ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວໃນຕ່າງແດນ ຂອງວີໂອເອ ປະຈຳວັນພະຫັດມື້ນີ້ທ່ານຈະໄດ້ຟັງການໂອ້ລົມກັບ ນາງມາລີ ດວງພູມີ ຜູ້ປະສານງານ ດ້ານຊັບພະຍາກອນ
ມະນຸດ ຂອງບໍລິສັດ Health Wright Products ທີ່ຜະລິດຢາວິຕາມິນ ແລະຢາບຳລຸງສຸຂະພາບ
ຮ່າງກາຍ ຢູ່ໃນລັດອໍເຣກັນ. ໜ້າທີ່ວຽກງານຂອງນາງມາລີ ມີຫຍັງແດ່ນັ້ນ ກິ່ງສະຫວັນ ຈະນຳ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ນາງມາລີ ດວງພູມີ ອາຍຸ 29 ປີ ເກີດໃຫຍ່ຢູ່ເກາະຮາວາຍ ແລະສາມາດ ປາກພາສາລາວສຽງວຽງ
ຈັນໄດ້ຢ່າງຄອງແຄ່ວ ບໍ່ເໝືອນກັບພວກຊາວໜຸ່ມລາວ ອາເມຣິກັນຫລາຍໆຄົນ ທີ່ບໍ່ສາມາດປາກ
ພາສາລາວໄດ້ດີ ຫລືບໍ່ຮູ້ເລີຍກໍມີ. ມາລີ ສຳເລັດປະລິນຍາຕີຝ່າຍທຸລະກິດ ແລະລັດຖະສາດ ຈາກ
ມະຫາວິທະຍາໄລ ອໍຣິກັນ. ປັດຈຸບັນນີ້ມາລີເປັນຜູ້ປະສານງານຢູ່ຫ້ອງການຊັບພະຍາກອນມະນຸດ ໃຫ້ແກ່ບໍລິສັດ Health Wright Products ທີ່ຜະ\ລິດຢາວິຕາມິນແລະຢາເສີມບຳລຸງເຫື່ອແຮງແກ່ຮ່າງກາຍ.ໜ້າທີ່ຂອງມາລີກໍຄື ກວດຮັບໃບສະໝັກເຂົ້າມາເຮັດວຽກໃຫ້ແກ່ບໍສັດ Health Wright
Products ຊຶ່ງມາລີໄດ້ກ່າວເຖິງຄວາມເປັນມາເບຶ້ອງຕົ້ນສູ່ ວີໂອເອ ຟັງດັ່ງນີ້:
ຕົກມາເຖິງສະໄໝການໃຊ້ຄອມພິວເຕີອິນເຕີແນັດ ຂອງສັດຕະວັດທີ 21 ການຍື່ນຄຳຮ້ອງເຮັດ
ວຽກ ແລະສື່ສານບໍ່ໄດ້ໃຊ້ການຂຽນໜັງສື ສົ່ງທາງໄປສະນີອີກແລ້ວ. ທຸກຢ່າງແມ່ນໃຊ້ຄອມພິວເຕີ
ປະກອບຟອມໃບຄຳຮ້ອງ ບອກເຖິງພື້ນຖານການສຶກສາ ແລະປະສົບການເຮັດວຽກທີ່ຜ່ານມາ.
ຫລັງຈາກບໍລິສັດໄດ້ຮັບ ຖືກກວດກາຜ່ານເປັນທີ່ຮຽບຮ້ອຍແລ້ວ ບັນດາຜູ້ສະໝັກຈະຖືກຕອບ ແລະ
ມີນັດພົບໃຫ້ເຂົ້າມາສຳພາດ ອັນເປັນຂັ້ນຕອນສຸດທ້າຍ ຊຶ່ງມາລີ ໄດ້ກ່າວເຖິງລະດັບເງິນເດືອນ
ຂອງໜ້າວຽກສູ່ຟັງດັ່ງນີ້:
ນອກຈາກໄດ້ຮັບເງິນເດືອນແລ້ວ ຜົນປະໂຫຍດໃນການເຮັດວຽກໃຫ້ແກ່ບໍລິສັດ Health Wirht Products ນັ້ນກໍຄື ມີວັນພັກສາມອາທິດຕໍ່ປີ ມີປະກັນໄພຄ່າປິ່ນປົວ ຄ່າລ່ວງເວລາເຮັດວຽກ ເກີດ
ມີເຫດການທີ່ມາເຮັດວຽກບໍ່ໄດ້ເຫລົ່ານີ້ເປັນຕົ້ນ ຊຶ່ງມາລີໄດ້ກ່າວມ້ວນທ້າຍ ເຖິງເລື້ອງນີ້ວ່າ:
ນັ້ນແມ່ນໂຕຢ່າງນຶ່ງ ຂອງຜົນສຳເລັດການສຶກສາ ແລະການປະກອບໜ້າທີ່ວຽກງານຂອງຊາວໜຸ່ມລາວອາເມຣິກັນຢູ່ໃນສະຫະລັດ ຊຶ່ງເຂົາເຈົ້າສາມາດເລີ້ມສ້າງລາຍໄດ້ປະຈຳປີແຕ່ 60,000
ກວ່າພັນໂດລາ ຂຶ້ນໄປ.