ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາບ​ການ​ທາງ​ເສດ​ຖະ​ກິດ​ທີ່​ຕົກ​ຕ່ຳ​ລົງ​ຢ່າງ​ໜັກ​ໜ່ວງ​ກັບ​ການ​ຫວ່າ​ງານທີ່​ເພີ້ມຂຶ້ນ​ ເຮັດໃຫ້ເກີດບັນຫາອາຊະຍາກຳຢ່າງ​ຕໍ່​ເນື່ອງ​ໃນ​ລາວ


​ພວກ​ຄ້າ​ຢາ​ເສບ​ຕິດ ທີ​່​ຖືກ​ຈັບ​ໃນ ສ​ປ​ປ ລາວ
​ພວກ​ຄ້າ​ຢາ​ເສບ​ຕິດ ທີ​່​ຖືກ​ຈັບ​ໃນ ສ​ປ​ປ ລາວ

ສະ​ພາບ​ການ​ທາງ​ເສດ​ຖະ​ກິດ​ທີ່​ຕົກ​ຕ່ຳ​ລົງ​ຢ່າງ​ໜັກ​ໜ່ວງ​ກັບ​ການ​ຫວ່າ​ງານ ທີ່​ເພີ້ມຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ລາວ ໄດ້​ສົ່ງ​ຜົນ​ກະ​ທົບ​ເຮັດ​ໃຫ້​ເກີດ​ບັນ​ຫາ​ອາດ​ຊະ​ຍາ​ກຳ ເພີ້ມ​ຂຶ້ນ​ຢ່າງກວ້າງ​ຂວາງ​ໃນ​ທົ່ວ​ປະ​ເທດ ຊຶ່ງ​ຊົງ​ລິດ ໂພນ​ເງິນ ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ເປີດ​ເຜີຍ​ວ່າອາດ​ຊະ​ຍາ​ກຳ ທີ່​ເກີດ​ຂຶ້ນ​ຫລາຍ​ທີ່​ສຸດ​ຢູ່​ໃນ​ສັງ​ຄົມ​ລາວ​ໃນ​ປັດ​ຈຸ​ບັນ​ນີ້ ຄື​ການ​ລັກ​ຊັບ ຊຶ່ງ​ເປັນ​ຮອງ​ພ​ຽງ​ບັນ​ຫາ​ການ​ຄ້າ​ຢາ​ເສບ​ຕິດເທົ່າ​ນັ້ນ ໂດຍ​ສະ​ເພາະ​ແມ່ນ​ການ​ລັກ​ຍານ​ພາ​ຫາ​ນະ ​ແລະຊັບ​ສີນ​ຕ່າງໆ​ໃນ​ຄົວ​ເຮືອນ​ຂອງ​ປະ​ຊາ​ຊົນ​ລາວ​ນັ້ນ ໄດ້​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ໂດຍ​ນະ​ຄອນ​ຫລວງ​ວຽງ​ຈັນຖື​ເປັນ​ເຂດ​ທີ່​ເກີດ​ອາດ​ຊະ​ຍາ​ກຳ​ຫລາຍ​ທີ່​ສຸດກໍ ຄື​ເກີນກວ່າ 1,500 ກໍ​ລະ​ນີ​ໃນ​ແຕ່​ລະ​ເດືອນ ໃນ​ນີ້ບໍ່ຮວມ​ການ​ປາບ​ປາມ​ຢາ​ເສບ​ຕິດ 958 ຄະ​ດີ ​ທີ່​ຈັບ​ຜູ້​ຕ້ອງ​ຫາ​ໄດ້​ກວ່າ 1,200 ຄົນ ທີ່​ສ່ວນ​ໃຫຍ່​ກໍ​ຄື​ເຍົຳວະ​ຊົນ​ທີ່​ຫວ່າງ​ງານ ຍ້ອນ​ສະ​ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ​ຢ່າງ​ຮຸນ​ແຮງ​ນັ້ນ.

