ທາງການເຂດນະຄອນຫລວງວຽງຈັນ ວາງຄາດໝາຍ ທີ່ຈະດືງເອົານັກທ່ອງທ່ຽວ ຊາວຕ່າງຊາດໃຫ້ໄດ້ 1 ລ້ານຄົນໃນປີ 2022 ສ່ວນນັກທຸລະກິດລາວບອກວ່າ ມີຄວາມເປັນໄປໄດ້ສູງ ເພາະນະໂຍບາຍເປີດປະເທດລາວຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.
ເຈົ້າໜ້າທີ່ຂັ້ນສູງໃນພະແນກຖະແຫລງຂ່າວ ວັດທະນາທຳ ແລະທ່ອງທ່ຽວໃນນະ ຄອນວຽງຈັນ ເປີດເຜີຍວ່າ ລັດຖະບານລາວໄດ້ມອບໝາຍ ໃຫ້ອຳນາດການປົກຄອງເຂດນະຄອນຫລວງວຽງຈັນ ຈະຕ້ອງດຶງເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ 1 ລ້ານຄົນ ໃນປີ 2022 ນີ້ ຊຶ່ງຖ້າຫາກພິຈາລະນາຈາກສະພາບການໂຕຈິງກ່ອນໜ້ານີ້ ຍ່ອມຈະເປັນການຍາກຢ່າງຍິ່ງ ທີ່ຈະບັນລຸເປົ້າໝາຍດັ່ງກ່າວ ເພາະການດຳເນີນມາດຕະການສະກັດກັ້ນການລະບາດໄວຣັສໂຄວິດ-19 ດ້ວຍການປີດດ່ານຊາຍແດນທັງໝົດໃນຕະຫລອດປີ 2021 ທີ່ຜ່ານມານັ້ນເຮັດໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວເລີຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ຢືນຢັນວ່າ:
“ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບໂດຍກົງຕໍ່ອຸດສາຫະກຳການທ່ອງທ່ຽວ ແລະເສດຖະກິດຢູ່ໃນໂລກ ແລະພາກພື້ນສຳຫລັບຢູ່ ສປປ ລາວ ລະບົບຕ່ອງໂສ້ການທ່ອງທ່ຽວ ກໍຢຸດສະງັກເກືອບທັງໝົດປີ 2021 ສປປ ລາວ ແມ່ນບໍ່ມີໂຕເລກໜັກທ່ອງທ່ຽວສາກົນເລີຍມາຮອດປັດຈຸບັນ ປະມານ 70 ເປີເຊັນ ຂອງທຸລະກິດການທ່ອງທ່ຽວລາວ ໄດ້ປັບປ່ຽນມາສູ່ຕະຫລາດພາຍໃນປະເທດ ແລະຕັ້ງເປົ້າໝາຍການຕະຫລາດໃໝ່ ສ່ວນການເປີດປະເທດຮັບນັກທ່ອງທ່ຽວ ແມ່ນພວມດຳເນີນການ ແລະແກ້ໄຂບັນຫາຕ່າງໆ."
ທັງນີ້ລັດຖະບານລາວໄດ້ເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວຊາວຕ່າງຊາດໃນວັນທີ 1 ມັງກອນ ປີ 2022 ພາຍໃຕ້ໂຄງການສົ່ງເສີມການທ່ອງທ່ຽວສີຂຽວ ທີ່ແບ່ງເປັນ 2 ປະເພດ ຄືເຂດທ່ອງທ່ຽວສີຂຽວ ແລະເສັ້ນທາງການທ່ອງທ່ຽວສີຂຽວທີ່ແບ່ງການດຳເນີນງານອອກເປັນ 3 ໄລຍະ ຄືໄລຍະທີ 1 ໃນຊ່ວງວັນທີ 1 ມັງກອນ ຫາ 30 ມີນາ ເປັນການເປີດການທ່ອງທ່ຽວສີຂຽວ ຢູ່ເຂດນະຄອນຫລວງ ວຽງຈັນ ວັງວຽງ ຫລວງພຣະບາງ ແລະເສັ້ນທາງທ່ອງທ່ຽວສີຂຽວ ໃນແຂວງອຸດົມໄຊ ໄຊຍະບຸລີ ຊຽງຂວາງ ຄຳມ່ວນ ຈຳປາສັກ ສ່ວນໄລຍະທີ 2 ໃນຊ່ວງວັນທີ 1 ເມສາ ຫາ 30 ມິຖຸນາ ທີ່ຈະເພີ້ມເຂດການທ່ອງທ່ຽວສີຂຽວອີກ 6 ແຂວງ ກໍຄື ອຸດົມໄຊ ຄຳມ່ວນ ໄຊຍະບຸລີ ຊຽງຂວາງ ສະຫວັນນະເຂດ ຈຳປາສັກ ແລະເພີ້ມອີກ 4 ເສັ້ນທາງຄື ແຂວງບໍ່ແກ້ວ ເຊກອງ ຫລວງນ້ຳທາ ສາລະວັນ ແລະໄລຍະທີ 3 ນັບແຕ່ວັນທີ 1 ກໍລະກົດ ປີ 2022 ຈະເປີດການທ່ອງທ່ຽວໃນທົ່ວປະເທດນັ້ນແຕ່ວ່າກໍມີຊາວຕ່າງຊາດ ຈຳນວນນ້ອຍດຽວ ທີ່ເດີນທາງມາລາວໃນ 4 ເດືອນ ກວ່າທີ່ຜ່ານມາ.
