ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍາ​ນາງ​ມາ​ລີ ພອນ​ປ​ຣະ​ດິດ ຜູ້​ປະ​ສານງ​ານ ໂຄງ​ການ ບໍ່​ໃຊ້​​ພະ​ລິດ​ຕະ​ພັນອ​າວຸດ​ປືນ


​ຍາ​ນາງ​ມາ​ລີ ພອນ​ປ​ຣະ​ດິດ ​ຜູ້​ກໍ​່​ຕັ້ງ​ອົງ​ການ SAOR ແລະ​ຜູ້​ປະ​ສານ​ງານ​ອົງ​ການ No Weapon Productions
​ຍາ​ນາງ​ມາ​ລີ ພອນ​ປ​ຣະ​ດິດ ​ຜູ້​ກໍ​່​ຕັ້ງ​ອົງ​ການ SAOR ແລະ​ຜູ້​ປະ​ສານ​ງານ​ອົງ​ການ No Weapon Productions

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບໃນ​ລາຍ​ການຊີ​ວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ປະ​ຈຳວັນ​ພະ​ຫັດ​ມື້​ນີ້ ກິ່ງ​ສະ​ຫວັນຈະ​ນຳ​ເອົາ​ການ​ໂອ້​ລົມ​ກັບຍາ​ນາງ​ມາ​ລີ ພອນ​ປ​ຣະ​ດິດ ຜູ້​ປະ​ສານ​ງານຂອງ​ອົງ​ການບໍ່​ຜະ​ລິດ​ອາ​ວຸດ​ປືນຫຼື “No Weapon Productions” ຊຶ່ງ​ເປັນອົງ​ການ​ປ້ອງ​ກັນການໃຊ້​ອາ​ວຸດ​ປືນ ການ​ເວົ້າຂົ່ມ​ເຫັງ​ຢຽດ​ຢາມ​ກັນ ​ໃນ​ບັນ​ດາ​ໝູ່​ນັກ​ຮຽນຢູ່​ໃນໂຮງ​ຮຽນ​ມັດ​ທະ​ຍົມ​ຕົ້ນແລ​ະ​ມັດ​ທະ​ຍົມ​ປາຍທົ່ວສະ​ຫະ​ດ ມາ​ສະ​ເໜີ ໃນ​ອັນ​ດັບ​ຕໍ່​ໄປ.​

ບັ​ນ​ດາ​ໜຸ່ມນ້​ອຍ​ທີ່​ເກີດ​ໃຫຍ່​ຢູ່​ໃນສະ​ຫະ​ລັດ​ອາ​ເມ​ຣິກ​າ ໂດ​ຍ​ສະ​ເພາະ​ພວກ​ນັກ​ຮຽນທີ່​ກຳ​ລັງ​ຮຽນ​ຢູ່ໃນມັດ​ທະ​ຍົ​ມ​ຕົ້ນ ແລະ​ມັດ​ທະ​ຍົມ​ປາຍ ຫລາຍໆ​ຄົນໄດ້ຜ່ານ​ປະ​ສົບ​ກາ​ນຖືກໝູ່​ນັກ​ຮຽນ​ຂົ່ມ​ເຫັງ​ຢຽດ​ຢາມ​ ບໍ່​ໃນ​ດ້ານ​ໃດ​ກໍ​ດ້ານນຶ່ງ ອັນ​ເປັນ​ຄວາ​ມ​ໄຮ້ດຽງ​ສາ ທີ່​ເກີດ​ຂຶ້ນ​ກັ​ບ​ສັງ​ຄົມສິ່ງ​ແວດລ້ອມ ບັນ​ຫາ​ພາຍໃນຄອບຄົວ​ທີ່​ບໍ່ ເອົາ​ໃຈ​ໃສ່ ບໍ່​ບອກ​ສອນ ເຮັດ​ໃຫ້​ເຂົາ​ເຈົ້າ​ປະ​ພຶດ​ບໍ່ດີ ແລະ​ນຳ​ຜົນ​ກະ​ທົບມາ​ສູ່​ສັງ​ຄົມ​.

ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ມັກຈະ​ໄດ້​ຍິນ​ຂ່າວ​ການ​ຍິງ​ກັນຕ​າຍ ​ຢູ່ຕາມ​ໂຮງ​ຮຽນ ແລະ​ສະ​ຖານ​ທີ່​ຕ່າງໆ​ເປັນ​ປ​ະ​ຈຳ​. ນອກ​ນັ້ນ​ກໍ​ມີພວກ​ນັກ​ຮຽນ​ທີ່​ຖືກ​ຂົ່ມ​ເຫັງ​ຈາກ​ໝູ່​ເພື່ອນ​ຍ້ອນ​ບໍ່​ມັກ​ນິ​ດໄສ​ໃຈ​ຄໍ​ກັນ ທ່າ​ທາງ ການ​ນຸ່ງ​ຖື ແລະ​ອື່ນໆ. ສິ່ງ​ເຫລົ່າ​ນີ້​ໄດ້​ເຮັດ​ໃຫ້​ຜູ້ທີ່ຖືກ​ຂົ່ມ​ເຫັງຊອກ​ຊ້ຳທາງດ້ານ​ຈິດ​ໃຈ ຮ້າຍ​ແຮງ​ຈົນເຖິງການຂ້າ​ໂຕ​ຕາຍ ​ກໍ​ມີ​.

