ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ສັກ​ວັກ​ຊີນ​ກັນ​ໄວ​ຣັ​ສ​ໂຄວິດ-19 ໃນ​ເຂດ​ຊົນ​ນະຂອງ​ບົດ​ລາວ ຍັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕ່ຳ​ຫລາຍ


​ຜູ້​ອາ​ວຸ​ໂສ​ຄົນ​ນ​ຶ່ງ​ກຳ​ລັງ​​ສັກ​ຢາ​ວັກຊີນ​ປ​້ອງ​ກັນ ໂຄວິດ-19 ​
​ຜູ້​ອາ​ວຸ​ໂສ​ຄົນ​ນ​ຶ່ງ​ກຳ​ລັງ​​ສັກ​ຢາ​ວັກຊີນ​ປ​້ອງ​ກັນ ໂຄວິດ-19 ​

ການ​ສັກ​ວັກ​ຊີນ​ກັນ​ໄວ​ຣັ​ສ​ໂຄວິດ-19 ໃນ​ເຂດ​ຊົນ​ນະຂອງ​ບົດ​ລາວ ຍັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕ່ຳ​ຫລາຍ ເມື່ອ​ທຽບ​ໃສ່​ແຜນ​ການ​ທີ່​ລັດ​ຖະ​ບານ​ລາວ​ວາງ​ໄວ້ ເພາະ​ວ່າ​ການ​ນຳ​ໃຊ້​ເທັກ​ໂນ​ໂລ​ຈີຂໍ້​ມູນຂ່າວ​ສານ​ຍັງ​ໄປ​ບໍ່​ເຖິງ​ເຂດ​ຊົນ​ນະ ​ບົດ ຊຶ່ງ​ຊົງ​ຣິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ

ດ​ຣ ພວງ​ປ​ຣະ​ເສີດ ອຸ​ນາ​ພົມ ຫົວ​ໜ້າ​ກົ​ມ​ອະ​ນາ​ໄມ ແລະ​ສົ່ງ​ເສີມ​ສຸ​ຂະ​ພາບ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ຖະ ແຫລງຍອມ​ຮັບ​ວ່າ ກາ​ສັກ​ຢາ​ວັກ​ຊິນ​ກັນ​ໄວ​ຣັ​ສ​ໂຄວິດ-19 ຍັງ​ຈັດຕັ້ງ​ປະ​ຕິ​ບັດ​ໄດ້​ຕ່ຳ​ກວ່າ​ແຜນ​ການ ທີ່​ລັດ​ຖະ​ ບານ​ລາວ​ວາງ​ໄວ້ ກໍ​ຄື​ແຜນ​ການ​ໄດ້​ວາງ​ເປົ້າ​ໝາຍ​ການ​ສັກ​ຢາ​ວັກ​ຊີນ​ເຂັມ​ທີ 1 ແລະເຂັມ​ທີ 2 ໃຫ້​ໄດ້ 80 ເປີ​ເຊັນ ຂອງ​ຈຳ​ນວນ​ປະ​ຊາກອນ​ລາວ​ທັງ​ໝົດໃນ​ທ້າຍ​ປີ 2022 ນີ້ ແຕ່​ກໍ​ປາ​ກົດ​ວ່າ​ການ​ສັກ​ຢາ​ວັກ​ຊີນ​ໃນ​ເຂດ 32 ເມືອງ ​ໃນ​ແຂວງ​ພ​າກ​ເໜືອ​ຍັງ​ຈັດ​ຕັ້ງ​ປ​ະ​ຕິ​ບັດ​ໄດ້​ຕ່ຳ​ກວ່າ 50 ເປີ​ເຊັນ ໃນ​ປັດ​ຈຸ​ບັ​ນ ໂດຍ​ເມື່ອ​ສົມ​ທົບ​ກັບ​ການ​ຂາດ​ແຄນ​ບຸກ​ຄະ​ລາ​ກອນ ການ​ເດີ​ນ​ທາງ​ທີ່​ຍາກ​ລຳບາກ ລວມ​ເຖິ​ງ​ການ​ນຳ​ໃຊ້​ລະ​ບົບເຄື່ອ​ຂ່າຍ​ເທັກ​ໂນ​ໂລ​ຈີ​ຂໍ້​ມູນ​ຂ່າວ​ສານ ກໍ​ຍັງໄປ​ບໍ່​ເຖິງ​ເຂດ​ຊົນ​ນະ​ບົດ​ຫ່າງ​ໄກ​ດ້ວຍ​ແລ້ວ ຈຶ່ງ​ເປັນ​ການ​ຍາກ​ທີ່​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ ການ​ສັ​ກ​ຢາ​ວັກ ​ຊີນ​ໃຫ້​ໄດ້​ເຖິງ 80 ເປີ​ເຊັນ ຂອງ​ຈຳ​ນວນ​ປະ​ຊາ​ກອນ​ລາວ​ທັງ​ໝົດ​ໃນ​ທ້າຍ​ປີ​ນີ້

