ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະ​ພາ​ວະ​ການ​ຕິດ​ພະ​ຍາດ​ໄວ​ຣັ​ສ​ໂຄວິດ-19 ຢູ່​ໃນ​ລາວ​ເກີນກວ່າ 90 ເປີ​ເຊັນ ເປັນ​ໄວ​ຣັ​ສ​ສາຍ​ພັນ Omicron


​ໂຮງ​ໝ​ໍ​ພະ​ແນກ​ຊ​ື່ມ​ເຊື້ອ ແລະ​ພະ​ຍາດ​ເຂດ​ຮ້ອນ
​ໂຮງ​ໝ​ໍ​ພະ​ແນກ​ຊ​ື່ມ​ເຊື້ອ ແລະ​ພະ​ຍາດ​ເຂດ​ຮ້ອນ

ສະ​ພາ​ວະ​ການ​ຕິດ​ພະ​ຍາດ​ໄວ​ຣັ​ສ​ໂຄວິດ-19 ຢູ່​ໃນ​ລາວ​ເກີນກວ່າ 90 ເປີ​ເຊັນ ເປັນ​ໄວ​ຣັ​ສ​ສາຍ​ພັນ Omicron ໂດຍ​ກຸ່ມ​ທີ່​ຕິດ​ໂຄວິດ-19 ຫລາຍ​ທີ່​ສຸດ​ນັ້ນ ກໍ​ແມ່ນ​ກຸ່ມ​ຜູ້​ສູງ​ອາ​ຍຸ ແລະ​ເຍົາ​ວະ​ຊົນ​ອາ​ຍຸ​ລະ​ຫວ່າງ 6-17 ປີ ຊຶ່ງ​ຊົ​ງລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ລັດ​ຕະ​ນະ​ໄຊ ເພັດ​ສຸ​ວັນ ຫົວ​ໜ້າ​ກົມ​ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຖະ​ແຫລງວ່າ ສະ​ພາ​ວະ​ການ​ຕິດ​ພະ​ຍາດ​ໄວ​ຣັ​ສ​ໂຄວິດ-19 ​ໃນ​ລາວ ​ໃນ​ປັດ​ຈຸ​ບັນ​ນີ້ ຄິດ​ເປັນ​ສັດ​ສ່ວນ​ທີ່​ເກີນກວ່າ 90 ເປີ​ເຊັນ ຂອງ​ຈຳ​ນວນ​ຜູ້​ຕິດ​ພະ​ຍາດ​ທັງ​ໝົດ​ນັ້ນ​ເປັນ​ໄວ​ຣັ​ສ​ສາຍ​ພັນ Omicron BA.2 ແລະ​ຈາກ​ການ​ເກັບ​ກຳ​ຂໍ້​ມູນ​ໃນ​ໄລ​ຍະ​ຜ່ານ​ມາ ຍັງ​ບໍ່ພົ​ບ​ໄວ​ຣັ​ສ​ສາຍ​ພັນ Omicron BA.4 ແລະ BA.5 ແຕ່​ຢ່າງ​ໃດ ສ່ວນ​ທີ່​ເຫລືອ​ກໍ​ເປັນ​ຜູ້​ຕິດ​ໄວ​ຣັ​ສ​ສາຍ​ພັນ Delta ທີ່​ຖື​ເປັນ​ສ່ວນໝ້ອຍ​ເທົ່າ​ນັ້ນ ດັ່ງ​ທີີ່ທ່ານ​ລັດ​ຕະ​ນະ​ໄ​ຊ ໃຫ້​ການ​ຢືນ​ຢັນ​ວ່າ

“ຈາກ​ການ​ເຝົ້າ​ລະ​ວັ​ງ ສາຍ​ພັນ​ທີ່​ສັນ​ຈອນ ໃນ​ປະ​ເທດ​ຂອງ​ພວກ​ເຮົາ ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກໍ​ແມ່ນ​ໄດ້​ສູ​ມເກັບ​ໂຕ​ຢ່າງຈາກ ​ຜູ້​ທີ່​ເດີນ​ທາງ​ເຂົ້າມ​ມາ ລວມ​ທັງ​ການ​ເກັ​ບ​ໂຕ​ຢ່າງ​ໃນ​ຊຸ​ມ​ຊົນ​ຈາກ​ຫລາຍ​ແຂວງ ຊຶ່ງວ່າ​ຜົນ​ຂອງ​ການ​ວິ​ໃຈ​ຈາກ​ສະ​ຖານ​ບັນ Pasteur ລາວ​ກໍ​ຄື​ຈາກ​ສູນ​ວິ​ເຄາະ​ລະ​ບາດ​ວິ​ທະ​ຍາ​ນັ້ນ​ພົບ​ເຫັນ​ວ່າ ສາຍ​ພັນ BA.2 ເປັນ​ສາຍ​ພັນ ທີ່​ພົບຫລາຍກວ່າ 90 ເປີ​ເຊັນ ນອກ​ຈາກ​ນັ້​ນ​ກໍ​ຍັງ​ພົບ​ເຫັນ​ສາຍ​ພັນ Delta ຈຳ​ນວນ​ໜ້ອຍທີ່​ຍັງ​ສັນຈອນ​ຢູ່ມາ​ຮອດ​ປັດ​ຈຸ​ບັນ​ນີ້ ​ຍັ​ງ​ບໍ່​ເຫັນ​ສາຍ​ພັນ BA.4 ແລະ BA.5”

