ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮວບ​ຮວມ ບັນ​ທຶກອາ​ຫານ​ພື້ນ​ເມື​ອງ​ ຂອງ​ມູນ​ນິທິອາ​ຫານ​ລາວ "Lao Food Foundation"


ຍານ​າງ​ຈັນ​ນະ​ພາ ຄຳ​ວົງ​ສາ ຜູ້​ນຳ​ພາ​ຮວບ​ຮວມ​ຂ​ໍ້​ມູນ ປຸງ​ແຕ່ງ​ອາ​ຫານ​ພື້ນ​ເມືອງ​ລາວ
ຍານ​າງ​ຈັນ​ນະ​ພາ ຄຳ​ວົງ​ສາ ຜູ້​ນຳ​ພາ​ຮວບ​ຮວມ​ຂ​ໍ້​ມູນ ປຸງ​ແຕ່ງ​ອາ​ຫານ​ພື້ນ​ເມືອງ​ລາວ

ອາຫານພື້ນເມືອງລາວມີຢ່າງຫລາກຫລາຍ ຈາກພາກເໜືອລົງໄປຫາພາກໃຕ້ຂອງປະເທດລາວ. ອາຫານລາວ ໄດ້ຖືກນຳມາປຸງແຕ່ງ ໃຫ້ເຂົ້າກັບຊີວິດການເປັນຢູ່ກັບສິ່ງແວດລ້ອມໃນແຕ່ລະພາກ ຮວມທັງຄົນເຊື້ອສາຍລາວຢູ່ໃນຕ່າງປະເທດໄດ້ນຳມາດັດແປງ ໃຫ້ເຂົ້າກັບສະພາບການ. ແຕ່ໜ້າເສຍດາຍ ທີ່ອາຫານລາວເຫລົ່ານີ້ບໍ່ໄດ້ຖືກບັນທຶກໄວ້ວ່າ ເຄື່ອງປຸງແຕ່ງນັ້ນ ມີຫຍັງແດ່ ເຊັ່ນວ່າການເຮັດປາແດກແບບໃດ ເອົາປາຫຍັງມາເຮັດຈຶ່ງແຊບ ໃຊ້ເວລາດົນປານໃດຈຶ່ງນຳມາກິນໄດ້. ນອກຈາກນັ້ນອີກແລ້ວແຕ່ລະບ້ານ ແລະແຕ່ລະແຂວງກໍເຮັດບໍ່ຄືກັນ ເຊັ່ນວ່າການເຮັດປາກະເຕົາ ອາຫານພື້ນເມືອງ ທີ່ເປັນສັນຍາລັກທາງພາກໃຕ້ຂອງປະເທດລາວນັ້ນ ເພິ່ນພາກັນເຮັດຢ່າງໃດ ແລະນີ້ແມ່ນຈຸດປະສົງຂອງການຄົ້ນຄວ້າ.

ຕະ​ຫລ​າດ​ຂາຍ​ຜັກ​ສົດ ທີ່​ນະ​ຄອນ​ຫລວງ​ພ​ຣະ​ບາງ
ຕະ​ຫລ​າດ​ຂາຍ​ຜັກ​ສົດ ທີ່​ນະ​ຄອນ​ຫລວງ​ພ​ຣະ​ບາງ

ມູນນິທິອາຫານລາວ ຫລື “Lao Food Foundation” ໄດ້ຕັ້ງຂຶ້ນມາເກືອບສອງປີແລ້ວ ໂດຍການນຳພາຂອງ ຍານາງຈັນນະພາ ຄຳວົງສາ ຢູ່ເຂດນະຄອນຫລວງວໍຊິງຕັນ ທີ່ໄດ້ຮັບທຶນມາຈາກສະຖານທູດສະຫະລັດ ປະຈຳ ສປປ ລາວ ແລະຈາກບັນດາຜູ້ບໍລິຈາກສ່ວນໂຕອື່ນໆ ຊຶ່ງຍານາງຈັນນະພາ ກ່າວເຖິງຈຸດປະສົງການຄົ້ນຄວ້າສູ່ ວີໂອເອ ຟັງດັ່ງນີ້:

ຄ​າບ​ເຂົ້າ​ລາວ​ມີ ເຂົ້າ​ໜຽວ ໃສ້​ອົ່ວ ຕຳ​ໝາກ​ແຕງ
ຄ​າບ​ເຂົ້າ​ລາວ​ມີ ເຂົ້າ​ໜຽວ ໃສ້​ອົ່ວ ຕຳ​ໝາກ​ແຕງ
ຕໍາ​ໝາ​ໝາ​ກຖົ່ວ ປີ້ງ​ປາ ເຂົ້າ​ໜຽວ
ຕໍາ​ໝາ​ໝາ​ກຖົ່ວ ປີ້ງ​ປາ ເຂົ້າ​ໜຽວ

ກ່ອນການລະບາດໂຄວິດ-19 ເມື່ອສອງປີກ່ອນ ຍານາງຈັນນະພາ ໄດ້ນຳພາຄະນະ 10 ຄົນ ທີ່ເປັນຊາວອາເມຣິກັນເຊື້ອສາຍລາວ ພ້ອມດ້ວຍຊາວອາເມຣິກັນເດີນທາງໄປນະຄອນຫລວງພຣະບາງເປັນຄັ້ງທຳອິດ ເພື່ອໄປສັງເກດເບິ່ງການເຮັດໄຄແຜ່ນ ທີ່ເປັນອາຫານພື້ນເມືອງມີຊື່ສຽງຂອງຊາວຫລວງພຣະບາງ ຊຶ່ງຍານາງຈັນນະພາ ໄດ້ອະທິບາຍກ່ຽວກັບການເຮັດໄຄແຜ່ນສູ່ຟັງວ່າ:

