ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະ​ຊາ​ຄົມ​ລາວ ​ໃນບາງ​ເຂດ ຢູ່​ສະ​ຫະ​ລັດ ຍັງ​ພາ​ກັນ​ສະ​ຫລອງ​ບຸນ​ປີ​ໃໝ່​ລາວ


​ການ​ສະ​ຫລອງ​ບຸນ​ປີ​ໃໝ່​ລາວ ພ.​ສ 2565 ທີ​ວັດ​ປ່າວູດ​ແລນ ລັດ​ວ​ໍ​ຊິງ​ຕັ​ນ
​ການ​ສະ​ຫລອງ​ບຸນ​ປີ​ໃໝ່​ລາວ ພ.​ສ 2565 ທີ​ວັດ​ປ່າວູດ​ແລນ ລັດ​ວ​ໍ​ຊິງ​ຕັ​ນ

ໃນວັນເສົາແລະອາທິດ ວັນທີ 21-22 ພຶດສະພາ ທີ່ຜ່ານມານີ້ ຢູ່ໄດ້ມີການສະຫລອງບຸນປີໃໝ່ລາວ ຢູ່ວັດປ່າວູດແລນ (Wat Pa Woodland) ຕັ້ງຢູ່ຊາຍແດນລັດວໍຊິງຕັນ ຕິດກັບລັດອໍເຣກັນ. ວັດແຫ່ງນີ້ ມີພະສົງສາມອົງ ແລະແມ່ ຂາວສີ່ຄົນທີ່ເຝົ້າຮັກສາບົວລະບັດ. ໃນໂອກາດນີ້ ປະຊາຄົມລາວຢູ່ໃນຂົງເຂດ ໄດ້ພາກັນສະຫລອງບຸນປີໃໝ່ລາວຢ່າງຄຶກຄື້ນ ຊຶ່ງຍານາງພະນິດາ ແສງສິຣິວັນ ຜູ້ທີ່ໄດ້ໄປຮ່ວມງານ ກ່າວສູ່ວີໂອເອຟັງວ່າ:

ເຖິງແມ່ນຊາວລາວສ່ວນໃຫຍ່ຢູ່ໃນປະເທດ ແລະນອກປະເທດ ໄດ້ພາກັນສະຫລອງບຸນປີໃໝ່ລາວ ພ.ສ 2565 ຜ່ານພົ້ນໄປແລ້ວກໍຕາມ ແຕ່ກໍຍັງມີຢູ່ຫລາຍລັດໃນສະຫະລັດຍັງບໍ່ມີໂອກາດໄດ້ສະຫລອງກັນຈົນເຖິງເທົ້າປັດຈຸບັນ. ຍານາງ ພະນິດາ ກ່າວເພີ້ມອີກວ່າ ບໍ່ເຄີຍເຫັນຄົນຫລາຍ ແບບມືດຟ້າມົວຝົນ ທີ່ພາກັນໄປເຕົ້າໂຮມກັນຢ່າງບໍ່ມີຄວາມຢ້ານກົວ ບໍ່ຫວັ່ນໄຫວຕໍ່ການບໍ່ໃສ່ໜ້າກາກປ້ອງກັນໂຄວິດ-19 ເລີຍ ໃນວັນເສົາແລະອາທິດ ທີ 28 ແລະ 29 ທ້າຍອາທິດນີ້ ປະຊາຄົມລາວອາເມຣິກັນຈະພາກັນສະຫລອງບຸນປີໃໝ່ລາວອີກ

XS
SM
MD
LG