ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ນາງ​ຄ​ຣິ​ສ​ໂຕ​ລ ບຸນ​ໄຊ​ຍະ​ວົງ ເຈົ້າ​ຂອງ​ຮ້ານອ​າ​ຫານ ສະຫວັນ​ເມືອງ​ລາວ


ຮ້ານອາຫານ ສະຫວັນເມືອງລາວ
ຮ້ານອາຫານ ສະຫວັນເມືອງລາວ

ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວໃນຕ່າງແດນ ຂອງວີໂອເອ ປະຈຳວັນພະຫັດມື້ນີ້ ທ່ານ​ຈະ​ໄດ້​ຟັງ​ການ​ໂອ້​ລົມກັບຍານາງກ​ຣິ​ສ​ ໂຕ​ລ ບຸນ​ໄຊ​ຍະ​ວົງ ​ຜູ້ທີ່ໄດ້​ປ່ຽນເພດມ​າ​ເປັນ​ແມ່​ຍິງ​ຢ່າງ​ສົມ​ບູນ​ແບບ. ປັດ​ຈຸ​ບັນ​ນີ້ ​ເປັນ​ເຈົ້າ​ຂອງ​ຮ້ານ​ອາ​ຫານ​ລາວ​ ​ຊື່​ວ່າ “Savan Meuang Lao” ຫລື ​ສະ​ຫວັນ​ເມືອງ​ລາວ ຢູ່​ທີ່​ເມືອງ​ເຊນ​ປີ​ເຕີ​ສ​ເບີກ ​ຕັ້ງຢູ່​ໃນ​ລັດ​ຟ​ລໍ​ລິ​ດາ. ຜົນ​ສຳ​ເລັດ​ຂອງ​ນາງ​ຄ​ຣິ​ສ​ໂຕ​ລ ເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ.

ຄຳ​ຂວັນພາ​ສາ​ອັງ​ກິດຄຳ​ນຶ່ງ​ເປັນ​ທີ່​ຮູ້​ກັນ​ດີກ່າວ​ໄວ້​ວ່າ “Be All You Can Be” ໝາຍ​ຄວາມ​ວ່າ “ເຈົ້າ​ສາ​ມາດ​ເປັນໃນສິ່ງ​ທີ່​ເຈົ້າ​ຢາກ​ເປັນ​ນັ້ນ​ໄດ້ທັງ​ໝົດ.” ນີ້​ຄື​ເລື້ອງ​ຊີ​ວິດຂອງ​ທ້າວ​ໄມ​ພອຍ ​ບຸນ​ໄຊ​ຍະ​ວົງ ທີ່​ເຄີຍ​ເປັນ​ຜູ້​ຊາຍ ແຕ່​ໄດ້​ປ່ຽນ​ເພດ​ມາ​ເປັນ​ແມ່​ຍິງ​ ແລະໃສ່​ຊື່​ໃໝ່​ວ່າ ນາງ​ຄ​ຣິ​ສ​ໂຕ​ລ ບຸນ​ໄຊ​ຍະ​ວົງ. ປັດ​ຈຸ​ບັນ​ນີ້​ເປັນ​ເຈົ້າ​ຂອງ​ຮ້ານ​ອາ​ຫານ​ລາວ​ ​ມີຊື່​ວ່າ “Savan of Laos” ຫລື ສະ​ຫວັນ​ເມືອງ​ລາວ ຢູ່ເມືອງ​ເຊນ​ປີ​ເຕີ​ສະ​ເບີກ (Saint Petersburg) ຕັ້ງ​ຢູ່ໃນ​ລັດ​ຟ​ລໍ​ລິ​ດາ ​ທາງທິດ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ສະ​ຫະ​ລັດ.

ກ່ອນ​ທີ່ນາງ​ຄ​ຣິ​ສ​ໂຕ​ລ ​ເລີ້ມ​ຕັດ​ສິນ​ໃຈ​ມາ​ຕັ້ງ​ຮ້ານ​ອາ​ຫານ Haven of Laos ນາງໄດ້​ພະ​ຈົນ​ໄພ​ເຮັດວຽກ​ຫລາຍ​ຢ່າງ ແລະ​ໄດ້​ຢູ່​ໃນ​ຫລາຍ​ລັດ. ກວ່າສາມ​ປີທີ່​ຜ່ານ​ມາ ນ​າງ​ຄ​ຣິ​ສ​ໂຕ​ລ ໄດ້​ເປີດຮ້ານ​ອາ​ຫານ​ລ​າວ ໂດຍ​ການນຳ​ເອົາ​ອາ​ຫານ​ພື້ນ​ເມືອງ​ລາວທີ່​ໄດ້​ຮຽນຈາກ​ແມ່ ມ​າ​ປຸງ​ແຕ່ງໃຫ້​ຊາວ​ອາ​ເມ​ຣິ​ກັນ ແລະ​ຄົນເຊື້​ອ ຊາດ​ອື່ນໆ ​ໄດ້​ຊີມລົດ​ຊາດ. ​ນາງກ​ຣິ​ສ​ໂຕ​ລ ໄດ້​ຊ່ວຍ​ແມ່ຄົວ​ກິນມາ​ແຕ່​ນ້ອຍ ​ເພາະສະ​ນັ້ນ​ຈຶ່ງ​ໄດ້ຮຽ​ນຮູ້ ແລະຊຳ​ນ​ານ​ໄປ​ໃນ​ໂຕ ໂດຍທີ່​ບໍ່​ໄດ້​ຜ່ານ​ສະ​ຖາ​ບັນ​ການ​ຄົວ​ກິນແຕ່​ຢ່າງ​ໃດ.​ ນ​າງ​ຄ​ຣິ​ສ​ໂຕ​ລ ໄດ້​ເລົ່າ​ເຖິງຄວາມ​ມັກ​ຄົວ​ກິ​ນ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ນາງກຣິສໂຕລ ບຸນໄຊຍະວົງ
ນາງກຣິສໂຕລ ບຸນໄຊຍະວົງ

