ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ລ້ຽງປາ​ຄອຍ​ຂາຍ ກໍ​ເປັນ​ອາ​ຊີບ​ອີກ​ແນວ​ນຶ່ງ ຂອງ​ຄົນ​ລາວ ໃນ​ລັດ​ຟ​ລໍ​ຣິ​ດາ


​ແຜນ​ທີ່​ຊາ​ຍຝັ່ງ​ທະ​ເລເມືອງເພັນຊ​າ​ໂຄ​ລາ ລັດ​ຟ​ລ​ໍຣິ​ດາ
​ແຜນ​ທີ່​ຊາ​ຍຝັ່ງ​ທະ​ເລເມືອງເພັນຊ​າ​ໂຄ​ລາ ລັດ​ຟ​ລ​ໍຣິ​ດາ

ຄົນອາເມຣິກັນເຊື້ອສາຍລາວ ທ່ານສົມພອນ ໄຊຍະລາດ ໄດ້ຍ້າຍຖິ່ນຖານໄປອາໄສຢູ່ເມືອງ ແທມປາ, ລັດຟລໍຣິດາ ຫຼັງຈາກໄດ້ອາໄສຢູ່ລັດ ນິວຢອກ ສິບກວ່າປີກ່ອນ. ທ່ານໄດ້ເຮັດວຽກເປັນຊາວສວນປູກຜັກ ແລະລ້ຽງປາຄອຍຂາຍ, ເຊິ່ງປັດຈຸບັນນີ້ທ່ານໄດ້ເພາະລ້ຽງຢູ່ໃນສະຫລາຍຮ້ອຍໂຕ ອັນເປັນທຸລະກິດນ້ອຍໆທີ່ນຳລາຍໄດ້ມາສູ່ຄອບຄົວ. ການຂາຍປາຄອຍແມ່ນໄດ້ສ້າງລາຍໄດ້ຂ້ອນຂ້າງດີສຳລັບລາວ, ເຊິ່ງລູກຄ້າຂອງທ່ານສ່ວນຫລາຍຈະເປັນຄົນອາເມຣິກັນ ແລະຊາວຕ່າງຊາດອື່ນໆທີ່ມັກລ້ຽງປາຄອຍ ທ່ານໄດ້ກ່າວຕໍ່ວີໂອເອຟັງວ່າ:

ທ່ານ ສົມພອນ ໄດ້ເຮັດທຸລະກິດນີ້ດົນກວ່າ 10 ປີແລ້ວ. ທ່ານເວົ້າວ່າທຳອິດການລ້ຽງປາຄອຍແມ່ນເປັນກິດຈະກຳໃນຍາມຫວ່າງຂອງທ່ານເທົ່ານັ້ນ. ແຕ່ຫຼັງຈາກມັນໄດ້ອອກແມ່ແຜ່ລູກຫຼາຍແລ້ວ, ທ່ານກໍໄດ້ຫັນມາເຮັດທຸລະກິດຂາຍປານີ້.

ທ່ານສົມພອນກ່າວວ່າ “ປາຄອຍມັກອາໄສຢູ່ໃນຮົ່ມ, ບ່ອນທີ່ມີນ້ຳໄຫລເຢັນ ແລະບໍ່ເລິກ. ປາຄອຍມີຊີວິດຢູ່ໃດ້ເຖິງ 25 ຫາ 35 ປີ, ຖ້າຫາກຮັກສາບົວລະບັດໄດ້ດີ. ປາຄອຍມີເຫຍື່ອໃຫ້ກິນໂດຍສະເພາະ ແລະ ມັນຈະບໍ່ພາກັນກິນອາຫານເວລາໃດອຸນຫະພູມຕ່ຳກວ່າ 10 ອົງສາແຊລຊຽສ.”

XS
SM
MD
LG