ທັງ​ນີ້​ໂດຍ​ນັບ​ເຖິງ​ທ້າຍ​ເດືອນກໍ​ລະ​ກົດ 2022 ລາວ ມີ​ຜູ້ຕິດ​ໄວ​ຣັ​ສ​ໂຄວິດ-19 ​ສະ​ສົມ​ເກີນກວ່າ 2 ແສນ 1 ໝື່ນ 1 ພັນຄົນ​, ໃນ​ນີ້​ເສຍ​ຊີ​ວິດ​ເກີນກວ່າ 760 ກວ່າ​ຄົນ ໂດຍ​ສາ​ເຫດ​ສຳ​ຄັນ​ປະ​ການ​ນຶ່ງ ທີ່​ເຮັດ​ໃຫ້​ມີ​ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄວິດ-19 ແລະ​ເສຍ​ຊີ​ວິດດັ່ງ​ກ່າວ ກໍ​ຄື​ການ​ສັກ​ຢາ​ວັກ​ຊີນ​ກັນ​ໄວ​ຣັ​ສ​ໂຄວິດ-19 ຍັງ​ກະ​ຈາຍ​ໄປ​ບໍ່​ເຖິງກຸ່ມ​ເປົ້າ ​ໝາຍ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊີນ​ຢ່າງ​ຮີບ​ດ່ວນ ກໍ​ຄື​ຜູ້​ທີ​ມີ​ອາ​ຍຸ​ແຕ່​ 60 ​ປີ ຂຶ້​ນ​ໄປ ຜູ້​ທີ​ມີ​ໂລກ​ປະ​ຈຳ​ໂຕ ແມ່ນຍິງ​ທີ່​ຖື​ພາເກີນ 12 ອາທິດ ແລະ​ເຍົາ​ວະ​ຊົນ​ທີ່​ອາ​ຍຸ 18 ປີ​ລົງ​ມາ ​ຊຶ່ງ​ຈາກ​ການ​ສຶກ​ສາ​ວິ​ໃຈພົບ​ວ່າ 85 ເປີ​ເຊັນ ຂອງ​ຈຳ​ນວນ​ຜູ້​ຕິດ​ໂຄວິດ-19 ​ແລະ​ຜູ້​ທີ່ເສຍ​ຊີ​ວິດ​ທັງໝົດ​ນັ້ນກໍ​ຄືກຸ່ມ​ປະ​ຊາ​ກອນທີ່​ຍັງ​ບໍ່​ທັນໄດ້​ຮັບການ​ສັກ​ຢາ​ວັກ​ຊີນ​ກັນໂຄວິດ-19 ​ເມື່ອ​ປະ​ກອບ​ກັບ​ໄວ​ຣັ​ສ​ໂຄວິດ-19 ຍັງ​ໄດ້​ລະ​ບ​າດ​ເຂົ້າ​ໄປ​ໃນ​ຄົວ​ເຮືອນ ແລະ​ຊຸມ​ຊົນ​ຢ່າງກວ້າງ​ຂ​ວາງໄດ້​ນັ້ນ​ຈຶ່ງ​ເປັນ​ການ​ຍາກທີ່​ຈະ​ສະ​ກັດ​ກັ້ນ​ການ​ລະ​ບາດ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ເພາະ​ສະ​ນັ້ນ​ມາດ​ຕະ​ການ​ ສະ​ກັດ​ກັ້ນທີ່​ສາ​ມາດ​ຈັດ​ຕັ້ງ ປະ​ຕິ​ບັດ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ​ໃນ​ເວ​ລາ​ນີ້ກໍຄື ການ​ສັກ​ຢາ​ວັກ​ຊີນກັນໂ​ຄວິດ-19 ​ໃຫ້​ກັບ​ປະ​ຊາ​ຊົນ​ລາວ ໃຫ້​ໄດ້​ຫລາຍ​ທີ່​ສຸດ​ນັ້ນ​ເອງ​.


​ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ​ກໍ​ໄດ້​ນຳ​ໃຊ້​ເທັກ​ໂນ​ໂລ​ຈີ​ຂໍ້​ມູນ​ຂ່າວ​ສານ ເຂົ້າ​ໃນ​ການ​ຄຸ້ມ​ຄອງ ແລະ​ສະ​ກັດ​ກັ້ນ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ທີ່​ໄດ້​ມາດ​ຕະ​ຖານ ແລະ​ເຊື່ອມ​ຕໍ່​ກັບ​ສາ​ກົນ​ໄດ້​ເປັນ​ຢ່າງ​ດີແລ້ວໃນ​ປັດ​ຈຸ​ບັນ​ນີ້​ ສະ​ນັ້ນຈຶ່ງ​ເຮັດ​ໃຫ້​ທາງ​ການ​ລ​າວ​ເຊື່ອ​ໝັ້ນ​ວ່າ ຈະ​ສາ​ມາດ​ສະ​ກັດ​ກັ້ນ​ໄວ​ຣັ​ສ​ໂຄວິດ-19 ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງຂຶ້ນ​ໃນ​ໄລ​ຍະ​ຕໍ່​ໄປ​ນີ້ ດັ່ງ​ທີ່​ທ່ານ​ສັນ​ຕິ​ສຸກ ສິ​ມ​ມະ​ລາ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເທັກ​ໂນ​ໂລ​ຈີ ແລະ​ການ​ສຶ່ສານ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“​ກະ​ຊວງ​ຍັງ​ໄດ້​ພັດ​ທະ​ນາ​ບໍ​ລິ​ການ​ລາວ​ສູ້ໆເພື່ອ​ຕ້ານ ແລະ​ສະ​ກັດ​ກັ້ນການ​ລະ​ບາດ​ຂອງ​ພະ​ຍາດ ຊຶ່ງ​ປະ​ກອບ​ມີ​ບໍ​ ລິ​ການ​ຢັ້ງ​ຢືນ​ກາ​ນ​ສັກ​ຢາ Vaccine ໝາຍ​ຄວາມ​ວ່າ Vaccine ID ລະ​ເນາະ ພວກ​ເຮົາ​ໄດ້​ຕໍ່​ຍອດ​ໄປ​ເປັນ vaccine passport ທີ່​ສາ​ມາດ​ນຳ​ໃຊ້​ເພື່ອ​ຢັ້ງ​ຢືນ​ການ​ສັກ vaccine ເວ​ລ​າ​ເດີນ​ທາງ​ພາຍ​ໃນ​ປະ​ເທດ ແລະ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ ເຮົາ​ມີບໍ​ລິ​ການ​ປິ່ນ​ປົວ​ຢູ່​ບ້ານ ເພື່ອ​ໃຫ້​ຜູ້​ຕິດ​ເຊື້ອ​ສາ​ມາດ​ກັກ​ໂຕປິ່ນ​ປົວຢູ່​ບ້ານ ແລະ​ມີ​ແພດ​ ໝໍ​ຢູ່​ໃນ​ລະ​ບົບ ທີ່​ຊ່ວຍ​ສາ​ມາດ​ຕິດ​ຕາມອາ​ການ​ຢ່າງ​ໃກ້​ຊິດ ລະ​ບົບ​ດັ່ງ​ກ່າວ​ສາ​ມາດ​ຊ່ວຍ​ເກັບ​ກໍ​າ​ຂໍ້​ມູນ​ຜູ້​ຕິດ​ເຊື້ອ ຜູ້​ມີ​ອາ​ການ​ຮຸນ​ແຮງ ແລະ​ເບົາ​ບາງ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ວາງ​ແຜນ​ຮັບ​ມື​ການ​ລະ​ບາດ​ຂອ​ງະ​ພະ​ຍາດ​ໃນ​ຕໍ່​ໜ້າ.”

ທັງ​ນີ້ ລັດ​ຖະ​ບານ​ລາວ​ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ຊ່ວ​ຍ​ເຫລືອ​ຢ່າ​ພຽງ​ພໍ​ສຳ​ລັບ​ເປົ້າ​ໝາຍການ​ສັກ​ຢາ​ວັກ​ຊີນ​ໃຫ້​ເຖິງ 80 ເປີ​ເຊັນ ​ຂອງ​ປະ​ຊາ​ກອນ​ໃນ​ປີ​ທ້າຍ​ປີ 2022 ນີ້​ໂດຍ​ສະ​ເພາະ​ແມ່ນ​ການຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຈີນ ແລະ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ນັ້ນ ກໍ​ຍັງ​ເຮັດ​ໃຫ້​ລາວ​ມີ​ຢາ​ວັກ​ຊີນ​ຫລາຍ​ຊະ​ນິດ ທີ່​ສາ​ມາດ​ສັກ​ໃຫ້​ກັບ​ປະ​ຊາ​ຊົນ​ລ​າວ ແລະ​ຊາວ​ຕ່າງ​ຊ​າດ​ໄດ້​ເພີ້ມ​ຂຶ້ນ ທັງ​ເປັນ​ການ​ສ້າງ​ພູມ​ຄຸ້ມ​ກັນລວມ​ໝູ່ ທີ່​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ​ສາ​ມາດ​ທີ່​ຈ​ະ​ໃຊ້​ຊີ​ ວິດ​ປົກ​ກະ​ຕິ​ແບບ​ໃໝ່ໄດ້​ໄວ​ຂຶ້ນ ທັງ​ນີ້​ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ການ​ຊ່​ວຍ​ເຫລືອ​ຢາ​ວັກ​ຊີນ​ກັນ​ໄວ​ຣັ​ສ​ໂຄວິດ-19 ແກ່​ລັດ​ຖະບານລາວ ແລ້ວກວ່າ 10 ລ້ານ​ໂດ​ສ ສ່ວນ​ລັດ​ຖະ​ບານ​ສະ​ຫະ​ລັດ ກໍ​ໃຫ້​ການ​ຊ່ວ​ຍເຫລືອລັດ​ຖະ​ບານ​ລາວກວ່າ 25 ລ້ານ ທີ່​ຮ່ວມ​ມີ​ຢາ​ວັກ​ຊີນກວ່າ 3 ລ້ານ​ໂດ​ສ ແລະ​ການ​ຟື້ນ​ຟູ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະຂະ​ໜາດ​ກາງ​ດ້ວຍ.

XS
SM
MD
LG