ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ປ​ຣະ​ເສີດ ແລະ​ຍາ​ນາງ​ປັດ​ທຸມ​ມີ ຣັດ​ຕະ​ນົງ ທີ່​ປະ​ສົບ​ຜົນ​ສຳ​ເລັດ ດ້ານ​ທຸ​ລະ​ກ​ິດ


​ທ່ານ​ປ​ຣະ​ເສີດ ແລະ​ຍາ​ນາງ​ປັດ​ທຸມ​ມີ ຣັດ​ຕະ​ນົງ ທີ່​ເມືອງບ​ຣິ​ສ​ບານ ປະ​ເທດອອ​ສ​ເຕ​ຣ​ເລຍ
​ທ່ານ​ປ​ຣະ​ເສີດ ແລະ​ຍາ​ນາງ​ປັດ​ທຸມ​ມີ ຣັດ​ຕະ​ນົງ ທີ່​ເມືອງບ​ຣິ​ສ​ບານ ປະ​ເທດອອ​ສ​ເຕ​ຣ​ເລຍ

ທ່ານປຣະເສີດ ແລະຍານາງປັດທຸມມີ ຣັດຕະນົງ ແມ່ນຊາວນະຄອນຫລວງ ພຣະບາງ ທີ່ມີພອນສະຫວັນຫລາຍຢ່າງ. ທັງສອງທ່ານໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ປະເທດອອສເຕຣເລຍໃນຊຸມປີ 1970. ເຂົາເຈົ້າໄດ້ເລີ້ມຕົ້ນຊີວິດຈາກສູນຈົນຂຶ້ນໄປເປັນນັກທຸລະກິດຫລາຍໆຢ່າງເຊັ່ນ ຊື້ຕະຫຼາດ ຂາຍເຄື່ອງເອເຊຍ ຫລັງຈາກນັ້ນຕໍ່ມາຕັ້ງຮ້ານອາ ຫານໄທ ແລະໃນທີ່ສຸດກໍມາເຮັດທຸລະກິດນຕົກແຕ່ງແກະສະລັກໝາກໄມ້ ເພື່ອປະດັບກັບອາຫານການກິນ ແລະເຮັດເຄື່ອງຫັດຖະກຳທີ່ເປັນ ສັນຍາລັກຂອງລາວ.

ທ່ານປຣະເສີດ ຣັດຕະນົງ ຫົວໜ້າຄອບຄົວ ເຄີຍເຮັດວຽກຊ່ວຍຢູ່ໃນວົງການລັດຖະບານອອສເຕຣເລຍ ໃນນະຄອນຊິດນີ ຊົ່ວໄລຍະນຶ່ງ ແລະເຫັນວ່າບໍ່ມີຄວາມກ້າວໜ້າ ພໍແຕ່ສາມາດລ້ຽງຄອບຄົວຢູ່ໄດ້. ໃນໄລຍະກວ່າສີ່ທົດສະວັດທີ່ຜ່ານມາ ຄອບຄົວຣັດຕະນົງເຄີຍໄດ້ຢູ່ນະຄອນຊິດນີ ນະຄອນແຄນເບີຣາ ແລະໃນທີ່ສຸດກໍໄດ້ມາຢູ່ເມືອງບຣິສເບັນ ບ່ອນທີ່ທ່ານເລີ້ມຊື້ຕະຫລາດ ເອຊຽນຟູດຊູເປີມາກເກັດ (Asian Food Super Market) ຂາຍເຄືອງໃຊ້ແລະຂອງກິນເອເຊຍ ຊຶ່ງທ່ານໄດ້ກ່າວເຖິງການລິເລີ້ມ ສູ່ວີໂອເອ ຟັງດັ່ງນີ້:

ການ​ຕົກ​ແຕ່ງດອກ​ຈຳ​ປາ ສັນ​ຍາ​ລັກ​ເມືອງ​ລາວ
ການ​ຕົກ​ແຕ່ງດອກ​ຈຳ​ປາ ສັນ​ຍາ​ລັກ​ເມືອງ​ລາວ

ເປັນເວລາແປດປີ ທີ່ທ່ານປຣະເສີດ ແລະ ຍານາງປັດທຸມມີ ໄດ້ແລ່ນທຸລະກິດດັ່ງກ່າວຢ່າງເປັນຜົນສຳເລັດ. ແຕ່ ໜ້າເສຍດາຍທີ່ທ່ານປຣະເສີດ ໄດ້ລົ້ມປ່ວຍ ແລະຕ້ອງໄດ້ຫັນປ່ຽນຊີວິດການເປັນຢູ່ ແລະໄດ້ຂາຍຮ້ານ ຊຶ່ງທ່ານປຣະເສີດກ່າວຕໍ່ໄປວ່າ:

