ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ຕຽມ​ສະ​ຫລອງ​ວັນ​ຊາດ ສະ​ຫະ​ລັດ ວັນ​ທີ 4 ກໍ​ລະ​ກົດ


ການ​ເດີນ​ສວນ​ສະ​ໜາມ ວັນ​ຊາດ​ສະ​ຫະ​ລັດ ວັນ​ທີ 4 ກໍ​ລະ​ກົດ
ການ​ເດີນ​ສວນ​ສະ​ໜາມ ວັນ​ຊາດ​ສະ​ຫະ​ລັດ ວັນ​ທີ 4 ກໍ​ລະ​ກົດ

ທ່ານ​ສຸ​ພັກ ສັນ​ດາ​ຣາ ​ຄົນ​ອາ​ເມ​ຣິ​ກັນ​ເຊື້​ອ​ສາຍ​ລາວ​ກໍ່​ແມ່ນ​ຜູ້​ນຶ່ງ​ຢູ່​ລັດ​ເວີ​ຈີ​ເນຍ ທີ່ຕຽ​ມ​ສະ​ຫລອງວັຍ​ຊາດ​ອາ​ເມ​ຣິ​ກັນ ​ຕ້ອນ​ຮັບ​ເພື່ອນ​ຝູງ​ມາ​ຈາກ​ ລັດ​ເທັກ​ຊັ​ສ. ເຂົາ​ເຈົ້າ​ວາງ​ແຜນເຊົ່າ​ລົດ​ບັ​ສ​ນ້ອຍ ຂັບ​ຈາກ​ລັດ​ເວີ​ຈີ​ເນຍ ໄປ​ຫ​ານະຄອນນິວຢອກ ຊຶ່ງມີ​ໄລ​ຍະ​ທາງ​ຢູ່ 229 ໄມ​ລ ແລະຈະ​ໃຊ້​ເວ​ລາ​ຢູ່ປະ​ມານ ​4 ຊົ່ວ​ໂມງ ຊຶ່ງ​ທ່ານ​ສຸ​ພັກ ກ່າວ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້

ການ​ໄປ​ຢ້ຽມຢາມ​ນະ​ຄອນ​ນິວຢອກ ຂອງ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວກຸ່ມ​ນີ້​ເປັນ ​ທີ່ໜ້າ​ຕື່ນ​ເຕັ້ນ​ທີ່​ສຸດ ເພາະ​ເປັນເທື່ອ​ທຳ​ອິດ​ໃນ​ໄລ​ຍະ​ກວ່າ​ 4 ທົດ​ສະ​ວັດ ທີ່​ເຂົາ​ເຈົ້າ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະ​ຫະ​ລັດ​.

ເນື່ອງ​ຈາກວັນ​ຈັນ ທີ 4 ກໍ​ລະ​ກົດ ອາ​ທິດ​ໜ້າ​ນີ້ ແມ່ນ​ວັນ​ຊາດ​ຄົບ​ຮອບ ​246 ປີ ຂອງສະ​ຫະລັດ (1776-2022) ເປັນວັນ​ພັກ​ລັດ​ຖະ​ການທີ່​ສຳ​ຄັນສຸດ ປີ​ນີ້ຕົກ​ຖືກວັນ​ຈັນ ຕໍ່​ໃສ່ກັບ​ວັນ​ເສົາ ແລະ​ອາ​ທິດ. ຕົກ​ຢູ່​ໃນລະ​ດູ​ຮ້ອນ ໂຮງ​ຮຽນ​ປິດ ​ຜູ້​ຄົນ​ພາ​ກັນ​ພັກ​ການ ແລະເດີນ​ທາງ​ໂດ​ຍ​ທາງລົດ ແລະ​ທາງ​ເຮືອ​ບິນຫລາຍທີ່​ສຸດ.

ສ່ວນ​ຜູ້​ບໍ່​ມີ​ແຜນ​ເດີນ​ທາງ ເຂົາ​ເຈົ້າ​ຈະ​ພາ​ກັນກິນ​ເຂົ້າປ່າ ​ປິກ​ນິກ​ຢູ່​ຕາມ​ແຄມ​ທ​ະ​ເລ ​ແລະ​ຢູ່​ຕາມສວນ​ສ​າ​ທາ​ລະ​ນະ​ຕ່າງໆ. ​ຢູ່​ຕາມ​ບ້ານ​ເຮືອຂອງ​ຊາວອາ​ເມ​ຣິ​ກັນ ເຂົາ​ເຈົ້າຈະ​ພາກັນດື່ມສັງ​ສັນ​ກັນ​ຢ່າງ​ຄຶກ​ຄື້ນ ຕິດ​ຕາ​ມ​ດ້ວຍເບິ່ງການ​ເດີນ​ສວນ​ສະ​ໜາມ ​ພໍ​ຕາ​ເວັນ​ຕົກ​ດິນ ກໍ​ຈະ​ໄດ້​ຍິນ​ສຽງ​ຈູດ​ກະ​ໂພກ ແລະຈູດບັ້ງ​ໄຟ​ດອກຢ່າງ​ສະ​ໜັ່ນ​ຫວັ່ນ​ໄຫວ​ໄປ​ທົ່​ວເມືອງ.

XS
SM
MD
LG