ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກ​ານ​ພັດ​ທະ​ນາ​​ ເທັກ​ໂນ​ໂລຈີ ດ້ານ​ຂໍ້​ມູນ​ຂ່າວ​ສານ ເພື່ອ​ຮອງ​ຮັບ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ Digital ໃນ​ລາວ ຍັງ​ຂາດ​ບຸກ​ຄະ​ລາ​ກອນ ​


​ສະ​ຖາ​ນີຈານ​ດາວ​ທຽມ​ທີ່​ລັດ​ຖະ​ບານ​ຈີນຊ່ວຍ​ລາວ
​ສະ​ຖາ​ນີຈານ​ດາວ​ທຽມ​ທີ່​ລັດ​ຖະ​ບານ​ຈີນຊ່ວຍ​ລາວ

ກ​ານ​ພັດ​ທະ​ນາເທັກ​ໂນ​ໂລຈີ ດ້ານ​ຂໍ້​ມູນ​ຂ່າວ​ສານ ເພື່ອ​ຮອງ​ຮັບ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ Digital
ໃນ​ລາວ ຍັງ​ຂາດ​ບຸກ​ຄະ​ລາ​ກອນ ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ເພີ່ງ​ພາ​ການ​ຊ່ວຍ​ເຫລືອ
​ເປັນ​ຫລັກ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ສັນ​ຕິ​ສຸກ ສິມ​ມາ​ລ​າ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເທັກ​ໂນ​ໂລ​ຈີ ແລະ​ການ​ສື່​ສານ​ຖະ​ແຫລງວ່າ ໃນ​
ປັດ​ຈຸ​ບັນ​ນີ້ ການ​ພັດ​ທະ​ນາ​ເທັກ​ໂນ​ໂລ​ຈີ​ດ້ານ​ຂໍ້​ມູນຂ່າວ​ສານ​ໃນ​ລາວ ​ຍັງ​ຕ້ອງ​ເພີ່ງ​ພາ​ການ​ຊ່ວ​ຍ​ເຫລືອ​
ຈາກ​ຕ່າງ​ປະ​ເທດ ​ໃນ​ທຸກ​ດ້ານ ໂດຍ​ສະ​ເພາະ​ແມ່ນໃນດ້ານ​ຊັບ​ພະ​ຍາ​ກອນມະ​ນຸດ​ນັ້ນ ຕ້ອງ​ເພີ່ງ​ພາ​ບຸກ
​ຄະ​ລາ​ກອນ ຈາກ​ຕ່າງ​ປະ​ເທດ​ເປັນ​ຫລັກ ເພາະ​ວ່າ​ລາວ​ຍັງ​ມີ​ບຸກ​ຄະ​ລາ​ກອນ​ໃນ​ດ້ານ​ດັ່ງ​ກ່າວ​ນີ້ ​ຢ່າງ​ຈຳ
​ກັດ ​ກໍ​ຄື​ໃນ​ຂະ​ນະ​ທີ່​ການ​ພັດ​ທະ​ນາ​ເທັກ​ໂນ​ໂລ​ຈີ​ດ້ານ​ຂໍ້​ມູ​ນ ຂ່າວ​ສານ ຕ້ອງ​ການບຸກ​ຄະ​ລາ​ກອນ​ໃນ​ສັດ ​
ສ່ວນ 3 ເປີ​ເຊັນ ​ຂອງ​ຈຳ​ນວນ​ກຳ​ລັງແຮງ​ງານ ​ທັງ​ໝົດ​ໃນ​ປະ​ເທດ ຫາກ​ແຕ່​ລາວ​ກໍ​ສາ​ມາດຕອບສະ​ໜອງ​
ໄດ້​ຈິງ​ພຽງ 0.3 ເປີ​ເຊັນ​ເທົ່າ​ນັ້ນ ແລະ​ຍັງ​ຈະ​ຕ້ອງ​ໃຊ້​ເວ​ລາອີກເກືອບ​ເຖິງ 20 ປີ ​ຈຶ່ງ​ຈະ​ສາ​ມາດເພີ່ງຕົນ​
ເອງ​ໄດ້ ດັ່ງ​ທີ​ທ່ານ​ສັນ​ຕິ​ສຸກ ຢືນ​ຢັນ​ວ່າ:

