ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີ​ໂອ​ເອ​ ໂອ້​ລົມ​ ກັບທ່ານ​ຄຳ​ຜາຍ ວິ​ໄລ​ລັກ ເຈົ້າ​ຂອງ​ຟາມ​ລ້ຽງ​ງົວ ໃນ​ລັດອາ​ແກ​​ນຊໍ


​ທ່​ານ​ຄຳ​ຜາຍ ວິ​ໄລ​ລັກ ແລະ​ຝູງ​ງົວ​ຈຳ​ນວນ​ນຶ່ງ ທີ່​ລັດ​ອາ​ແກ​ນ​ຊໍ
​ທ່​ານ​ຄຳ​ຜາຍ ວິ​ໄລ​ລັກ ແລະ​ຝູງ​ງົວ​ຈຳ​ນວນ​ນຶ່ງ ທີ່​ລັດ​ອາ​ແກ​ນ​ຊໍ

ສະ​ຍາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວໃນ​ຕ່າງ​ແດນ​ຂອງ ວີ​ໂອ​ເອ ປະ​ຈຳ​ວັນ​ພະ​ຫັດມື້​ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ຮູ້​ຈັກ​ກັບທ່​ານ​ຄຳ​ຜາຍ ວິ​ໄລ​ລັກ ເຈົ້າ​ຂອງ​ຟາມ​ລ້ຽງ​ງົວ ຢູ່​ທີ່​ລັດ​ອາແ​ກນຊໍ ຕັ້ງ​ຢູ່​ທາງ​ພາກ​ກາງຕອນ​ໃຕ້ ຂອງ​ສະ​ຫະ​ລັດ. ​ທ່ານ​ຄຳ​ຜາຍ ແມ່ນ​ໃຜ ມ​າ​ຈາກ​ໃສ ແລະ​ເປັນ​ດ້ວຍ​ເຫດໃດ ຈຶ່ງ​ໄດ້ກາຍ​ມາ​ເປັນເຈົ້າ​ຂອງ​ຟ​າມລ້ຽງ​ງົວ ຢູ່​ໃນ​ລັດ​ອາ​ແກ​ນ​ຊໍ ​ຊຶ່ງກິ່ງ​ສະ​ຫວັນ​ຈະ​ນຳ​ເອົາ​ການ​ສຳພາດ ​ມາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ຝູງ​ງົວຈຳ​ນວນ​ນຶ່ງ​ທີ່​ປ່ອຍ​ໄວ້​ຢູ່​ໃນ​ຟາມ
ຝູງ​ງົວຈຳ​ນວນ​ນຶ່ງ​ທີ່​ປ່ອຍ​ໄວ້​ຢູ່​ໃນ​ຟາມ

ການ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານໃໝ່ ​ຢູ່​ໃນ​ສະ​ຫະ​ລັດ​ ເມື່ອ​ສີ່​ທົດ​ສະ​ວັດ​ກ່ອນ​ນັ້ນ ມີ​ຄວາມ​ສັບ​ສົນ​ໃຫ້​ແກ່​ຫລາຍໆ​ຄົນ ທີ່ບໍ່ລຶ້ງ​ເຄີຍ​ກັບ​ພູ​ມີ​ປະ​ເທດ ​ບັນ​ຍາ​ກາດ​ສັງ​ຄົມ​ຊີ​ວິດໃນແຕ່​ລະ​ທ້ອ​ງ​ຖິ່ນ ສືບ​ທາວຫາ​ເພື່ອນ​ຝູງ ຍາດ​ຕິ​ພີ່​ນ້ອງ ໂດຍ​ສະ​ເພາະ​ຊອກ​ຫາ​ບ່ອນມີ​ວຽກເຮັດ​ງານທຳ​ເຫລົ່າ​ ນີ້​ເປັນ​ຕົ້ນ.​ ຫລາຍໆ​ຄົນ​ໄດ້​ພາ​ກັນ​ຕັ້ງ​ຄອບ​ຄົວ​ຢູ່​ແຕ່ບ່ອນ​ເກົ່າ ຈົ​ນ​ເຖິງ​ເທົ້າ​ ປັດ​ຈຸ​ບັນນີ້. ຫລາຍ​ຄົນ​ມັກ​ຢູ່ໃນໂຕ​ເມືອງ​ໃຫຍ່ ແລະຫລາຍຄົນມັກ​ຢູ່​ເຂດ​ຊົນ​ນະ​ບົ

