ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ໃນຕ່າງແດນ ຂອງວີໂອເອລາວ ໃນວັນພະຫັດມື້ນີ້ ເຮົາຈະນຳທ່ານໄປພົບກັບສາມສະຕີລາວອາເມຣີກັນ ທີ່ເຮັດວຽກຢູ່ໂຮງງານປາດຊີ້ນງົວແຫ່ງນຶ່ງ ຢູ່ໃນລັດແຄນຊັສ ຕັ້ງຢູ່ພາກກາງກ້ຳຕາເວັນຕົກຂອງສະຫະລັດ. ພວກເຂົາເຈົ້າໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ສະຫະລັດ ໃນຊຸມ ປີ 1980 ແລະໄດ້ເຮັດວຽກຢູ່ໃນໂຮງງານປາດຊີ້ນງົວນີ້ ຕັ້ງແຕ່ນັ້ນມາຈົນເຖິງປັດຈຸບັນນີ້ ຊຶ່ງ ກິ່ງສະຫວັນ ຈະນຳເອົາການສຳພາດກ່ຽວກັບຊີວິດການເປັນຢູ່ຂອງພວກເຂົາເຈົ້າ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເປັນເວລາກວ່າສີ່ທົດສະວັດທີ່ຜ່ານມາ ໃນການຕັ້ງຖິ່ນຖານຂອງອົບພະຍົບລາວຢູ່ໃນສະຫະລັດ ແມ່ຍິງທັງສາມ ຄົນນີ້ ໄດ້ເດີນທາງມາຈາກຫລາຍພາກທີ່ເປັນເຂດຊົນນະບົດຂອງປະເທດລາວ. ຫລາຍຄອບຄົວໄດ້ເຂົ້າມາຕັ້ງ ຕົ້ນຊີວິດໃໝ່ ຢູ່ທາງພາກກາງໄປຫາທາງທິດຕາເວັນຕົກຂອງສະຫະລັດ ບ່ອນທີ່ມີພື້ນທີ່ຮາບພຽງ ແລະເປັນເຂດອຸດສາຫະກຳລ້ຽງສັດປະເພດງົວເປັນຫຼັກ ແລະກໍມີໂຮງງານປາດຊີ້ນງົວ ສົ່ງອອກຂາຍຢູ່ທົ່ວປະເທດ. ລັດແຄນຊັສ ກໍແມ່ນລັດນຶ່ງທີ່ມີຄອບຄົວລາວອາເມຣິກັນ ຈຳນວນນຶ່ງພາກັນຕັ້ງຖິ່ນຖານທຳມາຫາກິນ ຢູ່ກັບບໍລິສັດປາດຊີ້ນງົວ ມາເປັນເວລາຫຼາຍກວ່າສາມທົດສະວັດມາແລ້ວ. ຈຳນວນນຶ່ງໄດ້ພາກັນຍົກຍ້າຍໄປຢູ່ລັດອື່ນໆ ເພື່ອຢູ່ໃກ້ຊິດກັບຍາດຕິພີ່ນ້ອງ ແລະເພື່ອນຝຸງ ແລະສ່ວນທີ່ເຫລືອໄດ້ສືບຕໍ່ທຳມາຫາກິນຢູ່ບ່ອນເກົ່າ ມາຈົນເຖິງເທົ້າປັດຈຸບັນ.
ນາງໜູຍ້າຍ ແສງຈັນ ເດີນທາງມາສະຫະລັດ ໃນປີ 1980 ຈາກເຂດຊົນນະບົດ ຂອງແຂວງສະວັນນະເຂດ ແລະໄດ້ເຮັດວຽກຢູ່ໂຮງງານປາດຊີ້ນບ່ອນດຽວກັນນີ້ ມາເປັນເວລາສີ່ທົດສະວັດແລ້ວ ຊຶ່ງນາງໄດ້ກ່າວມ້ວນທ້າຍ ສູ່ ວີໂອເອ ຟັງດັ່ງນີ້.
ນາງຄອນສະຫວັນ ສຸພັກ ເກີດຢູ່ແຂວງອັດຕະປື ພາກໃຕ້ສຸດຂອງປະເທດລາວ ໄດ້ເຂົ້າມາສະຫະລັດ ໃນຕົ້ນປີ 1990 ແລະໄດ້ເຮັດວຽກຢູ່ໂຮງງານປາດຊີ້ນ ໃນເມືອງດອດຈ໌ ຂອງລັດແຄນຊັສ ມາເປັນເວລາ 20 ກວ່າປີແລ້ວ ນາງໄດ້ກ່າວສູ່ ວີໂອເອ ຟັງວ່າ:
ນາງບົວພອນ ບຸນຊານຸວົງ ອາຍຸ 54 ປີ ມາຈາກເຂດຊົນນະບົດຂອງແຂວງຫລວງພຣະບາງ ເດີນທາງມາສະຫະລັດ ໃນປີ 1988 ແລະເຮັດວຽກຢູ່ໂຮງງານປາດຊີ້ນແຫ່ງດຽວກັນ ມາໄດ້ 30 ກວ່າປີແລ້ວ ແລະຍັງຈະສືບ ຕໍ່ເຮັດວຽກຕໍ່ໄປອີກ ຊຶ່ງນາງໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:
ໃນໄລຍະສາມສິບປີທີ່ຜ່ານມາ ແມ່ຍິງເຊື້ອສາຍລາວອາເມຣິກັນສາມຄົນນີ້ ໄດ້ຜ່ານຜ່າກັບຊີວິດຫລາຍຢ່າງ ເຊັ່ນວ່າຜູ້ນຶ່ງ ກໍໄດ້ຍົກຍ້າຍໄປຢູ່ຫລາຍແຫ່ງເພື່ອຊອກຫາບ່ອນຢູ່ທີ່ຖາ ວອນ ແຕ່ກໍໄດ້ຫວນກັບຄືນມາຢູ່ຖິ່ນຖານເກົ່າ. ເຂົາເຈົ້າໄດ້ກາຍມາເປັນທັງນາງໝ້າຍ ໄດ້ຢ່າຮ້າງ ມີລູກເຕົ້າໃຫຍ່ກ້າໜ້າບານ ແລະໄດ້ຍົກຍ້າຍໄປຢູ່ແຫ່ງອື່ນໆມາແລ້ວ. ແຕ່ເຂົາເຈົ້າ ຍັງສືບຕໍ່ເຮັດວຽກທີ່ພວກເຂົາຊຳນານ ຢູ່ທີ່ໂຮງງານປາດຊີ້ນຕາມເຄີຍ ແລະພວກເຂົາເຈົ້າກ່າວວ່າ ຈະເຮັດໄປເລື້ອຍໆ. ສິ່ງສຳຄັນທີ່ສຸດນັ້ນກໍຄື ເຂົາເຈົ້າມີຊີວິດທີ່ສະບາຍໃຈ ກຸ້ມຕົນເອງໄດ້ ມີເຮືອນຢູ່ເປັນຂອງຕົນເອງ ແລະໄປມາຫາສູ່ກັນເປັນປະຈຳຢ່າງມີຄວາມສຸກ.