“​ມາ​ຮອດ​ປັດ​ຈຸ​ບັນ​ແຮງ​ງານ​ທາງ​ດ້ານ ICT ຂອງ​ພວກ​ເຮົາ​ ແມ່ນກວມ​ເອົາ​ພຽງ​ແຕ່ 0.3 ເປີ​ເຊັນ ​ຂອງ​
ແຮງ​ງານ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ​ ຊື່ງ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຄວາມ​ອາດ​ສາ​ມາດ​ຂອງ​ແຮງ​ງານ​ເຫລົ່າ​ນີ້ ຍັງ​
ມີ​ຄວາມ​ຈຳ​ກັດ​ ທາງ​ດ້ານ​ປະ​ລິ​ມານ ແລະ​ຄຸນ​ນະ​ພາບ ເຮັດ​ໃຫ້​ການ​ພັດ​ທະ​ນາເທັກ​ໂນ​ໂລ​ຈີ Digital
ຍັງ​ຕ້ອງ​ໄດ້​ອາ​ໄສ​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ເປັນ​ຫລັກ ຊຶ່ງ​ຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ບຸກ​ຄະ​ລາ​ກອນ ໃນ​ຂະ
​ແໜງ​ການ​ນີ້ ຕາມ​ມາ​ດ​ຕະ​ຖານ​ສາ​ກົນ​ ມັນ​ຕ້ອງແມ່ນກວມ 3 ເປີ​ເຊັນ ຂອງ​ແຮງ​ງານ​ທັງ​ໝົດ​ໃນ​ທົ່ວ
​ປະ​ເທດ ຊຶ່ງ​ພວກ​ເຮົາ​ກໍ​ໄດ້​ມີ​ແຜ​ນ​ສ້າງ​ໃຫ້​ໄດ້​ຈາກ 0.3 ເປີ​ເຊັນ ເພີ້ມ​ຂຶ້ນ​ເປັນ 1 ເປີ​ເຊັນ ຂອງ​ແຮງ​ງານ
​ທັງ​ໝົດ​ໃນ​ປັດ​ຈຸ​ບັນ ຮອດ​ປີ 2030 ກໍ​ຈະ​ສູ້​ຊົນ​ໃຫ້​ໄດ້ 2 ເປີເຊັນ ແລະ​ຮອດ​ປີ 2040 ຈະ​ສູ້​ຂຶ້ນ​ໃຫ້​ໄດ້
4 ເປີ​ເຊັນ.”

ທັງ​ນີ້ ໂດຍ​ທ່ານ​ຈຽງ ຈ້າຍ​ຕົງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ນະ​ຄອນ​ຫລວງ ວຽ​ຈັນ ແລະ​ທ່ານ​ບໍ່​ວຽງ
ຄຳ ວົງ​ດາ​ຣາ ລັດ​ຖະ​ມົນ​ຕີ​ກະ​ຊວງເທັກ​ໂນ​ໂລ​ຈີ ແລະ​ການ​ສື່​ສານ ກໍ​ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ ໃນ​ພິ​ທີ​
ວາງ​ສີ​ລາ​ເລີກ ເພື່ອ​ເລີ້ມ​ການ​ກໍ່​ສ້າງ​ອາ​ຄານ ​ຂອງ​ສະ​ຖາ​ບັນ​ເທັກ​ໂນ​ໂລ​ຈີ ການ​ສື່​ສານ ແລະ​ຂໍ້​ມູນ ຂ່າວ
ສ​ານ​ແຫ່ງ​ທຳ​ອິດ​ໃນ​ລາວ ເມື່ອ​ບໍ່​ນານ​ມາ​ນີ້ ຊຶ່ງ​ລັດ​ຖະ​ບານ​ຈີນ​ໃຫ້​ການ​ຊ່ວຍ​ເຫລືອ​ລ້າ​ແກ່​ລາວໃນ​ຖາ​
ນະທີ່ເປັນ​ຄູ​ຮ່ວມ​ຊະ​ຕາກຳ​ໃນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາພ​າຍໃຕ້ ​ແຜນ​ການ​ນຶ່ງ​ແລວ ນຶ່ງ​ເສັ້ນ​ທາງ
​ຂອງ​ຈີນ.