ດ ເພື່ອປູກຝັງ ແລະ​ລ້ຽງ​ສັດ. ໃນ​ທີ່​ສຸດເຂົາ​ເຈົ້າ​ໄດ້ ພາ​ກັນ​ປັບ​ໂຕ ​ລື້ງ​ເຄີຍໄປ​ ກັ​ບ​ສິ່ງ​ແວດ​ລ້ອມ​ຂອງ​ໃຜ​ລາວ.

ທ່ານ​ຄຳ​ຜາຍ ວິ​ໄລ​ລັກ ເດີນ​ທາງ​ມາ​ເຖິງ​ສະ​ຫະ​ລັດ​ໃນ​ປີ 1981 ເວ​ລາ​ນັ້ນ​ຍັງ​ເປັນ​ຊາຍ​ໂສດ ມັກ​ປ່ຽນ​ບ່ອນ​ຢູ່ ແລະ ປ່ຽນ​ວຽກເຮັດວຽກຢູ່​ເລື້ອຍໆ ກ່ອນ​ທີ່​ທ່ານ​ໄດ້​ຕັດ​ສິນ​ໃຈ​ຊື້​ຟາມ​ລ້ຽງ​ໄກ່ ແລະ​ລ້ຽງ​ງົວ ຢູ່​ໃນ​ລັດ​ອ​າ​ແກນ​ຊໍ. ​ທ່ານ​ໄດ້​ ເລີ້ມ​ຊື້​ງົວ​ແມ່​ໂຕ​ນຶ່ງ​ມາ​ລ້ຽງ​ຈົນ​ອອກ​ແມ່​ແຜ່​ລູກ ​ແລ້ວ​ນຳ​ໄປ​ຂາຍ ​ຊຶ່ງ​ທ່ານຄຳ​ຜາຍ ໄດ້​ກ່າວ​ເຖິງ​ຊີ​ວິດເບື້ອງ​ຕົ້ນສູ່ ວີ​ໂອ​ເອ ດັ່ງ​ນີ້:

​ເວ​ລາ​ທ່ານ​ຄຳ​ຜາຍ ຍັງ​ເປັນ​ຊາຍ​ໂສດຢູ່​ນັ້ນ ໄດ້​ເຮັດ​ວຽກ​ງານຢ່າງ​ບໍ່​ລົດ​ລະ ໄດ້​ໄປ​ເຫັນ​ຫລາຍ​ເມືອງຫລາຍ​ລັດ ສາມາດ​ທ້ອນ​ຫອມ​ເງິນ​ໄດ້ ແລ້​ວຕັດ​ສິນ​ໃຈກັບມາຢູ່​ລັດ​ອາ​ແກ​ນ​ຊໍ ແລະ​ຊື້​ເຮືອນ​ຢູ່​ເປັນ​ຂອງ​ຕົນ​ເອງ. ​ຕໍ່​ມາ​ໄດ້​ມີ​ຄົນ ​ມາ​ຖາມ​ຊື້​ເຮືອນ ເພື່ອ​ຕັ້ງທຸ​ລະ​ກິດ​ປ້ຳ​ນ້ຳ​ມັນ ​ທ່ານ​ຄຳ​ຜາຍ​ເຫັນ​ວ່າ​ໄດ້​ລາ​ຄາ​ດີກໍໄດ້​ຕັດ​ສິນ​ໃຈ​ຂາຍ​ແລ້ວ​ນຳເອົາ​ເງິນ ​ມາ​ລົງ​ທຶນ​ຊື້​ຟາມ​ລ້ຽງ​ໄກ່ ​ແລະ​ຕໍ່​ມາ​ໄດ້​ກາຍ​ມາ​ເປັນ​ບ່ອນ​ລ້ຽງ​ງົວ ຊຶ່ງ​ທ່ານ​ຄຳ​ຜາຍ​ ໄດ້​ເລົ່າ​ເຖິງ​ຕອນ​ນີ້​ວ່າ:

ລົດ​ຕັດ​ຫຍ້າ​ແຫ້ງເປັນ​ກໍ້ ເພື່ອ​ໄວ້​ຂາຍ​ໃຫ້​ງົວ​ກິນ
ລົດ​ຕັດ​ຫຍ້າ​ແຫ້ງເປັນ​ກໍ້ ເພື່ອ​ໄວ້​ຂາຍ​ໃຫ້​ງົວ​ກິນ

ນອກ​ຈາກ​ລ້ຽງ​ງົວ​ແລ້ວ ທ່ານ​ຄຳ​ຜາຍ​ຍັງ​ຕັດຫຍ້າມັດ​ເປັນ​ກໍ້ ​ເພື່ອຂາຍ​ໃຫ້​ງົວ​ກິນ ຊຶ່ງ​ທ່ານ​ຄຳ​ຜາຍ​ກ່າວ​ຕໍ່​ໄປ​ອີກ​ວ່າ:

ການ​ເປັນ​ເຈົ້າ​ຂອງ​ຟາມລ້ຽງ​ງົວມີ​ຄວາມ​ຮັບ​ຜິດ​ຊອບ​ສູງ ຕ້ອງ​ມີ​ເຄື່ອງ​ອຸບ​ປະ​ກອນ ຊ່ວຍໃນ​ການ​ເຮັດ​ວຽກ​ໃຊ້ຢູ່ໃນ​ແຕ່​ລະ​ໜ້າ​ທີ່.​ ໂດຍ​ສະ​ເພາະກະກຽມ​ຕັດ​ຫຍ້າ​ໄວ້​ໃຫ້​ງົວ​ກິນ​ໃນຍາມ​ໜາວ ແລະ​ຂາຍ​ໃຫ້​ຜູ້​ທີ່​ຕ້ອງ​ການ ຊຶ່ງ​ທ່ານ​ຄຳ​ຜາຍ ໄດ້​ອະ​ທິ​ບາຍ​ມ້ວນ​ທ້າຍ​ເຖິງ​ຕອນ​ນີ້​ວ່າ:

​ທ່ານ​ຄຳ​ຜາຍ ໄດ້​ຜະ​ຈົນ​ໄພ​ໄປ​ກັບ​ການ​ເຮັດ​ວຽກ ຫຼາຍ​ຮູບ​ແບບ ຢູ່​ໃນ​ຫລາຍ​ລັດ ແລະ​ໄດ້​ຮັບຄ່າ​ຈ້າງຂັ້ນພື້ນ​ຖານ​. ທ່ານສາ​ມາດ​ທ້ອນ​ຫອມ​ເງິນໄດ້ແລະ​ຊື້ຟາມ​ທີ່ມີ​ເຮືອນຢູ່ ​ມີ​ທົ່ງ​ຫຍ້າກວ້າງ​ໃຫຍ່ ເໝາະ​ສົມ​ກັບ​ການ​ລ້ຽງ​ງົວ ເພື່ອ​ສ້າງ​ຄອບ​ຄົວ. ​ທ່ານ​ຄຳ​ຜາຍແມ່ນໂຕ​ຢ່າງ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລ​າວ​ອີກ​ຄົນ​ນຶ່ງ ທີ່ປະ​ສົບ​ຜົນ​ສຳ​ເລັດ ໃນ​ການ​ຕັ້ງ​ຊີ​ວິດ​ໃໝ່. ບັດ​ນີ້ ທ່ານຄຳ​ຜາຍ ພ້ອມ​ດ້ວຍ​ພັນ​ລະ​ຍາ ມີ​ຊັບ​ສົມ​ສິນຕົກ ​ເປັນ​ເງິນ​ເຖິງ​ລ້າ​ນ​ໂດ​ລາ​ສະ​ຫະ​ລັດ ​ພາ​ກັນ​ຢູ່​ໃນ​ຟາມ ອ້ອມ​ຮອບ​ໄປ​ດ້ວຍ​ທຳ​ມະ​ຊາດ​ທີ່​ສະ​ຫງົບ​ງຽບ ຢ່າງ​ມີ​ຄວາມ​ສຸກ​ໃນ​ລັດ​ອາ​ແກ​ນ​ຊໍ.

XS
SM
MD
LG