ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານລາວຫຼາຍກວ່າ 2,000 ຄົນ ທີ່ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດ ໃນມາເລເຊຍ


ເຮືອ​ປະ​ມົງ ໃນ​ມ​າ​ເລ​ເຊຍ
ເຮືອ​ປະ​ມົງ ໃນ​ມ​າ​ເລ​ເຊຍ

ແຮງງານລາວ ຫຼາຍກວ່າ 2,000 ຄົນ ທີ່ຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸດຂ້າມຊາດ ໃນມາເລເຊຍ ແລະຖືກບັງຄັບໃຫ້ເປັນກຳມະກອນທີ່ຢູ່ປະຈຳເຮືອປະມົງໃນທະເລ ໂດຍບໍ່ໄດ້ຮັບຄ່າຈ້າງ ຕາມກົດໝາຍ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານນາງອະນຸສອນ ຄຳສິງສະຫວັດ ຫົວໜ້າກົມຈັດຫາງານ ກະຊວງແຮງງານ ແລະສະວັດດີການສັງຄົມ ຖະແຫລງວ່າ ທາງການສະຖານທູດລາວ ປະຈຳນະຄອນກົວລາລຳເປີ ໄດ້ຮັບຂໍ້ມູນຈາກກະຊວງແຮງງານ ຂອງມາເລເຊຍເມື່ອບໍ່ນານມານີ້ວ່າ ມີແຮງງານລາວຫລາຍກວ່າ 2000 ຄົນ ທີ່ລັກລອບເຮັດວຽກໂດຍຜິດກົດໝາຍໃນມາເລເຊຍ ຊຶ່ງຈາກການສອບສວນຍັງພົບດ້ວຍວ່າ ພວກເຂົາເຈົ້າຕົກເປັນເຫຍື່ອຂະບວນການຄ້າມະນຸດຂ້າມຊາດ ແລະຖືກບັງຄັບໃຫ້ເປັນກຳມະກອນຢູ່ປະຈຳເຮືອປະມົງ ໃນເຂດທະເລຂອງມະເລເຊຍ ໂດຍບໍ່ໄດ້ຮັບຄ່າຈ້າງ ແລະການຄຸ້ມຄອງສິດສະຫວັດດີການ ຕາມກົດໝາຍແຮງງານແຕ່ຢ່າງໃດ ຈຶ່ງເປັນບັນຫາທີ່ໜ້າເປັນຫ່ວງຢ່າງຍິ່ງໃນປັດຈຸບັນ ທັງຍັງຖືເປັນບັນຫາທາງການລາວບໍ່ມີຂໍ້ມູນ ແລະບໍ່ຮູ້ມາກ່ອນອີກດ້ວຍ ດັ່ງທີ່ທ່ານນາງອະນຸສອນ ໄດ້ໃຫ້ການຢືນຢັນວ່າ:

