ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນພ້ອມທີ່ຈະໄປເລືອກເອົາຜູ້ແທນ ທີ່ບໍ່ເວົ້າຂີ້ຕົວະ ຫຼື ອ້າງຄຳເວົ້າທີ່ບໍ່ມີມູນຖານ ໃນການເລືອກຕັ້ງຂັ້ນຕົ້ນ ຢູ່ລັດ ແມສຊາຈູເຊັດສ໌


ຜູ້ປ່ອນບັດລົງຄະ​ແນນ​ສຽງຢູ່ໂຮງຮຽນ ຊັຟຟິລ ໃນວັນເລືອກຕັ້ງຂັ້ນຕົ້ນ, ເມືອງ ຊັຟຟິລ ລັດ ຄອນແ​ນັກຕິຄັດ, 9 ສິງຫາ 2022.
ຜູ້ປ່ອນບັດລົງຄະ​ແນນ​ສຽງຢູ່ໂຮງຮຽນ ຊັຟຟິລ ໃນວັນເລືອກຕັ້ງຂັ້ນຕົ້ນ, ເມືອງ ຊັຟຟິລ ລັດ ຄອນແ​ນັກຕິຄັດ, 9 ສິງຫາ 2022.

ປະ​ຊາ​ຊົນ​ໃນ​ລັດ ແມ​ສ​ຊາ​ຈູ​ເຊັດ​ສ໌ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ສະ​ຫະ​ລັດ ມີ​ເວ​ລາ​ຮອດ​ວັນ​ທີ 27 ສິງ​ຫາ​ນີ້​ເພື່ອ​ລົງທ​ະ​ບຽນ​ສຳ​ລັບ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ລັດ. ໃນ​ບັດ​ເລືອກ​ຕັ້ງ​ເທື່ອນີ້​ປະ​ຊາ​ຊົນ​ຈະ​ໄດ້​ເລືອກ​ເອົາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ, ຜູ້​ປົກ​ຄອງ​ລັດ, ສ​ະ​ມາ​ຊິກ​ສະ​ພາ​ສູ​ງ​ລັດ, ສະ​ມາ​ຊິກ​ສະ​ພາ​ຕ່ຳ ​ລັດ ແລະ ອື່ນໆ.

ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ແມ່ນ​ຈະ​ເລືອກ​ເອົາ​ຜູ້​ລົ​ງ​ແຂ່ງ​ຂັນ​ທີ່​ເປັນ​ຕົ​ວ​ແທນ​ໃຫ້​ແຕ່​ລະ​ພັກ ເພື່ອ​ໄປ​ແຂ່ງ​ຂັນ​ໃນ​ການ​ເລືອ​ກ​ຕັ້ງ​ທົ່ວ​ໄປ​ໃນ​ເດືອນ​ພະ​ຈິກນີ້. ເຊິ່ງ​ຄົນ​ລາວ​ທ່ານ​ນຶ່ງທີ່​ອາ​ໄສ​ຢູ່​ນະ​ຄອນ ບອ​ສ​ຕັນ ​ໄດ້​ໃຫ້​ຄຳ​ເຫັນ​ ຕໍ່​ວີ​ໂອ​ເອ​ລາວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ໄປ​ໃຊ້​ສິດ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ເລືອກ​ເອົາ​ຄົນ​ທີ່​ແຂງ​ແກ່ນ​ທີ່​ສຸດ​ ໄປ​ແຂ່ງ​ຂັນ​ໃນ​ການ​ເລືອກ​ຕັ້ງ​ທ້າຍ​ປີນີ້. ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ລັດ ແມສ​ຊາ​ຈູ​ເຊັ​ດ​ສ໌ ມີ​ຜູ້​ແທນ​ທີ່​ເບິ່ງ​ແຍງ​ປະ​ຊາ​ຊົນ ບໍ່​ແມ່ນ​ພວກ​ທີ່​ເວົ້າ​ຂີ້​ຕົວະ​, ອ້າງ​ຄຳ​ເວົ້າ​ທີ່ບໍ່​ມີ​ຄວາມ​ຈິງ. ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ເບິ່ງ​ຄື​ຈະ​ນ້ອຍ ແຕ່​ມັນ​ກໍ​ສຳ​ຄັນຫຼາຍ​ໃດ.”

ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ເພື່ອ​ຕຳ​ແໜ່ງ​ຜູ້​ປົກ​ຄອງ​ລັດ ແມ​ສ​ຊາ​ຈູ​ເຊັດ​ສ໌ ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ນັ້ນ​ ຈະ​ເປັນ​ການ​ປະ​ເຊີນ​ໜ້າ​ກັນ​ລະ​ຫວ່າງ​ທ່ານ ເຈັ​ຟ ເດ​ລ (Geoff Diehl) ຜູ້​ທີ່​ສະ​ໜັບ​ສະ​ໜູນ​ທ່ານ ດໍ​ໂນ​ລ ທ​ຣຳ ແລະທ່ານ​ເອງ​ກໍ​ໄດ້​ຮັບ​ການ​ໜູນຫຼັງ​ຈາກ​ທ່ານ ທ​ຣຳ, ກັບ​ທ່ານ ຄ​ຣິ​ສ ດໍ​ທີ (Chris Doughty) ນັກ​ທຸ​ລະ​ກິດ​ທີ່​ມີ​ຫົວ​ອະ​ນຸ​ລັກ​ນິ​ຍົມ.

ຜູ້ຊະ​ນະ​ເລີດ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ລະ​ຫວ່າງ​ສອງ​ທ່ານນີ້ ຈະ​ໄດ້​ໄປ​ແຂ່ງ​ຂັນ​ໃນກ​ານ​ເລືອກ​ຕັ້ງ​ທົ່ວ​ໄປເດືອນ​ພະ​ຈິກນີ້​ກັບ​ທ່ານ​ນາງ ມໍ​ຣາ ຮີ​ລີ, ໄອ​ຍະ​ການ​ສູງ​ສຸດ​ຄົນ​ປັດ​ຈຸ​ບັນຂອງ​ລັດ ແມ​ສ​ຊາ​ຈູ​ເຊັດ​ສ໌, ຜູ້​ທີ່​ໄດ້​ທຳ​ການ​ຟ້ອງ​ຮ້ອງ​ຕໍ່ ​ລັດ​ຖະ​ບານ​ທ່ານ ທ​ຣຳ ແລະ ກໍ​ເປັນ​ຜູ້​ລົງ​ແຂ່ງ​ຂັນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ຢ່າງບໍ່​ມີ​ໃຜ​ຄັດ​ຄ້ານ.

XS
SM
MD
LG