ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ອາ​ຊະ​ຍາ​ກຳ​ທີ່​ເພີ່ມ​ຂຶ້ນ​ ​ເຮັດ​ໃຫ້​ມີ​ຜູ້​ຕ້ອງ​ຫາ ແລະ ນັກ​ໂທດ​ລົ້ນ​ສະ​ຖານ​ທີ່​ກັກ​ຂັງ ແລະ ສະ​ຖານ​ທີ່​ດັດ​ສ້າງ​ໃນ​ທົ່ວ​ປະ​ເທດ ລາວ


ນັກຄ້າຢາເສບຕິດ ໃນແຂວງສະຫວັນນະເຂດ ຖືກທາງການຈັບໄດ້ພ້ອມດ້ວຍຂອງກາງ.
ນັກຄ້າຢາເສບຕິດ ໃນແຂວງສະຫວັນນະເຂດ ຖືກທາງການຈັບໄດ້ພ້ອມດ້ວຍຂອງກາງ.

ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ ລາວ ຍອມ​ຮັບ​ວ່າ​ອາ​ຊະ​ຍາ​ກຳ​ທີ່​ເພີ່ມ​ຂຶ້ນ​ໄດ້​ເຮັດ​ໃຫ້​ເກີດ​ບັນ​ຫາ ກ່ຽວ​ກັບ ການ​ມີ​ຈຳ​ນວນ​ຜູ້​ຕ້ອງ​ຫາ ແລະ ນັກ​ໂທດ​ລົ້ນ​ສະ​ຖານ​ທີ່​ກັກ​ຂັງ ແລະ ສະ​ຖານ​ທີ່​ດັດ​ສ້າງ​ໃນ​ທົ່ວ​ປະ​ເທດ.