ລິງໂດຍກົງ

ເມື່ອ​ບໍ່ເທົ່າ​ໃດ​ປີ​ທີ່​ຜ່ານມາ​ນີ້ ບັນ​ດາ​ນັກ​ທຸ​ລະ​ກິດຮ້ານ​ອາ​ຫານ​ລາວ​ອາ​ເມ​ຣິ​ກັນ ​ພາ​ກັນ​ລັ່ງ​ເລ​ໃຈ ຢ້ານ​ທີ່​ຈະ​ໃສ່​ຊື່​ວ່າ​ເປັນ​ຮ້ານ​ອາ​ຫານລາວ ເພາະ​ຄົນ​ສ່ວນ​ໃຫຍ່​ບໍ່ຮູ້​ວ່າ ​ເມືອງ​ລາວ​ຢູ່​ໃສ. ​ແຕ່​ຕົກ​ມາ​ເຖິງ​ປັດ​ຈຸ​ບັນ​ນີ້ ອາ​ຫານ​ລາວ​ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຄວາມ​ນິ​ຍົມ​ຊົມ​ຊອບ ຈາກ​ຫລັງ​ມື ມາເປັນ​ໜ້າ​ມື ຊຶ່ງຍານາງ​ຄ​ຣິ​ສ​ໂຕ​ລ ໄດ້ກ່າວເຖິງ​ອາ​ຫານ​ພຶ້ນ​ເມຶອງ​ລາວສູ່​ຟັງ​ດັ່ງ​ນີ້:

ລິງໂດຍກົງ

/​ນາງ​ຄ​ຣິ​ສ​ໂຕ​ລ ໄດ້​ກ່າວ​ມ້ວນ​ທ້າຍເຖິງ​ການ​ບໍ​ລິ​ຫານຮ້ານ​ອາ​ຫານ ​ການ​ລົງ​ທຶນ ລາຍ​ໄດ້​ລາຍ​ຈ່າຍ ຄວາມ​ນິ​ຍົມ​ຊົມ​ຊອບອາ​ຫານ​ລາວ ອັນ​ໄດ້ສ້າງ​ຊື່​ສຽງ ທີ່ນຳ​ມາ​ສູ່ການ​ໄດ້​ຮັບ​ຄະ​ແນນສູງ​ສຸດເຖິງ​ຫ້າ​ດາວ ອັນເປັນ​ຄະ​ແນນ​ຍອດ​ນິ​ຍົມ​ຢູ່ ຊຶ່ງ​ນາງ​ຄ​ຣິສ​ໂຕ​ລ ໄດ້​ກ່າວ​ມ້ວນ​ທ້າຍ​ດັ່ງ​ນີ້:

ລິງໂດຍກົງ
ນາງກຣິສໂຕລ ໄດ້ຮັບລາງວັນຮັບຮູ້ ຈາກການເຮັດກຸສົນຊ່ວຍສັງຄົມ
ນາງກຣິສໂຕລ ໄດ້ຮັບລາງວັນຮັບຮູ້ ຈາກການເຮັດກຸສົນຊ່ວຍສັງຄົມ

ນາງກ​ຣິ​ສ​ໂຕ​ລ ​ເຈົ້າ​ຂອງຮ້ານ​ອາ​ຫານສະ​ຫວັນ​ເມືອງ​ລາວ ຜູ້​ບໍ​ລິ​ຫານ ພ້ອມ​ທັງ​ເປັນ​ແມ່​ຄົວ​ເອກ​ ມີ​ຄວ​າ​ມ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້ມີ​ສະ​ແດງ​ຝີ​ມື ແລະ​ສົ່ງ​ເສີມອາ​ຫານ​ພື້ນ​ເມືອງ​ລ​າວ ໃຫ້​ຄົນທົ່ວ​ໄປ​ໄດ້ຮັບ​ປະ​ທານ​ຢ່າງ​ແຊ​ບ​ຊ້ອຍ.

XS
SM
MD
LG