ໃສ້​ອົ່ວ ເຂົ້າ​ໜຽວ ຕຳ​ໝາກ​ແຕງ
ໃສ້​ອົ່ວ ເຂົ້າ​ໜຽວ ຕຳ​ໝາກ​ແຕງ

ການປຸງແຕ່ງອາຫານພື້ນເມືອງລາວໃນແຕ່ລະພາກ ມີຄວາມແຕກຕ່າງກັນຂຶ້ນຢູ່ກັບບັນຍາກາດພູມີພາກ ຊົນເຜົ່າ ແລະສິ່ງແວດລ້ອມ ເຊັ່ນວ່າ ປະຊາກອນລາວທີ່ຢູ່ເຂດບໍ່ໃກ້ກັບແມ່ນ້ຳຂອງ ເຂົາເຈົ້າຈະບໍ່ນິຍົມໃຊ້ປາແດກຫລາຍ ໃນການປຸງແຕ່ງອາຫານ ແຕ່ໃຊ້ເກືອເປັນພິເສດ. ສ່ວນປະຊາຊົນລາວ ທີ່ຢູ່ຕາມລຳແມ່ນ້ຳຂອງຈະໃຊ້ປາແດກ ນ້ຳປາ ແລະເຮັດປາກແດກໄວ້ກິນດ້ວຍຫລາຍວິທີ ທີ່ແຕກຕ່າງກັນ ຊຶ່ງຍານາງຈັນນະພາ ກ່າວຕໍ່ໄປວ່າ:

ອາ​ຫານ​ພື້ນ​ເມືອງ​ລ​າວ
ອາ​ຫານ​ພື້ນ​ເມືອງ​ລ​າວ

ຮິດຄອງປະເພນີການຄົວກິນ ພາກປະຕິບັດຫລາຍໆຢ່າງ ຢູ່ໃນສັງຄົມຊີວິດລາວ ລ້ວນແລ້ວແຕ່ໃຊ້ປາກເປົ່າ ບອກສອນກັນດ້ວຍປາກຕໍ່ປາກ ຫລື ໃຊ້ຄວາມສັງເກດການ ຈື່ຈຳເອົາ ໂດຍບໍ່ມີຂໍ້ມູນບັນທຶກໄວ້ໃຫ້ຄົນລຸ້ນຫລັງໄດ້ຮຽນ ຮູ້ ແລະນີ້ແມ່ນຈຸດສຳຄັນທີ່ຈະຕ້ອງໄດ້ປະຕິບັດ. ໂດຍສະເພາະເຊື້ອຊາດລາວທີ່ຢູ່ໃນຕ່າງປະເທດ ຫລາຍໆຄົນໄດ້ພາກັນຕັ້ງຮ້ານອາຫານລາວ ສົ່ງເສີມອາຫານພື້ນເມືອງລາວ ທີ່ໄດ້ເລີ້ມເປັນທີ່ນິຍົມກັນຂຶ້ນມາ ຢ່າງບໍ່ເຄີຍມີມາກ່ອນ. ແຕ່ວ່າ ອາຫານການກິນເຫລົ່ານີ້ ຍັງຂາດການບັນທຶກ ໂດຍສະເພາະປື້ມຄົວກິນອາຫານລາວອອກມາໃຫ້ຊາວໂລກໄດ້ຮຽນຮູ້ ຊຶ່ງຍານາງ ຈັນນະພາ ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:

ກ້ອຍ​ປາ
ກ້ອຍ​ປາ

ປັດຈຸບັນນີ້ເປັນທີ່ສັງເກດໃຫ້ເຫັນວ່າ ຮ້ານອາຫານທີ່ໃສ່ຊື່ວ່າ ຮ້ານອາຫານລາວ ໄດ້ປາກົດໂຕຂຶ້ນມາຫລາຍໆ ແຫ່ງຢູ່ໃນຕ່າງປະເທດ ຊຶ່ງຄົນເຊື້ອສາຍລາວເປັນເຈົ້າຂອງແລະຊາວຕ່າງຊາດກໍມີ. ບັດນີ້ ບັນດາຜູ້ບໍລິໂພກ ພາ ກັນຮູ້ຈັກກິນເຂົ້າ ໜຽວ ຕຳໝາກຮຸ່ງ ຊີ້ນແຫ້ງ ໃສ້ອົ່ວແລະເຂົ້າໜຽວໝາກມ່ວງ ເຫລົ່ານີ້ເປັນຕົ້ນ. ເພາະສະນັ້ນ ເປັນສິ່ງສຳຄັນທີ່ສຸດ ທີ່ຈະຕ້ອງໄດ້ບັນທຶກຄວາມເປັນມາຂອງອາຫານລາວ ເພື່ອໃຫ້ຄົນລຸ້ນຫລັງໄດ້ຮູ້ ກ່ອນທີ່ ຊາດອື່ນຈະນຳເອົາໄປອ້າງວ່າເປັນ ອາຫານປະຈຳຊາດຂອງເຂົາເຈົ້າ.

XS
SM
MD
LG