ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ລ​າວອ​າ​ເມ​ຣິ​ກັນ ທີ່​ມັກ​ໄປ​ເກັບ​ຫອຍ​ແຄ​ລມ ມາ​ກິນ ແລະ​ຂາຍ


​ຫອຍ​ແຄ​ລມ​ດິບ ທີ່​ປຸງ​ແຕ່ງ​ໃສ່​ແຈ່ວ​ສົ້ມ​ຫວານ​ເຜັດ ແຊບ​ອີ່​ຫລີ
​ຫອຍ​ແຄ​ລມ​ດິບ ທີ່​ປຸງ​ແຕ່ງ​ໃສ່​ແຈ່ວ​ສົ້ມ​ຫວານ​ເຜັດ ແຊບ​ອີ່​ຫລີ

ທ່ານ​ບົວ​ສີ ໄຊ​ຊະ​ນະ ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ທີ່​ອາ​ໄສ​ຢູ່​ໃນ​ເຂດ​ແຄມ​ຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ ມັກ​ໄປ​ງົມ​ຫອຍ​ແຄ​ລ​ມ (clam) ​ໃນ​ເວ​ລາ​ຫວ່າງເພື່ອ​ນຳ​ມາ​ກິນ ​ແລະຂາຍ​ໃຫ້​ຜູ້ຕ້ອງ​ການ​ ຊຶ່ງ​ທ່ານ​ບົວ​ສີ ໄດ້​ກ່າວ​ເຖິງ​ກົດ​ລະ​ບຽບ ແລະ​ວິ​ທີງົມ​ເອົາ​ຫອຍ​ແຄ​ລມ ສູ່ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ລິງໂດຍກົງ

ບ່ອນ​ເກັບ​ຫອຍແຄ​ລມ​ແຫ່ງ​ນີ້ ​ແມ່ນຢູ່​ໃນລັດ​ເດ​ລາ​ແວ​ ​ຊຶ່ງ​ເປັນບ້ານ​ເກີດ​ຂອງ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານໂຈ ໄບ​ເດັນ ຕັ້ງ​ຢູ່​ແຄມ​ມະ​ຫາ​ສະ​ໝຸດ​ແອັ​ດ​ແລນ​ຕິກ​ຂອງ​ສະ​ຫະ​ລັດ​ ຫ່າງ​ຈາກ​ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ ສອງ​ຊົ່ວ​ໂມງ. ບ່ອນ​ນີ້​ມີ​ຊາວ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ​ຫລາຍ​ພັນ​ຄົນ​ພາ​ກັນຕັ້ງ​ຖິ່ນ​ຖານກາຍເປັນຊຸມ​ຊົນຄົນ​ລາວ​ໃນ​ທ້ອງ​ຖິ່ນ ຕັ້ງ​ຢູ່​ແຄມ​ອ່າວ​ເດ​ລ​າ​ແວ ​ຫລື Delaware Bay ທີ່ຄົນມັກ​ພາ​ກັນໄປ​ພັກ​ຜ່ອນຫາ​ປາ ແລະ​ງົມເອົາຫອຍແຄ​ລມມາ​ກິນ ແລະ​ຂາຍ. ລະ​ດູ​ເກັບ​ຫອຍ​ແຄ​ລມ​ເລີ້ມເປີດ​ແຕ່​ວັນ​ທີ 1 ເດືອນ​ພຶດ​ສະ​ພາ ຫາວັນ​ທີ 31 ເດືອນກັນ​ຍາ. ທາງ​ການ​ອະ​ນຸ​ຍາດ​ໃຫ້​ເກັບ​ເອົ​າ​ຫອຍ​ແຄ​ລມ​ໄດ້​ຜູ້​ນຶ່ງ​ບໍ່​ກາຍ 50 ໂຕ ແລະ​ສ​າ​ມາດ​ເກັບ​ເອົາ​ໄດ້​ທຸກ​ມື້. ​ແຕ່​ລະ​ໂຕ​ຕ້ອງ​ໃຫ້​ໃຫຍ່ກວ່​າ ນຶ່ງ​ນິ້ວ​ເຄິ່ງ ຫ​ລື ​3.8 ຊັງ​ຕີ​ແມັດ. ທ່ານ​ບົວ​ສີ ກ່າວ​ວ່າ ​ມັກ​ກິນ​ດິບ ໃສ່​ແຈ່ວສົ້ມ​ຫວານ​ເ​ຜັດ.

XS
SM
MD
LG