ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ການ​ເກັບ​ຂີ້​ກະ​ເດືອນ​ຂາຍ ​ກໍ​ເປັນ​ອາ​ຊ​ີບ​ເສີມ​ແນວ​ນຶ່ງ ຢູ່ລັດ​ອໍ​ເຣກອນ


ລັດອໍເຣກອນ ຕັ້ງຢູ່ທາງພາກເໜືອທິດຕາເວັນຕົກຂອງສະຫະລັດ ມີອາກາດເຢັນ ມີຕົ້ນແປກສູງຊັນຢາຍຕາມ ຮ່ອມພູ ແລະຕົ້ນໄມ້ທຳມະຊາດຂອງຂົງເຂດນີ້ຫລາຍຊະນິດ. ເພາະສະນັ້ນບັນຍາກາດໃນລັດດັ່ງກ່າວນີ້ເໝາະສຳລັບຄົນລາວທີ່ມັກໂຮ່ເນື້ອ ແລະຕຶກເບັດ ໂດຍສະເພາະມີຜູ້ຊອກເກັບຂີ້ກະເດືອນມາຝາກຂາຍຢູ່ຕາມຮ້ານ ຂາຍເຄື່ອງຫາປາ ແລະຕຶກເບັດ.

ທ່ານສີທອງ ຈັນທະຄຳ ຄົນອາເມຣິກັນເຊື້ອສາຍລາວກໍແມ່ນຜູ້ນຶ່ງທີ່ມັກໃຊ້ເວລາຫວ່າງໄປຊອກເກັບຂີ້ກະເດືອນຂາຍໃຫ້ຜູ້ທີ່ຕ້ອງການ ໂດຍສະເພາະຂາຍຍົກໃຫ້ແກ່ຮ້ານຂາຍເຄື່ອງລ່າສັດ ຫາປາຕຶກເບັດ ຊຶ່ງທ່ານສີທອງ ໄດ້ກ່າວສູ່ ວີໂອເອ ກ່ຽວກັບເລື້ອງນີ້ວ່າ:

ລິງໂດຍກົງ

ການເກັບຂີ້ກະເດືອນຂາຍ ບໍ່ແມ່ນເລື້ອງທຳມະດາ ຖ້າຫາກເກັບໄປຕຶກເບັດສະເພາະຕົນເອງນັ້ນບໍ່ເປັນຫຍັງ ແຕ່ທ່ານສີທອງເກັບໄປຂາຍຊຶ່ງເປັນທຸລະກິດນ້ອຍໆພິເສດຢ່າງນຶ່ງ ເພາະສະນັ້ນລາວຕ້ອງມີໃບອະນຸຍາດໃຫ້ເກັບຂີ້ກະເດືອນຂາຍຢ່າງຖືກຕ້ອງຕາມກົດໜາຍຂອງລັດອໍເຣກອນ.

ປັດຈຸບັນນີ້ເປັນລະດູຮ້ອນ ທີ່ກຳລັງກ້າວເຂົ້າສູ່ລະດູໃບໄມ້ຫລົ່ນ ທ່ານສີທອງກ່າວວ່າ ປີນີ້ມີຄົນຕ້ອງການຊື້ຂີ້ກະເດືອນໄປຕຶກເບັດຫລາຍ ແລະສຳລັບປີນີ້ ທ່ານສີທອງກ່າວວ່າ ສາມາດສ້າງລາຍໄດ້ເກືອບໝື່ນໂດລາແລ້ວ ເພາະຄົນຢາກອອກຈາກບ້ານເຮືອນໄປຕາກອາກາດຢູ່ແຄມນ້ຳ ເພາະໄດ້ຖືກກັກຂັງຢູ່ໃນບ້ານເຮືອນ ຈາກການ ລະບາດຂອງໂຄວິດ-19 ມາເປັນເວລາກວ່າສອງປີແລ້ວ.

XS
SM
MD
LG