ຍິ່ງໄປກວ່ານັ້ນການລະບາດໄວຣັສໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມາກໍຍັງໄດ້ສົ່ງຜົນກະທົບ ເຮັດໃຫ້ພາກບໍລິການ ແລະທ່ອງທ່ຽວໃນລາວສູນເສຍລາຍຮັບເກີນກວ່າ 700 ລ້ານໂດລາສະຫະລັດ ຕໍ່ປີ ແລະຍັງເຮັດໃຫ້ຫົວໜ່ວຍທຸລະກິດ ຈຳນວນຫລາຍ ໄດ້ຂໍເລື່ອນຊຳລະໜີ້ສິນໃຫ້ທະນາຄານ ໃນນີ້ກໍຮວມເຖິງໂຮງແຮມ ບ້ານພັກ 2,920 ແຫ່ງ ບໍລິການທ່ອງທ່ຽວ 1,500 ກວ່າລາຍ ໂດຍສະເພາະແມ່ນນະຄອນວຽງຈັນ ນັ້ນມີໜ່ວຍທຸລະກິດທີ່ຖືກກະທົບຈາກການລະບາດໄວຣັສໂດວິດ-19 ເກີນກວ່າ 90 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດໃນພາກບໍລິການ ຊຶ່ງໄດ້ເຮັດໃຫ້ເກີດການເລີກຈ້າງ ແລະມີການຫວ່າງງານໃນລາວເກີນກວ່າ 1 ລ້ານຄົນໃນປັດຈຸບັນດ້ວຍສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ລັດຖະບານລາວໄດ້ປະກາດເປີດດ່ານສາກົນໃນທົ່ວປະເທດ ເພື່ອຮັບເອົານັກທ່ອງທ່ຽວຊາວຕ່າງຊາດ ນັບຈາກວັນທີ 9 ພຶດສະພາ ປີ 2022 ເປັນຕົ້ນໄປ.
ທັງນີ້ ນັກທ່ອງທ່ຽວຊາວຕ່າງຊາດສາມາດຈະເດີນທາງເຂົ້າມາລາວໂດຍຜ່ານດ່ານສາກົນໄດ້ທັງ 24 ແຫ່ງ ພ້ອມດ້ວຍຜົນການກວດໂຄວິດ-19 ເປັນລົບທີ່ບໍ່ເກີນ 48ຊົ່ວໂມງ ກ່ອນເດີນທາງມາເຖິງລາວສ່ວນຜູ້ທີ່ຍັງບໍ່ມີຜົນການກວດກໍສາມາດກວດ ຢູ່ກັບດ່ານໄດ້ເລີຍ ແລະບໍ່ຕ້ອງກັກໂຕ ຖ້າຫາກຜົນກວດເປັນລົບ ແລະສາມາດເດີນທາງໄດ້ໃນທົ່ວປະເທດລາວ ແຕ່ຖ້າຫາກວ່າມີການຕິດໂຄວິດ-19 ໃນລາວຊາວຕ່າງຊາດຕ້ອງຮັບຜິດຊອບຄ່າຮັກສາດ້ວຍຕົນເອງ ແລະນັກທ່ອງທ່ຽວຍັງສາມາດ ນຳພາຫານະເຂົ້າມາໃນລາວໄດ້ດ້ວຍ.
ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫລງຂ່າວ ວັດທະນາທຳ ແລະທ່ອງທ່ຽວຄາດຫວັງວ່າ ນັກທ່ອງທ່ຽວຊາວຕ່າງຊາດຈະເດີນທາງມາລາວຫລາຍຂຶ້ນ ໂດຍສະເພາະພາຍຫລັງຈາກສາມາດຄວຄຸມການລະບາດໄວຣັສໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວນັ້ນ ເມື່ອສົມທົບກັບການເປີດການເດີນລົດໄຟລາວຈີນ ນັບຈາກວັນທີ 3 ທັນວາ ປີ 2021 ເປັນຕົ້ນມານັ້ນ ທາງການລາວຍັງຄາດໝາຍດ້ວຍວ່າ ຈະມີຊາວຈີນເດີນທາງມາລາວເກີນກວ່າ 1 ລ້ານຄົນໃນປີ 2022 ແລະຈະເພີ້ມຂຶ້ນ ເກີນກວ່າ 25 ເປີເຊັນ ໃນປີຕໍ່ໄປ ແຕ່ວ່າບັນຫາກໍຄືລັດຖະບານຈີນ ຍັງຄົງບໍ່ອະນຸຍາດໃຫ້ຊາວຈີນ ເດີນທາງໄປຕ່າງປະເທດໄດ້ໃນປັດຈຸບັນນີ້.