ພວກເຮົາເຫັນອັນທີ່ເປັນຕາຕົກໃຈ ກໍຄືພວກເຮົາບໍ່ເຄີຍມີຂໍ້ມູນວ່າ ມີແຮງງານລາວໄປເຮັດວຽກຢູ່ມາເລເຊຍ ທາງສະຖານທູດກໍໄດ້ແຈ້ງ ມາໃຫ້ທາງກະຊວງແຮງງານຊາບວ່າ ມີແຮງງານເຖິງ 2000 ກວ່າຄົນ ທີ່ໄປເຮັດວຽກການປະມົງ ຢູ່ມະເລເຊຍເນາະ ແລ້ວທາງການກະຊວງການຕ່າງປະເທດ ກະໄດ້ເຮັດໝັັງສື ສະເໜີໃຫ້ ທາງ ກະຊວງແຮງງານເນາະວ່າ ໃຫ້ຊອກວິທີການໃນການແກ້ໄຂວ່າເຮັດແນວໃດ ຊິຫັນເອົາແຮງງານດັ່ງກ່າວ ນັ້ນ ເຂົ້າສູ່ລະບົບແລະພວກເຮົາກະໄດ້ວາງແຜນເພື່ອແກ້ໄຂເຮັດແນວໃດໃຫ້ແຮງງານທີ່ຄ້າງຢູ່ຫັ້ນ ສາມາດ ເຮັດວຽກຢູ່ໄດ້ຕໍ່ ໂດຍໄດ້ຮັບການ ຄຸ້ມຄອງທາງກົດໝາຍ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານໄທ ເປີດເຜີຍວ່າໃນປັດຈຸບັນມີແຮງງານລາວ ທີ່ເຮັດວຽກຢ່າງຖືກ ຕ້ອງຕາມກົດໝາຍໃນໄທຈຳນວນ 213,203 ຄົນ ແລະນາຍຈ້າງໃນໄທຍັງຕ້ອງການທີ່ຈະຈ້າງແຮງງານເພີ້ມ ອີກ 4 ແສນຄົນໃນປັດຈຸບັນ ຊຶ່ງລັດຖະບານໄທອະນຸຍາດໃຫ້ນຳເຂົ້າແຮງງານໄດ້ໂດຍຜ່ານ

ບໍລິສັດຈັດຫາງານທີ່ໄດ້ຮັບອະນຸຍາດຈາກລັດຖະບານລາວເທົ່ານັ້ນ ແລະແຮງງານຕ້ອງໄດ້ຮັບການສັກຢາວັກ ຊີນ ກັນໄວຣັສໂຄວິດ-19 ຈຳນວນ 2 ເຂັມ ແລະກັກບໍລິເວນ 7 ມື້ ສ່ວນແຮງງານທີ່ໄດ້ຮັບການສັກຢາວັກຊີນ 1 ເຂັມນັ້ນ ຈະຕ້ອງໄດ້ສັກເຂັມທີ 2 ແລະກັກບໍລິເວນ 14 ມື້ ໂດຍນາຍຈ້າງໃນໄທຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງ ຄ່າກວດຫາໂຄວິດ-19 ແລະຄ່າປະກັນສຸຂະພາບຂອງແຮງງານລາວ ທີ່ຈະເຂົ້າມາເຮັດວຽກໃນໄທດັ່ງກ່າວ.

ທັງນີ້ໂດຍການລະບາດໄວຣັສໂຄວິດ-19 ໄດ້ເຮັດໃຫ້ແຮງງານລາວທີ່ລັກລອບເຮັດວຽກໂດຍຜິດກົດໝາຍໃນ ໄທ ແລະຖືກເລີກຈ້າງນັ້ນຕ້ອງພາກັນເດີນທາງກັບຄືນມາລາວຫລາຍກວ່າ 439,000 ຄົນ ໃນປີ 2020 ແລະປີ 2021 ແລະຄາດວ່າ ຍັງເຫລືອແຮງງານລາວອີກຫລາຍກວ່າ 15,500 ຄົນທີ່ຍັງລັກລອບເຮັດວຽກໂດຍຜິດກົດໝາຍຢູ່ໃນໄທເລື້ອຍມາ ເພາະຄ່າຈ້າງສູງກວ່າລາວເກີນກວ່າ 5 ເທົ່າກໍຄື 350 ບາດ ຫລື 192,500 ກີບຕໍ່ມື້ ໃນຂະນະທີ່ຄ່າຈ້າງຂັ້ນຕ່ຳຢູ່ໃນລາວນັ້ນບໍ່ເຖິງ 37,000 ກີບຕໍ່ມື້.