ທ່ານ ໄຊ​ຊະ​ນະ ໂຄດ​ພູ​ທອນ ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຖະ​ແຫຼງຍອມ​ຮັບ​ວ່າ​ການ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ນັບ​ມື້​ໂດຍ​ສະ​ເພາະ​ແມ່ນ​ອາ​ຊະ​ຍາ​ກຳ ກ່ຽວ​ກັບ ການ​ຄ້າ​ຢາ​ເສບ​ຕິດ​ນັ້ນ​ໄດ້​ເຮັດ​ໃຫ້​ເກີດ​ບັນ​ຫາ​ແອ​ອັດ​ໃນ​ສະ​ຖານ​ທີ່​ກັກ​ຂັງ ແລະ ສະ​ຖານ​ດັດ​ສ້າງ​ໃນ​ທົ່ວ​ປະ​ເທດ ເນື່ອງ​ຈາກວ່າ​ມີ​ຈຳ​ນວນ​ຜູ້​ຕ້ອງ​ຫາ ແລະ ນັກ​ໂທດ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຊຶ່ງ​ໃນ​ປັດ​ຈຸ​ບັນ​ສະ​ຖານ​ດັດ​ສ້າງ​ທັງ 23 ແຫ່ງ​ໃນ​ທົ່ວ​ປະ​ເທດ​ຕ້ອງ​ຮອງ​ຮັບ​ນັກ​ໂທດຫຼາຍກວ່າ 15,000 ຄົນ ແລະ ໃນ​ນີ້​ເກີນກວ່າ 90 ເປີ​ເຊັນ​ກໍ​ຄື​ນັກ​ໂທດ​ທີ່​ກະ​ທຳ​ຜິດ​ກ່ຽວ​ກັບ​ຢາ​ເສບ​ຕິດ ທັງ​ຍັງ​ເປັນ​ກຸ່ມ​ນັກ​ໂທດ​ທີ່​ຖືກ​ຕັດ​ສິນ​ໂທດ​ປະ​ຫານ​ຊີ​ວິດຫຼາຍ​ທີ່​ສຸດ​ ແລະ ເຮັດ​ໃຫ້​ຕ້ອງ​ກໍ່​ສ້າງ​ສະ​ຖານ​ດັດ​ສ້າງ​ເພີ່ມ​ຂຶ້ນ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ ໄຊ​ຊະ​ນະ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ປັດ​ຈຸ​ບັນ​ນັກ​ໂທດ​ໃນ​ທົ່ວ​ປະ​ເທດ​ມີ 15,000 ກວ່າ​ຄົນ​ໃນ​ນີ້​ຄະ​ດີ​ຢາ​ເສບ​ຕິດ 12,000 ກວ່າ​ຄົນ ແລະ ໂທ​ດ​ປະ​ຫານ​ຊີ​ວິດ​ທີ່​ສານ​ຕັດ​ສິນ​ທັງ​ໝົດ​ແມ່ນ 604 ຄົນ​ກວມ 90 ເປີ​ເຊັນ​ແມ່ນ​ຢາ​ເສບ​ຕິດ ແຕ່​ວ່າ​ໃນ​ທົ່ວ​ປະ​ເທດ​ມີ​ຄ້າຍ​ຄຸມ​ຂັງ​ດັດ​ສ້າງ​ທັງ​ໝົດ​ນີ້ 23 ແຫ່ງ​ໃນ​ນີ້​ມີ​ພະ​ນັກ​ງານ​ໄອ​ຍະ​ການ​ໄປ​ປະ​ຈຳ​ພຽງ​ແຕ່ 17 ແຫ່ງ ສ່ວນ​ວ່າ 6 ແຫ່ງນີ້​ສະ​ຖານ​ທີ່​ບ່ອນ​ຢູ່ບໍ່​ມີ​ ພື້ນ​ຖານ​ໂຄງ​ລ່າງ​ມີ​ຄວາມ​ຫຍຸ້ງ​ຍາກ ປັດ​ຈຸ​ບັນ​ຖື​ໄດ້​ວ່າ​ແຕ່​ລະ​ຄ້າຍ​ຄຸມ​ຂັງ​ດັດ​ສ້າງ​ແຕ່​ລະ​ແຂວງນີ້​ແອ​ອັດ ນັກ​ໂທດນີ້​ມີ​ຈຳ​ນວນຫຼາຍ ແລະ ຍ້ອນ​ເຫັນ​ໄດ້​ສະ​ພາບ​ຄື​ດັ່ງ​ກ່າວ ລັດ​ຖະ​ບານນີ້​ໄດ້​ສ້າງ​ຄ້າຍ​ດັດ​ສ້າງນີ້​ເພີ່ມ​ອີກ 7 ແຫ່ງ.”