ອົງການຊື່​ວ່າ “No Weapon Productions” ຫລື ບໍ່​ຜະ​ລິດ​ອາ​ວຸດ​ປືນ ​ໄດ້​ຕັ້ງ​ຂຶ້ນ​ເພື່ອ​ຍື່ນ​ມືເຂົ້າ​ມາ​ຊ່ວຍ​ໃຫ້​ການ​ສຶກ​ສາ ຊອກຫາ​ວິ​ທີ​ປ້ອງ​ກັນ ໂດຍ​ໃຊ້ຈິດ​ຕະ​ວິ​ທະ​ຍາ​ໃຫ້​ພວກ​ນັກ​ຮຽນຫລິ້ນ​ລະ​ຄອນ ທີ່​ພົວ​ພັນກັບ​ບັນ​ຫາ​ສັງ​ຄົມ ຮວມ​ຢູ່​ໃນ​ຫລັກ​ສູດ​ການ​ຮຽນ ຊຶ່ງຍ​າ​ນາງ​ມາ​ລີ ພອນ​ປ​ຣະ​ດິດ ຜູ້​ປະ​ສານ​ງານ​ໂຄງ​ການ​ໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ຢູ່​ທົ່ວ​ສະ​ຫະ​ລັດ ມັກ​ຈະໄດ້ຍິນ​ການ​ນຳ​ເອົາ​ອາ​ວຸດປືນເຂົ້າ​ໄປຍິງ​ກັນ​ຢ່າງ​ບໍ່​ເລືອກ​ໜ້າຢູ່​ຕາມ​ໂຮງ​ຮຽນ​ຕ່າງໆ ແລ​ະພວກ​ນັກ​ຮຽນໄດ້​ເສຍ​ຊີ​ວິດໄປຢ່າງ​ຫລ​ວງ​ຫລ​າຍ. ​ເຫດ​ການ​ດັ່ງ​ກ່າວ​ນີ້​ໄດ້​ຍົກ​ຂຶ້ນ​ມາ​ຖົກ​ຖຽງ​ກັນ​ກ່ຽວ​ກັບ​ສິດ​ທິ​ການ​ມີ​ອາ​ວຸດ​ປຶນແລະ ຊອກ​ຫາ​ວິ​ທີຄວບຄຸມ ແຕ່​ຍັງ​ແກ້​ໄຂ​ກັນ​ບໍ່​ຕົກ ດັ່ງ​ທີ່​ຍາ​ນາງ​ມາ​ລີ ໄດ້​ກ່າວ​ຕໍ່​ໄປວ່າ:

ອົງ​ການ “ບໍ່ຜະ​ລິດ​ອາ​ວຸດ​ປືນ” ​ໄດ້​ເຮັດ​ວຽກ​ມາ​ໄດ້ສາມ​ປີ​ແລ້ວ ແຕ່​ໄດ້​ຖືກ​ໂຈະໄວ້​ເນື່ອງ​ຈາກ​ການແຜ່​ລະ​ບາດ​ໂຄວິດ-19 ແລະ​ຈະ​ເລີ້ມ​ອອກ​ປະ​ຕິ​ບັດ​ງານໃໝ່ ໃນ​ບໍ່​ຊ້າ​ນີ້​ ຊຶ່ງ​ຍາ​ນາງ​ມາ​ລີ ອະ​ທິ​ບາຍ​ເຖິງ​ຕອນ​ນີ້​ວ່າ:

​ຢູ່​ຕາມ​ໂຮງ​ຮຽນ​ຫຼວງ ແລະ​ເອກ​ກະ​ຊົນ ເຂົາ​ເຈົ້າ​ມີ​ຫລັກ​ສູດ​ການ​ຮຽນດ້ານ​ມະ​ນຸດ​ສະ​ທຳ ໂດຍ​ສະ​ເພາະ​ການຫລິ້ນ​ລະ​ຄອນ ​ທີ່​ອົງ​ການ ​ບໍ່​ຜະ​ລິດອາ​ວຸດ​ປືນ ແລະ​ການ​ເວົ້າຂົ່ມ​ເຫັງ​ຢຽດ​ຢາມ​ກັນ ໄດ້​ສະ​ເໜີ​ໃຫ້ມີ ຢູ່​ໃນຫລັກ​ສູດ​ການ​ຮຽນ ດັ່ງ​ທີ່​ຍາ​ນາງ​ມາ​ລີ ​ໄດ້ກ່າວ​ມ້ວນ​ທ້າຍ​ສູ່​ຟັງ​ດັ່ງ​ນີ້:

ຍານາງມ​າ​ລີ ​ພອນ​ປ​ຣະ​ກິດ ແມ່ນ​ແມ່​ຍິງ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ຜູ້​ກໍ່​ຕັ້ງ​ ແລະ​ບໍ​ລິ​ຫານອົງ​ການ SOAR ​ຢູ່​ໃນລັດ​ເວີ​ຈີ​ເນຍ ​ມີ​ໜ້າ​ທີ່ອົບ​ຮົມ​ການ​ເປັນ​ຜູ້​ນຳ​ໃຫ້​ແກ່​ບັນ​ດາ​ອົງ​ການ​ເອກ​ກະ​ຊົນ ອົງ​ການ​ບໍ່​ຫວັງ​ຜົ​ນ​ກຳ​ໄລ ແລະ​ລັດ​ຖ​ະບານ. ​ປັດ​ຈຸ​ບັນ ຍາ​ນາງ​ມາ​ລີ ອາ​ສາ​ສະ​ໝັກ​ຊ່ວຍແນະ​ນຳ​ໃຫ້​ແກ່​ອົງ​ການ No Weapons Productions.

XS
SM
MD
LG