ສ່ວນທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຢືນຢັນວ່າລັດຖະບານລາວຈະດຳເນີນການໃນທຸກວິທີທາງເພື່ອລົດອັດຕາການຫວ່າງງານໃນລາວໃຫ້ໄດ້ຢ່າງເປັນຮູບປະທຳ ໂດຍສະເພາະແມ່ນການສ້າງວຽກເຮັດງານທຳໃຫ້ກັບແຮງງານລາວ ທີ່ບໍ່ມີຜີມືຈຳນວນຫລາຍກວ່າ 439,000 ຄົນ ທີ່ສ່ວນໃຫຍ່ກໍຄືແຮງງານລາວ ທີ່ຖືກເລີກຈ້າງ ແລະເດີນທາງກັບມາຈາກປະເທດໄທ ຍ້ອນການລະບາດພະຍາດໄວຣັສໂຄ ວິດ-19 ໂດຍລັດຖະບານລາວຈະເຈລະຈາກັບກຸ່ມທຸລະກິດຕ່າງໆ ເພື່ອຂໍໃຫ້ຈ້າງແຮງງານລາວເພີ້ມຂຶ້ນ ໂດຍສະເພາະ ແມ່ນກຸ່ມທຸລະກິດທີ່ລົງທຶນໃນເຂດເສດຖະ ກິດພິເສດ ທີ່ສ່ວນໃຫຍ່ເປັນການລົງທຶນຂອງຕ່າງຊາດນັ້ນ ແຕ່ວ່າບັນຫາກໍຄືແຮງງານລາວບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕ່າງຊາດໄດ້ເລີຍ ເພາະເປັນແຮງງານບໍ່ມີຝີມືນັ້ນເອງ.

ຍິ່ງໄປກວ່ານັ້ນ ການພັດທະນາຄຸນນະພາບຝືມືແຮງງານລາວ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການ ທີ່ວາງໄວ້ອີກດ້ວຍ ໂດຍສະເພາະແມ່ນການຂາດແຄນນັກຊ່ຽວຊານທາງດ້ານເທັກໂນໂລຈີສະໄໝໃໝ່ ແລະ ເມື່ອສົມທົບດ້ວຍການລະບາດໄວຣັສໂຄວິດ-19 ດ້ວຍແລ້ວ ກໍໄດ້ສົ່ງຜົນກະທົບເຮັດໃຫ້ອັດຕາການຫວ່າງງານ ໃນລາວໄດ້ເພີ້ມຂຶ້ນຈາກລະດັບ 7 ເປີເຊັນ ໃນຕົ້ນປີ 2020 ເປັນເກີນກວ່າ 35 ເປີເຊັນ ໃນປັດຈຸບັນນີ້ ໂດຍສະເພາະພາກທຸລະກິດບໍລິການ ແລະທ່ອງທ່ຽວນັ້ນກໍຄືພາກທຸລະກິດທີ່ມີການເລີກຈ້າງແຮງງານຫລາຍທີ່ສຸດ ໃນລາວ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະຫວັດດີການສັງຄົມຢືນຢັນວ່າ ການຫວ່າງງານໃນລາວໄດ້ກາຍມາເປັນບັນຫາທີ່ຮຸນແຮງເພີ້ມຂຶ້ນນັບມື້ ຍ້ອນຜົນກະທົບຈາກການລະບາດໄວຣັສໂຄວິດ-19 ໂດຍສະເພາະແຮງງານລາວທີ່ຖືກເລີກຈ້າງ ແລະເດີນທາງຈາກໄທກັບມາລາວຫລາຍກວ່າ 439,000 ຄົນໃນປັດຈຸບັນກໍຍັງບໍ່ສາມາດແກ້ໄຂໄດ້ເພາະລັດຖະບານລາວ ສາມາດສ້າງງານຮອງຮັບໄດ້ພຽງ 45,000 ຄົນເທົ່ານັ້ນ ໝາຍຄວາມວ່າ ແຮງງານລາວສ່ວນໃຫຍ່ ຈະຕ້ອງຢູ່ພາຍໃຕ້ສະພາວະການຫວ່າງງານຕໍ່ໄປ.

XS
SM
MD
LG