັດ ໃນ​ການປະ​ກອບ​ວິ​ຊາ​ອາ​ຊີ​ບ ແລະ​ສ້າງ​ເສດ​ຖະ​ກິດ​ຢ່າງ​ບໍ່​ທໍ້​ຖອຍ​ໃຫ້​ແກ່​ປະ​ເທດ​ຊາດ ເຖິງ​ແມ່ນ​ມີ​ອຸບ​ປະ​ສັກ​ການ​ແຜ່​ລະ​ບາດ​ໂຄວິດ-19 ​ມາ​ເປັນ​ເວ​ລາກວ່າ​ສອ​ງ​ປີ​ແລ້ວ​ກໍ​ຕາມ.

XS
SM
MD
LG