ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ລາວກວ່າ 3,000 ຄົນ ຮ່ວມ​​​ງານຄອນ​ເສີດ ທີ່​ນະ​ຄອນ​ລາສ​ເວ​ກັ​ສ


​ຊາວ​ລ​າວ 3,000 ຄົ​ນ ຈາກ​ສະ​ຫະ​ລັດ ກາ​ນາ​ດາ ແລະ​ຝ​ຣັ່ງ ເຕົ້າ​ໂຮມ​ສັນ​ງານ​ຄອນ​ເສີດ ທີ່​ໂຮງ​ແຮມ​ປາ​ຣີ ນະ​ຄອນ​ລາ​ສ​ເວ​ກັ​ສ
​ຊາວ​ລ​າວ 3,000 ຄົ​ນ ຈາກ​ສະ​ຫະ​ລັດ ກາ​ນາ​ດາ ແລະ​ຝ​ຣັ່ງ ເຕົ້າ​ໂຮມ​ສັນ​ງານ​ຄອນ​ເສີດ ທີ່​ໂຮງ​ແຮມ​ປາ​ຣີ ນະ​ຄອນ​ລາ​ສ​ເວ​ກັ​ສ

ທ່ານ​ມະ​ໂນ​ໄທ ວົງ​ຄຳ​ຈັນ ພ້ອມ​ດ້ວຍ​ຄະ​ນະ ​ໄດ້ເດີນ​ທາງ​ມາ​ຈາກ​ເມືອງວິນ​ນິ​ເພັກ ແຂວງ​ມາ​ນິ​ໂຕ​ບາ ​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກຂອງປະ​ເທດ​ກາ​ນາ​ດາ ໃນ ​ການເດີນ​ທາງ​ໄປນະ​ຄອນ​ລາ​ສ​ເວ​ກັ​ສເປັນ​ເທື່ອ​ທຳ​ອິດ ເພື່ອ​ເຂົ້າ​ຮ່ວມ​ງານໂຮມ​ຊຸມ​ນຸມ​ສັງ​ສັນ​ຄອນ​ເສີດ​ “ເພ​ງ​ລາວ​ລວມ​ຍຸກ” ເປັນ​ເວ​ລາ​ສອງວັນ ແຕ່ວັນ​ສຸກທີ 4 ຫາ​ວັນ​ເສົາ ທີ 5 ກັນ​ຍາ ຢູ່​ໂຮງ​ແຮມ​ປາ​ຣີ ​ໃນນະ​ຄອນ​ລາສ​ເວ​ກັ​ສ ລັດ​ເນ​ວາ​ດາ. ຄອນ​ເສີດ​ດັ່ງ​ກ່າວ​ນີ້ ໄດ້ຈັດ​ຂຶ້ນ​ໂດຍກຸ່ມອາ​ສາ​ສະ​ໝັກຫລີ້ນເພື່ອ​ຄວາມ​ມ່ວນ​ຊື່ນ. ທ່ານ​ມະ​ໂນ​ໄທແມ່ນ​ຜູ້​ນຶ່ງ​ໃນ​ຈຳ​ນວນ 3,000 ​ຄົນໄດ້​ກ່າວ​ເຖິງ​ຄວາມ​ຕື່ນ​ເຕັ້ນ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ລິງໂດຍກົງ

​ຮວມ​ຢູ່​ໃນ​ບັນ​ດາ​ຜູ້​ເຂົ້າ​ຮ່ວມ ກໍມີ​ຊາວອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ ທີ່ເດີນ​ທາງ​ມາຈາກລັດຕ່າງໆໃນ​ສະ​ຫະ​ລັດ ​ຕິດ​ຕາ​ມ​ດ້ວຍ​ບັນ​ດາ ດາ​ຣາ​ນັກ​ຮ້ອງ​ທີ່​ເດີນ​ທາງມາຈາກ​ເທດ​ກາ​ນາ​ດາ ຝ​ຣັ່ງ ແລະ ​ອອ​ສ​ເຕ​ຣ​ເລຍ.

ບັນ​ດາ​ສຸ​ພາບ​ສັດ​ຕີ ພາ​ກັນ​ນຸ​່ງ​ສຸດ​ພື້ນ​ເມືອງ​ລາວ​ຢ່າງ​ງົດ​ງາມ
ບັນ​ດາ​ສຸ​ພາບ​ສັດ​ຕີ ພາ​ກັນ​ນຸ​່ງ​ສຸດ​ພື້ນ​ເມືອງ​ລາວ​ຢ່າງ​ງົດ​ງາມ

ໃນຕອນ​ແລງວັນ​ສຸກ ບັນ​ດາ​ສຸພ​າບ​ສະຕີ​ພາ​ກັນ​ນຸ່ງ​ຊູດ​ຣາ​ຕ​ຣີສາ​ກົນ ແລະໃນ​ຕອນ​ແລງວັນ​ເສົາ ເຂົາ​ເຈົ້າ​ນຸ່ງ​ເຄື່ອງພື້ນ​ເມືອງ​ລາວຢ່າງ​ງົດ​ງ​າມ. ການ​ເຕົ້າ​ໂຮມ​ຂອງ​ຊາວ​ລາວ​ຢ່າງຫຼວງ​ຫລາຍ​ຄັ້ງ​ນີ້ ​ກໍເພື່ອ​ສົ່ງ​ທ້າຍ​ລະ​ດູ​ຮ້ອນ ແລະໜີ​ຈາກການ​ກັກ​ໂຕ​ຈາກ​ໂຄວິດ-19​. ​ບັດ​ນີ້ເຂົາ​ເຈົ້າ​ໄດ້​ມີ​ໂອ​ກາດມາ​ພົບພໍ້​ກັນ ເປັນ​ເທື່ອ​ທຳ​ອິດ​ ໂດຍ​ສະ​ເພາະຫລັງ​ຈາກ​ສີ່​ທົດ​ສະ​ວັດ ​ທີ່ໄດ້​ພັດ​ພາກ​ຈາກກັນ ນັບ​ແຕ່​ໄດ້ໜີອອກ​ຈາກ​ປະ​ເທດ​ລາວ ເຂົ້າມາ​ຕັ້​ງ​ຖິ່ນ​ຖານ​ຢູ່ໃນ​ຕ່າງ​ປະ​ເທດ. ງານ​ດັ່ງ​ກ່າວນີ້ ໄດ້​ສິ້ນ​ສຸດ​ລົງ​ຢ່າງຈົບ​ງາມ​ ພ້ອມດ້ວຍ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ກັນ.

XS
SM
MD
LG