ສະ​ພາບ​ບັນ​ຫາ​ດັ່ງ​ກ່າວ​ນີ້​ກໍຍັງ​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ບັນ​ລຸ​ເປົ້າ​ໝາຍ​ວາ​ລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ປາບປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ ພາຍ​ໃນ​ປີ 2023 ດ້ວຍ ໂດຍ​ເຖິງ​ແມ່ນ​ວ່າ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຈະ​ໄດ້​ຈັດ​ແບ່ງ​ແຜນ​ປະ​ຕິດ​ບັດ​ການອອກເປັນ 3 ຂັ້ນ​ຕອນ ຄື​ການ​ກຽ​ມ​ພ້ອມ​ດ້ານ​ເອກກະ​ສານ ແລະ​ບຸກ​ຄະ​ລາ​ກອນ​ເພື່ອ​ສ້າງ​ການ​ຮັບ​ຮູ້​ໃນ​ສັງ​ຄົມ ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ການ​ໃຫ້​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ຢ່າ​ງ​ເປັນ​ຮູບ​ປະ​ທຳ ແລະ​ການ​ສະ​ຫລຸບ​ປະ​ເມີນ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິບັດ​ໃນ​ແຕ່​ລ​ະດ້ານ​ກໍ​ຕາມ ແ​ຕ່​ດ້ວ​ຍ​ສະ​ພາບ​ປັນ​ຫາ​ທີ​ມີ​ເຍົາ​ວະ​ຊົນ​ລາວ​ຕິດ​ຢາ​ເພີ້ມ​ຂຶ້ນ ທັງ​ໃນ​ເຂດ​ເມືອງ ແລະ​ຊົນ​ນະ​ບົດ ຈຶ່ງ​ເປັນ​ການ​ຍາກ​ທີ່​ທາງ​ການ​ລາວ​ຈະ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ ດັ່ງທີ່ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົ​ບ ເມືອງ​ບໍ​ລິ​ຄັນ ແຂວງ​ຄຳ​ມ່ວນ​ຢືນ​ຢັນ​ວ່າ:

“​ໃນ​ຮອບ​ທີ 1 ນີ້ ພວ​ກະ​ເຮົາ​ເຮັດ​ສຳ​ເລັດ​ໃນ 44 ບ້ານ ​ທົ່​ວ​ເມືອງ​ບໍ​ລິ​ຄັນ​ນີ້​ເອີ້ນ​ວ່າ ການ​ລົງ​ໂຄ​ທະ​ນາ​ທີ່​ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ແກ້ບັນ​ຫາ ທີ່​ມັນ​ເປັນ​ບັນ​ຫາ​ທີ່​ເປັນ​ໄພ​ຄຸ​ກ​ຄາມ ທຸກ​ຄົນ​ຈະ​ຕ້ອງ​ໄດ້​ເຂົ້າ​ຮ່ວມ​ຂຶ້ນ​ແຜນ ເປົ້າ​ໝາຍ​ຜູ້​ທີ່​ເສບ ຜູ້​ທີ່​ຄ້າ​ຂາ​ຍທັງ​ໝົດ ແລະ​ບາດ​ກ້າວ​ໃນ​ການ​ດຳ​ເນີນແກ້ ແລະ​ການມ້າງ​ເປົ້າ​ໝາຍ​ນີ້ ພວກ​ເຮົາລະ ​ຈັດ​ຕັ້ງ​ປະ​ຕິບັດ ແລະ​ຕໍ່​ກັບ​ບາດ​ກ້າວ​ການ​ຟື້ນ​ຟູ​ພວ​ກທີ່​ຕິດ​ຢາ​ຮຸນ​ແຮງ​ແລ້ວ​ກໍ​ຢູ່​ໃນ​ຮອບ​ທີ 2 ພວກ​ເຮົາ​ໄດ້​ລົງ​ກວດ​ກາ​ຄືນຜູ້​ທີ່​ຕິດ​ບໍ່​ທັນ​ໜັກ​ຫັ້ນ​ນາ ກໍ​ໄດ້​ສ້າງ​ບັນ​ທຶກໃຫ້​ແຕ່​ລະ​ບ້ານ​ຫັ້ນ​."