ໂດຍ​ອາຄານ​ດັ່ງ​ກ່າວ​ນີ້​ຈະ​ເປັນ​ຕຶກ​ສູງ 5 ຊັ້ນທີ່​ກໍ່​ສ້າງ​ບົນ​ເນື້ອ​ທີ່ 5,000 ກວ່າ​ ຕາ​ແມັດ ​ປະ​ກອບ​ດ້ວຍ​
ຫ້ອງ​ຮຽນ ຫ້ອງ​ລົດ​ລອງ ຫ້ອງ​ການ ຫ້ອງ​ສະ​ມຸດ ຫ້ອງ​ປະ​ຊຸມ​ຂະ​ໜາດ​ໃຫຍ່ ຫ້ອງ​ອາ​ຫານ ຫ້ອງ​ພັກ​
ຜ່ອນ​ຂອງບຸກ​ຄະ​ລາ​ກອນ ແລະ​ນັກ​ສຶກ​ສາ ຮວມ​ເຖິງ​ຫ້ອງ​ສຳ​ລັບ​ການ​ຈັດ​ງານ​ກິດ​ຈະ​ກຳ​ຕ່າງໆ​ຢ່າງ​
ຄົ​ບ​ສຸດ ຊຶ່ງ​ການ​ກໍ່​ສ້າງ​ຈະ​ໃຊ້​ເວ​ລາ​ບໍ່​ເກີນ 20 ເດືອນ ແລະ​ພາຍ​ຫລັງ​ຈາກ​ທີ່​ກໍ່​ສ້າງ​ສຳ​ເລັດ​ສົມ​ບຸນ​ແລ້ວ​
ນັ້ນ ກໍ​ຈະ​ມີ​ການ​ສອ​ບ​ເສັງ​ ເພື່ອ​ຄັດ​ເລືອກ​ເອົາ​ບຸກ​ຄະ​ລາ​ກອນ​ທັງ​ຄູ ອາ​ຈານ ແລະ​ພະ​ນັກ​ງານ​ປະ​ຈຳ​
ສະ​ຖາ​ບັນ​ຈຳ​ນວນ 312 ຄົນ ຊຶ່ງ​ທຸກ​ຄົນ​ຈະ​ໄດ້​ຮັບ ແລະ​ຜ່ານ​ການຝຶກ​ອົບ​ຮົມ ​ຕາມ​ຫລັກ​ສູດ​ທີ່​ມີມາດ
​ຕະ​ຖານ​ດຽວ​ກັບຈີນ ທີ່​ຈະ​ເຮັດ​ໃຫ້​ລາວ​ມີ​ເທັກ​ໂນ​ໂລ​ຈີ ທີ່​ສ​າ​ມາດ​ຄວບ​ຄຸມ​ສື່ Online ໄດ້​ຢ່າງ​ມີ​ປະ​ສິດ
​ທິ​ພາບ​ສູງ.

ໃນ​ປັດ​ຈຸ​ບັນ ລາວ​ມີ​ສື່​ສັງ​ຄົມ Online ຈຳ​ນວນ 60 ກວ່າ​ລາຍ ທີ່​ໄດ້​ລົງ​ທະ​ບຽນ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​
ໝາຍ​ສື່​ມວນ​ຊົນ​ໃນ​ລາວ ຫາກ​ແຕ່​ກໍ​ຍັງ​ປ​າ​ກົດ​ວ່າ​ມີ​ສື່​ສັງ​ຄົມ​ Online ຫລາ​ຍ​ສິບ​ລາຍ​ທີ່​ດຳ​ເນີນ​ກິດ​ຈະ
​ການໂຄ​ສະ​ນ​າ​ເຜີຍ​ແຜ່​ຂໍ້​ມູນ ຂ່າວ​ສານ​ກ່​ຽວ​ກັບ​ລາວ​ໃ​ນ​ຕ່າງ​ປະ​ເທດ​ທີ່​ທາງ​ການ​ລາວບໍ່​ສາ​ມາດ​ທີ່​ຈະ​
ຄວບ​ຄຸມ​ໄດ້​ເລີຍ ຈຶ່ງ​ເຮັດ​ໃຫ້ຈະ​ຕ້ອງ​ດຳ​ເນີນ​ການ​ພັດ​ທະ​ນາ​ລະ​ບົບ ແລະ​ເຄື່ອ​ຂ່າຍ ສື່ ມວນ​ຊົນ​ຂອງ​
ລາວ ​ໃຫ້​ທັນ​ສະ​ໄໝ ດ້ວຍ​ການ​ຊ່ວ​ຍເຫລືອດ້ານ​ວິ​ຊາການ ແລະ​ເທກ​ໂນ​ໂລ​ຈີ​ຂັ້​ນ​ສູງ ​ຈາກ​ທາງ​ການ​
ຈີນ​ດັ່ງ​ກ່າວ.

