ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

​ວີ​ໂອ​ເອ ສຳ​ພາດທ່ານ​ການ ວົງ​ສະ​ຫວັນ ທະ​ນາຍ​ຄວາມ​ແຮງ​ງານ​ຕ່າງ​ດ້າວ


ທ່ານ​ການ ວົງ​ສະ​ຫວັນ ທະ​ນາ​ຍ​ຄວາມ​ແຮງ​ງານ​ຕ່າງ​ດ້າວ
ທ່ານ​ການ ວົງ​ສະ​ຫວັນ ທະ​ນາ​ຍ​ຄວາມ​ແຮງ​ງານ​ຕ່າງ​ດ້າວ

ສ​ະ​ບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບໃນ​ລາຍ​ການຊີ​ວິດ​ຊາວ​ລາວ ຂອງ ວີ​ໂອ​ເອ ສຳ​ລັບແລງ​ວັນ​ພະ​ຫັດ​ມື້​ນີ້ ເ​ຮົາ​ຈະ​ນຳ​ເອົາ​ການ​ໂອ້​ລົມ​ກັບທ່ານ​ການ ວົງ​ສະ​ຫວັນ ທະ​ນາຍ​ຄວາມແຮງ​ງານ​ຕ່ຊຶ່ງາງ​ປະ​ເທດ ໃຫ້​ແກ່ ບໍ​ລິ​ສັດ Berry Appleman & Leiden ທີ່ບັນ​ດາ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ ​ເປັນ​ຜູ້​ປະກັນໂຕ ໃຫ້​ເຂົ້າ​ມາ​ເຮັດ​ວຽກ ​ຢູ່ ​ໃນ​ສະ​ຫະ​ລັດ ກິ່ງ​ສະ​ຫວັນ ​ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ສະ​ຫະ​ລັດ​ອາ​ເມ​ຣິກ​າ ເ​ຖິງ​ແມ່ນ​ວ່າ​ເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ ຄົ​ນມີ​ຄວາມ​ຮູ້​ສູງ ແລະສຳ​ເລັດ​ປະ​ລິນຍາ​ຕ່າງໆກໍ​ດີ. ​ແຕ່​ກໍ​ຍັງ​ຂາດ​ເຂີນ ​ນັກ​ວິ​ຊາ​ການ​ດ້ານ​ເທັກ​ໂນ​ໂລ​ຈີຢູ່ຫລາຍ​ຢ່າງ​ ​ເພາະ​ສະ​ນັ້ນ​ ຈຶ່ງຈຳ​ເປັນ​ຕ້ອງ​ໄດ້​ນຳ​ເອົາຜູ້​ຊ່ຽວ​ຊານ​ໂດຍ​ສະ​ເພາະມາ​ຈາກ​ປະ​ເທ​ດ​ອື່ນໆ​ເພື່ອ​ມາ​ປະ​ຕິບັດ​ໜ້າ​ທີ່ສະ​ເພາະ​ເຈາະ​ຈົງໃຫ້​ແກ່​ບໍ​ລິ​ສັດ​ຕ່າງໆ​ຢູ່​ໃນ​ສະ​ຫະ​ລັດ. ​ບັນ​ດາ​ນັກ​ວິ​ຊາ​ການ​ເຫລົ່າ​ນີ້ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ໃນ​ສະ​ຫະ​ລັດ ​ມີ​ຖາ​ນະ​ແຕກ​ຕ່າງ​ກັບ​ຄົນ​ທຳ​ມະ​ດາໂດຍ​ທົ່ວ​ໄປ​. ເຂົາ​ເຈົ້າ ​ຕ້ອງ​ສຳ​ເລັດ​ປະ​ລິນ​ຍາຕີ ​ປະ​ລິນ​ຍາ​ໂທ ແລະ​ມີ​ຄວາມ​ຊຳ​ນານຢູ່​ໃນ​ຂະ​ແໜງ​ໃດ​ນຶ່ງ​ທີ່​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ຕ້ອງ​ການ.

ນີ້​ແມ່ນ​ໜ້າ​ທີ່​ວຽກ​ງານ​ຂອງ​ບໍ​ລິ​ສັດ Berry Appleman & Leiden ຜູ້​ຊ່ຽວ​ຊານ​ດ້ານ​ກົດ​ໝາຍ ເພື່ອແລ່ນ​ເອກ​ກະ​ສານ ​ນຳ​ເອົາ​ນັກ​ວິ​ຊາ​ການ​ເຫລົ່​າ​ນີ້​ ເຂົ້າ​ມາ​ເຮັດ​ວຽກ​ຢູ່​ໃນ​ສະ​ຫະ​ລັດ ໃຫ້​ຖືກ​ຕ້ອງ​ຕາມກົດ​ໝາຍ ໂດຍ​ບັນ​ດາ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ເປັນ​ຜູ້​ຮັບ​ປະ​ກັນ. ຮວມ​ຢູ່​ໃນ​ບັນ​ດາທະ​ນາຍ​ຄ​ວາມ ເຮັດ​ວຽກ​ກ່ຽວກັບ​ເລື້ອງ​ນີ້ ມີ ທ່ານ​ການ ວົ​ງ​ສະ​ຫວັນ ​ຄົນອາ​ເມຣິກັນ​ເຊື້ອ​ສາຍ​ລາວ​ ທີ່​ໄດ້​ປະ​ຕິ​ບັດໜ້າ​ທີ່ນີ້​ມາ​ ໄດ້​ເກືອ​ບ​ນຶ່ງ​ທົດ​ສະ​ວັດ​ແລ້ວ. ທ່ານ​ການ ສຳ​ເລັດ​ການ​ສຶກ​ສາ​ດ້ານ​ກົດ​ໝາຍຈາກ Florida State Law school ຊຶ່ງ​ທ່ານໄດ້​ແນະ​ນຳ​ຕົນ​ເອງ​ສູ່ວິີໂອ​ເອຟັງ​ດັ່ງ​ນີ້:

ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ມີ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີຢ່າງ​ຫລວງ​ຫລາຍ ແຕ່ຍັງຂາດ​ເຂີນ​ແຮງ​ງານ​ທີ່​ເປັນ​ຜູ້​ຊ່ຽວ​ຊານ
ຢູ່​ໃນ​ຂະ​ແໜງ​ຕ່າງໆດ້ານ​ເທັກ​ໂນ​ໂລ​ຈີ. ເພາະ​ສະ​ນັ້ນ ​ບັນ​ດາ​ບໍ​ລິ​ສັດ​ຢູ່​ໃນ​ສະ​ຫະ​ລັດ​ຕ້ອງ​ໄດ້ຮັບ​ປະກັນເອົາບັນ​ດາ
ຜູ້​ຊ່ຽວ​ຊານທີ່​ຂາດ​ເຂີນເຂົ້າ​ມາ​ເຮັດ​ວຽກໃ​ຫ້​ເຂົາ​ເຈົ້າ ໂດຍ​ຜ່ານ​ບໍ​ລິ​ລັດ Berry Appleman & Leilden ຊຶ່ງຄ່າ​ໃຊ້​ຈ່າຍຜູ້​ນຶ່ງ​ປະ​ມານ 22,000 ໂດ​ລາ ເປັນ​ຜູ້ແລ່ນ​ເອກ​ກະ​ສານໃຫ້​ຖືກ​ຕ້ອງ​ຕາ​ມ​ກົດ​ໝາຍ ຊຶ່ງ​ທ່ານ​ການ ໄດ້​ອະ​ທິ
​ບາຍເຖິງ​ບຸກ​ຄົນ​ທີ່​ຈະ​ຕ້ອງ​ມີຄຸນ​ນະ​ວຸດ​ທິ ກ່ອນ​ຈະ​ຖືກ​ຮັບ​ຮອງໃຫ້ເຂົ້າ​ມາ​ສະ​ຫະ​ລັດສູ່​ຟັງ​ດັ່ງ​ນີ້:

ບັນ​ດາ​ນັກ​ວິ​ຊາ​ການເຫລົ່​າ​ນີ້ມາຈາກ​ຫລາຍໆ​ປະ​ເທດ ແຕ່​ບໍ່​ມີ​ມາ​ຈາກປະ​ເທດ​ລາວ​ ຊຶ່ງ​ທ່ານ​ການ​ ໄດ້​ອະ​ທິ​ບາຍ​
ມ້ວ​ນ​ທ້າຍ​ເຖິງ​ເຫດ​ຜົນ​ສູ່ ວີ​ໂອ​ເອ ວ່າ:

ທ່ານ​ການ​ ​ວົງ​ສະ​ຫວັນ ພຽງ​ແຕ່ຮູ້​ວ່າເກີດ​ຢູ່ນອກ​ນະ​ຄອນ​ຫລວງ​ວຽງ​ຈັນ ເດີນ​ທາງ​ເຂົ້າ​ມາ​ສະ​ຫະ​ລັດ ໃນ​ປີ 1986 ເວ​ລາ​ອາ​ຍຸ​ໄດ້ 2 ປີ ພ້ອມ​ດ້ວຍອ້າຍ​ເອື້ອຍນ້ອງ​ນຳ​ກັນ​ເກົ້າ​ຄົນ ແລະ​ພໍ່ແມ່. ທ່ານ​ຂານ ວົງ​ສະ​ຫວັນ ແມ່ນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ຄົນ​ນຶ່ງ ທີ່​ໄດ້​ມາ​ເຕີບ​ໃຫຍ່​ຢູ່​ໃນ​ສະ​ຫະ​ລັດ ເຫັນຄວາມ​ສຳ​ຄັນ​ດ້ານ​ການ​ສຶກ​ສາທີ່ເປັນ​ແສງໄຟນຳ​ພາ​ ໄປ​ສູ່​ຜົນ​ສຳ​ເລັດໃນ​ໜ້າ​ທີ່​ວຽກ​ງານແລະ​ເປັນພົນ​ລະ​ເມືອງ​ດີ​ຂອງປະ​ເທດ.

XS
SM
MD
LG