ສະ​ພາບ​ບັນ​ຫາ​ດັ່ງ​ກ່າວນີ້​ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ບັນ​ລຸ​ເປົ້າ​ໝາຍ​ວາ​ລະ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ​ໃນ​ປີ 2023 ດ້ວຍ ໂດຍ​ກົມ​ໃຫຍ່​ຕຳຫຼວດ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຂຶ້ນ​ບັນ​ຊີ​ລາຍ​ຊື່​ຂອງ​ນັກ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ເປົ້າ​ໝາຍ​ໃນ​ການ​ຕິດ​ຕາມ​ຈັບ​ກຸມ 2,299 ຄົນ ໃນ​ນີ້​ກໍ​ມີ​ເຖິງ 1,996 ຄົນ​ເປັນ​ເຄືອ​ຂ່າຍ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ ສ່ວນ 196 ຄົນ​ນັ້ນ​ໄດ້​ພົ້ນ​ໂທດ​ແລ້ວ​ແຕ່​ຍັງ​ສືບ​ຕໍ່​ການ​ຄ້າ​ຢາ​ເສບ​ຕິດ ແລະ 7 ຄົນ​ເປັນ​ນັກ​ໂທດ​ທີ່ຫຼົບ​ໜີ​ຈາກ​ສະ​ຖານ​ຄຸມ​ຂັງ​ພ້ອມ​ກັນ​ນີ້​ກໍ​ຍັງ​ໄດ້​ອອກ​ໝາຍ​ຈັບ​ຜູ້​ຕ້ອງ​ຫາ​ໃນ​ຄະ​ດີ​ຄ້າ​ຢາ​ເສບ​ຕິດ​ເພີ່ມ​ຂຶ້ນ 100 ຄົນ​ທີ່​ເປັນ​ຜົນ​ຈາກ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສາ​ນ​ລະ​ຫວ່າງ​ລາວ​ກັບ​ປະ​ເທດໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ດ້ວຍ​ກັນ ຊຶ່ງ​ຈາກ​ການ​ຮ່ວມ​ລາດ​ຕະ​ເວນ​ໃນ​ແລວ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ທາງ​ການ​ຕຳຫຼວດ​ຈີນ​, ມຽນ​ມາ, ລາວ, ໄທ ໃນ​ຕະຫຼອດ​ປີ 2021 ຜ່ານ​ມາ​ສາ​ມາດ​ຈັບ​ກຸມ​ການ​ລັກ​ລອບ​ຄ້າ​ຢາ​ເສບ​ຕິດ​ໄດ້​ເຖິງ 8,325 ກໍ​ລະ​ນີ, ຈັບ​ກຸມ​ຜູ້​ຕ້ອງ​ຫາ 8,043 ຄົນ, ຍຶດ​ຢາ​ເສບ​ຕິດກວ່າ 35 ໂຕນ, ຍຶດ​ອາ​ວຸດ ແລະ ອຸ​ປະ​ກອນ​ສື່​ສານ​ທັນ​ສະ​ໄໝ​ໄດ້​ຫຼາຍກວ່າ 2 ໝື່ນ​ລາຍ​ການ.

ທາງ​ດ້ານ​ທ່ານ ອາດ​ສະ​ພັງ​ທອງ ສີ​ພັນ​ດອນ ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ​ຖະ​ແຫຼງວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ​ໃຫ້​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ພາຍ​ໃນ​ປີ 2023 ນັ້ນ​ຈະ​ສາ​ມາດ​ເກີດ​ຂຶ້ນ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ​ກໍ​ດ້ວຍ​ການ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ ເພາະ​ບັນ​ຫາ​ຢາ​ເສບ​ຕິດ​ໄດ້​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ແລະ ຮຸນ​ແຮງ​ຂຶ້ນ​ນັບ​ມື້.

ຕຳຫຼວດ​ປາບ​ປາມ​ຢາ​ເສບ​ຕິດ​ໃນ​ເຂດ​ນະ​ຄອນຫຼວງວຽງ​ຈັນ​ສາ​ມາດ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ​ໃນ​ຊ່ວງ 6 ເດືອນ​ທ້າຍ​ປີ 2021 ໄດ້​ເພີ່ມ​ຂຶ້ນກວ່າ 4 ເທົ່າ​ທຽບ​ໃສ່ 6 ເດືອນ​ຕົ້ນ​ປີ 2021 ໂດຍ​ສະ​ເພາະ​ຊ່ວງ​ເດືອ​ນ​ກັນ​ຍາ-ທັນ​ວາ 2021 ນັ້ນ​ກໍ​ຄື​ໄລ​ຍະ​ທີ່​ຈັບ​ຜູ້​ຕ້ອງ​ຫາ ແລະ ຍຶດ​ຢາ​ເສບ​ຕິດ​ໄດ້ຫຼາຍ​ທີ່​ສຸດ​ຄື​ສາ​ມາດ​ທຳ​ລາຍ​ເຄືອ​ຂ່າຍ​ຄ້າ​ຢາ​ເສບ​ຕິດ​ໄດ້ 1,909 ກໍ​ລະ​ນີ ຈັບ​ກຸມ​ຜູ້​ຕ້ອງ​ຫາ 2,982 ຄົນ ພ້ອມ​ທັງ​ຍຶດ​ຢາ​ບ້າ​ໄດ້ຫຼາຍກວ່າ 190 ລ້ານ​ເມັດ, ຢາ​ໄອ​ຊ໌ກວ່າ 3 ໂຕນ, ສານ​ເຄ​ມີກວ່າ 45 ໂຕນ ແລະ ຍຶດ​ຊັບ​ສິນ​ຂອງ​ຜູ້​ຕ້ອງ​ຫາ​ໄດ້ຫຼາຍກວ່າ 150 ລ້ານ​ບາດ.