ທັງ​ນີ້​ໂດຍ​ນັບ​ເຖິງ​ສັບ​ປະ​ດາ​ທຳ​ອິດ​ຂອງ​ເດືອນ​ມິ​ຖຸ​ນາ ປີ 2022 ລາວ​ມີ​ຜູ້​ຕິ​ດ​ໄວ​ ຣັ​ສ ໂຄວິດ-19 ສະ​ສົມ​ຫລາຍກວ່າ 210.000 ຄົນໃນ​ນີ້​ເສຍ​ຊີ​ວິດ​ແລ້ວ​ເກີນ​ກວ່າ 750 ຄົນ ໂດຍ​ສາ​ເຫດ​ສຳ​ຄັນ​ປະ​ການ​ນຶ່ງ​ທີ່​ເຮັດ​ໃຫ້​ມີ​ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄວິດ-19 ແລະ​ເສຍ​ຊີວິດ​ດັ່ງ​ກ່າວ ກໍ​ຄື​ການ​ສັກ​ຢາ​ວັກ​ຊີນກັນ​ໄວ​ຣັ​ສໂຄວິດ-19 ຍັງ​ກະ​ຈ​າຍ​ໄປ​ບໍ່​ເຖິງ​ກຸ່ມ​ເປົ້ໝາຍ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊີນ​ຢ່າງ​ຮີບ​ດ່ວນ ກໍ​ຄື​ຜູ້​ທີ່​ອາ​ຍຸ​ແຕ່ 60 ປີ​ຂຶ້ນ​ໄປ ຜູ້​ທີ​ມີ​ໂຣກ​ປະ​ຈຳ​ໂຕ ແມ່​ຍິງ ​ທີ່​ຖື​ພາ​ເກີນ 12 ສັບ​ປະ​ດາ ແລະ​ເຍົາ​ວະ​ຊົນ​ທີ່​ອາ​ຍຸ 18 ​ປີ ລົງ​ມາ ໂດຍ​ຈາກ​ການ​ສຶກ​ສາ​ວິ​ໃຈພົບ​ວ່າ 85 ເປີ​ເຊັນ ຂອງ​ຈຳ​ນວນ​ຜູ້​ຕິດ​ ຣັ​ສ​ໂຄວິດ-19 ແລະ 84.6 ເປີ​ເຊັນ ຂອງ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດ​ນັ້ນ​ກໍ​ຄື​ກຸ່ມ​ປະ​ປະ​ຊາກອນ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊີນ​ກັນ​ໂຄວິດ-19 ເມື່ອ​ປະ​ກອບ​ກັບ​ໂຄວິດ-19 ໄດ້​ລະ​ບາດ​ເຂົ້າ​ໄປ​ໃນ​ຄົວເຮືອນ ແລະ​ຊຸມ​ຊົນ ຢ່າງກວ້າ​ງຂວາງ​ດ້ວຍ​ແລ້ວ ຈຶ່ງ​ເປັນ​ການ​ຍາກ​ທີ່​ຈະ​ສະ​ກັດ​ກັ້ນ​ການ​ລະ​ບາດ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພ​າບ ເພາະ​ສະ​ນັ້ນ ມາດ​ຕະ​ການ​ສະ​ກັດ​ກັ້ນ​ທີ່​ສາ​ມາດຈັດ​ຕັ້ງ​ປະ​ຕິ​ບັດໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ​ໃນ​ເວ​ລາ​ນີ້​ກໍ​ຄື ການ​ສັກ​ຢາວັກ​ຊີນກັນ​ໂຄວິດ-19 ໃຫ້​ປະ​ຊາ​ຊົນ​ລາວ​ໃຫ້​ໄດ້​ຫລາຍ​ທີ່​ສຸດ ໂດຍ​ສະ​ເພາະ​ແມ່ນ​ປະ​ຊາ​ຊົນ​ລາວ​ທີ່​ເປັນ​ກຸ່​ມ​ເປົ້າ​ໝາຍ​ນັ້ນ.