ສິນ​ລະ​ປະ​ການ​ແກະ​ໝາກ​ໄມ້
ສິນ​ລະ​ປະ​ການ​ແກະ​ໝາກ​ໄມ້

ຄວາມກັງວົນໃຈໃນສິ່ງທີ່ຢາກເຮັດນັ້ນຍັງບໍ່ສິ້ນສຸດ ນັ້ນກໍຄືການເປີດຮ້ານອາຫານໄທ ທີ່ຍານາງປັດທຸມມີ ຢາກທົດລອງ ແລະທັງສອງໄດ້ຕັດສິນໃຈຊື້ຮ້ານອາຫານໄທ ເພື່ອໃຫ້ເປັນທີ່ພໍໃຈໃນຊີວິດ ຊຶ່ງທ່ານປຣະເສີດໄດ້ກ່າວ ດັ່ງນີ້:

ພວງ​ມາ​ລາ
ພວງ​ມາ​ລາ

ທ່ານປຣະເສີດ ແລະຍານາງປັດທຸມມີ ໄດ້ເຫັນຄວາມຍາກ ຄວາມງ່າຍ ຜົນສຳເລັດຂອງການເຮັດທຸລະກິດ ແລະພໍໃຈທີ່ໄດ້ມີປະສົບການ. ປັດນີ້ທັງສອງທ່ານ ຈະນັ່ງຢູ່ລ້າໆນັ້ນ ຍັງເຫັນວ່າເປັນໄປບໍ່ໄດ້ ແລະມີແນວຄິດໃໝ່ຂຶ້ນ ມາອີກຄືການຕົກແຕ່ງເຄື່ອງເອ້ຕ່າງປະຈຳບ້ານເຮືອນທີ່ມີສັນຍາລັກຂອງລາວ ແກະສະລັກໝາກໄມ້ໃນຍາມມີການສັງສັນໃນພິທີຕ່າງໆໃຫ້ແກ່ເພື່ອນຝູງ ແລະຂາຍໃຫ້ຜູ້ທີ່ຕ້ອງການ ແລະບໍ່ ເຫັນແກ່ລາຍໄດ້. ທັງສອງທ່ານເຫັນວ່າ ເປັນການພັກຜ່ອນຢ່ອນອາລົມໄປໃນໂຕ ຊຶ່ງຍານາງປັດທຸມມີ ໄດ້ກ່າວມ້ວນທ້າຍສູ່ຟັງດັ່ງນີ້:

ບັນ​ດາ​ສະ​ຕີ​ອອ​ສ​ເຕ​ຣ​ເລຍ​ເຊື້ອ​ສາຍ​ລາວ ທີ່​ຍັງພາ​ກັນຮັກ​ສາ​ປະ​ເພ​ນີ​ການ​ນຸ່ງ​ຖື
ບັນ​ດາ​ສະ​ຕີ​ອອ​ສ​ເຕ​ຣ​ເລຍ​ເຊື້ອ​ສາຍ​ລາວ ທີ່​ຍັງພາ​ກັນຮັກ​ສາ​ປະ​ເພ​ນີ​ການ​ນຸ່ງ​ຖື

ທ່ານປຣະເສີດ ແລະຍານາງປັດທຸມມີ ເປັນຄູ່ຜົວເມຍທີ່ກວ້າງຂວາງ ກ້າສ່ຽງແລະ ກ້າເຮັດກ້າທຳ ເປັນທີ່ຮູ້ກັນດີ ໃນວົງສັງຄົມລາວ ຢູ່ໃນເຂດນະຄອນບຣິສເບັນ. ບັດນີ້ທັງສອງທ່ານໄດ້ຄົ້ນພົບຊີວິດບັ້ນໃໝ່ ທີ່ບໍ່ມີຄວາມດິ້ນລົນ ມີເວລາເປັນຂອງຕົນເອງ ສາມາດເດີນທາງໄປຢ້ຽມຢາມຫລາຍໆປະເທດໃນໂລກ. ພວກທ່ານກ່າວວ່າ ໄດ້ກັບຄືນໄປເມືອງລາວ ສາມສິບກວ່າເທື່ອແລ້ວ.

XS
SM
MD
LG