ທັງ​ນີ້​ປະ​ເທດ ລາວ ຖືກ​ໃຊ້​ເປັນ​ທາງ​ຜ່ານ​ຂອງ​ການ​ລັກ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຈາກ​ເຂດ​ສາມຫຼ່ຽມ​ຄຳ​ໄປ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ເຫັນ​ໄດ້​ຈາກ​ການ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ​ໄດ້​ເພີ່ມ​ຂຶ້ນ ສ່ວນ​ຢາ​ເສ​ບ​ຕິດ​ທີ່​ຍຶດ​ໄດ້​ໃນ​ແຕ່​ລະ​ຄັ້ງ​ກໍມີ​ປະ​ລິ​ມານ​ເພີ່ມ​ຂຶ້​ນ່​ຢາງຫຼວງຫຼາຍ ຊຶ່ງເຫັ​ນ​ໄດ້​ຈາກ​ການ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ​ໄດ້​ເພີ່ມ​ຂຶ້ນ ສ່ວນ​ຢາ​ເສບ​ຕິດ​ທີ່​ຍຶດ​ໄດ້​ໃນ​ແຕ່​ລະ​ຄັ້ງ​ກໍ​ມີ​ປະ​ລິ​ມານ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ ຊຶ່ງ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ລັກ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຜ່ານ​ລາວ​ໄປ​ຕ່າງ​ປ​ະ​ເທດ​ນັ້ນ ກໍ​ຄື​ຂະ​ບວນ​ການ​ຂ້າມ​ຊາດ​ຂະ​ໜາດ​ໃຫຍ່​ທີ່​ມີ​ເຄືອ​ຂ່າຍ​ຢ່າງກວ້າງ​ຂວາງ​ໃນ​ລາວ ແລະ ​ລຸ່ມ​ແມ່​ນ້ຳ​ຂອງ.

ສ່ວນ​ທ່ານ ເຈ​ເຣ​ມີ ດັກ​ກ​ລາ​ສ ຜູ້​ແທນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ຄວບ​ຄຸມ​ອາ​ຊະ​ຍາ​ກຳ ແລະ ຢາ​ເສບ​ຕິດ​ຖະ​ແຫຼງວ່າ​ການ​ຮ່ວມ​ມື​ເພື່ອ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ຕະຫຼອດ​ປີ 2021 ສາ​ມາດ​ຍຶດ​ຢາ​ບ້າ​ ແລະ ຢາ​ໄອ​ຊ໌​ໄດ້ຫຼາຍກວ່າ 171.5 ໂຕນ​ໂດຍ​ໃນ​ນີ້​ເກີນກວ່າ 90 ເປີ​ເຊັນເປັນ​ຢາ​ເສບ​ຕິດ​ທີ່​ຍຶດ​ໄດ້​ໃນ​ເຂດ​ສາມຫຼ່ຽມ​ຄຳ ທັງ​ຍັງ​ເປັນ​ການ​ຍຶດ​ຢາ​ເສບ​ຕິດ​ທີ່​ເພີ່ມ​ຂຶ້ນ​ເກີນກວ່າ 7 ເທົ່າ​ຕົວ ທຽບ​ກັບ​ປີ 2020 ສ່ວນ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ໄທ​ລາຍ​ງານ​ວ່າ​ການ​ຄ້າ​ຢາ​ເສບ​ຕິດ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ມີ​ມູນ​ຄ່າ​ລະ​ຫວ່າງ 7 ໝື່ນ​ລ້ານ​ຫາ 1 ແສນ​ລ້ານ​ໂດ​ລາ​ຕໍ່​ປີ.

XS
SM
MD
LG