ໂດຍ​ທ່ານ​ພອນ​ປະ​ເສີດ ອຸ​ນາ​ພົນ ຫົວ​ໜ້າ​ກົມ​ອະ​ນາ​ໄມ ແລະ​ສົ່ງ​ເສີມ​ສຸ​ຂະ​ພາບ ໄດ້​ໃຫ້​ການຍອມ​ຮັບ​ວ່າ​ການ​ສັກ​ຢາ​ວັກ​ຊີນ​ກັນ​ໂຄວິດ-19 ​ໃນ​ກຸ່ມ​ເປົ້າ​ໝາຍ​ທີ່​ອາ​ຍຸ​ເກີນ 60 ປີ ກັບ​ເຍົາ​ວະ​ຊົນ​ອາ​ຍຸ​ລະ​ຫວ່າງ 6-17 ປີ ນັ້​ນ​ຢັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕ່ຳ​ກວ່າ​ແຜນ​ການ​ທີ່​ວາງ​ໄວ້ ເພາະປ​າ​ກົດ​ມີ​ປະ​ກອນລາວຈຳ​ນວນ​ຫລາຍ​ແສນ​ຍັງ​ບໍ່​ເຊື່ອ​ໝັ້ນໃນ​ຄວາມ​ປອດ​ໄພ​ຕໍ່​ສຸ​ຂະ​ພາຍ​ຮ່າງ​ກາຍ ພາຍ​ຫລັງ​ຈາ​ກ​ສັກ​ຢາ​ວັກ​ຊີນ​ໃຫ້​ພໍ່​ແມ່ ແລະ​ລູກ​ຫລານ​ຂອງ​ພວກ​ຕົນ​ແລ້ວ​ນັ້ນ ໂດຍ​ສະ​ເພາະ​ແມ່​ນ​ກຸ່ມ​ເຍົາ​ວະ​ຊົນ​ທີ່​ອາ​ຍຸ 6-11 ປີ ກັບ​ອາ​ຍຸ 12-17 ປີ ທີ່​ຕ້ອງ​ໄປ​ຮຽນ​ໜັງ​ສື​ຢູ່​ທີ່​ໂຮງ​ຮຽນ​ຕາມ​ປົກ​ກະ​ຕິ​ໃນ​ທົ່ວ​ປະ​ເທດ​ນັບ​ແຕ່​ເດືອນ​ເມ​ສາ 2022 ເປັນ​ຕົ້ນ​ມາ​ນັ້ນ​ຍັງ​ຖື​ເປັນ​ກຸ່​ມ​ທີ່​ມີ​ຄວາມ​ສ່ຽງ​ສູງ ທີ່​ຈະ​ຕິດ​ໂຄວິດ-19 ເພາະ​ວ່າ​ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊີນ​ເຂັມ​ທີ 2
ພຽງ 65 ເປີ​ເຊັນ ແລະ 54 ເປີ​ເຊັນ ຕາມ​ລຳ​ດັບ ໃນ​ຂະ​ນະ​ທີ່​ແຜນ​ການ​ໄດ້​ວາງ​ເປົ້າ​ໝາຍ​ທີ່​ຈະ​ຕ້ອງ​ປະ​ຕິ​ບັດ​ໃຫ້​ໄດ້​ເຖິງ 100 ເປີ​ເຊັນ​ເຕັມ.

ທັງ​ນີ້​ໂດຍ​ເຍົາ​ວະ​ຊົນ​ລາວ​ອາ​ຍຸ​ລະ​ຫວ່າງ 6-17 ປີ​ທີ່​ເປັນ​ເປົ້າ​ໝາຍ​ການ​ສັກ​ວັກ​ຊີນ​ກັນ​ໂຄວິດ-19 ມີ​ຈຳ​ນວນ​ຫ​ລາຍກວ່າ 1.7 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ ແຕ່​ຢ່າງ​ໃດກໍຕາມ​ດ້ວຍ​ການຊ່ວຍ​ເຫລືອ​ດ້ານ​ຢາ​ວັກ​ຊີ​ນ​ກັນ​ໄວ​ຣັ​ສ​ໂຄວິດ​-19 ​ໃຫ້​ກັບ​ເຍົາ​ວະ​ຊົນ​ລູ້ນ​ນີ້​ໄດ້​ຢ່າງຄົບ​ຖ້ວນ​ແນວ​ໃດ.

XS
SM
MD
LG