ໂດຍ​ແຜນ​ການ​ພັດ​ທະ​ນາເສດ​ຖະ​ກິດ ສັງ​ຄົມ​ແຫ່ງ​ຊາດ​ຄັ້ງ​ທີ 9 ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ແຕ່​ປີ 2021-2025
ໄດ້​ວາງ​ເປົ້າ​ໝາຍ​ຈະ​ພັດ​ທະ​ນາ​ເສດ​ຖະ​ກິດ​ລາວ​ໄປ​ສູ່​ລະ​ບົບ Digital ​ໃຫ້​ໄດ້​ໃນ​ປີ 2025 ຫາກ​ແຕ່​ການ
​ປະ​ຕິ​ບັດ​ໃຫ້​ໄດ້​ຈິງ​ນັ້ນ ​ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍ ເພາະ​ວ່າ​ລັດ​ຖະ​ບານ​ລາວ​ຍັງ​ຂາດ​ແຄນ​ທັງໃນ​ດ້ານ​ເງິນ​ທຶນ
ບຸກ​ຄະ​ລາ​ກອນ ແລະ​ເທັກ​ໂນ​ໂລ​ຈີ​ທັນ​ສະ​ໄໝ ຈຶ່ງ​ເຮັດ​ໃຫ້​ການ​ດຳ​ເນີນງານ​ໄປ​ໄດ້​ຢ່າງ​ຊັກ​ຊ້າ ຊຶ່ງ​ເຫັນ
​ໄດ້​ຈາກ​ການ​ຊົມ​ໃຊ້ Internet ​ຄວ​າມ​ໄວ​ສູງ 4G-5G ທີ່ໃຊ້​ບໍ​ລິ​ການໄດ້​ສະ​ເພາະ ຢູ່​ໃນ​ເຂດ​ໂຕ​ເມືອງ
​ເທົ່າ​ນັ້ນ ສ່ວນ​ລະ​ບົບ​ເຄືອ​ຂ່າຍ​ໂທ​ລະ​ສັບ​ມື​ຖື​ນັ້ນ ເຖິງ​ແມ່ນ​ວ່າ​ຈະ​ກວມ​ໄດ້​ເຖິງ 90 ເປີ​ເຊັນ ຂອງ​ຈຳ
​ນວນ​ບ້ານ​ທັງ​ໝົດ ແລະ​ປະ​ຊາ​ຊົນ​ລາວ 95 ເປີ​ເຊັນ ໄດ້​ນຳ​ໃຊ້​ໂທ​ລະ​ສັບ​ມື​ຖື​ກໍ​ຕາມ ຫາກ​ແຕ່​ວ່າ​ກໍ​ມີ​ປະ​
ຊາ​ຊົນ​ລາວ​ພຽງ​ແຕ່ 57 ເປີ​ເຊັນ​ເທົ່າ​ນັ້ນ ​ທີ່​ມີ​ໂອ​ກາດ​ໄດ້​ໃຊ້ Internet ​ຊຶ່ງ​ຖື​ເປັນ​ອັດ​ຕາ​ການ​ຊົມ​ໃຊ້​ທີ່
​ຕໍ່​າ​ທີ່ສຸດ​ໃນ​ອາ​ຊຽນ ທັງ​ກາຍ​ເປັນ​ອຸ​ປະ​ສັກ​ສຳ​ຄັນ ​ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ
​ຂອງ​ລາວ​ໃຫ້​ເປັນ​ລະ​ບົບ Digital ໃຫ້​ໄດ້​ຕາ​ມ​ເປົ້າ​ໝາຍ ​ທີ່​ວາງ​ໄວ້​ພາຍ​ໃນ​ປີ 2025 ດັ່ງ​ກ່າວ​ອີກ​ດ້ວຍ.

XS
SM
MD
LG