ທັງ​ນີ້​ກົມ​ໃຫຍ່​ຕຳ​ຫລວດ ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ມີ​ການ​ຂຶ້ນ​ບັນ​ຊີລາຍ​ຊື່​ນັກ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ເປົ້າ​ໝາຍ​ໃນ​ການ​ຕິດ​ຕາມ​ຈັບ​ກຸມ 2,299 ຄົນ ໃນ​ນີ້​ມີ​ເຖິງ 1,996 ​ຄົນ ທີ່​ເປັນ​ເຄື່ອ​ຂ່າຍ​ຂະ​ບວນ​ການ​ຄ້າ​ຢາ​ເສບຕິດ​ຂ້າມ​ຊາດ ສ່ວນ 196 ຄົນ​ນັ້ນ​ໄດ້​ພົ້ນ​ໂທດ​ໄປແລ້ວ ແຕ່​ຍັງ​ສືບ​ຕໍ່​ການ​ຄ້າ​ຢາ​ເສຍຕິດ ​ແລະ 7 ຄົນ​ເປັນ​ນັກ​ໂທດ​ທີ່​ຫລົບ​ໜີ​ຈາກ​ສະ​ຖານ​ທີ່​ຄຸມ​ຂັງ ພ້ອມ​ກັນ​ນີ້​ກໍຍັງ​ໄດ້​ອອ​ກ​ໝາຍ​ຈັບ​ຜູ້​ຕ້ອງ​ຫາ​ໃນ​ຄະ​ດີ​ຄ້າ​ຢາ​ເສບ​ຕິດ​ເພີ້ມຂຶ້ນ 100 ຄົນ​ທີ່​ເປັນ​ຜົນ​ຈາກ​ການນ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ລາວ​ກັບປະ​ເທດເພື່ອນ​ບ້ານ​ໃນລຸ່ມແມ່​ນ້ຳ​ຂອງ ໂດຍ​ການ​ຮ່ວມ​ລາດ​ຕະ​ເວນ​ໃນ​ແນວ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ທາ​ງ​ການ​ຕຳ​ຫລວດ​ຈີນ ມຽນ​ມາ ລ​າວ ໄທ ໃນ​ຕະ​ຫລອດ​ປີ 2021 ຜ່ານ​ມາ ສາ​ມາດ​ຈັບ​ກຸມ​ການ​ລັກ​ລອບ​ຄ້າ​ຢາ​ເສບ​ຕິດ​ໄດ້​ເຖິງ 8,325 ກໍ​ລະ​ນີ ຈັບ​ຜູ້​ຕ້ອງ​ຫາ 8,043 ​ຄົນ ຍຶດ​ຢາ​ເສບ​ຕິດກວ່າ 35 ໂຕນ ແລະ​ອຸບ​ປະ​ກອນສື່​ສານ​ທັນ​ສະ​ໄໝ​ກວ່າ 2 ໝື່ນ​ລາຍ​ການ.

