ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເກີດ​ສະ​ພາບ ອ​າ​ກາດ​ຮ້ອນ​ເອົ້າ ​ຢູ່​ໃນ​ທົ່ວ​ໂລກ


ພວກ​ເດັກ​ນ້ອຍ​ພາ​ກັນ​ຫລິ້ນ​ນ້ຳ ຢູ່​ຈະ​ຕຸ​ລັດ ໃນ​ນະ​ຄອນ​ສະ​ຕ​ຣ​າສ​ບວກ (Strasbourg) ທາງ​ພາກ​ຕາ​ເວັນ​ອອກ ​ຂອງ​ປະ​ເທດຝ​ຣັ່ງ
ພວກ​ເດັກ​ນ້ອຍ​ພາ​ກັນ​ຫລິ້ນ​ນ້ຳ ຢູ່​ຈະ​ຕຸ​ລັດ ໃນ​ນະ​ຄອນ​ສະ​ຕ​ຣ​າສ​ບວກ (Strasbourg) ທາງ​ພາກ​ຕາ​ເວັນ​ອອກ ​ຂອງ​ປະ​ເທດຝ​ຣັ່ງ

ປັດ​ຈຸ​ບັນ​ນີ້ຢູ່​ທົ່ວ​ໂລກ​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ອາ​ກາດ​ຮ້ອນ​ເອົ້າ​ເປັນ​ປະ​ຫ​ວັດ​ການ. ​ຢູໂຣ​ບ​ກຳ​ລັງ​ປະ​ສົບ​ ກັບ​ຄື້ນ​ຟອງຄວາມ​ຮ້ອນເອົ້າ​ທີ່​ຮ້າຍແຮງ ພ້ອມ​ທັງເກີດ​ໄຟ​ໄໝ້​ປ່າແລະ​ການ​ແຜ່​ລ​ະ​ບາດພະ​ຍ​າ​ດໂອ​ໄມ​ຄ​ຣອນ (omicron) ສາຍ​ພັນ​ໃໝ່. ທ່ານ​ຣັດສະ​ໝີ ນະ​ຈຳ​ປາ​ສັກ ທີ່ເມືອງ​ມາກ​ໄຊ​ (Marseille) ​ຢູ່ທາງ​ພາກ​ໃຕ້​ຂອງ​ ປະ​ເທດ​ຝ​ຣັ່ງ​ ໄດ້ກ່າວ​ສູ່ ວີ​ໂອ​ເອຟັງ ເຖິງ​ສ​ະ​ພາບ​ການດັ່ງ​ນີ້:

​ທ່ານ​ຣັດ​ສະ​ໝີ ໄດ້​ກ່າວ​ເພີ້ມອີກວ່າ “ອາ​ກາດ​ຮ້ອນເຖິງ 40.3 ອົງ​ສາ​ ແຊ​ລຊຽ​ສ (Celsius) ຫລື (104.5) ອົງ​ສາ ​ຟາ​ເຣັນຮ​າຍ (Fahrenheit) ​ ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ.” ອາ​ກາດ​ຮ້ອນຍັງ​ໄດ້​ເຮັ​ດໃຫ້​ເກີດ​ໄຟ​ໄໝ້​ປ່າ ​ຢູ່​ປະ​ເທດ ​ຝ​ຣັ່ງ ອັງ​ກິດ ສະ​ເປນ ​ປັອກ​ຕຸ​ຍການ ​ຫລ​າຍພັ​ນເຮັກ​ຕາ ​ພ້ອມ​ດ້ວຍໄຟ​ໄໝ້​ເຮືອນຈຳ​ນວນ​ນຶ່ງ.

ສ່ວນຢູ່​ໃນສະ​ຫະ​ລັດອາ​ເມ​ຣິ​ກາ ​ໂດຍ​ສະ​ເພາະ​ຢູ່​ລັດ​ຄາ​ລິ​ຟໍ​ເນຍ ​ແມ່​ນ້ຳ​ຫລາຍ ສາຍ​ໄດ້​ແຫ້ງ​ລົງ​ຢ່າງ​ໜ້າ​ວິ​ຕົກ ​ ເຮັດ​ໃຫ້​ເຄື່ອງ​ປູກຂອງ​ຝັງ​ເສຍ​ຫາຍໜັກ ແລະ​ໄດ້​ປະ​ກາດ​ຈຳ​ກັດ​ການ​ໃຊ້​ນ້ຳ​ຢູ່​ຕາມ​ບ້ານ​ເຮືອນ. ຢູ່​ທີ່ລັດ​ເທັກ​ຊັ​ສ ມີ​ອາ​ກາດ​ຮ້ອນ​ສູງ​ເຖິງ (109) ອົງ​ສາຟາ​ເຣັນ​ຮາຍ ​ນັບ​ແຕ່​ອາ​ທິດ​ທີ່​ຜ່ານ​ມາ​. ເຫດ​ການ​ຄວາມ​ຮ້ອ​ນ​ເອົ້າ​ຢູ່​ທົວ ​ໂລກຂອງ​ປີ​ນີ້ ໄດ້​ຖີ້ມ​ໂທດ​ໃສ່​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ທີ່​ເກີດ​ມາ ຈາກອາຍ​ພິດຄວັນ​ໄຟ ຂອງ​ໂຮງ​ງານ​ອຸດສາ​ຫະ​ກຳ​ ຢູ່​ໃນທົ່ວ​ໂລກ.

XS
SM
MD
LG