ທາງ​ດ້ານ​ທ່ານ​ອາດ​ສະ​ພັງ​ທອງ ສີ​ພັນ​ດອນ ເຈົ້າ​ຄອງນະ​ຄອນ​ຫລວງວຽງ​ຈັນ ຖະ​ແຫລງວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ​ໃຫ້​ໄດ້ຢ່າງ​ມີ​ປະ​ສິດ​ທິ​ພາບ ພາຍ​ໃນ​ປີ 2023 ນັ້ນ​ຈະ​ສາ​ມາດ​ເກີດ​ຂຶ້ນ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ​ກໍ່​ດ້ວຍ​ການ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ ເພາະ​ບັນ​ຫາ​ຢາ​ເສບ​ຕິດ​ໄດ້​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ແລະ​ຮຸນ​ແຮງ​ຂຶ້ນ​ນັບ​ມື້ ໂດຍຕຳ​ຫລວດ​ປາບ​ປາມ​ຢາ​ເສບ​ຕິດສະ​ເພາະໃນ​ເຂດ​ນະ​ຄອນຫລວງ ສາ​ມາດ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ​ໃນຊ່ວງ 6 ເດືອນ​ທ້າຍ​ປີ 2021 ໄດ້​ເພີ້ມ​ຂຶ້ນກວ່າ 4 ເທົ່າ ​ທຽບ​ໃສ່ 6 ເດືອນຕົ້ນ​ປີ 2021 ໂດຍ​ສະ​ເພາະຊ່ວງ​ເດືອນກັນ​ຍາຫາ ທັນ​ວາ 2021 ນັ້​ນ​ກໍ​ຄື​ໄລ​ຍະ​ທີ່​ຈັບ​ຜູ້​ຕ້ອງ​ຫາ ແລະ​ຍຶດ​ຢາ​ເສບ​ຕິດ​ໄດ້​ຫລາຍ​ທີ່​ສຸດ ຄື​ສາ​ມາດ​ທຳ​ລາຍ​ເຄື່ອ​ຂ່າຍ​ຄ້າ​ຢາ​ເສບ​ຕິດ​ໄດ້

1,909 ກໍ​ລະ​ນີ ຈັບ​ກຸມ​ຜູ້​ຕ້ອງ​ຫາ 2,982 ຄົນ ພ້ອມ​ທັງ​ຍຶດ​ຢາ​ບ້າ​ໄດ້​ຫລາຍກວ່າ 190 ລ້ານ​ເມັດ ຢາ​ໄອ​ສ໌​ກວ່າ 3 ໂຕນ ສານ​ເຄ​ມີກວ່າ 45 ໂຕນ ແລະ​ຍຶດ​ຊັບ​ສິນ​ຂອງ​ຜູ້ຕ້ອງ​ຫາ​ໄດ້​ຫລາຍກວ່າ 150 ລ້ານ​ບາດ.

ທັງ​ນີ້ປະ​ເທດ​ລາວຖືກ​ໃຊ້​ເປັນ​ທາງ​ຜ່ານ​ຂອງ​ການ​ລັກ​ລອບ​ຂົນ​ສົ່ງ​ຢາເ​ສບ​ຕິດ​ຈາກ​ເຂດ​ສາມ​ລ່ຽ​ມ​ຄຳ​ປາໄສ​ຕ່າງ​ປະ​ເທດ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່ເນື່ອງ ຊຶ່ງ​ເຫັນ​ໄດ້​ຈາກ​ການ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ ໄດ້​ເພີ້ມ​ຂຶ້ນ ສ່ວນ​ຢາ​ເສບ​ຕິດ​ຍຶດ​ໄດ້​ໃນ​ແຕ່​ລະ​ຄັ້ງ​ກໍ​ມີ​ປະ​ລິ​ມານ​ເພີ້ມ​ຂຶ້ນ​ຢ່າງ​ຫລວງ​ຫລາ​ຍ ຊຶ່ງ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ລັກ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດຜ່ານ​ລາວ​ໄປ​ຕ່າງ​ປະ​ເທດ​ນັ້ນ​ກໍ​ຄືຂະ​ບວນຂ້າມ​ຊາດ ຂະ​ໜາດ​ໃຫຍ່​ມີ​ເຄື່ອ​ຂ່າຍ​ຢ່າງກວ້າງ​ຂວາງ​ໃນ​ລາວ ແລະ​ລຸ່ມ​ນໍ້​າ​ຂອງ.

XS
SM
MD
LG